ວັນອາທິດມື້ນີ້ ແມ່ນເປັນ ວັນນ້ຳຂອງໂລກ ເປັນວັນເນ້ນໜັກເຖິງ
ບົດບາດອັນສຳຄັນ ແລະ ຄວາມຈຳເປັນຂອງນ້ຳ ຕໍ່ຊີວິດຂອງ
ມວນມະນຸດ.
ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban
Ki-moon ກ່າວວ່າ ມວນຊົນກາງຕໍ່ນ້ຳ “ສຳຫລັບ ສາທາລະ
ນະສຸກ ແລະ ຄວາມກ້າວໜ້າທີ່ສະເໝີພາບ.” ທ່ານກ່າວ
ອີກວ່າ ນ້ຳແມ່ນ “ເປັນສິ່ງສຳຄັນແລະຈຳເປັນສຳຫລັບຄວາມ
ໝັ້ນຄົງ ດ້ານອາຫານ ແລະ ພະລັງງານ ແລະເປັນພາກສ່ວນ
ທີ່ສະໜັບສະໜູນ ການປະຕິບັດງານຂອງອຸດສາຫະກຳຕ່າງໆ.”
ທ່ານ ພັນ ກີ ມູນ ໄດ້ຮຽກຮ້ອງໃຫ້ນານາຊາດ “ມີນ້ຳໃຈຂອງການຮ່ວມມືກັນຢ່າງຮີບດ່ວນ” ເພື່ອຕ້ານຢັນວິກິດການນ້ຳ ທີ່ກຳລັງເພີ້ມທະວີຮ້າຍແຮງຂຶ້ນນັບມື້ ທີ່ທ່ານກ່າວວ່າ
ສືບເນື່ອງມາຈາກການເລີ້ມປ່ຽນແປງ ຂອງດິນຟ້າອາກາດ ຄວາມຕ້ອງການແຫລ່ງນ້ຳ
ຫຼາຍຂຶ້ນເລື້ອຍໆ ຈາກການກະເສດ ອຸດສາຫະກຳ ແລະ ເມືອງຕ່າງໆ ແລະຄວາມເປິະ
ເປື້ອນທີ່ເພີ້ມທະວີຂຶ້ນ ໃນຫຼາຍເຂດອີກດ້ວຍ.
ບົດລາຍງານສະບັບນຶ່ງຂອງອົງການສະຫະປະຊາຊາດ ກ່າວວ່າ “ເຖິງແມ່ນວ່າໄດ້ຮັບ
ຜົນຢ່າງໜ້າປະທັບໃຈ” ໃນທົດສະຫວັດທີ່ຜ່ານມາກໍຕາມ ແຕ່ປະຊາຊົນ 748 ລ້ານຄົນ
ກໍຍັງບໍ່ມີ ແຫລ່ງນ້ຳດື່ມທີ່ໄດ້ຮັບການປັບປຸງ ໃຫ້ຊົມໃຊ້ແລະ 2500 ລ້ານຄົນ ບໍ່ມີສະຖານ
ສຸຂາພິບານຕ່າງໆ ທີ່ໄດ້ຮັບການປັບປຸງ ໃຫ້ຊົມໃຊ້ເຊັ່ນກັນ.
ການມີນ້ຳສະອາດໃຊ້ ບໍ່ແມ່ນບັນຫາທີ່ຈຳກັດຢູ່ແຕ່ໃນເຂດຊົນນະບົດເທົ່ານັ້ນ. ໃນຂະນະ
ທີ່ ມີຜູ້ຄົນຈຳນວນໜຶ່ງລ້ານຄົນ ພາກັນຍົກຍ້າຍເຂົ້າໄປຢູ່ໃນເມືອງຕ່າງໆ ໃນແຕ່ລະອາທິດ
ຈຶ່ງມີການຄາດໝາຍກັນວ່າ ຈະມີຄົນ 2500 ລ້ານຄົນ ອາໄສຢູ່ໃນຫົວເມືອງຕ່າງໆ ພາຍໃນປີ 2050 ບ່ອນທີ່ລະບົບພື້ນຖານໂຄງລ່າງທີ່ເກົ່າແກ່ ຂອງນ້ຳ ຈະເຮັດໃຫ້ມີການສິ້ນເປືອງນ້ຳສະອາດ ຫຼາຍກວ່າທີ່ຈະຈັດສົ່ງໃຫ້ໄດ້.
ອົງການສະຫະປະຊາຊາດ ໄດ້ກຳນົດເອົາ ວັນທີ 22 ມີນາ ໃຫ້ເປັນວັນນ້ຳຂອງໂລກ ເມື່ອປີ 1993.
Sunday is World Water Day, a day that highlights the essential role of water in human life.
United Nations Secretary-General Ban Ki-moon says people rely on water "for public health and equitable progress."He says water "is essential for food and energy security, and it underpins the functioning of industries."
Mr. Ban has called for an international "spirit of urgent cooperation" to offset a growing water crisis that he says was brought on by the onset of climate change, growing demand on finite water resources from agriculture, industry and cities, and increasing pollution in many areas.
A U.N. reports says "despite impressive gains" in the last decade, 748 million people still do not have access to improved sources of drinking water and 2.5 billion people cannot access improved sanitation facilities.
Access to clean water is not an issue limited to rural areas.With a million people moving into cities every week, 2.5 billion people are projected to be in urban centers by 2050 where many antiquated water infrastructures waste more freshwater than they deliver.
The United Nations designated March 22 as World Water Day in 1993.