ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທຣຳ ຕ້ອນຮັບ ຄະນະທູ​ດ​ພິເສດ ສປຊ ເພື່ອຫາລື ໃນການເຈລະຈາ ກັບ ກຸ່ມຕາ​ລິີບານ


ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ (Donald Trump), ຮ່ວມກັບເອກອັກຄະລັດຖະທູດສະຫະລັດ ປະຈຳ
ອົງການສະຫະປະຊາຊາດ ທ່ານນາງນິກກີ ເຮລີ (Nikki Haley) (ຂວາ), ກ່າວໃນການຮັບປະທານອາຫານກາງເວັນ ທີ່ທຳນຽບຂາວ, 29 ມັງກອນ 2018.
ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ (Donald Trump), ຮ່ວມກັບເອກອັກຄະລັດຖະທູດສະຫະລັດ ປະຈຳ ອົງການສະຫະປະຊາຊາດ ທ່ານນາງນິກກີ ເຮລີ (Nikki Haley) (ຂວາ), ກ່າວໃນການຮັບປະທານອາຫານກາງເວັນ ທີ່ທຳນຽບຂາວ, 29 ມັງກອນ 2018.

ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້ປະຕິເສດເຖິງຄວາມເປັນໄປໄດ້ທີ່ຈະ
ເຈລະຈາ ​ກັບ​ກຸ່ມ​ຕາ​ລິ​ບານ​ໃນ​ອັຟກາ​ນິສຖານ ​ໂດຍປະຕິຍານ​ວ່າ ຈະ​ກຳ​ຈັດ​ພວກ​ເຂົາ
ຫຼັງຈາກໄດ້ມີ​ຄື້ນຟອງການ​ໂຈມ​ຕີ​ກໍ່​ການ​ຮ້າຍ ​ໃນນະຄອນຫຼວງ​ກາ​ບູລ ທີ່​ສັງຫານຜູ້​ຄົນ
ຫຼາຍຮ້ອຍ​ຄົນ ​ແລະ​ບາດ​ເຈັບ​ອີກ ຫຼາຍ​ຮ້ອຍ​ຄົນ​.

ໃນການ​ພົບ​ປະ​ກັບຄະນະທູ​ດ​ພິເສດຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ
ທີ່​ ທຳນຽບຂາວ ​ໃນ​ວັນ​ຈັນ​ວານ​ນີ້, ທ່ານ​ທຣຳ ​ໄດ້ກ່າວ​ວ່າ ທ່ານ​ໄດ້​ຍົກເອົາ​ບັນຫາ​ ທີ່​ວ່າ
“​ແມ່ນ​ຫຍັງ​ ທີ່​ພວກ​ເຮົາ​ສາມາດເຮັດ​ໄດ້ຫລາຍກວ່ານີ້ ເພື່ອ​ເອົາ​ຊະນະ” ກຸ່ມ​ກໍ່​ການ​ຮ້າຍ​
ນີ້ ແລະ​ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ຈະ​ບໍ່​ມີ​ການ​ເຈລະຈາ​ໃດ​ໆກັບ​ກຸ່ມ​ກໍ່​ການ​ຮ້າຍຕາ​ລິ​ບານ,”
ຊຶ່ງ​ທ່ານ ​ໄດ້​ກ່າວ​ວ່າ ​ເບິ່ງ​ຄື​ວ່າ ຈະເປັນການສິ້ນສຸດ ໃນການແກ້ໄຂທາງ​ການ​ທູດຕໍ່​ບັນຫາ
ຂັດແຍ້ງພາຍ​ໃນ​ທີ່​ຍືດ​ເຍື້ອຍາວ​ນານ​ຂອງ​ອັຟກາ​ນິສຖານ.

“ພວກ​ເຂົາໄດ້​ສັງຫານ​ຜູ້​ຄົນ​ໄປ​ທົ່ວ. ພວກ​ຜູ້​ຄົນ​ທີ່​ບໍລິສຸດ ​ແມ່ນ​ໄດ້​ຖືກ​ສັງຫານ ທັງ​ທາງ
​ຊ້າຍແລະ​ຂວາ,”
ທ່ານ​ທຣຳ ຈະ​ໄປ​ຢ້ຽມຢາມ​ບັນດາ​ນັກ​ການ​ທູດ. ທ່ານ​ຍັງ​ໄດ້​ກ່າວ​ເພີ່ມ
​ຕື່ມ​ວ່າ “ການລະ​ເບີດ, ທີ່ໄດ້​ສັງຫານ​ຜູ້ຄົນໃນ​ທົ່ວ​ອັຟກາ​ນິສຖານ. ​ເພ​າະສະ​ນັ້ນ​ພວກ​
ເຮົາ​ບໍ່​ຢາ​ກ​ເຈລະຈາກັບ​ພວກ​ຕາ​ລີ​ບານ. ມັນ​ອາດ​ຈະ​ມີ​ເວລາ​ນັ້ນ ​ແຕ່​ວ່າ ມັນ​ຈະ​ໃຊ້​
ເວລາ​ນານ.”

