ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ລົງຄະແນນສຽງເກືອບວ່າ ເປັນເອກກະສັນ
ໃນວັນຈັນວານນີ້ ເພື່ອຮັບຜ່ານຮ່າງວຽກງານ ເພື່ອເສີມຂະຫຍາຍການຮັບມືຂອງນາໆ
ຊາດ ຕໍ່ວິກິດການພວກອົບພະຍົບໃນທົ່ວໂລກ.
ສະຫະລັດ ແລະຮັງກາຣີ ແມ່ນພຽງ 2 ປະເທດ ທີ່ລົງຄະແນນສຽງຄັດຄ້ານຕໍ່ຮ່າງກົດ
ລະບຽບວ່າດ້ວຍອົບພະຍົບຂອງທົ່ວໂລກ, ໃນຂະນະທີ່ 181 ປະເທດ ໄດ້ລົງຄະແນນ
ສຽງຮັບເອົາ. ປະເທດສາທາລະນະລັດໂດເມນິກັນ, ເອຣີເທຣຍ ແລະລີເບຍ ບໍ່ອອກສຽງ.
“ມັນແມ່ນການໝາຍໝັ້ນຕັ້ງໃຈ ໃນທົ່ວໂລກ ທີ່ຈະກ້າວຂຶ້ນແລະຮັບຜິດຊອບຂອງ
ພວກເຮົາ ຕໍ່ພວກອົບພະຍົບ ເພື່ອຈະຊອກຫາຊ່ອງທາງ ທີ່ຈະເຄົາລົບສິດທິມະນຸດ
ຂອງພວກເຂົາເຈົ້າ ເພື່ອໃຫ້ຄວາມຫວັງແກ່ພວກເຂົາເຈົ້າ ແລະເພື່ອຮັບຮູ້ເຖິງຄວາມ
ຮັບຜິດຊອບທາງກົດໝາຍທີ່ຊອບທຳ ເພື່ອໃຫ້ຄວາມປົກປ້ອງ ແລະສະໜັບສະໜູນ,”
ນັ້ນແມ່ນຄຳເວົ້າ ຂອງຮອງເລຂາທິການສະມັດຊາໃຫຍ່ ອົງການສະຫະປະຊາຊາດ
ອາມີນາ ໂມຮາແມດໃນການລົງຄະແນນສຽງເຫັນພ້ອມນຳນັ້ນ.
ທ່ານນາງ ໂມຮາແມດ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກປະເທດທັງຫຼາຍໃຫ້ ເລີ້ມຈັດຕັ້ງ
ປະຕິບັດຮ່າງລະບຽບ ໃຫ້ໄວ ເທົ່າທີ່ຈະເຮັດໄດ້.
ໃນຮອບ 18 ເດືອນຜ່ານມາ ຫຼາຍໆປະເທດທີ່ຮວມຢູ່ກັບອົງການອົບພະຍົບສະຫະປະຊາ
ຊາດ ທີ່ໄດ້ຕໍ່ລອງເອກກະສານທີ່ບໍ່ຜູກມັດ, ທີ່ແນເປົ້າໝາຍເພື່ອຈະຜ່ອນຄາຍຄວາມກົດ
ດັນຕໍ່ບັນດາປະເທດເຈົ້າພາບທີ່ພວກອົບພະຍົບ ແລະສະໜັບສະໜຸນສະພາບການ
ຂອງພວກປະເທດ ທີ່ມີປະຊາຊົນ ທີ່ຫລົບໜີອອກຈາກປະເທດຂອງພວກຕົນ ໃຫ້ກັບຄືນ
ເມືອບ້ານ.
ມີພວກອົບພະຍົບ ຫຼາຍກວ່າ 25 ລ້ານຄົນ ໃນທົ່ວໂລກແລະມີພຽງ 10 ປະ ເທດທີ່ເປັນ
ເຈົ້າພາບ 60 ເປີເຊັນຂອງພວກເຂົາເຈົ້າ. ບັນດາປະເທດເຈົ້າພາບ ທີ່ຮັບຜິດຊອບ
ສ່ວນໃຫຍ່ ແມ່ນມີລາຍໄດ້ປານກາງແລະຕ່ຳ ແລະຮວມຊຸດທີ່ສະແຫວງຫາ ຄວາມເທົ່າ
ທຽມທີ່ກະຈາຍຄວາມຮັບຜິດຊອບ ທີ່ແບ່ງປັນ ແລະຊ່ອຍໃຫ້ພວກອົບພະຍົບ ມີຄວາມ
ເພິ່ງພາຕົວເອງຫຼາຍຂຶ້ນ.
ຂ້າຫຼວງໃຫຍ່ສະຫະປະຊາຊາດ ຮັບຜິດຊອບໃນເລື້ອງອົບພະຍົບ ທ່ານຟິລິບໂປກຣານດີ
ໄດ້ຍິນດີຮັບຜ່ານ, ໂດຍກ່າວວ່າ ຄັ້ງທຳອິດທ່ານໄດ້ເຫັນພວກປະເທດ ທີ່ຮັບເອົາບາດກ້າວ
ຢ່າງເຕັມສ່ວນ ແລະກວ້າງອອກ ໃນການຮ່ວມມືກັບບັນຫາດັ່ງກ່າວ. ແຕ່ທ່ານມີຄວາມເວົ້າ
ທີ່ຮຸນແຮງ ຕໍ່ພວກປະເທດທີ່ເປັນຜູ້ທີ່ມີພວກໜີຄົນເຂົ້າເມືອງແລະອົບພະຍົບ ຢ່າງໜັກໜາ
ສາຫັດນີ້.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