ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຄົ້ນ​ຄວ້າ ກ່າວ​ວ່າ ກ້ອງ​ຖ່າຍ​ຮູບ ທີ່​ໃຊ້ຢູ່​ດາວ ອັງ​ຄານ ສາ​ມາດ ໃຊ້ຖ່າຍພາບ ຄວັນ ​ມົນ​ລະ​ພິດ ໃນ​ອາ​ກາດ ຢູ່​​ໂລກ​ໄດ້


ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ໝອກ​ຄວັນ​​ມົນ​ລະ​ພິດ ຢູ່​ຕໍ່​ໜ້າ​ປະ​ຕູ​ໂຂງ​ໃຫຍ່​ແຫ່ງ​ນຶ່ງ ໃນ​ນະ​ຄອນນິວ​ເດລີ ຂອງ​ອິນ​ເດຍ​ໃນ ວັ​ນ​ທີ 29 ຕຸ​ລາ 2018
ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ໝອກ​ຄວັນ​​ມົນ​ລະ​ພິດ ຢູ່​ຕໍ່​ໜ້າ​ປະ​ຕູ​ໂຂງ​ໃຫຍ່​ແຫ່ງ​ນຶ່ງ ໃນ​ນະ​ຄອນນິວ​ເດລີ ຂອງ​ອິນ​ເດຍ​ໃນ ວັ​ນ​ທີ 29 ຕຸ​ລາ 2018

ເທັກ​ໂນ​ໂລ​ຈີ ທີ່​ໃຊ້​ຢູ່​ເທິງ​ອະ​ວະ​ກາດອາດ​ຈະ​ແພງ ແຕ່​ວ່າມັນ​ກໍມີ​ຜົນ​ປະ​ໂຫຍດທີ່​ໃຊ້
​ໄດ້​ຕົວ​ຈິງ ຢູ່ເທິງ​ໜ້າ​ໂລກຂອງ​ພວກ​ເຮົາ​ໜີ້. ການ​ເວົ້າໃນທີ່ນີ້​ກໍ​ຄື: ພາບ​ທີ່​ມີລະ​ດັບ​
ຄວາມ​ຊັດເຈນ​ສູງ ຫລາຍ​ພັນ​ອັນ ​ທີ່​ຖ່າຍຈາກ​ເນື້ອ​ທີ່​ ໃນ​ດາວພະ​ອັງ​ຄານໂດຍ​ຍານ
​ສຳ​ຫລວດ​ຢູ່​ເທິງດາວພະ​ອັງ​ຄານ​ສອງ​ອັນ ຄື ຍານ Spirit ກັບຍານ Opportunity.
ດຽວນີ້ ພວກ​ນັກ​ຄົ້ນ​ຄວ້າ ທີ່​ມະ​ຫາ​ວິ​ທະ​ຍາ​ໄລຄາເນກີ ແມ​ລ​ລັນ ໃນ​ເມືອງ​ພີ​ສ​ເບີກກຳ​
ລັງ​ໃຊ້ເທັກ​ໂນ​ໂລ​ຈີ​ແບບ​ດຽວ​ກັນ​ນີ້ ເພື່ອ​ວິ​ໄຈ​ມົນ​ລະ​ພິດ​ໃນ​ອາ​ກາດຢູ່​ໜ່ວຍ​ໂລກ​ຂອງ​
ພວກ​ເຮົາ. ນັກ​ຂ່າວ​ວີ​ໂອ​ເອ ຈອດ​ຈ໌ ປູ​ຕິກ​ສ໌ (George Putic) ມີ​ລາຍ​ງານ​ກ່ຽວ​ກັບ​
ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເມື່ອ​ພາບ​ຖ່າຍ​ຊຸດ​ທຳ​ອິດ​ສົ່ງມາ​ຈາກ​ດາວພະອັງ​ຄານ​ມາຮອດໜ້າ​ໂລກ ພວກ​ນັກ​ຄົ້ນ​ຄວ້າ
ທີ່​ມະ​ຫາ​ວິ​ທະ​ຍາ​ໄລຄາເນກີ ແມ​ລ​ລັນ ​ແມ່ນມີ​ຄວາມ​ປະ​ທັບ​ໃຈ ​ຫລາຍ.

ຄວັນ ທີ່​ປ່ອຍ​ອອກ​ມາ​ຈາກບ່ອນ​ໄຟ​ໄໝ້​ເຮືອ​ແກ່​ນ້ຳ​ມັນ​ຂອງ​ອີ​ຣ່ານ ຢູ່​ແຂວງ ຊານ​ສີ, ເຂດ​ທະ​ເລ​ຈີນຕາ​ເວັນ​ອອກ ຢູ່​ໃກ້​ຝັ່ງ​ທ​ະ​ເລ​ທາງ​ຕາ​ເວັນ​ອອກ​ຂອງ​ຈີນ ໃນ​ວັນ​ທີ 14 ກໍ​ລະ​ກົດ 2018
ຄວັນ ທີ່​ປ່ອຍ​ອອກ​ມາ​ຈາກບ່ອນ​ໄຟ​ໄໝ້​ເຮືອ​ແກ່​ນ້ຳ​ມັນ​ຂອງ​ອີ​ຣ່ານ ຢູ່​ແຂວງ ຊານ​ສີ, ເຂດ​ທະ​ເລ​ຈີນຕາ​ເວັນ​ອອກ ຢູ່​ໃກ້​ຝັ່ງ​ທ​ະ​ເລ​ທາງ​ຕາ​ເວັນ​ອອກ​ຂອງ​ຈີນ ໃນ​ວັນ​ທີ 14 ກໍ​ລະ​ກົດ 2018

ທ່ານ ແຣນ​ດີ ຊາ​ເຈັນທ໌ (RANDY SARGENT) ນັກ​ຄົ້ນ​ຄວ້າ ທີ່​ມະ​ຫາ​ວິ​ທະ​ຍາ​ໄລຄາ
ເນກີ ແມ​ລ​ລັນ​ເວົ້າ​ວ່າ:
"ເຈົ້າ​ເກືອບ​ວ່າ ສາ​ມາດ​ວາດ​ພາບ​ໄດ້​ເລີຍ ​ວ່າເຈົ້າ​ຢູ່​ເທິງ​ດາວພະອັງ​ຄານ ແລະ​ຄ້າຍ​
ຄືກັບ​ວ່າ​ ຈະ​ຕ້ອມ​ສາຍ​ຕາ​ຈ້ອງ​ໄປ​ໃສ່ກ້ອນ​ຫີນ​ສະ​ເພາະ​ກ້ອນ​ນຶ່ງ ແລະ​ຮຽນ​ຮູ້​ສິ່ງ​ໃດ
ສິ່ງ​ນຶ່ງ​ຈາກນັ້ນ."

ເມື່ອສອງ ສາມ​ປີ ກ່ອນ​ ພວກ​ເພິ່ນ​ໄດ້​ຕິດ​ຕັ້ງ​ສິ່ງ​ທີ່​ເອີ້ນ​ວ່າ ກ້ອງ​ຖ່າຍ​ຮູບເອົາ​ເມກໝອກ
ທີ່ສາ​ມາດ​ທຽບ​ເທົ່າ​ກັບ​ບັນ​ດາ​ກ້ອງ​ຖ່າຍ​ຮູບ ​ທີ່​ໃຊ້​ຢູ່​ເທິງດາວພະອັງ​ຄານເພື່ອ​ຖ່າຍພາບ
​ທີ່​ຄົມ​ຊັດ ​ເອົາ​ເມືອງ​ພີ​ສ​ເບີກ-ທຸກໆ 5 ວິນາ​ທີ, ຕະ​ຫລອດທັງກາງ​ເວັນ ແລະກາງ​ຄືນ.

ພາບ​ຖ່າຍ​ໃນ​ວັນ​ທີ 23 ມັງ​ກອນ, 2018 ສະ​ແດງ​ໃຫ້​ເຫັນ​ຍາກ​ອະ​ວະ​ກາດ​ສຳ​ຫລວດ​ທັງ​ດາວ​ພະ​ອັງ​ຄານ ທີ່​ຕິດ​ກ້ອງ​ຖ່າຍ​ຮູບທີ່​ມີ​ຄວາມ​ຄົມ​ສັດ​ສູງ ໄດ້​ສົ່ງ​ພາບ​ມາ​ໃຫ້ ພວກ​ນັກ​ຄວ້າ​ຄວ້າ ທີ່​ໜ້າ​ໂລກ
ພາບ​ຖ່າຍ​ໃນ​ວັນ​ທີ 23 ມັງ​ກອນ, 2018 ສະ​ແດງ​ໃຫ້​ເຫັນ​ຍາກ​ອະ​ວະ​ກາດ​ສຳ​ຫລວດ​ທັງ​ດາວ​ພະ​ອັງ​ຄານ ທີ່​ຕິດ​ກ້ອງ​ຖ່າຍ​ຮູບທີ່​ມີ​ຄວາມ​ຄົມ​ສັດ​ສູງ ໄດ້​ສົ່ງ​ພາບ​ມາ​ໃຫ້ ພວກ​ນັກ​ຄວ້າ​ຄວ້າ ທີ່​ໜ້າ​ໂລກ

ໂດຍ​ການ​ເອົາມັນ​ຕິດ​ຕໍ່ໃສ່​ກັນ​ໄວ້, ວີ​ດິ​ໂອ​ທີ່​ເລື່ອມ​ກັນ​ນີ້ ຈະສະ​ແດງ​ໃຫ້​ເຫັນ​ລາຍ​ລະ​ອຽດ
ທີ່​ໜ້າ​ສົນ​ໃຈ​ບາງ​ຢ່າງ.

ທ່ານ ຊາ​ເຈັນທ໌ (SARGENT) ກ່າວ​ເພີ້ມ​ອີກວ່າ
"ພວກ​ເຮົາ​ຈະມອງ​ເຫັນລະ​ອອງ​ເບົາໆ ປ່ອຍ​ອອກ​ມາ​ຈາກສະ​ຖານ​ທີ່​ຕ່າງໆ. ແລະ​ຈາກ
ຈຸດນັ້ນ ພວກ​ເຮົາ​ກໍຈະກັບ​ມາເຊື່ອມ​ຕໍ່​ໃສ່​ຄົນ ທີ່​ອາ​ໄສ​ຢູ່​ໃກ້​ກັບ​ສະ​ຖານ​ທີ່​ຕ່າງໆ ທີ່​
ເວົ້າ​ວ່າ: ພວກ​ເຮົາ​ສາ​ມາດ​ໃຊ້​ກ້ອງ​ຖ່າຍ​ຮູບ​ທີ່​ຄ້າຍ​ຄື​ກັນ​ນີ້ ເພື່ອ​ບັນ​ທຶກ​ສິ່ງ​ທີ່​ອາດ​ຈະ​
ເກີດ​ຂຶ້ນ​ໄດ້​ບໍ່?"

ກ້ອງຖ່າຍຮູບດັ່ງກ່າວ ບໍ່ສາມາດທີ່ຈະວິໄຈສິ່ງບັນຈຸຢູ່ໃນລະ​ອອງ​ເບົາໆ ທີ່ເກີດຂຶ້ນບາງ
ຄັ້ງຄາວ, ທີ່ເອີ້ນກັນວ່າ ຄວນລະອອງທີ່ປະກົດອອກມາເປັນໄລຍະສັ້ນໆນັ້ນ​ໄດ້ ແຕ່ວ່າ ທ່ານຊາເຈັນທ໌ ເວົ້າວ່າ ມັນກໍເຮັດໃຫ້ພວກເພິ່ນສາມາດທີ່ຈະທໍາການຄາດເດົາຢ່າງມີ
ການສຶກສາໄດ້.

