ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອົງການ ສປຊ ແລະກຸ່ມປົກປ້ອງສິດທິມະນຸດ ຮຽກຮ້ອງໃຫ້ເອທິໂອເປຍ ປົກປ້ອງພົນລະເຮືອນ


ເດັກນ້ອຍແລ່ນຫລິ້ນຢູ່ຕໍ່ໜ້າໂຮງແຮມ ທີ່ຖືກປືນກົນຍິງທໍາລາຍຢູ່ ເມືອງ Humera, ໃນເຂດທຣິເກຣຂອງເອທິໂອເປຍ, ວັນທີ 22 ພະຈິກ, 2020
ເດັກນ້ອຍແລ່ນຫລິ້ນຢູ່ຕໍ່ໜ້າໂຮງແຮມ ທີ່ຖືກປືນກົນຍິງທໍາລາຍຢູ່ ເມືອງ Humera, ໃນເຂດທຣິເກຣຂອງເອທິໂອເປຍ, ວັນທີ 22 ພະຈິກ, 2020

ບັນດາກຸ່ມປົກປ້ອງສິດທິມະນຸດສາກົນຮຽກຮ້ອງໃຫ້ກຳລັງທະຫານເອທິໂອເປຍໃຫ້ຈັດບູລິມະສິດຄວາມປອດໄພຂອງພົນລະເຮືອນໃນເຂດທິເກຣ (Tigray), ໃນຂະນະທີ່ເສັ້ນຕາຍຂອງລັດຖະບານໄດ້ກຳນົດໃຫ້ກຳລັງໃນເຂດດັ່ງກ່າວຍອມຈຳນົນນັ້ນໃກ້ມາເຖິງແລ້ວ.

ນາຍົກລັດຖະມົນຕີອາບີອີ ອາເມດ (Abiy Ahmed) ໄດ້ໃຫ້ເວລາແກ່ແນວໂຮມປົດປ່ອຍປະຊາຊົນທິເກຣ (Tigray) ຫຼື TPLF ຮອດວັນພຸດມື້ນີ້ ເພື່ອຍອມຈຳນົນ ຖ້າບໍ່ດັ່ງນັ້ນ ກໍຈະປະເຊີນກັບການໂຈມຕີທາງທະຫານໃສ່ເມືອງເມເຄລລີ (Mekele).

ນາຍົກລັດຖະມົນຕີຍັງກ່າວເຕືອນພົນລະເຮືອນວ່າ ພວກທະຫານຂອງທ່ານຈະ “ບໍ່ມີຄວາມເມດຕາ” ຕໍ່ພວກເຂົາເຈົ້າຖ້າພວກເຂົາເຈົ້າບໍ່ຍ້າຍອອກໄປກ່ອນຮອດກຳນົດເວລາເສັ້ນຕາຍ, ຊຶ່ງເປັນການເຄື່ອນໄຫວທີ່ບາງກຸ່ມສິດທິມະນຸດ ແລະນັກການທູດຕ່າງກໍ່ໃຫ້ຂໍ້ໂຕ້ແຍ້ງວ່າ ການເຮັດແນວນັ້ນຈະລະເມີດກົດໝາຍ ສາກົນ.

ທະຫານຂອງເອທິໂອເປຍກ່າວໃນວັນຈັນຜ່ານມາວ່າ ຕົນໄດ້ປິດລ້ອມຢູ່ໃນໄລຍະຫ່າງຈາກເມືອງເມເຄລລີ (Mekele) ຢູ່ປະມານ 50 ກິໂລແມັດ. ຜູ້ນຳຂອງ TPLF, ທ່ານເດເບຣດຊິອັນ ເກບເບຣໄມໂຄ (Debretsion Gebremichael) ປະຕິເສດວ່າ ນັ້ນບໍ່ແມ່ນຄວາມຈິງ ແລະກ່າວວ່າຝ່າຍທະຫານກຳລັງພະຍາຍາມປົກປິດຄວາມປະລາໄຊຂອງຕົນ.

ການປິດການສື່ສານໄດ້ເຮັດໃຫ້ການກວດສອບຂໍ້ມູນມີຄວາມຫຍຸ້ງຍາກໃນໄລຍະສາມອາທິດທີ່ມີການຕໍ່ສູ້ກັນຢູ່ນີ້.

ລັດຖະບານກາງໄດ້ເລີ້ມການປະຕິບັດງານຂອງຕົນຫຼັງຈາກກ່າວຫາກຸ່ມ TPLF ວ່າ ໄດ້ບຸກໂຈມຕີຖານທັບທາງທະຫານ. ການຂັດແຍ້ງກ່ຽວກັບການເລືອກຕັ້ງ, ການທີ່ທ່ານອາບີອີ (Abiy) ເລື່ອນເວລາໃນການປ່ອນບັດເລືອກຕັ້ງໄປ ຍ້ອນການແຜ່ລະບາດຂອງໄວຣັສໂຄໂຣນາ ແລະເຂດທິເກຣ (Tigray) ກຳລັງເດີນໜ້າ ໃນການປ່ອນບັດລົງຄະແນນສຽງຂອງຕົນເອງ ໄດ້ເຮັດໃຫ້ມີຄວາມເຄັ່ງຕຶງເພີ້ມຂຶ້ນ. ການປະທະກັນໄດ້ເຮັດໃຫ້ຫຼາຍຮ້ອຍຄົນເສຍຊີວິດ.

ທ່ານດີໂປຣສ ມຸເຈນາ (Deprose Muchena), ຜູ້ອໍານວຍການອົງການນີລະໂທດກໍາສາກົນ ປະຈໍາພາກພື້ນອາຟຣິກາຕາເວັນອອກແລະພາກໃຕ້ ກ່າວຢູ່ໃນຖະແຫຼງການສະບັບນຶ່ງໃນວັນຈັນຜ່ານມາວ່າ "ໃນຂະນະທີ່ກອງທັບລັດຖະບານກາງເອທິໂອເປຍ ເລີ່ມກະກຽມທີ່ຈະປິດລ້ອມເມືອງເມເຄລລີ (Mekele) ຢູ່ນີ້ ອົງການນີລະໂທດກໍາສາກົນເຕືອນທຸກໆຝ່າຍວ່າ ຢູ່ພາຍໃຕ້ກົດໝາຍດ້ານມະນຸດສະທໍາສາກົນ ການໂຈມຕີພົນລະເຮືອນແລະວັດຖຸສິ່ງຂອງ ຂອງພົນລະເຮືອນໂດຍເຈດຕະນາ ແມ່ນຖືກເກືອດຫ້າມ ແລະການເຮັດແນວນັ້ນ ຈະເຮັດໃຫ້ເປັນການກໍ່ອາດຊະຍາກໍາສົງຄາມ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG