ອົງການຊ່ວຍເຫຼືອສະຫະປະຊາຊາດ ທີ່ໃຫ້ການຊ່ວຍເຫຼຶອແກ່ອົບພະຍົບ ບໍ່ໄດ້ຮັບເງິນ
ທຶນກ້ອນໃໝ່ ໃນວັນຈັນວານນີ້ ໃນຂະນະທີ່ໄດ້ປະເຊີນໜ້າ ກັບການຖືກລົບກວນ ຄັ້ງ
ໃຫຍ່ ຕໍ່ໂຄງການຂອງຕົນ ຫຼັງຈາກໄດ້ຖືກຕັດທຶນຢ່າງຫຼວງຫຼາຍຈາກລັດຖະບານທ່ານ
ທຣໍາ.
ໃນເດືອນກໍລະກົດທີ່ຜ່ານມາ ລັດຖະບານໄດ້ບອກໃຫ້ ອົງການບັນເທົາທຸກສະຫະປະ
ຊາຊາດ ແລະອົງການທີ່ເຮັດວຽກ ໃຫ້ແກ່ຊາວອົບພະຍົບປາແລສໄຕນ໌ ທີ່ຮູ້ກັນໃນຊື່
UNRWA ນັ້ນ ວ່າຕົນຈະບໍລິຈາກ 60 ລ້ານໂດລາໃຫ້ແກ່ງົບປະມານສຳລັບໂຄງການ
ປີ 2018 ຫຼຸດລົງຈາກຫຼາຍກວ່າ 300 ລ້ານໂດລາໃນປີ 2017.
ຄະນະກຳມາທິການທົ່ວໄປຂອງອົງການ UNWRA ທ່ານປີແອ ກຣາເຮັນບູລ ກ່າວຕໍ່
ບັນດາຜູ້ບໍລິຈາກວ່າ “ໃນການປະເຊີນໜ້າກັບວິກິດການດ້ານທຶນຮອນທີ່ຮ້າຍແຮງຢູ່
ໃນປະຫວັດສາດຂອງພວກເຮົາ ພວກເຮົາບໍ່ໄດ້ມີເວລາເຫັນຄວາມຂີ້ຮ້າຍໄປກວ່ານີ້ ຫຼື
ການບໍ່ສາມາດຕັດສິນໃຈ ທີ່ພວກເຮົາເຮັດໄດ້ຢ່າງວ່ອງໄວ. ການເລີ້ມຍຸດທະສາດ ໃນ
ທຸກດ້ານໃນເດືອນມັງກອນ ເພື່ອຂົນຂວາຍການສະ ໜັບສະໜູນ ອູ້ມຊູໂຄງການຂອງ
ພວກເຮົາໃຫ້ຢູ່ຄາທີ່ ແລະປ້ອງກັນວິກິດການມະນຸດສະທໍາຈາກການການແຜ່ລາມ
ຜ່ານຂົງເຂດທີ່ບໍ່ມີຄວາມທຸ່ນທ່ຽງ.”
ຫຼັງຈາກກອງປະຊຸມຜູ້ບໍລິຈາກສຸກເສີນໃນເດືອນມີນາ ທີ່ຫາເງິນໄດ້ 100 ລ້ານໂດລາ
ແລະໄດ້ຮັບການບໍລິຈາກເພີ້ມຂຶ້ນ ຈາກຊາອຸດີ ອາຣາເບຍ ແລະກາຕາ 50 ລ້ານໂດລາ
ໃນແຕ່ລະບ່ອນ ອົງການດັ່ງກ່າວຍັງຊອກຫາອີກ 250 ລ້ານໂດລາເພື່ອຮັກສາໂຄງການ
ຕ່າງໆໃຫ້ຢູ່ໄດ້ໃນການຊ່ວຍເຫຼືອຊາວອົບພະຍົບປາແລສໄຕນ໌ ຫຼາຍກວ່າ 5 ລ້ານ 3
ແສນຄົນຢູ່ແຫຼມກາຊາ ເຂດແຄມຝັ່ງຕາເວັນຕົກ ຂອງແມ່ນໍ້າ ຈໍແດນ ເລບານອນ ແລະ
ຊີເຣຍ.
ທ່ານກຣາເຮັນບູລ ໄດ້ເຕືອນວ່າ “ປັດຈຸບັນນີ້ ພວກເຮົາບໍ່ມີລາຍໄດ້ເພື່ອຄໍ້າ ປະກັນວ່າ
ບັນດາໂຮງຮຽນຈະເປີດກົງເວລາ ໃນເດືອນສິງຫາຈະມາເຖິງນີ້. ອົງການ UNRWA
ໃຫ້ການຊ່ວຍເຫຼືອດ້ານການສຶກສາແກ່ເດັກນ້ອຍຫຼາຍກວ່າ 5 ແສນຄົນທີ່ເປັນນັກຮຽນ.
ທ່ານກ່າວເພີ້ມອີກວ່າ “ໃນການຂາດເຂີນເງິນທຶນໃໝ່ທີ່ສຳຄັນ ພວກເຮົາຕ້ອງໄດ້ເລີ້ມຫາລືກ່ຽກວັບວິກິດການທີ່ມີຄວາມຍາກລຳບາກໃນເດືອນກໍລະກົດທີ່ເປັນຜົນ ກະທົບຕໍ່
ລະດັບການບໍລິການຕ່າງໆ ພ້ອມທັງພະນັກງານຂອງພວກເຮົາ. ປະມານ 90 ເປີເຊັນ
ຂອງພະນັກງານ ອົງການ UNRWA ເຂົາເຈົ້າເອງກໍ່ແມ່ນອົບພະຍົບປາແລສໄຕນ໌.
ທ່ານກ່າວວ່າ ການຕັດເງິນທຶນ ຈະເປັນຜົນກະທົບຕໍ່ການປະຕິບັດງານສຸກເສີນ ຢູ່ເຂດ
ແຄມຝັ່ງຕາເວັນຕົກ ຂອງແມ່ນໍ້າ ຈໍແດນ ພ້ອມດ້ວຍເຮັດໃຫ້ເປັນອັນຕະລາຍຕໍ່ການ