ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານທີ່ ມໍລະດົກໂລກ 17 ແຫ່ງ ໃນປະເທດ ອາຣັບ ກຳລັງຕົກຢູ່ ໃນອັນຕະລາຍ


ພາບທີ່ນຳອອກເຜີຍແຜ່ ໂດຍອົງການຂ່າວ SANA ຂອງທາງການຊີເຣຍ ໃນວັນທີ 27 ມີນາ, 2016 ທີ່ສະແດງໃຫ້ເຫັນ ເຖິງຄວາມເສຍຫາຍ ຂອງ ຫໍພິພິດຕະພັນເມືອງ Palmyra.
ພາບທີ່ນຳອອກເຜີຍແຜ່ ໂດຍອົງການຂ່າວ SANA ຂອງທາງການຊີເຣຍ ໃນວັນທີ 27 ມີນາ, 2016 ທີ່ສະແດງໃຫ້ເຫັນ ເຖິງຄວາມເສຍຫາຍ ຂອງ ຫໍພິພິດຕະພັນເມືອງ Palmyra.

ຫົວໜ້າຄົນໃໝ່ ຂອງອົງການວັດທະນະທຳ ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ມີການ
ປົກປ້ອງຄຸ້ມຄອງຫຼາຍຂຶ້ນ ຕໍ່ສະຖານທີ່ມໍລະດົກໂລກແຫ່ງຕ່າງໆ ໂດຍສະເພາະແລ້ວ
ຢູ່ໃນເຂດທີ່ເກີດບັນຫາຂັດແຍ້ງ.

ທ່ານນາງ ອໍເດຣ ອາຊູລາຍ ກ່າວຕໍ່ກອງປະຊຸມສະພາຄວາມໝັ້ນຄົງອົງການສະຫະປະ
ຊາຊາດ ໃນວັນພະຫັດວານນີ້ວ່າ ສະຖານທີ່ມໍລະດົກໂລກຂອງອົງການຢູແນັສໂກ ໃນ
ໂລກອາຣັບ 82 ແຫ່ງນັ້ນ 17 ແຫ່ງ ແມ່ນຢູ່ໃນບັນຊີລາຍຊື່ທີ່ເປັນອັນຕະລາຍ.

ທ່ານນາງ ອາຊູລາຍ ກ່າວວ່າ “ສະຖານທີ່ມໍລະດົກໂລກທັງ 6 ແຫ່ງຢູ່ໃນຊີເຣຍແມ່ນໄດ້
ຮັບຜົນກະທົບຢ່າງຮ້າຍແຮງ ຮວມທັງຢູ່ເມືອງພາລມີຣາ ແລະເມືອງອາເລັບໂປທີ່ມີຊື່ຢູ່
ໃນນິທານ ຊຶ່ງເປັນນຶ່ງໃນບັນດາຫົວເມືອງທີ່ເກົ່າແກ່ທີ່ສຸດໃນໂລກເວລານີ້ໄດ້ກາຍເປັນ
ເສດຫີນໄປແລ້ວ.”

ທ່ານນາງຍັງໄດ້ກ່າວຕໍ່ກອງປະຊຸມສະພາຄວາມໝັ້ນຄົງວ່າ ມີສະຖານທີ່ມໍລະດົກທາງ
ວັດທະນະທຳຫຼາຍກວ່າ 100 ແຫ່ງຢູ່ໃນປະເທດອີຣັກ ກໍໄດ້ຮັບຄວາມເສຍຫາຍເຊັ່ນ
ດຽວກັນ.

ທ່ານນາງອາຊູລາຍ ກ່າວວ່າ ທ່ານນາງຮູ້ສຶກດີຂຶ້ນ ໃນການຮັບຮອງເອົາມະຕິຂອງສະ
ພາຄວາມໝັ້ນຄົງ ໃນເດືອນມີນາ ທີ່ປະນາມການທຳລາຍແບບຜິດກົດໝາຍ ຕໍ່ສະຖານ
ທີ່ມໍລະດົກທາງວັດທະນະທຳໂລກ ແລະເຕືອນກຸ່ມລັດອິສລາມກຸ່ມກໍ່ການຮ້າຍອາລກາ
ອີດາ ແລະກຸ່ມກໍ່ການຮ້າຍອື່ນໆທີ່ວ່າ ການໂຈມຕີໃນທຳນອງນີ້ ອາດເປັນການກໍ່ອາຊະ
ຍາກຳສົງຄາມ.

ແຕ່ທ່່ານນາງກໍເວົ້າວ່າ ປະເທດຕ່າງໆຈຳເປັນທີີ່ຈະຕ້ອງໄດ້ດຳເນີນການເພີ້ມຕື່ມຮວມ
ທັງສະໜອງຂໍ້ມູນທີ່ເກັບກຳມາ ແລະແບ່ງປັນຂ່າວຄາວຕ່າງໆ ໃນການລັກລອບຂົນສົ່ງ ແລະການຊັ່ງຊາເບິ່ງຄວາມເສຍຫາຍທີ່ດີຂຶ້ນກວ່າເກົ່າ.

ຫົວໜ້າຕໍ່ຕ້ານພວກກໍ່ການຮ້າຍຂອງອົງການສະຫະປະຊາຊາດ ທ່ານວລາດີເມຍ ໂວ
ຣອນກອບ ຮຽກຮ້ອງໃຫ້ມີການເພັ່ງເລັງເພີ້ມຂຶ້ນໃນການສືບສວນ ແລະການຮ່ວມມື
ຂ້າມຊາຍແດນ ພ້ອມທັງນຳເອົາພວກສະສົມ ພວກຄ້າ ແລະພວກປະມູນງານສິນລະປະ
ແລະພາກສ່ວນການທ່ອງທ່ຽວ ໃຫ້ຢຸດເຊົາການຄ້າແບບຜິດກົດໝາຍ ກ່ຽວກັບສິນລະປະ
ທາງດ້ານວັດທະນະທຳຕ່າງໆທີ່ລັກຂະໂມຍມາ.

ໂວຣອນກອບ ກ່າວວ່າ “ການປຸ້ນສະດົມ ແລະການລັກລອບວັດຖຸທາງດ້ານວັດທະນະ
ທຳທີ່ຜິດກົດໝາຍແມ່ນນຳໄປສູ່ການໃຫ້ເງິນສະໜັບສະໜູນພວກກໍ່ການຮ້າຍແລະຕາ
ໜ່າງອາຊະຍາກຳ.”

ພາບເຜີຍແຜ່ ວັນທີ 14 ເມສາ, 2016 ສະແດງໃຫ້ເຫັນທະຫານຣັດເຊຍ ຢືນເບິ່ງໃນຂະນະທີ່ມີຄວັນໄຟ ພຸ້ງຂຶ້ນ ຢູ່ໃນເຂດຄວບຄຸມທີ່ມີລະເບີດຝັງດິນ ໃນເມືອງເກົ່າ Palmyra.
ພາບເຜີຍແຜ່ ວັນທີ 14 ເມສາ, 2016 ສະແດງໃຫ້ເຫັນທະຫານຣັດເຊຍ ຢືນເບິ່ງໃນຂະນະທີ່ມີຄວັນໄຟ ພຸ້ງຂຶ້ນ ຢູ່ໃນເຂດຄວບຄຸມທີ່ມີລະເບີດຝັງດິນ ໃນເມືອງເກົ່າ Palmyra.

U.N. counterterrorism chief Vladimir Voronkov called for a stronger focus on investigations and cross-border cooperation, and on bringing in collectors, art dealers, auction houses and the tourism sector to stop the illegal trade in stolen cultural items.

Voronkov said the "looting and illicit trafficking of cultural objects leads to the financing of terrorism and criminal networks."

Yury Fedotov, head of the U.N. Office on Drugs and Crime, told the council that "the art market and museums should pay special attention to the provenance of cultural items that they are considering for acquisition, or with which they otherwise come into contact."

Fedotov said there needs to be international cooperation in investigating, prosecuting and adjudicating cases related to trafficking cultural property.

"Only in this way can we protect precious cultural heritage from being lost forever," he said.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG