ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ເທດ​ທີ່​ມີ​ສິດ​ຢັບ​ຢັ້ງ ຢູ່​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ຈະ​ປະ​ເຊີນ​ກັບ​ຄວາມ​ຮັບ​ຜິດ​ຊອບ


​ທ່ານ​ເຊີ​ເກ ກິ​ສ​ລິ​ສ​ຢາ ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ຢູ​ເຄ​ຣນ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ພວມ​ຖະ​ແຫຼງໃນ​ລະ​ຫວ່າງກອງ​ປະ​ຊຸມ ສະ​ພາ​ຄວາມ​ໝັ້​ນ​ຄົງ ເມື່ອ​ວັນ​ທີ 28 ກຸມ​ພາ 2022.
​ທ່ານ​ເຊີ​ເກ ກິ​ສ​ລິ​ສ​ຢາ ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ຢູ​ເຄ​ຣນ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ພວມ​ຖະ​ແຫຼງໃນ​ລະ​ຫວ່າງກອງ​ປະ​ຊຸມ ສະ​ພາ​ຄວາມ​ໝັ້​ນ​ຄົງ ເມື່ອ​ວັນ​ທີ 28 ກຸມ​ພາ 2022.

ເກືອບ 40 ປະ​ເທດ​ມີ​ແຜນ​ທີ່​ຈະ​ນຳ​ສະ​ເໜີ​ຮ່າງ​ຍັດ​ຕິ​ຕໍ່​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ໃຫ້ຫ້າ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ຢູ່​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ສາ​ມາດ​ໃຊ້​ສິດ​ຢັບ​ຢັ້ງ ​ຫຼື​ວີ​ໂຕ​ໄດ້​ນັ້ນ ເປັນ​ຜູ້​ຮັບ​ຜິດ​ຊອບ​ເວ​ລາ​ເຂົາ​ເຈົ້າ​ໃຊ້​ສິດ​ດັ່ງ​ກ່າວ.

ຖ້າ​ຫາກ​ມີ​ການ​ຮັບ​ຮອງ​ເອົາ ຮ່າງ​ຍັດ​ຕິ​ດັ່ງ​ກ່າວ​ຈະ​ບັງ​ຄັບ​ໃຫ້​ສະ​ມັດ​ຊາ​ໃຫຍ່​ເປີດ​ປະ​ຊຸມ​ ເວ​ລານຶ່ງ​ໃນ​ບັນ​ດາ​ສະ​ມາ​ຊິກ​ຖ້າ​ວອນຫ້າ​ປະ​ເທດ​ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ຊຶ່ງ​ປະ​ກອບ​ມີ​ ອັງ​ກິດ ຈີນ ຝ​ຣັ່ງ ຣັດ​ເຊຍ ຫຼື​ສະ​ຫະ​ລັດ ໃຊ້​ສິດຢັບ​ຢັ້ງ​ເພື່ອ​ຂັດ​ຂວາງ​ການ​ຮັບ​ຮອງ​ເອົາ​ຮ່າງ​ຍັດ​ຕິ​ຢູ່​ໃນ​ສະ​ພາ​ດັ່ງ​ກ່າວ.

ແລັກ​ເຊັນ​ສ​ໄຕ​ນ໌ ຊຶ່ງ​ເປັນ​ຜູ້​ນຳ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ ກ່າວ​ຢູ່​ໃນ​ບັນ​ຊີ​ທວີດ​ເຕີ້​ຂອງ​ຕົນ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ບັນ​ດາ​ປະ​ເທດ​ທີ່​ຮ່ວມ​ສະ​ເໜີ ຈະ​ຍື່ນ​ຍັດ​ຕິ​ສະ​ບັບ​ນີ້​ຢ່າງ​ເປັນ​ທາງ​ການ​ໃນ​ອາ​ທິດ​ໜ້າ ໂດຍ​ຫວັງ​ວ່າ ຄົງ​ຈະ​ມີ​ການ​ຮັບ​ຮອງ​ເອົາ​ຢ່າງ​ໄວ​ວາຢູ່​ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ.

ແລັກ​ເຊັນ​ສ​ໄຕ​ນ໌ ກ່າວ​ວ່າ “ຮ່າງ​ຍັດ​ຕິນີ້ ແມ່ນ​ບາດ​ກ້າວ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ເພື່ອມອບ​ອຳ​ນາດ​ໃຫ້​ສະ​ມັດ​ຊາ​ໃຫຍ່ ແລະ​ເສີມ​ຄວາມ​ເຂັ້ມ​ແຂງ ​ໃຫ້ແກ່​ນະ​ໂຍ​ບາຍ​ການ​ຕົກ​ລົງ​ກັນ​ຈາກ​ຫຼາຍ​ຝ່າຍ.”

ເມື່ອ​ໄວໆ​ມານີ້ ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ໄດ້​ມີ​ບົດ​ບາດ​ອັນ​ສຳ​ຄັນ​ຍິ່ງ ທີ່​ໄດ້​ເປີດກອງ​ປະ​ຊຸມ​ສຸກ​ເສີນ​ພິ​ເສດ ແລະ​ໄດ້​ເນັ້ນ​ຢ້ຳ​ໃຫ້​ເຫັນ​ການ​ສ້າງ​ຄວາມ​ໂດດ​ດ່ຽວ​ຂອງ​ສາ​ກົນ​ໃຫ້​ແກ່​ຣັດ​ເຊຍ ໃນ​ການ​ເຮັດ​ສົງ​ຄາມ​ຢູ່​ຢູ​ເຄ​ຣນ.

ໃນ​ການ​ລົງ​ຄະ​ແນນ​ສຽງ 2 ຄັ້ງ​ຢູ່​ສະ​ມັດ​ຊາ​ໃຫຍ່ ມົ​ສ​ກູ​ພົບ​ວ່າ ຕົນ​ໄດ້​ຖືກ​ປະ​ນາມ​ໃນ​ການ​ຮຸກ​ຮານ​ຢູ​ເຄ​ຣນ ແລະ​ໄດ້​ມີ​ການ​ຮຽກ​ຮ້ອງ​ໃຫ້​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອ

​ທາ​ດ້ານ​ມະ​ນຸດ​ສະ​ທຳ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ. ການ​ລົງ​ຄະ​ແນນ​ສຽງ​ທັງ 2 ຄັ້ງ​ໄດ້​ມີ​ຂຶ້ນ​ຫຼັງ​ຈາກ​ຣັດ​ເຊຍ ໄດ້​ທຳ​ການ​ຂັດ​ຂວາງຢູ່​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ຊຶ່ງ​ນຶ່ງ​ໃນ​ນັ້ນ​ແມ່ນ​ການ​ໃຊ້​ສິດ​ຢັບ​ຢັ້ງ ແລະ​ເທື່ອ​ທີ 2 ແມ່ນ​ຂູ່​ວ່າ​ຈະ​ໃຊ້​ສິດ​ດັ່ງ​ກ່າວ.

ໃນ​ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ທີ 3 ເມື່ອ​ອາ​ທິດ​ແລ້ວ ສະ​ມັດ​ຊາ​ໃຫຍ່​ໄດ້​ເອົາ​ບາດ​ກ້າ​ວ​ທີ່​ບໍ່​ຄ່ອຍ​ເຫັນ​ກັນ ດ້ວຍ​ການ​ສັ່ງ​ໃຫ້​ຣັດ​ເຊຍ​ໂຈະ​ການ​ເປັນ​ສະ​ມາ​ຊິກ​ຊົ່ວ​ຄາວ​ຢູ່​ໃນ​ສະ​ພາ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ.

ແຟ້ມ - ຮູບ​ພາບ​ຕ່າງໆ ໄດ້​ມີ​ການ​ສາຍ​ໃຫ້​ເບິ່ງ ທີ່ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ຄັ້ງ​ວັນ​ອັງ​ຄານ ທີ 5 ເມ​ສາ 2022 ຢູ່ສຳ​ນັກ​ງານ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ.
ແຟ້ມ - ຮູບ​ພາບ​ຕ່າງໆ ໄດ້​ມີ​ການ​ສາຍ​ໃຫ້​ເບິ່ງ ທີ່ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ຄັ້ງ​ວັນ​ອັງ​ຄານ ທີ 5 ເມ​ສາ 2022 ຢູ່ສຳ​ນັກ​ງານ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ.

ໃນ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊ​າ​ຊາດ​ເມື່ອ​ນຶ່ງ​ອາ​ທິດ​ກ່ອນ​ ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ໌​ກີ ໄດ້​ຮ້ອງ​ໃສ່​ສະ​ມາ​ຊິກ 15 ປະ​ເທດ​ ທີ່​ບໍ່​ໄດ້​ເຮັດ​ໜ້າ​ທີ່ ທີ່​ຖືກມອບ​ໝາຍ​ໃຫ້​ຂອງ​ຕົນ ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ ແລະ​ຄວາມ​ໝັ້ນ​ຄົງລະ​ຫວ່າງ​ປະ​ເທດ ແລະ​ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ຫະ​ປະ​ຊາ​ຊາດ​ທຳ​ການ​ປະ​ຕິ​ຮູບ ຫຼື​ບໍ່​ກໍ​ໃຫ້​ຍຸບ​.

ສະ​ຫະ​ລັດ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່ຍັດ​ຕິ ທີ່​ນຳ​ສະ​ເໜີ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ແລັກ​ເຊັນ​ສ​ໄຕ​ນ໌ ແລະ​ເປັນ​ປະ​ເທດ​ນຶ່ງ​ຢູ່​ໃນ​ກຸ່ມ ທີ່​ຮ່ວມ​ສະ​ເໜີ​ຍັດ​ຕິ​ດັ່ງ​ກ່າວ.

XS
SM
MD
LG