ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວ​ໜ້າ​ດ້ານ​ສິດ​ທິ​ມະ​ນຸດ ສ​ປ​ຊ ຮຽກ​ຮ້ອງ​ທ່ານ ປູ​ຕິນ ໃຫ້​ຢຸດ​ສົງ​ຄາມ ຢູ​ເຄ​ຣນ


ໂດ​ຣນ​ ແກ່​ທຸງ​ຊາດ ຢູ​ເຄ​ຣນ ຢູ່​ຕໍ່​ໜ້າ​ອະ​ນຸ​ສາ​ວະ​ລີ​ບ້ານ​ເກີດ​ເມືອງນອນ​ຂອງ ຢູ​ເຄ​ຣນ ໃນ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 24 ສິງ​ຫາ, 2022.
ໂດ​ຣນ​ ແກ່​ທຸງ​ຊາດ ຢູ​ເຄ​ຣນ ຢູ່​ຕໍ່​ໜ້າ​ອະ​ນຸ​ສາ​ວະ​ລີ​ບ້ານ​ເກີດ​ເມືອງນອນ​ຂອງ ຢູ​ເຄ​ຣນ ໃນ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 24 ສິງ​ຫາ, 2022.

ຫົວ​ໜ້າ​ດ້ານ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ ມິ​ແຊ​ລ ບາ​ເຊີ​ເລ ໃນ​ວັນ​ພະ​ຫັດ​ມື້ນີ້​ໄດ້​ຮຽກ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໃຫ້ “ຢຸດການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ຕໍ່​ ຢູ​ເຄ​ຣ​ນ.”

ໃນ​ການ​ກ່າວ​ຄຳ​ປາ​ໄສ ​ນຶ່ງວັນຫຼັງ​ຈາກ​ຄວາມ​ຂັດ​ແຍ້ງ​ ໄດ້​ແກ່​ຍາວ​ມາ​ເຖິງ 6 ເດືອນ​ນັ້ນ, ທ່ານ​ນາງ ບາ​ເຊີ​ເລ ໄດ້​ກ່າວ​ຢ້ຳ​ເຖິງ​ສະ​ຖາ​ນະ​ການ ກ່ຽວ​ກັບ ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ໂດຍ​ເວົ້າ​ວ່າ​ການ​ຕໍ່​ສູ້​ໃນ​ເຂດ​ດັ່ງ​ກ່າວ​ແມ່ນ​ໄດ້ກໍ່​ໃຫ້​ເກີດ “ຄວາມ​ສ່ຽງ​ທີ່ບໍ່​ສາ​ມາດ​ຄິດ​ໄດ້” ຕໍ່​ພົນ​ລະ​ເຮືອນ ແລະ ສິ່ງ​ແວດ​ລ້ອມ.

ຣັດ​ເຊຍ ແລະ ຢູ​ເຄ​ຣນ ໄດ້​ຖິ້ມ​ໂທດ​ໃສ່​ກັນ​ແລະ​ກັນ​ສຳ​ລັບ​ການ​ໂຈມ​ຕີ​ຢູ່​ໃກ້​ໂຮ​ງ​ໄຟ​ຟ້າ​ນັ້ນ, ແລະ ອົງ​ການ​ປະ​ລະ​ມະ​ນູ​ສາ​ກົນ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ພ້ອ​ມ​ແລ້​ວ​ທີ່​ຈະ​ສົ່ງ​ທີມ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອ​ດ​ໄພ​ຂອງ​ມັນ.

ທ່ານ​ນາງ ບາ​ເຊີ​ເລ ຍັງ​ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າກອງ​ກຳ​ລັງ​ຂອງ ຣັດ​ເຊຍ ແລະ ຢູ​ເຄ​ຣນ ຕ້ອງ​ເຄົາ​ລົບ​ກົດ​ໝາຍ​ສິດ​ທິ​ມະ​ນຸດ​ສາ​ກົນ, ໃນ​ຂະ​ນະ​ທີ່​ປະ​ຊາ​ຄົມ​ສາ​ກົນ​ຕ້ອງ​ຮັບ​ປະ​ກັນ​ຄວາມ​ຮັບ​ຜິດ​ຊອບ ​ສຳ​ລັບ​ການ​ລ່ວງ​ລະ​ເມີດ​ຕ່າງໆ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າຕົວ​ເລກ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ໃສ່​ສະ​ຖາ​ນີລົດ​ໄຟ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ໄດ້​ເພີ່ມ​ຂຶ້ນ​ເປັນ 25 ຄົນຫຼັງ​ຈາກ​ສົບ​ຜູ້​ເສຍ​ຊີ​ວິດ​ອີ​ກຫຼາຍ​ສົບ​ໄດ້​ຖື​ກ​ພົບ​ເຫັນ​ໃນ​ຊາກ​ຫັກ​ພັງ​ຢູ່​ເມືອງ ຊາ​ປ​ລີນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ “ການ​ໂຈມ​ຕີ​ດ້ວຍ​ລູ​ກ​ສອນ​ໄຟ​ຂອງ ຣັດ​ເຊຍ ໃສ່​ສະ​ຖາ​ນີ​ລົ​ດ​ໄຟ​ທີ່​ເຕັມ​ໄປ​ດ້ວຍ​ພົນ​ລະ​ເຮືອນ​ແມ່ນ​ເຂົ້າ​ກັບ​ຮູບ​ແບບ​ພຶດ​ຕິ​ກຳ​ທີ່​ປ່າ​ເຖື່ອນ. ພວກ​ເຮົາ​ຈະ​ສືບ​ຕໍ່, ຮ່ວມ​ກັນ​ກັບ​ຄູ່​ຮ່ວມ​ຈາກ​ທົ່ວ​ໂລກ, ຢືນ​ຄຽງ​ຂ້າງ​ກັບ ຢູ​ເຄ​ຣນ ແລະ ພະ​ຍາ​ຍາມ​ນຳ​ເອົາ​ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ມາ​ລົງ​ໂທດ.”

ປ​ະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ໄດ້​ຍົກ​ຍ້ອງ “ຄວາມ​ກ້າ​ຫານ​ເປັນ​ພິ​ເສດ ແລະ ການ​ອຸ​ທິດ​ຕົນ​ເພື່ອ​ເສ​ລີ​ພາບ” ຂອງ​ປະ​ຊາ​ຊົນ ຢູ​ເຄ​ຣນ ໃນ​ການ​ປ້ອງ​ກັນ​ພວກ​ນັກ​ລົບ ຣັດ​ເຊຍ, ໃນ​ຂະ​ນະ​ດຽວ​ກັນ​ໄດ້​ປະ​ກາດ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຄັ້ງ​ໃໝ່​ມູນ​ຄ່າເກືອບ 3 ຕື້​ໂດ​ລາ.

ໃນ​ວັນ​ປະ​ກາດ​ເອ​ກະ​ລາດ​ຂອງ ຢູ​ເຄ​ຣນ, ເຊິ່ງ​ເປັນ​ຂີດ​ໝາຍ​ຄົບ​ຮອບ 31 ປີ​ນັບ​ຕັ້ງ​ແຕ່​ໄດ້ຫຼົບ​ໜີ​ອອກ​ຈາກ​ການ​ປົກ​ຄອງ​ຂອງ ໂຊ​ຫວຽດ ໃນ​ປີ 1991 ນັ້ນ, ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ​ວັນ​ທີ່​ວ່າ​ນັ້ນ “ບໍ່​ພຽງ​ແຕ່​ເປັນ​ການ​ສະ​ເຫຼີມ​ສະຫຼອງ ກ່ຽວ​ກັບ ອະ​ດີດເທົ່າ​ນັ້ນ, ແຕ່​ເປັນ​ການ​ຢືນ​ຢັນ​ທີ່​ຊັດ​ເຈນ​ວ່າ ຢູ​ເຄ​ຣນ ຈະ​ຍັງ​ຄົງ ແລະ ກໍ​ຈະ​ຄົງ​ເປັນ​ປະ​ເທດ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ເອ​ກະ​ລາດ​ຢ່າງ​ພາກ​ພູມ​ໃຈ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG