ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຄວາມ​ໝັ້ນ​ຄົງ​ ສະ​ຫະ​ປະ​ຊາ​ຊາດ ພົບກັບ​ບັນ​ຫາ ​ໃຫ້​ການຍົກ​ເວັ້ນ ​ກຸ່​ມ​ຕາ​ລິ​ບານ​ ເດີນ​ທາ​ງ​ໄປ​ຕ່າງ​ປະ​ເທດ


ສະ​ມາ​ຊິກ​ກຸ່ມ​ຕາ​ລິ​ບານ​ຄົນ​ນຶ່ງ​ກຳ​ລັງ​ຢືນ​ຢູ່ນອກ​ເຂດ Bagram ໃນ​ແຂວງ Parwan ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 25 ສິງ​ຫາ 2022
ສະ​ມາ​ຊິກ​ກຸ່ມ​ຕາ​ລິ​ບານ​ຄົນ​ນຶ່ງ​ກຳ​ລັງ​ຢືນ​ຢູ່ນອກ​ເຂດ Bagram ໃນ​ແຂວງ Parwan ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 25 ສິງ​ຫາ 2022

ກຸ່ມຕາ​ລິບ​ານ​ທີ່​ເຂົ້​າ​ຄວບ​ຄຸມ​ອັ​ຟ​ກາ​ນິ​ສ​ຖານມາ​ເປັນ​ເວ​ລາກວ່າ​ນຶ່ງ​ປີ​ແລ້ວ ແຕ່​ຍັງ​ບໍ່​ທັນ​ມີ​ເອກ​ອັກ​ຄະ​ລັດ​ຖະທູດ ຢູ່​ທີ່​ສະ​ຫະ​ປະ​ຊາ​ຊາດຫລື​ປະ​ເທດ​ໃດໆ. ​ແລະ​ນັບ​ແຕ່​ວັນ​ສຸກ​ທີ່​ຜ່ານ​ມານີ້ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ ຂອງ​ອຳ​ນາດ​ການ​ປົກ​ຄອງ​ດັ່ງ​ກ່າວ​ກໍໄດ້​ຖືກ​ຫ້າມບໍ່​ໃຫ້​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ.

ໃນທາງ​ດ້ານ​ການ​ທູດ ອັນ​ທີ່​ຮ້ອງວ່າ ເອ​ເມີ​ເຣັດ ອິ​ສ​ລາມ ແຫ່ງອັ​ຟ​ກາ​ນິ​ສ​ຖານ ແມ່ນ​ຂີ້​ຮ້າຍກ​ວ່າ ​ປະ​ເທດຜະ​ເດັດ​ການ​ເກົາ​ຫລີ​ເໜືອ ​ຊຶ່ງມັກ​ຈະ​ມີ​ການ​ເວົ້າ​ວ່າ ເປັນ​ປະ​ເທດ​ຢູ່​ໂດດ​ດ່​ຽວ​ທີ່​ສຸດໃນ​ໂລກ ທີ່​ມີ​ສະ​ຖານ​ທູດ​ຕ່າງໆ​ຫລາຍກວ່າ 45 ປະ​ເທດ ​ແລະ​ມີ​ບ່ອນ​ນັ່ງ​ຢູ່ທີ່ສຳ​ນັກ​ງານ​ໃຫ​ຍ່​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນນິວຢອກ.

​ການ​ຍົກ​ເວັ້ນ​ໃຫ້​ເດີນ​ທາງ​ໃນ​ໄລ​ຍະ​ສັ້ນ ຊຶ່ງໄດ້ໃຫ້ແກ່ພວກ​ເຈົ້າ​ໜ້າ​ທີ່​ຕາ​ລິ​ບານ 13 ຄົນ ໄດ້​ໝົດ​ກຳ​ນົດ​ລົງ​ໃນ​ວັນ​ທີ 19 ສິງ​ຫາ​ທີ່​ຜ່ານ​ມາ ເພາະ​ວ່າ​ສະ​ມາ​ຊິກ ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ (UNSC) ບໍ່​ເຫັນ​ພ້ອມ​ທີ່​ຈະ​ຕໍ່​ອາ​ຍຸ​ໃຫ້.

​ນັບ​ແຕ່​ປີ 1999 ​ເປັນ​ຕົ້ນ​ມາ ພາຍ​ໃຕ້ມະ​ຕິ​ເລກ​ທີ 1267 ຂອງ UNSC ພວກ​ເຈົ້າ​ໜ້​າ​ທີ່​ຕາ​ລິ​ບານ 151 ຄົນ ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເດີນ​ທາງ​ໄປ​ຕ່າງ​ປະ​ເທດເພ​າ​ະ​ວ່າ​ເຂົາ​ເຈົ້າ​ໄດ້​ຖືກ​ກ່າວ​ຫາວ່າ ພົວ​ພັນກັບການ​ກໍ່​ການ​ຮ້າຍ ​ຢູ່​ໃນ​ຕ່າງ​ປະ​ເທດ.

ລັດ​ຖະ​ບານສະ​ຫະ​ລັດ​ທີ່​ໄດ້​ຕໍ່​ສູ້ກັບ​ກຸ່ມ​ຕາ​ລິ​ບານ​ມາ​ເປັນ​ເວ​ລາສອງທົດ​ສະ​ວັດ ຢູ​ໃນ​ອັ​ຟ​ກາ​ນິ​ສ​ຖານ ແລະ​ໄດ້​ລະ​ບຸ​ຊື່​ບັນ​ດາ​ຜູ້​ນຳ​ຕາ​ລິ​ບານ​ຫລາຍ​ຄົນ​ວ່າ​ເປັນ​ຜູ້​ກໍ່​ການ​ຮ້າຍ​ສາ​ກົນ ຕ້ອງ​ການ “​ຈຳ​ກັດ​ຢ່າງ​ເຄັ່ງ​ຄັດ” ​ການພົວ​ພັນ​ທາງດ້ານ​ການ​ທູດ​ກັບກຸ່ມຕາ​ລິ​ບານ.

​“ການ​ສົນ​ທະ​ນາ​ກັນແບບໜ້າ​ຕໍ່​ໜ້າ ​ຢູ່ໃນ​ປະ​ເທດ​ທີ​ສາມ ກັບ​ກຸ່ມ​ຕາ​ລິ​ບານ ໄດ້​ພິ​ສູດ​ໃຫ້​ວ່າ​ໄດ້​ຜົນ​ເພື່ອທຳ​ຄວາມ​ກ້າວໜ້າ​ໃຫ້ແກ່ຜົນ​ປະ​ໂຫຍດຂອງ​ພ​ວກ​ເຮົາໂດຍ ​ສະ​ເພາະ​ພວກ​ເຮົາ​ບໍ່​ໄດ້​ປາ​ກົດ​ໂຕ​ຢູ່ໃນອັ​ຟ​ກາ​ນິ​ສ​ຖານໃນ​ເວ​ລາ​ນີ້” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ໂຄ​ສົກ​ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ​ທີ່ໄດ້​ກ່າວ​ຕໍ່ ວີ​ໂອ​ເອ.

​ສະ​ມາ​ຊິກ​ອື່ນໆ​ຂອງ UNSC ອີກ​ສອງ​ປະ​ເທດ ມີ ຣັດ​ເຊຍ ແລະ​ຈີນ ຍັງ​ຢາກ​ສະ​ແດງ​ຄວາມ​ຕ້ອງ​ການ​ເພື່ອ​ສືບ​ຕໍ່​ການ​ທູດ​ກັບ​ກຸ່​ມ​ຕາ​ລິ​ບານ.

“ສຳ​ລັບ​ຈີນ ແນ່ນອນ ພວກ​ເຮົາ​ຫວັງ​ວ່າ​ການ​ພົວ​ພັນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ນັບ​ແຕ່​ອັ​ຟ​ກາ​ນິ​ສ​ຖານ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ” ​ອີງ​ທ່ານ​ຊັງ ຈຸນ (Zhang Jun) ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດທີ່ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້.

The Taliban have been in control of Afghanistan for more than a year but still do not have an ambassador in the United Nations or any country. And since last Friday, the regime's foreign minister has been banned from traveling abroad.

Diplomatically, the so-called Islamic Emirate of Afghanistan is even worse off than the dictatorship in North Korea, often said to be the most isolated country in the world, which has embassies in more than 45 countries and a seat at U.N. headquarters in New York.

A short-term travel waiver that had been granted to 13 Taliban officials expired on August 19 because U.N. Security Council members did not agree to extend it.

Since 1999, under UNSC Resolution 1267, 151 Taliban officials have been banned from traveling abroad because of their alleged links to international terrorism.

The U.S. government, which fought the Taliban for two decades in Afghanistan and has designated several Taliban leaders as international terrorists, wants "strictly limited" diplomatic engagement with the Taliban.

"[F]ace-to-face discussions in third countries with the Taliban have proven to be useful to advance our interests, particularly as we have no presence in Afghanistan at this time," a spokesperson for the U.S. State Department told VOA.

Two other UNSC members, Russia and China, have also expressed the need for continued diplomacy with the Taliban.

"For China, definitely, we hope that engagement is very much necessary since Afghanistan is at a critical stage," Zhang Jun, China's ambassador to the U.N., told reporters Thursday.

B.S. for violating Afghanistan's aerial sovereignty.

XS
SM
MD
LG