ພັກຝ່າຍທີ່ທຳການຕໍ່ສູ້ກັນຂອງ ຊູດານ ໄດ້ຕົກລົງກັນໃນວັນອັງຄານວານນີ້, ສຳລັບການຢຸດຍິງໝົດອາທິດຄັ້ງໃໝ່ ເລີ່ມຕົ້ນໃນວັນພະຫັດມື້ອື່ນ, ອີງຕາມການປະກາດຂອງ ຊູດານໃຕ້, ແນວໃດກໍ່ຕາມການໂຈມຕີທາງອາກາດ ແລະ ການຍິງກັນໃນພາກພື້ນ ຄາຣ໌ທູມ ຫຼາຍກວ່າເກົ່າແມ່ນໄດ້ດຳເນີນຕໍ່ໄປ ເຊິ່ງໄດ້ທຳລາຍສັນຍາຢຸດຍິງໄລຍະສັ້ນຄັ້ງຫຼ້າສຸດນີ້.
ປະທານາທິບໍດີ ຊູດານໃຕ້ ທ່ານ ຊາລວາ ເຄຍ ໄດ້ກ່າວຢ້ຳເຖິງຄວາມສຳຄັນຂອງສັນຍາຢຸດຍິງທີ່ດົນກວ່າເກົ່າ ແລະ ໄດ້ແຕ່ຕັ້ງທູດພິເສດສຳລັບການເຈລະຈາສັນຕິພາບ, ເຊິ່ງທັງສອງຝ່າຍໄດ້ຕົກລົງເຫັນດີ.
ແຕ່ຜົນອອກມາໃນທີ່ສຸດຂອງຂໍ້ຕົກລົງຢຸດຍິງລະຫວ່າງວັນທີ 4 ຫາ 11 ຂອງເດືອນພຶດສະພາລະຫວ່າງຫົວໜ້າກອງທັບບົກ ຊູດານ ນາຍພົນ ອັບແດລ ຟັດທາ ເບີຮານ ແລະ ນາຍພົນ ໂມຮາເມັດ ນຳດານ ດາກາໂລ ຂອງກອງກຳລັງສະໜັບສະໜູນວ່ອງໄວ ແມ່ນບໍ່ຊັດເຈນ ຍ້ອນການລ່ວງລະເມີດຫຼາຍຄັ້ງທີ່ໄດ້ທຳລາຍຂໍ້ຕົກລົງຢຸດຍິງຄັ້ງທີ່ຜ່ານມາທີ່ໄດ້ດຳເນີນຈາກ 24 ຫາ 72 ຊົ່ວໂມງ.
ດ້ວຍການຕໍ່ສູ້ໄດ້ກ້າວເຂົ້າສູ່ອາທິດທີສາມໃນປັດຈຸບັນນີ້, ຄວາມຂັດແຍ້ງດັ່ງກ່າວໄດ້ບັງຄັບໃຫ້ປະຊາຊົນ 100,000 ຄົນຫຼົບໜີອອກຈາກ ຊູດານ ໄປຫາບ່ອນທີ່ປອດໄພ ແລະ ໄດ້ກໍ່ໃຫ້ເກີດວິກິດການອົບພະຍົບ ໃນບັນດາປະເທດໃກ້ຄຽງທີ່ທຸກຍາກ, ອີງຕາມການກ່າວຂອງອົງການສະຫະປະຊາຊາດ.
ປະທານາທິບໍດີ ອີຈິບ ທ່ານ ອັບແດລ ຟັດທາ ແອລ-ຊິສຊີ ໄດ້ກ່າວວ່າລັດຖະບານຂອງທ່ານຈະສະໜັບສະໜູນການເຈລະຈາໃນ ຊູດານ ລະຫວ່າງ ພັກຝ່າຍທີ່ຕໍ່ສູ້ກັນແຕ່ກໍໄດ້ “ລະມັດລະວັງ ກ່ຽວກັບ ການບໍ່ເຂົ້າແຊກແຊງໃນບັນຫາພາຍໃນຂອງເຂົາເຈົ້າ.”
ທ່ານໄດ້ກ່າວໃນການສຳພາດເມື່ອວັນອັງຄານວານນີ້ກັບໜັງສືພິມ ຍີ່ປຸ່ນ, ໃນຂະນະທີ່ທູດພິເສດຄົນນຶ່ງຈາກຫ້ອງການຫົວໜ້າກອງທັບບົກຂອງ ຊູດານ ໄດ້ພົບປະກັບບັນດາເຈົ້າໜ້າທີ່ ອີຈິບ ໃນນະຄອນຫຼວງ ໄຄໂຣ ວ່າ “ທົ່ວພາກພື້ນອາດໄດ້ຮັບຜົນກະທົບ.”
ໂຄງການອາຫານໂລກຂອງອົງການສະຫະປະຊາຊາດໄດ້ກ່າວໃນວັນຈັນທີ່ຜ່ານມາວ່າ ເຂົາເຈົ້າໄດ້ສືບຕໍ່ວຽກງານໃນພາກສ່ວນທີ່ປອດໄພຂອງ ຊູດານ ຫຼັງໄດ້ຢຸດຊົ່ວຄາວໃນຕອນຕົ້ນໆຂອງຄວາມຂັດແຍ້ງ ຫຼັງຈາກພະນັກງານຊ່ວຍເຫຼືອບາງຄົນຖືກຂ້າຕາຍ.
ອົງການດັ່ງກ່າວໄດ້ເວົ້າ ໃນຖະແຫຼງການສະບັບນຶ່ງ ເມື່ອວັນຈັນທີ່ຜ່ານມາວ່າ ການແຈກຢາຍອາຫານແມ່ນຄາດວ່າຈະເລີ່ມຕົ້ນໃນລັດ ເກດາເຣັຟ, ຄາສຊາລາ ແລະ ໄວທ໌ ໄນລ໌ ໃນບໍ່ເທົ່າໃດວັນຈະມາເຖິງນີ້ ເພື່ອສະໜອງການຊ່ວຍເຫຼືອກູ້ຊີວິດ.