ບັນດາຜູ້ນໍາຈາກເກືອບ100 ປະເທດຈະເດີນທາງໄປຮອດນະຄອນ Rio de Janeiro ໃນວັນພຸດມື້ນີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍສິ່ງແວດລ້ອມຂອງສະຫະປະຊາຊາດເປັນເວລາ 3 ມື້.
ຄາດວ່າພວກຜູ້ນໍາເຫຼົ່ານີ້ຈະຕື່ມຂໍ້ຄວາມບັ້ນສຸດທ້າຍໃສ່ຮ່າງເອກະສານສະບັບນຶ່ງທີ່ໄດ້ຮັບຮອງເອົາໂດຍພວກນັກການທູດຈາກຫຼາຍກວ່າ 190 ປະເທດ ທີ່ກໍານົດເປົ້າໝາຍຈໍານວນນຶ່ງໄວ້ ທີ່ມີວັດຖຸປະສົງເພື່ອຊ່ອຍ ເຫຼືອປະຊາຊົນຈໍານວນຫຼາຍພັນລ້ານຄົນອອກຈາກຄວາມທຸກຈົນ ຜ່ານການພັດທະນາທີ່ຍືນຍົງ. ແຕ່ພວກນັກເຄື່ອນໄຫວດ້ານສິ່ງແວດລ້ອມ ກ່າວວ່າ ເອກະສານສະບັບນີ້ອ່ອນແອໂພດ ແລະບໍ່ມີກົນໄກຕ່າງໆສໍາລັບບັງຄັບໃຫ້ປະຕິບັດຕາມນັ້ນ.
ທ່ານ Stephen Howes ນັກເຄື່ອນໄຫວດ້ານສິ່ງແວດລ້ອມຄົນນຶ່ງທີ່ມະຫາວິທະຍາໄລແຫ່ງຊາດອອສເຕຣເລຍ ກ່າວຕໍ່ວີໂອເອວ່າ ມັນບໍ່ເປັນເລື້ອງແປກທີ່ພວກນັກການທູດບໍ່ໄດ້ຕົກລົງກັນກ່ຽວກັບການເຄື່ອນໄຫວທີ່ເປັນຮູບປະທໍາໃດໆໃນຮ່າງເອກະສານສະບັບນີ້ ເພາະວ່າ ພວກປະເທດເຫຼົ່ານີ້ ທໍາອິດຈະຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງເປັນເອກະສັນພາຍໃນປະເທດ ກ່ອນຈະທໍາການເຄື່ອນໄຫວໃດໆນັ້ນ.
ແຕ່ທ່ານ Howes ກ່າວວ່າ ກອງປະຊຸມສຸດຍອດທີ່ນະຄອນ Rio de Janeiro ໄດ້ບັນລຸຄວາມສໍາເລັດແລ້ວ ໂດຍການອອກເອກະສານສະ ບັບນີ້ ຊຶ່ງບໍ່ຄືກັນກັບກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດໃນປີ 2009 ທີ່ນະຄອນ Copenhagen ນັ້ນ.
ໃນຂະນະດຽວກັນ ພວກເຈົ້າຄອງກໍາແພງຂອງຫົວເມືອງໃຫຍ່ທີ່ສຸດຫລາຍສິບຫົວເມືອງໃນໂລກໄດ້ຈັດກອງປະຊຸມສຸດຍອດຂອງຕົນຂຶ້ນເອງໃນນະຄອນຫຼວງຂອງ Brazil ໃນວັນອັງຄານວານນີ້ ເພື່ອທໍາ ການໂອ້ລົມສົນທະນາກັນເລື້ອງເອົາບາດກ້າວຕ່າງໆທີ່ພວກເຂົາເຈົ້າໄດ້ດໍາເນີນການມາແລ້ວເພື່ອລົດຜ່ອນການປ່ອຍແກັສເຮືອນແກ້ວຂຶ້ນສູ່ບັນຍາກາດນັ້ນ. ທ່ານ Michael Bloomberg ເຈົ້າຄອງກໍາແພງນະຄອນນີວຢອກ ກ່າວວ່າ ພວກຫົວເມືອງຕ່າງໆຂອງໂລກໄດ້ຮັບຮູ້ວ່າ ພວກເຂົາເຈົ້າມີຄວາມຮັບຜິດຊອບ ເພື່ອຈະທໍາການເຄື່ອນໄຫວ ໃນຂະ ນະທີ່ພວກເຂົາເຈົ້າມີຄວາມຮັບຜິດຊອບຫຼາຍເຖິງ 75 ເປີເຊັນ ໃນການປ່ອຍແກັສເຮືອນແກ້ວຂຶ້ນສູ່ບັນຍາກາດຂອງໂລກນັ້ນ.