ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຈະ​ລົງ​ຄະແນນ ເພື່ອສົ່ງ​ກຳລັງ ​ຮັກສາສັນຕິພາບ​ ​ໄປ​ ຊູ​ດານ​ໃຕ້ (ວີດີໂອ/ສະໄລດ໌)


ສະຫະ​ລັດ​ກ່າວ​ວ່າ ສະມາຊິກ​ທັງ​ໝົດ​ຂອງ​ສະພາ​ຄວາມໝັ້ນ
ຄົງ​ອົງການສະຫະ​ປະຊາ​ຊາດ ໃຫ້ການສະໜັບສະໜູນ ​ຕໍ່ຂໍ້
ສະ​ເໜີ ທີ່​ຈະ​ສົ່ງ​ກຳລັງ​ຮັກສາ​ສັນຕິພາບ​ຈໍານວນ 5 ພັນ 500 ຄົນ
​ໄປ​ຍັງຊູ​ດານ​ໃຕ້​ ເພື່ອ​ປົກ​ປ້ອງ​ພົນລະ​ເຮືອນ​ ຈາກ​ສະພາບ​
ຄວາມ​ຮຸນ​ແຮງ ທີ່ພວມ​ຊຸມ​ໂຊມລົງນັ້ນ.

ສະມາຊິກສະພາ​ຄວາມໝັ້ນຄົງ​ອົງການສະຫະ​ປະຊາ​ຊາດ
ມີ​ກຳນົດ​ທີ່​ຈະ​ລົງ​ຄະ​ແນນສຽງ​ໃນວັນ​ອັງຄານ​ມື້ນີ້ ເພື່ອຈະ​ຍົກ
ຍ້າຍ​ກຳ​ລັງ​ທະຫານ​ຈາກການ​ປະຕິບັດ​ງານ​ອື່ນໆ​ຂອງສະຫະ
​ປະຊາ​ຊາດ​ໃນ​ອາ​ຟຣິກາ ລຸນ​ຫລັງ​ທີ່​ໄດ້​ມີ​ການສະ​ເໜີຈາກ
ເລຂາ​ທິການໃຫຍ່ອົງການສະຫະ​ປະຊາ​ຊາດທ່ານ Ban
Ki-moon ຊຶ່ງທ່ານ Ki-moon ກ່າວ​ວ່າ: “ສະຖານະ​ການແມ່ນ​ເພີ່ມ​ທະ​ວີ​ຄວາມສຸກ​
ເສີນຮີບ​ຮ້ອນ ຂຶ້ນ. ຂ້າພະ​ເຈົ້າແມ່ນມີ​ຄວາມເປັນ​ຫ່ວງໂດຍ​ສະ​ເພາະ ກ່ຽວ​ກັບ​
ລາຍ​ງານ​ຂ່າວທີ່​ວ່າ ​ໄດ້​ມີການ​ສັງຫານ​ທີ່​ແນເປົ້າໝ​າຍ​ໃສ່​ກຸ່ມ​ຊົນ​ຊາດ​ຊົນ​ເຜົ່າ​.
​ຜູ້​ຄົນ​ຫຼາຍ​ສິບພັນ​ຄົນ ​ຕ້ອງ​ໄດ້ອົບ​ພະຍົບຫລົບ​ໄພ ​ຮວມທັງປະມານ 45 ພັນ​ຄົນ
​ ທີ່​ຂໍລີ້ໄພ​ຢູ່ໃນ​ຄ້າຍ​ຂອງ
ການ​ປະຕິບັດງານສະຫະ​ປະຊາ​ຊາດ​ ​ໃນ​ຊູ​ດານ
ຫຼື UNMIS.


​ເອກ​ອັກຄະລັດຖະທູດສະຫະລັດ​ປະ​ຈໍາ​ອົງການສະຫະ​ປະຊາ​ຊາດ ທ່ານ​ນາງ Samantha
Power ​ໄດ້​ກ່າວໃນ​ແລງ​ວັນ​ຈັນ​ວານ​ນີ້ວ່າ ຊູ​ດານ​ໃຕ້ພວມ “ຕົກ​ຢູ່​ໃນ​ອັນຕະລາຍ”
ແລະ​ບັນດາ​ຜູ້​ນໍາຂອງ​ປະ​ເທດ​ດັ່ງກ່າວ ສາມາດ​ທີ່​ຈະ​ເລືອກ​ ​ໃນ​ການເປີດ​ການເຈລະຈາ​
ໂອ້​ລົມ ຫຼື​ບໍ່​ກໍທຳ ລາຍປະ​ເທດ​ໄປ​ເລີຍ.

ປະທານາທິບໍດີ​ຂອງຊູ​ດານ​ໃຕ້ ທ່ານ Salva Kiir ​ໄດ້ກ່າວ​ໃນວັນ​ຈັນ​ວານ​ນີ້ ​ໃນ​ການ​ພົບ​
ປະກັນ​ກັບ​ທູດ​ພິ​ເສດ​ຂອງສະຫະລັດ ຮັບຜິດ​ຊອບກ່ຽວ​ກັບຊູ​ດານ​ໃຕ້ ທ່ານ Donald
Boothວ່າ ທ່ານເຕັມ​ໃຈ​ທີ່ຈະເປີດ​ການເຈລະຈາ ​ກັບ​ອະດີດ​ຮອງປະທານາທິບໍດີຂອງ​
ທ່ານ ​ຄື​ທ່ານRiek Machar ​ໂດຍ​ປາສະຈາກ​ເງື່ອນ​ໄຂໃດໆ​.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງຊູ​ດານ​ໃຕ້ ທ່ານ​ Barnaba Marial Benjamin ​
ໄດ້ບອກ ກັບ VOA ພະ​ແນ​ກພາສາ​ອັງກິດ ​ໄປ​ຍັງ​ອາ​ຟຣິກາ ວ່າ ທ່ານ Kiir ໄດ້​ເນັ້ນ
ໃນ​ຄໍາ​ຖະ ​ແຫຼງ​ຕໍ່​ລັດຖະສະພາ​ນັ້ນ​ວ່າ ທ່ານ​ຈະ​ບໍ່​ນໍາພາປະ​ເທດ​ໄປ​ສູ່​ສົງຄາມ ​ແລະ​ການ​
ເຈລະຈາແມ່ນ​ຊ່ອງ​ທາງ​ໄປ​ສູ່​ການ​ຍຸຕິຄວາມ​ຮຸນ​ແຮງ​.

ທ່ານ Kiir ຊຶ່ງ​ເປັນ​ຊົນ​ເຜົ່າ Dinka ​ໄດ້​ຖິ້ມ​ໂທດ​ໃສ່ທ່ານ Machar ຊຶ່ງ​ເປັນຊົນ​ເຜົ່າ Nuer
​ໃນ​ອັນ​ທີ່ທ່ານ​ເອີ້ນ​ວ່າ ​ເປັນ​ການພະຍາຍາມ​ກໍ່​ລັດຖະປະຫານ ທີ່​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ຮຸນ
​ແຮງຂຶ້ນ ​ໃນ​ວັນ​ທີ 16 ​ທັນວາຜ່ານ​ມາ​ນີ້. ​ໄດ້​ມີ​ຫຼາຍ​ຮ້ອຍຄົນ ​ເສຍ​ຊີວິດ​ໃນ​ການ​ສູ້ລົບກັນ
ດັ່ງກ່າວ​.

SOUTH SUDAN SOTVO
please wait
Embed

No media source currently available

0:00 0:00:31 0:00
XS
SM
MD
LG