ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສປຊ ປະນາມ ການປະທະກັນ ຢ່າງໜັກ ໃນພາກເໜືອ ມາລີ


ເຮືອບິນເຮລິຕອບເຕີ້ຝຣັ່ງ ຕິດຕາມຄຸ້ມກັນຂະບວນລົດ
ຂອງນາຍົກລັດຖະມົນຕີມາລີ
ເຮືອບິນເຮລິຕອບເຕີ້ຝຣັ່ງ ຕິດຕາມຄຸ້ມກັນຂະບວນລົດ ຂອງນາຍົກລັດຖະມົນຕີມາລີ
ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ ໄດ້ “ປະນາມ
​ຢ່າງ​ແຮງ” ​ຕໍ່ການສູ້ລົບກັນຢ່າງດຸເດືອດ ໃນ​ພາກ​ເໜືອ​ຂອງ​ມາ
ລີ ລະຫວ່າງ​ ກອງກຳລັງ​ລັດຖະບານ ແລະ​ພວກ​ຫົວ​ແບ່ງ​ແຍກ
​ດິນ​ແດນ.

ມີ​ຢ່າງ​ນ້ອຍ 36 ຄົນ ​ໄດ້​ຖືກ​ສັງຫານ​ໃນ​ການ​ປະ​ທະ​ກັນ​ ຫຼັງ​ຈາກ
ກອງ​ທະຫານ​ໄດ້​ຖືກ​ສົ່ງ​ໄປເພື່ອ​ຕອບ​ໂຕ້ ຕໍ່ການໂຈມຕີໂຮງການ
ຂອງລັດຖະບານ ໃນ Kidal ໂດຍ​ພວກ​ກະ​ບົດ Tuareg ເມື່ອ​ອາ
ທິດແລ້ວນີ້.

ພວກ​ກະບົດ​ໃນ​ວັນ​ຈັນ​ແລ້ວ​ນີ້​ ໄດ້​ປ່ອຍ​ພວກ​ພະນັກງານ​ລັດຖະ
ກອນ ຫຼາຍ​ກວ່າ 30 ຄົນ ທີ່​ພວກ​ເຂົາ​ໄດ້​ຈັບໄວ້ເປັນ​ຕົວ​ປະກັນ ​ໃນ​ລະຫວ່າງການ​ໂຈມ​ຕີນັ້ນ.

ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ​ໄດ້​ຮຽກ
ຮ້ອງ ໃຫ້ກຸ່ມກຳລັງປະກອບອາວຸດດັ່ງກ່າວ ທີ່ຍັງສືບຕໍ່ຄວບຄຸມໂຮງການຂອງລັດຖະ
ບານບາງ ແຫ່ງໄວ້ນັ້ນ “ຖອນ​ອອກ​ໄປໃນທັນທີ ໂດຍບໍ່ມີເງື່ອນໄຂໃດໆທັງສິ້ນ” .

​ສະພາ​ຄວາມ​ໝັ້ນຄົງ ຍັງໄດ້ກ່າວ​ອີກ​ວ່າ ພວກ​ທີ່​ຮັບຜິດຊອບ​ນັ້ນ ຄວນ​ຈະ​ຖືກນຳໂຕມາ ລົງໂທດ ​ແລະ​ແລະ​ຮຽກຮ້ອງ​ໃຫ້ຈັດຕັ້ງຂັ້ນຕອນການເຈລະຈາ “ທີ່ໜ້າເຊື່ອ​ຖື​ແລະ​ຮວມ ເອົາທຸກພັກຝ່າຍເຂົ້າຮ່ວມ” ເພື່ອຊ່ວຍນຳເອົາສັນຕິພາບແລະສະຖຽນ ລະພາບໄລຍະ
ຍາວ ມາສູ່ເຂດດັ່ງກ່າວ.

ມາລີ​ ໄດ້​ຕົກ​ຢູ່​ໃນ​ຄວາມ​ວຸ້ນວາຍນັບ​ຕັ້ງ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ ເວລາການກໍ່ກະບົດຂອງ ພວກ Tuareg ​ໄດ້​ພາໃຫ້ມີການກໍ່ລັດຖະປະຫານທີ່ນະຄອນຫຼວງ Bamako.

ຄວາມ​ໂກລາຫົນ​ທີ່​ວ່າ​ນີ້ ​ໄດ້​ເປັນເຫດໃຫ້ພວກຫົວຮຸນແຮງ​ອີສລາມ ​ເຂົ້າ​ຄອບ​ຄຸມຂົງ​ເຂດ
​ພາກ​ເໜືອຂອງປະເທດເປັນເວລາສັ້ນໆ ແລະຫລັງຈາກນັ້ນກໍມີການສົ່ງທະຫານ
ຝຣັ່ງ​ແລະ​ອາ​ຟຣິກາ ​ເຂົ້າໄປ​ແຊກ​ແຊງ.
XS
SM
MD
LG