ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສປຊ ຮຽກຮ້ອງ ບໍ່ໃຫ້ ອິນເດຍ ຕັດສິດທິ ຂອງປະຊາຊົນ ຕົນເອງ


ນັກເຄື່ອນໄຫວຄົນນຶ່ງ ຖືປ້າຍໃນລະຫວ່າງການຊຸມນຸມ ເພື່ອສາມັກຄີກັບຜູ້ທີ່ໄດ້ຮັບຜົນກະທົບຈາກຮ່າງສະບັບສຸດທ້າຍຂອງການຈົດທະບຽນສັນຊາດ, ແຄວ້ນ ອາສຳ, ເມືອງ ຄອລກາຕ້າ, ປະເທດ ອິນເດຍ ໃນວັນທີ 1 ສິງຫາ, 2018.
ນັກເຄື່ອນໄຫວຄົນນຶ່ງ ຖືປ້າຍໃນລະຫວ່າງການຊຸມນຸມ ເພື່ອສາມັກຄີກັບຜູ້ທີ່ໄດ້ຮັບຜົນກະທົບຈາກຮ່າງສະບັບສຸດທ້າຍຂອງການຈົດທະບຽນສັນຊາດ, ແຄວ້ນ ອາສຳ, ເມືອງ ຄອລກາຕ້າ, ປະເທດ ອິນເດຍ ໃນວັນທີ 1 ສິງຫາ, 2018.

ບັນດາອົງການຕ່າງໆຂອງສະຫະປະຊາຊາດ ພວມຮຽກຮ້ອງ ໃຫ້ພວກເຈົ້າໜ້າທີ່ທັງ
ຫຼາຍຂອງ ອິນເດຍ ໃຫ້ຮັບປະກັນວ່າ ປະຊາຊົນຫຼາຍກວ່າ 4 ລ້ານຄົນ ທີ່ຖືກຂົ່ມຂູ່ດ້ວຍ
ການບໍ່ມີສັນຊາດນັ້ນ ຍັງຄົງມີສິດທິພື້ນຖານຂອງເຂົາເຈົ້າ ແລະ ໄດ້ຮັບການບໍລິການ
ຕ່າງໆ ໃນຂະນະທີ່ການອ້າງ ເອົາສັນຊາດຂອງເຂົາເຈົ້າຍັງຖືກທົບທວນຢູ່. ລີຊາ ຊເລນ
(Lisa Schlein) ມີລາຍງານມາໃຫ້ວີໂອເອຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ
ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ອົງການອົບພະຍົບຂອງສະຫະປະຊາຊາດກ່າວວ່າ ມັນຍັງໄວໂພດ ທີ່ຈະຮູ້ຜົນສະຫຼຸບ ໃນ
ການຕັດສິນໃຈຂອງອິນເດຍ ເມື່ອບໍ່ດົນມານີ້ ເພື່ອຖອນສັນຊາດຂອງປະຊາຊົນຂອງ
ເຂົາເຈົ້າຫຼາຍກວ່າ 4 ລ້ານຄົນ. ປະຊາຊົນຜູ້ທີ່ຖືກຂົ່ມຂູ່ວ່າ ບໍ່ມີສັນຊາດແມ່ນປະຊາຊົນ
ຫຼື ລູກຫຼານຂອງເຂົາເຈົ້າ ຜູ້ທີ່ໄດ້ເດີນທາງໄປຢູ່ໃນແຄ້ວນອາສຳ ລຸນຫຼັງເດືອນມີນາ
1971 ໃນເວລາທີ່ປະເທດ ບັງກລາແດັສ ໄດ້ຮັບເອກະລາດ.

ຄວາມເປັນໄປໄດ້ ກ່ຽວກັບ ສິ່ງທີ່ຈະເກີດຂຶ້ນໃນອະນາຄົດແມ່ນໜ້າເປັນຫ່ວງຫຼາຍ
ສຳລັບອົງການຈັດຕັ້ງແຫ່ງນຶ່ງ ທີ່ກຳລັງຕໍ່ສູ້ເພື່ອສິ້ນ ສຸດການບໍ່ມີສັນຊາດສຳລັບປະຊາ
ຊົນ 10 ລ້ານຄົນຢູ່ທົ່ວໂລກ ພາຍໃນປີ 2024. ໂຄສົກອົງການຂ້າຫຼວງໃຫຍ່ ສປຊ ຫຼື
UNHCR ທ່ານ ວິລລຽມ ສປິນລີ ໄດ້ບອກ ວີໂອເອ ກ່ຽວກັບ ສະຖານະພາບສັນຊາດ
ຂອງຜູ້ທີ່ຖືກຈຳແນກນັ້ນວ່າ ແມ່ນບໍ່ຊັດເຈນ.

ທ່ານ ສປິນເລີ ກ່າວວ່າ “ຫຼາຍຄົນໃນທີ່ສຸດ ກໍອາດຈະຖືກປະກາດວ່າເປັນສັນຊາດ ອິນ
ເດຍ ໃນຕອນທ້າຍຂອງຂະບວນການນີ້. ໃນເວລາດຽວກັນ, ຄົນ ອື່ນໆກໍອາດຈະມີ
ຄວາມສ່ຽງ ຕໍ່ ການບໍ່ມີສັນຊາດ. ຂະບວນການ ດັ່ງກ່າວ ແມ່ນຍັງດຳເນີນໄປຢູ່ ແລະ
ພວກເຮົາກໍກຳອຸທອນໄປຍັງບັນດາ ເຈົ້າໜ້າທີ່ ອິນເດຍ ໃຫ້ຮັບປະກັນວ່າ ແມ່ນກະທັ້ງ
ຜູ້ທີ່ບໍ່ມີຄຸນສົມບັດພໍທີ່ຈະໄດ້ຮັບສັນຊາດ ກໍຈະບໍ່ໃຫ້ຖືກເນລະເທດ.”

ໂຄສົກຍິງຂອງຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ທ່ານນາງ ຣາວີນາ ຊຳດາຊານີ ໄດ້ເຫັນ
ດີກັບອົງການ UNHCR ວ່າມັນຍັງໄວໂພດ ທີ່ຈະ ເວົ້າ ກ່ຽວກັບ ການບໍ່ມີສັນຊາດ. ແຕ່
ທ່ານນາງກໍໄດ້ກ່າວຕໍ່ວີໂອເອວ່າ ມັນມີຄວາມຈຳເປັນສຳລັບລັດຖະບານ ອິນເດຍ ທີ່ຈະ
ຮັບປະກັນວ່າ ບໍ່ວ່າເຂົາເຈົ້າຈະດຳເນີນການແນວໃດ ມັນຈະຕ້ອງຖືກເຮັດດ້ວຍຄວາມ
ໂປ່ງໄສ ແລະ ບໍ່ມີການແບ່ງແຍກ.

ທ່ານນາງ ຊຳດາຊານີ ໄດ້ກ່າວວ່າ “ມັນບໍ່ຄວນມີການຕັດສິດທິໃດໆ ຂອງປະຊາຊົນ.
ພວກເຂົາເຈົ້າຄວນຮັບປະກັນວ່າ ປະຊາຊົນໄດ້ຮັບ ການບໍລິການຂັ້ນພື້ນຖານຂອງເຂົາ
ເຈົ້າ, ເຂົາເຈົ້າໄດ້ຖືກແຈ້ງໃຫ້ຮູ້ຢ່າງ ພຽງພໍ ກ່ຽວກັບ ນະໂຍບາຍຕ່າງໆ, ສະຖານະການ,
ແລະ ຖ້າເປັນໄປ ໄດ້, ພວກເຂົາຄວນໄດ້ຮັບເງິນຊົດເຊີຍ ສຳລັບຄວາມເສຍຫາຍ.”

ບັນດາອົງການຕ່າງໆຂອງ ສະຫະປະຊາຊາດເວົ້າວ່າ ເຂົາເຈົ້າຈະຕິດ ຕາມສະຖານະ
ການດັ່ງກ່າວຢ່າງໃກ້ຊິດ. ເຂົາເຈົ້າກຳລັງຮຽກຮ້ອງໃຫ້ບັນ ດາເຈົ້າໜ້າທີ່ ອິນເດຍ ໃຫ້
ສະໜອງທຸກໆໂອກາດ ໃຫ້ປະຊາຊົນຫຼາຍ ລ້ານຄົນທີ່ຖືກມອງຂ້າມ ແລະ ຊ່ວຍເຫຼືອ
ຕາມຄວາມຕ້ອງການຂອງເຂົາເຈົ້າທີ່ຮຽກຮ້ອງເອົາສັນຊາດ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG