ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ ມາເລເຊຍ ຍຸຕິສົ່ງບັນດາຜູ້ຂໍລີ້ໄພກັບຄືນ ມຽນມາ


ແຟ້ມ-ຊາວຜູ້ອົບພະຍົບໂຣຮິງຢາ ກໍາລັງຢືນລໍຖ້າຮັບອາຫານຈາກບັນດາອາສາສະໝັກ, ໃນຊ່ວງມີຄໍາສັ່ງອອກມາກ່ຽວກັບການຄວບຄຸມການລະບາດຂອງພະຍາດໄວຣັສໂຄໂຣນາ (COVID-19), ໃນນະຄອນຫຼວງກົວລາລໍາເປີ, ປະເທດມາເລເຊຍ, ວັນທີ 7 ເມສາ 2020.
ແຟ້ມ-ຊາວຜູ້ອົບພະຍົບໂຣຮິງຢາ ກໍາລັງຢືນລໍຖ້າຮັບອາຫານຈາກບັນດາອາສາສະໝັກ, ໃນຊ່ວງມີຄໍາສັ່ງອອກມາກ່ຽວກັບການຄວບຄຸມການລະບາດຂອງພະຍາດໄວຣັສໂຄໂຣນາ (COVID-19), ໃນນະຄອນຫຼວງກົວລາລໍາເປີ, ປະເທດມາເລເຊຍ, ວັນທີ 7 ເມສາ 2020.

ອົງການອົບພະຍົບ ສະຫະປະຊາຊາດ ຫຼື UNHCR ແມ່ນກຳລັງຮຽກຮ້ອງໃຫ້ເຈົ້າໜ້າທີ່ຂອງມາເລເຊຍ ຈົ່ງຍຸຕິບັງຄັບຜູ້ລີ້ໄພທີ່ມາຈາກມຽນມາ ກັບຄືນເມືອປະເທດບ້ານເກີດຂອງພວກເຂົາເຈົ້າ, ເຊິ່ງເຈົ້າໜ້າທີ່ຂອງອົງການນັ້ນກ່າວວ່າ ຊີວິດຂອງພວກເຂົາແມ່ນມີຄວາມສ່ຽງ. ລິຊາ ສໄລນ໌ ມີລາຍງານໃຫ້ VOA ຈາກນະຄອນເຈເຈວາ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ອົງການອົບພະຍົບສະຫະປະຊາຊາດ ຫຼື UNHCR ກ່າວວ່າ ການບັງຄັບໃຫ້ກັບຄືນປະເທດຈາກມາເລເຊຍ ໄດ້ມີຂຶ້ນຕັ້ງແຕ່ຊ່ວງເດືອນເມສາຕົ້ນປີນີ້. ຫຼາຍກວ່າສອງເດືອນທີ່ຜ່ານມາ, ເຈົ້າໜ້າທີ່ຂອງອົງການ UNHCR ລາຍງານວ່າ ມີປະຊາຊົນ ມຽນມາ ຫຼາຍຮ້ອຍຄົນຖືກສົ່ງກັບເມືອປະເທດດ້ວຍຄວາມບໍ່ເຕັມໃຈ.

ໂຄສົກຂອງອົງການ UNHCR ທ່ານນາງ ຊາເບຍ ມາຕູ (Shabia Mantoo) ກ່າວວ່າ ເຫດການຫຼ້າສຸດແມ່ນເກີດຂຶ້ນໃນວັນສຸກທີ່ຜ່ານມານີ້, ເມື່ອເຈົ້າໜ້າທີ່ຂອງປະເທດມາເລເຊຍ ໄດ້ຂັດຂວາງຄວາມພະຍາຍາມຂອງອົງການ ແລະໄດ້ເນລະເທດຜູ້ຂໍລີ້ໄພຄົນນຶ່ງທີ່ໄດ້ຖືກກັກໂຕໄວ້ກັບຄືນເມືອປະເທດ.

ທ່ານນາງ ແມນຕູ ກ່າວວ່າການຈັດສົ່ງຜູ້ຊອກຫາການປົກປ້ອງໃນຕ່າງປະເທດກັບຄືນເມືອມຽນມາ ຈະເຮັດໃຫ້ພວກເຂົາເຈົ້າຕ້ອງພົບກັບອັນຕະລາຍ ແລະໄດ້ຮັບບາດເຈັບ.

ທ່ານນາງແມນຕູ ກ່າວວ່າ:

“ຫຼັກການສໍາຄັນຂອງການບໍ່ສົ່ງຜູ້ຂໍລີ້ໄພກັບຄືນເມືອປະເທດຕົນເອງ ແມ່ນພື້ນຖານອັນສໍາຄັນຂອງກົດໝາຍສາກົນ ແລະກໍເຊື່ອມໂຍງກັນໃນທຸກໆປະເທດ. ສະຖານະການທີ່ເກີດຂຶ້ນຢູ່ໃນມຽນມາ ໄດ້ບີບບັງຄັບໃຫ້ປະຊາຊົນພະຍາຍາມຊອກຫາຄວາມປອດໄພລະຫວ່າງປະເທດ ແລະຂ້າມຊາຍແດນ. ພວກເຮົາບໍ່ມີຂໍ້ມູນທີ່ແທ້ຈິງວ່າມັນເກີດຫຍັງຂຶ້ນຕໍ່ຜູ້ຂໍລີ້ໄພເຫຼົ່ານີ້ເມື່ອພວກເຂົາເດີນທາງມາເຖິງ. ເພາະສະນັ້ນ, ຍ້ອນເຫດຜົນດັ່ງກ່າວ ພວກເຮົາຈຶ່ງຍັງຄົງຮຽກຮ້ອງໃຫ້ພວກເຂົາເຈົ້າຍຸຕິການສົ່ງຜູ້ລີ້ໄພທັງຫຼາຍກັບຄືນເມືອປະເທດ ໂດຍທີ່ພວກເຂົາເຈົ້າບໍ່ເຕັມໃຈ.”

ອົງການ UNHCR ໄດ້ຂຶ້ນຖະບຽນຜູ້ອົບພະຍົບ ແລະ ຜູ້ລີ້ໄພຢູ່ໃນປະເທດມາເລເຊຍຫຼາຍກວ່າ 183,000 ຄົນ, ເຊິ່ງລວມມີປະຊາຊົນຊາວໂຣຮິງຢາ 106,000 ຄົນ ແລະ ຊົນເຜົ່າກຸ່ມນ້ອຍອື່ນໆທີ່ຫຼົບໜີຈາກສະຖານະການຄວາມຂັດແຍ້ງ ແລະການຂ້າຟັນກັນປະມານ 52,000 ຄົນ.

ບັນດານັກສັງເກດການກ່າວວ່າ ມີປະຊາຊົນຢ່າງໜ້ອຍ 17,500 ຄົນຖືກກັກໂຕຢູ່ສູນກັກຂັງຄົນເຂົ້າເມືອງ 21 ແຫ່ງໃນທົ່ວປະເທດ, ເຊິ່ງລວມເຖິງເດັກນ້ອຍຫຼາຍກວ່າ 1,500 ຄົນ. ອົງການສິ້ງຊອມສິດທິມະນຸດ ຫຼື Human Rights Watch ລາຍງານວ່າປະເທດມາເລເຊຍ ໄດ້ບັງຄັບໃຫ້ປະຊາຊົນ ມຽນມາ ກັບຄືນໄປປະເທດຂອງພວກເຂົາເຈົ້າຫຼາຍກວ່າ 2,000 ຄົນນັບຕັ້ງແຕ່ເດືອນເມສາທີ່ຜ່ານມາ, ເຊິ່ງຫຼາຍກວ່າເຄິ່ງນຶ່ງໃນຊ່ວງສອງເດືອນທີ່ຜ່ານມາ.

ທ່ານນາງແມນຕູກ່າວວ່າອົງການ UNHCR ຍັງບໍ່ຮູ້ເລີຍວ່າດ້ວຍເຫດໃດການເນລະເທດກັບຄືນເມືອປະເທດຈຶ່ງເກີດຂຶ້ນໃນເວລານີ້. ແຕ່ທ່ານນາງໄດ້ຕັ້ງຂໍ້ສັງເກດວ່າອົງການຂອງທ່ານນາງມີຄວາມກັງວົນ ກ່ຽວກັບ ຜົນກະທົບທາງດ້ານມະນຸດສະທໍາທີ່ປະຊາຊົນເຫຼົ່ານັ້ນຈະໄດ້ຮັບຜົນຈາກເລື້ອງນີ້.

ທ່ານນາງແມນຕູ ກ່າວວ່າ:

“ພວກເຮົາຍັງຄົງສືບຕໍ່ການສົນທະນາ ແລະພົວພັນຢ່າງຕໍ່ເນື່ອງກັບບັນດາເຈົ້າໜ້າທີ່ ກ່ຽວກັບປະເດັນນີ້, ແລະນີ້ຄືການເຂົ້າໄປກ່ຽວຂ້ອງ ທີ່ພວກເຮົາກໍາລັງດໍາເນີນການຢູ່, ແຕ່ຂ້າພະເຈົ້າບໍ່ມີຂໍ້ສະເໜີໃດໆຫຼາຍກວ່າເລື້ອງນີ້ອີຫຼີ. ພວກເຮົາຍັງຄົງເຂົ້າໄປແຊກແຊງກັບບັນດາເຈົ້າໜ້າທີ່ທາງການທັງຫຼາຍ ແລະກໍຫວັງວ່າ ສິ່ງນີ້ມັນຈະຢຸດລົງ.”

ອົງການອົບພະຍົບສະຫະປະຊາຊາດ ໄດ້ກ່າວຢໍ້າການຮຽກຮ້ອງຂອງເຂົາເຈົ້າຕໍ່ ປະເທດອື່ນໆຢູ່ໃນພູມິພາກ ເພື່ອສືບຕໍ່ສະໜອງການປົກປ້ອງຕໍ່ປະຊາຊົນມຽນມາທີ່ຫຼົບໜີເພື່ອຄວາມປອດໄພ. ພວກເຂົາເຈົ້າຍັງໄດ້ຮຽກຮ້ອງໃຫ້ລັດຖະບານຂອງປະເທດມາເລເຊຍ ຈົ່ງຍຸຕິກັກຂັງບັນດາຜູ້ລີ້ໄພ ແລະ ອົບພະຍົບຈາກປະເທດມຽນມາໃນທັນທີ.

ລາຍງານຫຼ້າສຸດໂດຍຫ້ອງການສິດທິມະນຸດຂອງອົງການສະຫະປະຊາຊາດ ກ່າວຫາວ່າ ຜູ້ນໍາກອງທັບທະຫານຂອງມຽນມາ ໄດ້ດໍາເນີນການຈັບໂຕປະຊາຊົນຫຼາຍພັນຄົນ ແລະເຮັດໃຫ້ພວກເຂົາເຈົ້າຖືກທໍລະມານທາງຮ່າງກາຍ, ການກົດຂີ່ຂົ່ມເຫັງ, ແລະ ການທໍລະມານ, ບາງຄັ້ງກໍ່ໃຫ້ເກີດການເສຍຊີວິດ.

ລັດຖະບານທະຫານຂອງມຽນມາ ບໍ່ໄດ້ສະແດງປະຕິກິລິຍາໃດໆຕໍ່ບົດລາຍງານຫຼ້າສຸດນີ້, ແຕ່ໄດ້ປະຕິເສດກ່ຽວກັບບົດລາຍງານຕ່າງໆທີ່ຄ້າຍຄືກັນນີ້ໃນຄັ້ງທີ່ຜ່ານມາ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG