ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສປຊ ລົງໂທດ ຕໍ່ການ​ທົດ​ລອງ ​ລູກ​ສອນ​ໄຟ​ ຂີ​ປະ​ນາ​ວຸດ​ ຂອງ ເກົາຫຼີ​ເໜືອ


​ເອກອັກຄະລັດຖະທູດຣັດສະຫະລັດ ປະຈຳອົງການສະຫະ
ປະຊາຊາດ ທ່ານນາງ Nikki Haley ແລະບັນດາສະມາຊິກ
ອື່ນໆ ທີ່ພົບປະກັນ ທີ່ສຳນັກງານໃຫຍ່ ຂອງອົງການສະຫະ
ປະຊາຊາດທີ່ນະຄອນ New York, 12 ເມສາ, 2017.
​ເອກອັກຄະລັດຖະທູດຣັດສະຫະລັດ ປະຈຳອົງການສະຫະ ປະຊາຊາດ ທ່ານນາງ Nikki Haley ແລະບັນດາສະມາຊິກ ອື່ນໆ ທີ່ພົບປະກັນ ທີ່ສຳນັກງານໃຫຍ່ ຂອງອົງການສະຫະ ປະຊາຊາດທີ່ນະຄອນ New York, 12 ເມສາ, 2017.

ສະພາ​ຄວາມ​ໝັ້ນຄົງຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະນາມ​ຢ່າງ​ແຮງ​ຕໍ່ການ​ທົດ​ລອງ​
ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງເກົາຫຼີ​ເໜືອ ຢູ່​ໃນ​ລາຍ​ງານ​ສະບັບ​ນຶ່ງທີ່​ຂຽນຢ່າງ​ຍາວ​ຢຽດ
ພ້ອມທັງນາບ​ຂູ່​ວ່າຈະ​ທໍາ​ການລົງ​ໂທດຄັ້ງ​ໃໝ່ຕໍ່ປະ​ເທດ​ດັ່ງກ່າວ ທີ່​ໄດ້“ທໍາ​ການ​ທ້າ​ທ້າຍ
ຢ່າງ​ໂຈ່ງ​ແຈ້ງແລະເກາະ​ຜິດ”
ຕໍ່ຂໍ້ຮຽກຮ້ອງ​ກ່ອນ​ໜ້າ​ນີ້ ວ່າ​ໃຫ້​ຍຸຕິ​ການ​ທົດ​ລອງ​ນິວ​
ເຄລຍນັ້ນ.

​ໃນ​ຖະ​ແຫລ​ງການ​ທີ່​ບໍ່​ໄດ້​ລະບຸ​ຊື່ ທີ່​ເຜີຍ​ແຜ່​ອອກ​ມາ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ​ແລະ​ໄດ້​
ຮັບການສະໜັບສະ​ໜຸນ​ຈາກຈີນ ສະພາ​ຄວາມ​ໝັ້ນຄົງຂອງ​ອົງການ​ສະຫະ​ປະຊາ​ຊາດ ​
ໄດ້ສະ​ແດງ​“ຄວາມ​ເປັນ​ຫ່ວງ​ທີ່​ສຸດ” ຕໍ່​ການ​ທົດ​ລອງ​ລູກ​ສອນ​ໄຟທີ່​ມີຂຶ້ນ​ໃນ​ວັນ​ອາທິດ
ຜ່ານ​ມາ​ ທີ່​ທາງ​ພຽງ​ຢາງ​ເວົ້າວ່າ ມັນ​ແມ່ນລູກ​ສອນ​ໄຟ​ທີ່​ຍິງ​ໄລຍະ​ກາງ ​ຫາ​ໄລຍະ​ຍາວ
ທີ່​ສາມາດ​ຍິງ​ໄປ​ໄກເຖິງ 787 ກິ​ໂລ​ແມັດ ກ່ອນ​ທີ່​ຈະ​ຕົກລົງ​ໃ​ສ່ທະ​ເລ​ຍີ່ປຸ່ນນັ້ນ.

ປະທານາທິບໍດີຄົນໃໝ່ຂອງເກົາຫຼີໃຕ້ ທ່ານ Moon Jae-In ກ່າວໃນທຳນຽບປະທານາທິບໍດີ Blue House ໃນນະຄອນໂຊລ..
ປະທານາທິບໍດີຄົນໃໝ່ຂອງເກົາຫຼີໃຕ້ ທ່ານ Moon Jae-In ກ່າວໃນທຳນຽບປະທານາທິບໍດີ Blue House ໃນນະຄອນໂຊລ..

ຖະ​ແຫລ​ງການ​ຂອງສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ເອີ້ນ​ການທົດ​ລອງ
​ລູກ​ສອນ​ໄຟ​ນີ້​ວ່າ ​ເປັນ ​“ການ​ປະພຶດ​ທີ່​ທໍາ​ໃຫ້​ຂາດ​ສະຖຽນລະ​ພາບ​ຢ່າງໜັກ” ຊຶ່ງ
“ພາ​ໃຫ້​ມີຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ຂົງ​ເຂດເອ​ເຊຍ​ຕາ​ເວັນ​ອອກ ແລະກາຍ​ຂົງ​ເຂດນັ້ນ​ອີກ
ເພີ່ມ​ທະວີຂຶ້ນ.”
ຖະ​ແຫລ​ງການດັ່ງກ່າວ ​ຍັງ​ໄດ້​ຮຽກຮ້ອງ​ຕື່ມ​ອີກ​ວ່າ ​ໃຫ້ທຸກ​ປະ​ເທດ
ປະຕິບັດ 6 ມະຕິ​ກ່ຽວກັບ​ການ​ລົງ​ໂທດຕໍ່​ເກົາຫຼີ​ເໜືອ ທີ່​ໄດ້​ຮັບ​ຂອງ​ເອົາ​ໂດຍ​ອົງການ​
ລະດັບ​ໂລກ​ແຫ່ງ​ນີ້“ຢ່າງວ່ອງ​ໄວ​ ແລະຈິງ​ຈັງ.”

​ໃນເຊົ້າ​ວັນ​ຈັນ​ວານ​ນີ້,​ ທ່ານ Moon Jae-in ​ປະທານາທິບໍດີເກົາຫຼີ​ໃຕ້ ໄດ້​ກ່າວ​ວ່າ
ທ່ານ​ໄດ້ສົ່ງ​ທູດ​ພິ​ເສດ​ໄປ​ຍັງທົ່ວ​ໂລກ ເພື່ອຮັດ​ແໜ້ນສາ​ຍສໍາພັນຂອງ​ເກົາຫຼີ​ໃຕ້ ຢູ່​ທົ່ວ​
ໂລກ ທ່າມກາງ​ການທົດ​ລອງ​ລູກ​ສອນ​ໄຟ​ດັ່ງກ່າວ​ນີ້. ປະທານາທິບໍດີ ເວົ້າ​ວ່າທູດ​ພິ​ເສດດັ່ງກ່າວຈະ​ພົບປະ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ປະ​ເທດ​ຕ່າງໆ ​ເພື່ອ​ແລກປ່ຽນ​ຄວາມ
​ຄິດ​ເຫັນ​ ​ແລະ​ອະທິບາຍເຖິງແຜນນະ​ໂຍບາຍ​ຂອງ​ລັດຖະບານຊຸດ​ໃໝ່​ຂອງ​ເກົາຫຼີ​ໃຕ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ຮູບຈາກພາບວີດີໂອ ຂອງແຫຼ່ງຂ່າວ KRTຂອງເກົາຫຼີເໜືອ ໃນວັນທີ 15 ພຶດສະພາ 2017, ທີ່ສະແດງໃຫ້ເຫັນລູກສອນໄຟ Hwasong-12 ໃນສະຖານທີ່ປົກປິດ ໃນເກົາຫຼີເໜືອ.
ຮູບຈາກພາບວີດີໂອ ຂອງແຫຼ່ງຂ່າວ KRTຂອງເກົາຫຼີເໜືອ ໃນວັນທີ 15 ພຶດສະພາ 2017, ທີ່ສະແດງໃຫ້ເຫັນລູກສອນໄຟ Hwasong-12 ໃນສະຖານທີ່ປົກປິດ ໃນເກົາຫຼີເໜືອ.

XS
SM
MD
LG