ຄົນ​ທີ່​ຍ່າງ​ຢູ່​ໃນ​ນະ​ຄອນ​ປັກ​ກິ່ງ ພາ​ກັນ​ໃສ່​ໜ້າ​ກາກ​ປ້ອງ​ກັນ​ຄວັນ ມົນ​ລະ​ພິດ ເມື່ອ​ຍ່າງ​ໄປ​ມາ ໃນ​ໃຈ​ກາງ​ເມືອງ ໃນ​ວັນ​ທີ 21 ທັນ​ວາ, 2016
ຄົນ​ທີ່​ຍ່າງ​ຢູ່​ໃນ​ນະ​ຄອນ​ປັກ​ກິ່ງ ພາ​ກັນ​ໃສ່​ໜ້າ​ກາກ​ປ້ອງ​ກັນ​ຄວັນ ມົນ​ລະ​ພິດ ເມື່ອ​ຍ່າງ​ໄປ​ມາ ໃນ​ໃຈ​ກາງ​ເມືອງ ໃນ​ວັນ​ທີ 21 ທັນ​ວາ, 2016

ທ່ານກ່າວດັ່ງນີ້ "ຍົກຕົວຢ່າງ ຖ້າຫາກເຮົາຫາກເບິ່ງສະຖານທີ່ຜະລິດຖ່ານ​ ສໍາລັບເຮັດ
ເຫລັກ ແລະ​ພວກ​ເຮົາ​ຮູ້ຢ່າງ​ຂ້ອນ​ຂ້າງກວ້າງໆ​ວ່າ ການ​ປ່ອຍຄວັນ​ສີ​ດຳ, ສີຂີ້ເຖົ່າ ຫລື
​ສີ​ນ້ຳ​ຕານ ຫລື ແມ່ນ​ແຕ່​ສີ​ເຫລືອງ​ອອກ​ມານັ້ນ ອາດ​ໝາຍ​ຄວາມ​ວ່າ​ແນວ​ໃດ."


ມົນ​ລະ​ພິດ​ໃນ​ອາ​ກາດ​ຢູ່​ເມືອງ​ພີ​ສ​ເບີກ ແມ່ນ​ເປັນ​ສາ​ເຫດ​ນຶ່ງ​ໃນ​ຫລາຍໆ ສາ​ເຫດ ທີ່​ພາ
​ໃຫ້​ເກີດ​ໂຣກຫືດ ແລະ​ບັນ​ຫາ​ທາງ​ການ​ຫາຍ​ໃຈ​ອັນ​ອື່ນ ຢູ່​ໃນ​ເມືອງນັ້ນ. ທ່ານ​ຊາ​ເຈັນ​ທ໌
ເວົ້າ​ອີກວ່າ ພາບ​ທີ່​ມີ​ຄວາມ​ຄົມ​ຊັດ​ສູງ ໝາຍ​ຄວາມ​ວ່າ ບັດ​ນີ້ ປະ​ຊາ​ຊົນ​ສາ​ມາດ​ເຫັນ​ໄດ້
​ວ່າມົນ​ລະ​ພິດນັ້ນ ມາ​ຈາກ​ໃສ.

ທ່ານ​ກ່າວ​ດັ່ງ​ນີ້ "ພວກ​ເຮົາ​ໄດ້​ເຫັນ​ປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້ຄືນ​ໃນ​ຫລາຍ​ແບບຈາກ​ປວງ
​ຊົນ ແລະ ຈາກ​ອຸດ​ສາ​ຫະ​ກຳ."

ພວກ​ນັກ​ຄົ້ນ​ຄວ້າ​ຈຳ​ນວນ​ນຶ່ງ ໂດຍ​ສ່ວນ​ໃຫຍ່ ​ແມ່ນ​ຈາກ​ຈີນ ໄດ້​ໄປ​ຢ້ຽ​ມ​ຢາມ ມະ​ຫາ​ວິ​ທະ
​ຍາ​ໄລ​ດັ່ງ​ກ່າວ --ເພື່ອ​ພິ​ຈາ​ລະ​ນາ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້ ທີ່​ຈະ​ໃຊ້​ເທັກ​ໂນ​ໂລ​ຈີ​ດັ່ງ​ກ່າວ
​ເຂົ້າ​ໃນ​ການ​ວິ​ໄຈ​ອາ​ກາດ​ຢູ່​ໃນ​ຕົວ​ເມືອງທີ່​ມີ​ໝອກ​ຄວັນ​ຕຶບ​ໜາ​ຫລາຍ​ທີ່​ສຸດ ​ຈຳ​ນວນ​
ນຶ່ງຂອງພວກ​ເຂົາ​ເຈົ້າ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG