ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ສະ​ພາ ຄວາມ​ໝັ້ນ​ຄົງ ສ​ປ​ຊ ເຫັນ​ດີ ໃຫ້ສົ່ງ ຄະ​ນະ ​ສັງ​ເກດ​ການ ໄປ​ເມືອງ​ທ່າ ໂຮ​ເດ​ດາ


ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ ແລະ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ພວມ​ຈອດ ຢູ່​ເມືອງ​ໂຮ​ເດ​ດາ ຂອງ​ເຢເມນ. (29 ກັນ​ຍາ 2018)
ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ ແລະ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ພວມ​ຈອດ ຢູ່​ເມືອງ​ໂຮ​ເດ​ດາ ຂອງ​ເຢເມນ. (29 ກັນ​ຍາ 2018)

ສະ​ພາ​ຄວາມ​ໝັ້ນ​ຄົງ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ໃຫ້​ການ​ອະ​ນຸ​ມັດ​ຢ່າງ​ເປັນ​ເອກ​ກະ​ສັນ ຕໍ່​ການ​ສົ່ງ​ຄະ​ນະ​ສັງ​ເກດ​ການ ຫຼາຍ​ເຖິງ 75 ຄົນ​ໄປຍັງ​ເມືອງ​ທ່າ​ໂຮ​ເດ​ດາຂອງ​ເຢ​ເມນ ອັນ​ເປັນ​ສ່ວນ​ນຶ່​ງ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງນາໆ​ຊາດເພື່ອ​ໃຫ້​ມີ​ການ​ຢຸດ​ຍິງ​ຕໍ່​ໄປ. Margaret Besheer ນັກ​ຂ່າວ​ວີ​ໂອ​ເອມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຊຶ່ງ​ໄພ​ສານຈະນຳ ເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການ​ປະ​ຕິ​ບັດ​ງານ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ ຕໍ່​ຂໍ້​ຕົກ​ລົງ​ໂຮ​ໄດ​ດາ ຈະ​ເລີ້ມ​ມີ​ຜົນບັງ​ຄັບ​ໃຊ້ໃນ​ຂັ້ນ​ຕົ້ນ ​ເປັນ​ເວ​ລາຫົກເດືອນ. ຄະ​ນະ​ສັງ​ເກດ​ການ​ດັ່ງ​ກ່​າວນີ້ ຈະ​ໄປ​ສົມ​ທົບກັບ​ຄະ​ນະ​ສັງ​ເກດ​ການ​ຈຸ​ນ້ອຍໆ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພົນ​ຕີ ພາ​ຕ​ຣິກ ຄຳ​ແມກ​ ຈາກ​ເນ​ເທີ​ແລນທີ່​ຖືກ​ສົ່ງ​ລ່ວງ​ໜ້າ ໄປ​ຍັງ​ເມືອງ​ທ່າ​ດັ່ງ​ກ່າວ ໃນ​ທ້າຍ​ເດືອນ​ແລ້ວນີ້.

ເອກ​ອັກ​ຄະ​ລັດ​ຖະ​ທູດອັງ​ກິດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊດ ທ່ານ​ນາງ ແຄ​ເຣັນ ພຽດ​ສ໌ ຊຶ່ງ​ຄະ​ນະ​ຜູ້​ແທນ​ຂອງ​ທ່ານ​ນາງ ໄດ້​ຮ່າງ​ມະ​ຕິ​ສະ​ບັບ​ດັ່ງ​ກ່າວ ​ເວົ້າວ່າ ການ​ປະ​ຕິ​ບັດ​ງານນີ້ ແມ່ນສຳ​ຄັນ​ຫຼາຍ ຕໍ່​ຄວາມ​ສຳ​ເລັດ​ແລະ​ການຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ ທີ່​ພັກ​ຝ່າຍ​ຕ່າງໆ ໄດ້​ເຫັນ​ດີ​ເຫັນ​ພ້ອມ​ນຳ​ກັນ ທີ່​ນະຄອນ​ສະ​ຕັອກ​ໂຮມ ​ປະ​ເທດ​ສະ​ວີ​ເດັນ ໃນ​ເດືອນ​ແລ້ວນີ້. ທ່ານ​ນາງ​ພຽດ​ສ໌ ກ່າວ​ວ່າ:

“ຫວັງ​ວ່າ ດ້ວຍ​ການ​ສົ່ງ​ ຄະ​ນະ​ສັງ​ເກດ​ການ ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ດັ່ງ​ກ່າວ ພວກ​ເຮົາ​ຈະ​ເລີ້ມ​ສ້າງ​ຄວາມ​ກ້າວ​ໜ້າ ຢູ່​ໃນ​ພາກ​ພື້ຶ້ນ​ດິນ.”

ມະ​ຕິ​ສະ​ບັບ​ນີ້ ໄດ້​ອະ​ນຸ​ຍາດ​ໃຫ້​ຄະ​ນະ​ສັງ​ເກດ​ການສົ່ງ​ເຈົ້າ​ໜ້າ​ທີ່​ຢ່າງວ່ອງ​ໄວ ແລະ​ກຳ​ກັບ​ເບິ່ງ​ການ​ຢຸດ​ຍິງບໍ່​ພຽງ​ແຕ່​ໃນ​ເມືອງ​ໂຮ​ເດ​ດາ ແຕ່​ໃນ​ທົ່ວ​ທຸກ​ບ່ອນຂອງ​ແຂວງ​ດັ່ງ​ກ່າວ​ນຳ ຕະ​ຫຼອດ​ທັງ ​ກວດ​ສອບ​ເບິ່ງ ການ​ເຄື່ອນ​ຍ້າຍ​ກຳ​ລັງຂອງ​ພັກ​ຝ່າຍ​ຕ່າງໆ ວ່າ​ສອດ​ຄ່ອງ​ກັບ​ຂໍ້​ຕົກ​ລົງ​ຫຼື​ບໍ່.

ໃນ​ເດືອນ​ແລ້ວນີ້ ຄະ​ນະ​ຜູ້​ແທນ ທີ່​ຕາງ​ໜ້າ​ໃຫ້ແກ່ ​ລັດ​ຖະ​ບານ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອັບ​ດູ ຣາ​ບູ ແມນ​ຊົວ ຮາ​ດີ ແລະ​ພວກ​ກະ​ບົດ​ຮູ​ຕີ ໄດ້​ພົບ​ປະ​ກັນ ພາຍ​ໃຕ້​ຄວາມອຸບ​ປະ​ຖຳ ​ຂອງ​ອົງ​ການ​ສະ​ຫະປະ​ຊາ​ຊ​າດ ໃກ້ໆ​ນະ​ຄອນ​ສະ​ຕັອກ​ໂຮມ ປະ​ເທດສະ​ວີ​ເດັນ ໃນ​ການ​ເຈ​ລະ​ຈາ​ຮ​ອບ​ທຳ​ອິດ ທີ່​ແນ​ໃສ່​ເພື່ອ​ຍຸ​ຕິ​ບັນ​ຫາ​ຂັ​ດ​ແຍ້ງ​ທີ່​ດຳເນີນ​ມາ​ໄດ້ເກືອບ 4 ປີ​ແລ້ວນັ້ນ. ພັກ​ຝ່າຍ​ຕ່າ​ງໆໄດ້​ຕົກ​ລົງກັນ ​ທີ່ຈະໃຫ້​ມີການ​ຢຸດ​ຍິງຢູ່​ຕາມ​ທ້ອງ​ຖິ່ນ​ຕ່າງໆໃນ​ເມືອງ​ໂຮ​ເດ​ດາ ຕະ​ຫຼອດ​ທັງ​ການ​ຍົກ​ຍ້າຍ​ພວກນັກລົບ ໄປ​ຍັງ​ບ່ອນ​ທີ່​ໄດ້​ມີ​ການ​ຕົກ​ລົງ​ກັນ​ໄວ້​ແລ້ວຢູ່ນອກ​ເມືອງ.

ການ​ຢຸດ​ຍິງ​ຢູ່​ຕາມ​ທ້ອງ​ຖິ່ນ​ ແມ່ນ​ບາດ​ກ້າວສຳ​ຄັນ​ອັນ​ທຳ​ອິດ ເພື່ອ​ຟື້ນ​ຟູ​ຄວາມ​ສະ​ຫງົບ ໃນ​ທົ່ວ​ປະ​ເທດ​ເຢ​ເມນ ທີ່​ປະ​ສົບ​ກັບ​ໄພ​ສົງ​ຄາມ. ເສດ​ຖະ​ກິດ​ຂອງ​ເຢເມນພວມ​ຕົກ​ຮວບ​ລົງ​ຢ່າງ​ບໍ່​ເປັນ​ຂະ​ບວນ ຊຶ່ງຫຼາຍກວ່າ 24 ລ້ານ​ຄົນ ຫຼື 80 ເປີ​ເຊັນ​ຂອງ​ປະ​ຊາ​ກອນ ແມ່ນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ.

ແນວ​ໂຮມ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ເລີ້ມ​ຖິ້ມ​ລະ​ເບີດ​ໃສ່​ພວກກະ​ບົດ​ຮູ​ຕີທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ເພື່ອ​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ​ເຢ​ເມນ ໃນ​ເດືອນ​ມີ​ນາ ປີ 2015. ນັບ​ແຕ່ນັ້ນ​ມາ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ກະປະ​ມານ​ວ່​າ ມີ 10,000 ຄົນ​ແລ້ວ​ໄດ້​ເສຍ​ຊີ​ວິດ ສ່ວນ​ໃຫຍ່​ແມ່ນ​ເນື່ອງ​ມາ​ຈາກການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ກຳ​ລັງ​ແນວ​ໂຮມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG