ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ປະນາມຣັດເຊຍ ໃນການເຂົ້າຢຶດຄອງແຫລມໄຄຣເມຍຢ່າງຜິດກົດໝາຍ


ຮູບພາບປະກອບ-ເຮືອລົບລໍານຶ່ງຂອງ NATO ຢູ່ໃນຮູບແບບຂອງການຕໍ່ສູ້ລະຫວ່າງການຊ້ອມລົບ Sea Breeze 2021, ໃນທະເລດໍາ, ວັນທີ 9 ກໍລະກົດ, ປີ 2021.
ຮູບພາບປະກອບ-ເຮືອລົບລໍານຶ່ງຂອງ NATO ຢູ່ໃນຮູບແບບຂອງການຕໍ່ສູ້ລະຫວ່າງການຊ້ອມລົບ Sea Breeze 2021, ໃນທະເລດໍາ, ວັນທີ 9 ກໍລະກົດ, ປີ 2021.

ຕາມການລາຍງານ ຂອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕີເຣສ (Antonio Guterres) ກ່າວຫາຣັດເຊຍວ່າ ບໍ່ປະຕິບັດຕາມພັນທະຂອງຕົນ ໃນຖານະທີ່ເປັນມະຫາອໍານາດ ຢຶດຄອງແຫລມໄຄຣເມຍ ເຊິ່ງເປັນການລະເມີດສິດທິມະນຸດລະຫວ່າງປະເທດ ແລະກົດໝາຍມະນຸດສະທໍາ. ຫົວໜ້າອົງການສະຫະປະຊາຊາດ ໄດ້ສົ່ງລາຍງານຊົ່ວຄາວຂອງຕົນໄປເຖິງສະພາສິດທິມະນຸດຈອວສະຫະປະຊາຊາດໃນວັນສຸກທີ່ຜ່ານມາ. ລິຊາ ສໄລນ໌ ມີລາຍງານໃຫ້ VOA ຈາກນະຄອນເຈເນວາ ຊຶ່ງທິບສຸດາຈະນຳມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

ຣັດເຊຍໄດ້ເຂົ້າຢຶດຄອງ ແລະປະກາດເອົາແຫລມໄຄຣເມຍ ເປັນດິນແດນຂອງຕົນຢ່າງຜິດກົດໝາຍ ຈາກຢູເຄຣນ ໃນປີ 2014. ການກະທໍາດັ່ງກ່າວໄດ້ຖືກປະນາມຢ່າງກ້ວາງຂວາງຈາກປະຊາຄົມນາໆຊາດ, ອັນໄດ້ກໍ່ໃຫ້ເກີດຄວາມຂັດແຍ້ງ ລະຫວ່າງກຸ່ມແບ່ງແຍກດິນແດນໂດຍມີຣັດເຊຍເປັນຜູ້ໜຸນຫລັງ ແລະລັດ ຖະບານ ໃນພາກຕາເວັນອອກຂອງຢູເຄຣນເມື່ອວັນທີ 6 ເມສາ, ປີ 2014.

ຂໍ້ມູນ ໃນລາຍງານຖະແຫລງການຂອງເລຂາທິການໃຫຍ່ແຫ່ງອົງການສະຫະປະຊາຊາດ ໄດ້ຖືກເກັບກຳໂດຍການຕິດຕາມຈາກໄລຍະໄກ ຍ້ອນວ່າທາງອົງ ການສະຫະປະຊາຊາດບໍ່ສາມາດເຂົ້າໄປໃນແຫລມໄຄຣເມຍເພື່ອດໍາເນີນການທີ່ ເໝາະສົມໄດ້. ລາຍງານດັ່ງກ່າວ ໄດ້ບັນທຶກການລະເມີດສິດທິມະນຸດໃນຂອບເຂດທີ່ກວ້າງຂວາງ ເຊິ່ງໄດ້ກະທໍາຜິດໂດຍໜ່ວຍຮັກສາຄວາມປອດໄພຂອງສະ ຫະພັນຣັດເຊຍຢູ່ທີ່ນັ້ນ.

ຮອງຂ້າຫລວງໃຫຍ່ສິດທິມະນຸດ ຍານາງ ນາດາ ອອລ-ນາຊິຟ໌ (Nada Al-Nashif) ໄດ້ນໍາສະເໜີບົດລາຍງານ ຕໍ່ສະພາສິດທິມະນຸດສະຫະປະຊາຊາດ. ຍານາງກ່າວວ່າ ສໍານັກງານຂອງຍານາງໄດ້ຮັບການກ່າວຫາໃໝ່ກ່ຽວກັບການທໍລະມານ ແລະການປະຕິບັດທີ່ໂຫດຮ້າຍໂດຍເຈົ້າໜ້າທີ່ຕໍາຫລວດຂອງຣັດເຊຍຕໍ່ຜູ້ຄົນທີ່ຢູ່ໃນຄວາມຄຸ້ມຄອງຂອງພວກເຂົາ, ໂດຍກ່າວວ່າ:

“ນັກໂທດຈາກເຂດໄຄຣເມຍ ໄດ້ຮ້ອງທຸກກ່ຽວກັບສະພາບການກັກຂັງທີ່ນ່າເວດ ທະນາຢູ່ສະຖານທີ່ຄຸມຂັງນັກໂທດໃນໄຄຣເມຍ ແລະສະຫະພັນຣັດເຊຍ, ເຊິ່ງອາດຖືເປັນການປະຕິບັດທີ່ບໍ່ດີ. ການປະຕິບັດລະບຽບວິໄນທີ່ມີການເຮັດແບບບໍ່ມີເຫດຜົນ ໂດຍການຈັບຂັງໃຫ້ຢູ່ໂດດດ່ຽວ, ເຊິ່ງໃຊ້ເພື່ອການລົງໂທດເລັກໆນ້ອຍໆ ຫລືການບັງຂັບຂູ່ເຂັນເອົາມູນຄວາມຈິງຕ່າງໆຈາກນັກໂທດ ເພື່ອເອົາໂທດຈາກບຸກຄົນທີ່ສາມ.”

ຜູ້ສອບສວນຂອງສະຫະປະຊາຊາດລາຍງານການຈັບກຸມແບບບໍ່ມີເຫດຜົນ 19 ຄົນ, ລວມເຖິງຊົນເຜົ່າທາທາ ຈາກເຂດໄຄຣເມຍ 11 ຄົນ, ສ່ວນໃຫຍ່ຂອງການຈັບກຸມແມ່ນໃນຂໍ້ຫາການກໍ່ການຮ້າຍ ແລະມີລະເບີດໃນຄອບຄອງຢ່າງຜິດກົດໝາຍ.

ຍານາງອອລ-ນາຊີຟ໌ກ່າວວ່າ ການເປັນສະມາຊິກໃນກຸ່ມສາສະໜາບາງກຸ່ມເຊັ່ນ ຢາໂຮວາສ໌ ວິທ໌ເນັສ ຖືກຫ້າມໂດຍສະຫະພັນຣັດເຊຍ. ຍານາງກ່າວວ່າ ຄຣິສ ຕະຈັກ ອໍໂທດັອກສ໌ຂອງຢູເຄຣນ ກໍຕົກຢູ່ພາຍໃຕ້ການກົດດັນທີ່ເພີ້ມຂຶ້ນ ແລະກໍາລັງຖືກຄຸກຄາມດ້ວຍການສູນເສຍສະຖານທີ່ສັກກາລະບູຊາທີ່ໃຫຍ່ທີ່ສຸດສອງແຫ່ງໃນໄຄຣເມຍ. ຍານາງກ່າວວ່າ ບັນດາທະນາຍຄວາມມັກຈະພົບກັບບັນຫາຕ່າງໆເວລາທີ່ດໍາເນີນການປ້ອງກັນໃນຄະດີຕ່າງໆ, ໂດຍກ່າວວ່າ:

“ສໍານັກງານໄດ້ບັນທຶກບັນດາກໍລະນີທີ່ມີເຈດຕະນາໃນການຈົງໃຈຂັດຂວາງແລະ ການລ່ວງລະເມີດບັນດາທະນາຍຄວາມທີ່ປົກປ້ອງສິດທິຂອງລູກຄວາມພວກເຂົາໃນຄະດີທີ່ມີລາຍລະອຽດສູງ ເຊິ່ງຖືກສອບສວນໂດຍໜ່ວຍບໍລິການຄວາມໝັ້ນຄົງຂອງລັດຖະບານກາງຂອງສະຫະພາບຣັດເຊຍໃນໄຄຣເມຍ. ຍິ່ງໄປກວ່ານັ້ນ, ສານຍັງໄດ້ມີການຕັດສິນວ່າມີຄວາມຜິດໃນຂະບວນການພິຈາລະນາຄະດີທີ່ມີລາຍລະອຽດສູງ ໃນຂະນະທີ່ດໍາເນີນລາຍລະອຽດຂອງການພິຈາລະນາຄະດີຢຸດຕິທໍາທີ່ບໍ່ໄດ້ຮັບຄວາມເປັນທໍາຢ່າງເຕັມທີ່.”

ຢູເຄຣນໄດ້ຍື່ນມະຕິການແກ້ໄຂບັນຫາສະບັບປັບປຸງຕໍ່ສະພາສິດທິມະນຸດສະຫະປະຊາຊາດ ໂດຍໃຫ້ເພີ້ມມາດຕະການຂວໍ້າບາດທາງດ້ານການເມືອງ ແລະເສດ ຖະກິດ ເພື່ອຊຸກຍູ້ໃຫ້ຣັດເຊຍຢຸດຕິການຮຸກຮານ ແລະການລະເມີດສິດທິມະນຸດ.

ໃນການຕອບໂຕ້, ຣັດເຊຍກ່າວໂທດຢູເຄຣນວ່າ ລະເລີຍຕໍ່ສິດທິມະນຸດໃນດິນ ແດນຂອງຕົນ, ໂດຍໃຫ້ຂໍ້ສັງເກດວ່າ ສະຖານະການຂອງພວກຊົນຊາດຊົນເຜົ່າ ແລະພາສາຂອງພວກຊົນກຸ່ມນ້ອຍ ຢູ່ໃນຢູເຄຣນ ແມ່ນຢູ່ໃນສະພາບທີ່ໜ້າເປັນ
ຫ່ວງ.

A report by U.N. Secretary-General Antonio Guterres accuses Russia of failing to abide by its obligations as the occupying power in Crimea in violation of international human rights and humanitarian law. The U.N. chief submitted his interim report Friday to the U.N. Human Rights Council. Lisa Schlein reports for VOA from Geneva.

Russia illegally seized and annexed the Crimean peninsula from Ukraine in early 2014. This action, which has been widely condemned by the international community, triggered a conflict between Russian-backed separatists and the government in eastern Ukraine on April 6, 2014.
Information in the secretary-general's report was gathered through remote monitoring because the U.N. was unable to enter Crimea to conduct a proper investigation. The report documents a wide range of human rights violations committed by Russian Federation security officials on the ground.

The deputy high commissioner for human rights, Nada Al-Nashif, presented the report to the U.N. council. She says her office has received new allegations of torture and ill-treatment committed by Russian law enforcement agents against people in their custody.

“Detainees from Crimea complained about poor conditions of detention in penitentiary institutions in Crimea and in the Russian Federation, which could amount to ill-treatment. Arbitrary placement in disciplinary cells, often in the form of solitary confinement, was used as a form of punishment for minor disciplinary offences or as a method to coerce statements from detainees to incriminate third parties.”

U.N. investigators have recorded the arbitrary arrests of 19 persons, including 11 Crimean Tatars, most on charges of terrorism and illegal possession of explosives.

Al-Nashif says membership in certain religious groups, such as the Jehovah’s Witnesses, are banned by the Russian Federation. She says the Orthodox Church of Ukraine has come under increasing pressure and is threatened with the loss of its two largest places of worship in Crimea. She says lawyers often get into trouble when defending such cases.

“The office documented cases of deliberate hindrance and harassment of lawyers who actively defended the rights of their clients in high profile cases investigated by the Federal Security Service of the Russian Federation in Crimea. Furthermore, courts continued to deliver guilty verdicts in high profile proceedings during which fair trial guarantees were not fully respected.”

Ukraine has submitted an updated resolution to the Council urging increased political and economic sanctions to encourage Russia to end its aggression and human rights violations.

In response, Russia has accused Ukraine of neglecting human rights on its own territory, noting the situation of ethnic and linguistic communities in Ukraine was concerning.

((Lisa Schlein, for VOA News, Geneva))

XS
SM
MD
LG