ເຊີນຊົມ: ສາຍພົວພັນລະຫວ່າງສະຫະລັດ ກັບອັຟການິສຖານ

Trump: Recent Violence Proves There is No Point in Talking to Taliban
please wait

No media source currently available

0:00 0:02:17 0:00

​ປີ​ກາຍ​ນີ້ ທ່ານ​ທຣຳ ​ໄດ້​ຕ່າວ​ປີ້ນການ​ສັ່ງ​ການ ​ຂອງ​ທ່ານ​ໂອ​ບາ​ມາ ທີ່​ຫຼຸດຈຳ​ນວນ​
ຂອງທະຫານອາ​ເມຣິກັນ​ທີ່​ມີໜ້າ​ໃນ​ອັຟກາ​ນິສຖານ ລົງ, ດ້ວຍການສົ່ງກຳລັງ​ທະຫານ​
ສະຫະລັດໄປ​ຍັງ​ບັນດາ​ປະ​ເທດ​ໃນເຂດເອ​ເຊຍ​ກາງ ​ເພີ່ມຂຶ້ນ​ ​ແລະໄດ້​ສັ່ງ​ໃຫ້​ເພີ່ມ​ການ
​ຊ່ອຍ​ເຫຼືອໃຫ້​ກັບ​ກອງ​ກຳລັງ​ອັຟກາ​ນິສຖານ​ຕື່ມ.

ທ່ານ​ທຣຳ ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ ກ່ຽວ​ກັບ​ວ່າ ທ່ານ​ຄິດ​ຫຍັງຢູ່​ ​ແຕ່​ ​ແນະນຳວ່າ
ການ​ຕອບ​ຮັບ​ທາງ​ທະຫານ​ທີ່​ເຂັ້ມ​ແຂງ​ແມ່ນ​ສຳຄັນ. ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ “ອັນ​ທີ່​
ຜູ້​ໃດ​ບໍ່​ໄດ້ສາມາດສຳ​ເ​ລັດ​ເສັດ​ສິ້ນພາລະກິດ​ນັ້ນ ພວກ​ເຮົາ​ກໍ​ຈະ​ສາມາດ​ເຮັດ​ມັນ​ໄດ້.”

​ໃນ​ກອງ​ປະຊຸມ​ລັບ ປະທານ​າທິບໍດີ ​ແມ່ນ​ຍັງ​ໄດ້​ກ່າວ​ຕໍ່ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູ​ດ​ໃນ
​ສະພາຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບການ​ມ້ວນທ້າຍ​ກົດ​ດັນ​ໃຫ້
ເຕຫະຣ່ານໃນ​ຢູ່ໃນ​ສັນຍາກ່ຽວກັບໂຄງການ​ນິວ​ເຄລຍອີຣ່ານ ປີ 2015 ອັນ​ທີ່​ທ່່ານ​ເອີ້ນ​ວ່າ
​ແມ່ນ“ຂໍ້​ຕົກລົງ​ທີ່​ຂີ້ຮ້າຍນັ້ນ.”

​ໃນ​ຕົ້ນ​ເດືອນ​ນີ້ ທ່ານ​ທຣຳ ​ໄດ້​ຕົກລົງ​ທີ່​ຈະ​ເລື່ອນ​ການ​ເຈລະຈາ​ໃນຂໍ້​ຕົກລົງນິວ​ເຄລຍ ​
ໂດຍ​ຜູ້ນຳ​ຄົນ​ກ່ອນ​ທ່ານ​ບາຣັກ ​ໂອ​ບາ​ມາ, ​ແຕ່​ໄດ້​ກ່າວ​ວ່າ ທ່ານ​ອາດ​ຈະ​ຍົກ​ເລີກ​ມັນ
ນອກ​ເສຍ​ວ່າ ລັດຖະສະພາ​ແລະ​ບັນດາ​ພັນທະ​ມິດ​ຢູ​ໂຣບ ​ໄດ້​ຕົກລົງ​ທີ່​ຈະ​ເຄັ່ງ​ຄັດ​ຂຶ້ນ​ຕື່ມ
​ພາຍ​ໃນ​ເດືອນ​ພຶດສພາ​ຈະ​ມາ​ເຖິງ​ນີ້. ທ່ານ​ທຣຳ ​ໄດ້​ກ່າວ​ວ່າ “ນີ້​ແມ່ນ​ໂອກາດ​ສຸດ​ທ້າຍ
​ແລ້ວ, ຈະ​ໃຫ້​ແກ້​ໄຂ​ຂໍ້​ຕົກລົງ​ທີ່​ຂີ້ຮ້າຍ​ດັ່ງກ່າວ​ນີ້ ຫຼື​ບໍ່ ກໍ​ແມ່ນ​ວ່າ ສະຫະລັດ ຈະ​ຖອນ
​ຕົວ​ອອກ​ຈາກ​ຂໍ້​ຕົກລົງ​ທີ່​ວ່າ​ນີ້.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງນິກກີ ເຮລີ (Nikki Haley) ຍ່າງຜ່ານ ອຸບປະກອນ ທີ່ຖືກກ່າວຫາວ່າແມ່ນໂຄງການນິວເຄລຍຂອງອີຣ່ານ ໃນກອງປະຊຸມຖະແຫຼງຂ່າວ ທີ່ຖານທັບແອນນາໂຄສເຊຍ - ໂບລິງ (Anacostia-Bolling), ວໍຊີງຕັນ 14 ທັນວາ 2017.
ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງນິກກີ ເຮລີ (Nikki Haley) ຍ່າງຜ່ານ ອຸບປະກອນ ທີ່ຖືກກ່າວຫາວ່າແມ່ນໂຄງການນິວເຄລຍຂອງອີຣ່ານ ໃນກອງປະຊຸມຖະແຫຼງຂ່າວ ທີ່ຖານທັບແອນນາໂຄສເຊຍ - ໂບລິງ (Anacostia-Bolling), ວໍຊີງຕັນ 14 ທັນວາ 2017.

XS
SM
MD
LG