ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ສປຊ ເຕືອນເຖິງ 'ສະຖານະການ ທີ່ຮ້າຍແຮງ' ສຳລັບ ຄວາມຫາຍະນະ ໃນ ແຂວງ ອິດລິບ


ທູດພິເສດ ສະຫະປະຊາຊາດ ຮັບຜິດຊອບເລື້ອງ ຊີເຣຍ ທ່ານ ສແຕຟຟານ ເດີ ມິສຕູຣາ ກ່າວຖະແຫລງ ຕໍ່ບັນດານັກຂ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ກ່ຽວກັບຊີເຣຍ ຢູ່ທີ່ ສະພາ ສະຫະພາບຢູໂຣບ ໃນນະຄອນ ບຣັສເຊີລສ໌, ວັນທີ 25 ເມສາ 2018.
ທູດພິເສດ ສະຫະປະຊາຊາດ ຮັບຜິດຊອບເລື້ອງ ຊີເຣຍ ທ່ານ ສແຕຟຟານ ເດີ ມິສຕູຣາ ກ່າວຖະແຫລງ ຕໍ່ບັນດານັກຂ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ກ່ຽວກັບຊີເຣຍ ຢູ່ທີ່ ສະພາ ສະຫະພາບຢູໂຣບ ໃນນະຄອນ ບຣັສເຊີລສ໌, ວັນທີ 25 ເມສາ 2018.

ທູດພິເສດ ສະຫະປະຊາຊາດ ຮັບຜິດຊອບເລື້ອງ ຊີເຣຍ ໄດ້ເຕືອນໃນວັນສຸກວານນີ້
ວ່າ ອົງປະກອບທັງໝົດແມ່ນມີຢູ່ແລ້ວ ທີ່ຈະພາໃຫ້ເກີດ “ສະຖານະການທີ່ຮ້າຍແຮງ”
ຂອງໄພພິບັດດ້ານມະນຸດສະທຳ ຖ້າຫາກ ລັດຖະບານຊີເຣຍ ທີ່ໜູນຫລັງໂດຍຣັດເຊຍ
ທຳການບຸກໂຈມຕີ ຂະໜາດໃຫຍ່ ຕໍ່ແຂວງອິດລິບ ຢູ່ ທາງພາກຕາເວັນຕົກສຽງເໜືອ
ຂອງປະເທດ.

ທ່ານ ສແຕຟຟານ ເດີ ມິສຕູຣາ ໄດ້ກ່າວຕໍ່ບັນດາສະມາຊິກຂອງສະພາຄວາມໝັ້ນຄົງ
ສະຫະປະຊາຊາດ ທີ່ກອງປະຊຸມໂດຍຜ່ານວີດີໂອ ວ່າ “ໄພອັນຕະລາຍ ແມ່ນຮ້າຍແຮງ
ທີ່ວ່າການສູ້ລົບໃດໆ ເພື່ອຍຶດເອົາ ແຂວງອິດລິບ ນັ້ນ ອາດຈະເປັນ, ຫຼືເປັນໄປໄດ້ ທີ່
ຈະເກີດການສູ້ລົບທີ່ໂຫດຮ້າຍ ແລະ ນອງເລືອດ. ພວກພົນລະເຮືອນ ແມ່ນເປັນໄປ
ໄດ້ສູງ ທີ່ຈະຕົກເປັນຜູ້ເຄາະຮ້າຍ.”

ມີປະຊາຊົນ ເກືອບ 3 ລ້ານຄົນ ອາໄສຢູ່ໃນແຂວງອິດລິບ. ເຄິ່ງນຶ່ງຂອງປະຊາຊົນດັ່ງກ່າວ
ໄດ້ຖືກຍົກຍ້າຍມາຈາກເຂດອື່ນໆຂອງຊີເຣຍ ແລະໄດ້ຍ້າຍເຂົ້າມາຢູ່ໃນແຂວງອິດລິບ
ເຊິ່ງເປັນເຂດ “ຫລຸດຜ່ອນຄວາມຮຸນແຮງ” ໂດຍປະກອບມີບາງເຂດຂອງແຂວງ
ອາເລັບໂປ ລາຕາເຄຍ ແລະຮາມາ ເພື່ອຊອກສະແຫວງ ຫາບ່ອນປອດໄພ. ນອກຈາກ
ພວກພົນລະເຮືອນແລ້ວ ອົງການສະຫະປະຊາຊາດກະປະມານວ່າ ຍັງມີພວກນັກລົບ
ກໍ່ການຮ້າຍຈຳນວນ 15,000 ຄົນ ຢູ່ໃນ ແຂວງອິດລິບ.

ທ່ານ ເດີ ມິສຕູຣາ ຍັງໄດ້ເຕືອນ ສະມາຊິກສະພາຄວາມໝັ້ນຄົງວ່າ“ຄວາມພະຍາຍາມ
ໃນການຕໍ່ສູ້ ຕ້ານການກໍ່ການຮ້າຍ ບໍ່ຄວນໃຊ້ແທນຂໍ້ຜູກມັດຕ່າງໆພາຍໃຕ້ກົດໝາຍ
ສາກົນ, ໃນຈິດສຳນຶກດ້ານຄຸນນະທຳຂອງມວນມະນຸດ. ພວກເຮົາຕ້ອງເອົາຄວາມມີ
ສິນທຳຂອງມະນຸດ ຊີວິດຂອງພົນລະເມືອງ ເໜືອກວ່າທຸກສິ່ງທຸກຢ່າງໃດໆ.”

ລວມຢູ່ໃນ ຈຳນວນ 3 ລ້ານຄົນ ທີ່ອາໄສຢູ່ໃນແຂວງ ອິດລິບນັ້ນ ແມ່ນມີພວກເດັກນ້ອຍ
ຈຳນວນ 1 ລ້ານຄົນ.

ເອກອັກຄະລັດຖະທູດອັງກິດ ທ່ານນາງ ແຄເຣັນ ພຽກສ໌ ໄດ້ກ່າວວ່າ “ມີທາລົກຫຼາຍ
ກວ່າພວກກໍ່ການຮ້າຍ ຢູ່ໃນແຂວງອິດລິບ ແລະອັນນັ້ນ ຄວນເຮັດໃຫ້ພວກທີ່ພົວພັນ
ກັບການປະຕິບັດງານດ້ານທະຫານ ຢຸດເສຍກ່ອນແລ້ວ ໄປຄິດເບິ່ງ.”

ປະທານາທິບໍດີຂອງຊີເຣຍ ທ່ານ ບາຊາຣ ອາລ-ອາຊາດ ໄດ້ຮັບການສະໜັບສະໜູນ
ໂດຍຣັດເຊຍ ແລະ ວັງເຄຣມລິນ ໄດ້ເຕືອນປະເທດມະຫາອຳນາດຕາເວັນຕົກຊ້ຳແລ້ວ
ຊ້ຳອີກວ່າ ບໍ່ໃຫ້ແຊກແຊງ ໃນຄວາມພະຍາຍາມເພື່ອທີ່ຈະກຳຈັດ ພວກນັກລົບອອກ
ໄປຈາກເຂດດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG