ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ສ​ປ​ຊ ຮ້ອງ​ຂໍເງິນຊ່ວຍເຫຼືອ 1.7 ຕື້ໂດລາ ເພື່ອຊ່ວຍເຫຼືອຊາວອົບພະຍົບຢູເຄຣນ ໃນຂະນະທີ່ຄວາມຂັດແຍ້ງຍິ່ງເພີ້ມທະວີຂຶ້ນ


ຜູ້ອົບພະຍົບທີ່ໜີອອກຈາກ ຢູເຄຣນ ເນື່ອງຈາກສະຖານະການສົງຄາມ ເດີນທາງໄປຮອດເມືອງທິສຊາເບັກສ໌ (Tiszabecs), ປະເທດຮັງກາຣີ, ວັນທີ 1 ມີນາ 2022.
ຜູ້ອົບພະຍົບທີ່ໜີອອກຈາກ ຢູເຄຣນ ເນື່ອງຈາກສະຖານະການສົງຄາມ ເດີນທາງໄປຮອດເມືອງທິສຊາເບັກສ໌ (Tiszabecs), ປະເທດຮັງກາຣີ, ວັນທີ 1 ມີນາ 2022.

ອົງການສະຫະປະຊາຊາດຮ້ອງຂໍເງິນໃນຈໍານວນ 1 ຕື້ 700 ລ້ານໂດລາເພື່ອຈັດສົ່ງຄວາມຊ່ວຍເຫຼືອທາງດ້ານມະນຸດສະທໍາໃນທັນທີ ໃຫ້ແກ່ປະຊາຊົນຊາວ ຢູເຄຣນ ແລະຜູ້ອົບພະຍົບ ໃນປະເທດເພື່ອນບ້ານໃກ້ຄຽງ.
ອີງຕາມລາຍງານຂອງອົງການສະຫະປະຊາຊາດ, ມີຊາວ ຢູເຄຣນ ປະມານ 12 ລ້ານຄົນຈະຕ້ອງໄດ້ຮັບການສະໜັບສະໜຸນ ແລະຊ່ວຍບັນເທົາທຸກໃນຄວາມຂັດແຍ້ງລະຫວ່າງ ຣັດເຊຍ ແລະ ຢູເຄຣນ ທີ່ເພີ້ມຂຶ້ນນັບມື້. ໃນຈໍານວນຜູ້ອົບພະຍົບຊາວ ຢູເຄຣນ 4 ລ້ານຄົນນັ້ນ ຄາດການວ່າ ຈະຕ້ອງໄດ້ຮັບການປົກປ້ອງໃນບັນດາປະເທດໃກ້ຄຽງ ພາຍໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້ ເຊິ່ງ ຣັດເຊຍ ໄດ້ຮຸກຮານເຂົ້າໄປປະເທດ ຢູເຄຣນ ໃນອາທິດທີ່ຜ່ານມາ.

ຫົວໜ້າທາງດ້ານມະນຸດສະທໍາແຫ່ງອົງການສະຫະປະຊາດ ທ່ານມາຣ໌ຕິນ ກຣິບຟິດທ໌ (Martin Griffiths) ກ່າວໃນຂະນະທີ່ຈໍານວນຜູ້ບາດເຈັບ ແລະເສຍຊີວິດ ໄດ້ເພີ້ມຂຶ້ນຢ່າງໄວວາ.

“ຫຼາຍໆຄອບຄົວພ້ອມດ້ວຍເດັກນ້ອຍ ໄດ້ພາກັນລົງໄປລີ້ຢູ່ໃນຫ້ອງໃຕ້ດິນ ແລະສະຖານີລົດໄຟໃຕ້ດິນ ຫຼືແລ່ນໜີເພື່ອເອົາຊີວິດລອດຈາກສຽງລະເບີດທີ່ເປັນຕາຢ້ານ ແລະສຽງກ້ອງກັງວານຂອງສັນຍານເຕືອນໄພ,” ທ່ານ ກຣິບຟິດທ໌ ກ່າວ. “ຈໍານວນຜູ້ບາດເຈັບ ແລະເສຍຊີວິດເພີ້ມຂຶ້ນຢ່າງໄວວາ, ນີ້ແມ່ນຊ່ວງເວລາແຫ່ງຄວາມມືດທີ່ສຸດສໍາລັບປະຊາຊົນຊາວ ຢູເຄຣນ. ພວກເຮົາຈໍາເປັນທີ່ຈະຕ້ອງເພີ້ມຄວາມຮັບຜິດຊອບຂອງພວກເຮົາໃນທັນທີ ໂດຍການປົກປ້ອງຊີວິດ ແລະສັກສີຂອງປະຊາຊົນສາມັນຊາວຢູເຄຣນ, ພວກເຮົາຕ້ອງຕອບສະໜອງພວກເຂົາເຈົ້າດ້ວຍຄວາມເຫັນອົກເຫັນໃຈ ແລະລວມເປັນຈິດນຶ່ງໃຈດຽວກັນ.”

ອົງການສະຫະປະຊາຊາດຮ້ອງຂໍເງິນຈໍານວນ 1 ຕື້ 100 ລ້ານ ເພື່ອຊ່ວຍເຫຼືອປະຊາຊົນຊາວ ຢູເຄຣນ ທີ່ຢູ່ໃນປະເທດຈໍານວນ 6 ລ້ານຄົນພາຍໃນສາມເດືອນຂ້າງໜ້ານີ້. ເງິນເຫຼົ່ານີ້ຈະນໍາໄປເພື່ອເປັນເງິນຊ່ວຍເຫຼືອໃນດ້ານຕ່າງໆ, ອາຫານ, ນໍ້າ ແລະສຸຂະອະນາໄມ, ທາງດ້ານສຸຂະພາບ, ການສຶກສາ ແລະການຊ່ວຍເຫຼືອທາງດ້ານທີ່ພັກພາອາໄສ ເພື່ອສ້ອມແປງເຮືອນຊານທີ່ຖືກທໍາລາຍ.

ດ້ວຍຈໍານວນປະມານເຄິ່ງລ້ານຄົນຂອງປະຊາຊົນຊາວ ຢູເຄຣນ ທີພາກັນຫລົບໜີອອກຈາກປະເທດໃນແຕ່ລະມື້, ຂ້າຫຼວງໃຫຍ່ສໍາລັບຜູ້ລີ້ໄພແຫ່ງອົງການສະຫະປະຊາຊາດ ທ່ານຟີລິບໂປ ແກຣນດີ (Filippo Grandi)​ ກ່າວວ່າ ເບິ່ງຄືວ່າສະຖານະການເຫຼົ່ານີ້ ຈະກາຍມາເປັນ “ວິກິດການຜູ້ອົບພະຍົບທີ່ໃຫຍ່ທີ່ສຸດຂອງຢູໂຣບ ຢູ່ໃນສັດຕະວັດນີ້.”

ທ່ານ ແກຣນດີ ກ່າວວ່າ “ໃນຂະນະທີ່ພວກເຮົາໄດ້ເຫັນຄວາມເປັນຈິດນຶ່ງໃຈດຽວກັນ ແລະການຕ້ອນຮັບຊ່ວຍເຫຼືອຢ່າງຫຼວງຫຼາຍຂອງປະເທດເພື່ອນບ້ານຕ່າງໆໃນການຮັບເອົາຜູ້ອົບພະຍົບທັງຫຼາຍເຫຼົ່ານັ້ນ ລວມເຖິງຈາກຊຸມຊົນໃນທ້ອງຖິ່ນ ແລະໂດຍບຸກຄົນ, ການເພີ້ມການສະໜັບສະໜຸນ ແມ່ນມີຄວາມຈໍາເປັນໃນການຊ່ວຍເຫຼືອ ແລະປົກປ້ອງຜູ້ທີ່ກໍາລັງມາຮອດໃໝ່.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG