ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ສະ​ແດງ​ໃຫ້​ເຫັນ​ປະ​ເທດ​ສ່ວນ​ໃຫຍ່ ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ເປົ້າ​ໝາຍ​ ສະ​ພາບ​ອາ​ກາດຂອງ​ເຂົາ​ເຈົ້າ


ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ສະ​ຫະ​ປະ​ຊາ​ຊາດ COP26, ນະ​ຄອນຫຼວງ ກ​ລາ​ສ​ໂກ, ປະ​ເທດ ສ​ກັອດ​ແລນ, 31 ຕຸ​ລາ 2021.
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ສະ​ຫະ​ປະ​ຊາ​ຊາດ COP26, ນະ​ຄອນຫຼວງ ກ​ລາ​ສ​ໂກ, ປະ​ເທດ ສ​ກັອດ​ແລນ, 31 ຕຸ​ລາ 2021.

ຈາກ​ບັນ​ດາ​ປະ​ເທດ​ທີ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ດ້ວຍ​ຕົນ​ເອງ​ທີ່​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ຄັ້ງ​ໃໝ່​ເພື່ອ​ຕໍ່​ສູ້​ກັບ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ສະ​ຫະ​ປະ​ຊາ​ຊາດ​ ຫຼື COP26 ເມື່ອ​ປີ​ທີ່​ຜ່ານ​ມາ​ນັ້ນ, ມີ​ພຽງ​ຈຳ​ນວນ​ນ້ອຍ​ເທົ່າ​ນັ້ນ​ທີ່​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ສັນ​ຍາ​ຂອງ​ເຂົາ​ເຈົ້າ, ອີງ​ຕາມ​ລາຍ​ງານ​ທີ່​ເປີດ​ເຜີຍ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ພຸດ​ວານນີ້.

ແຕ່​ລະ​ປະ​ເທດ​ຂອງ 193 ປະ​ເທດ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ COP26 ໄດ້​ສ້າງ​ແຜນ​ການ​ສຳ​ລັບ​ການຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ແກັ​ສ​ເຮືອນ​ແກ້ວ, ເຊິ່ງ​ກັກ​ອາຍ​ຮ້ອນ​ໃນ​ຊັ້ນ​ບັນ​ຍາ​ກາດ. ໃນ​ການ​ນຳ​ສະ​ເໜີ​ດ້ວຍຫຼັກ​ຖານ​ທີ່​ວ່າ​ແຜ​ນ​ການ​ໃນ​ປັດ​ຈຸ​ບັນ​ຂອງ​ເຂົາ​ເຈົ້າ​ແມ່ນບໍ່​ພຽງ​ພໍ​ເພື່ອ​ປ້ອງ​ກັນ​ໂລກ​ຈາກ​ການ​ອຸ່ນ​ຂຶ້ນຫຼາຍ ກວ່າ 1.5 ອົງ​ສາ​ແຊ​ລຊຽດ ເໜືອ​ລະ​ດັບ​ກ່ອນ​ຍຸກ​ອຸດ​ສາ​ຫະ​ກຳ, ເຊິ່ງ​ແມ່ນ​ຈຸດ​ທີ່​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ເຊື່ອ​ວ່າ​ສະ​ພາບ​ອາ​ກາດປ່ຽນ​ແປງ​ຄັ້ງ​ຫາ​ຍະ​ນະ​ຈະ​ກາຍ​ເປັນ​ສິ່​ງ​ທີ່ຫຼີກ​ລ່ຽງ​ບໍ່​ໄດ້​ນັ້ນ, ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ໄດ້​ສັນ​ຍາ​ທີ່​ຈະ​ທຳ​ການທົບ​ທວນ​ມັນ.

ລາຍ​ງານ​ດັ່ງ​ກ່າວ​ຖືກ​ເປີດ​ເຜີຍ​ວັນ​ພຸດ​ວານນີ້, ເຊິ່ງ​ໄດ້​ເກັບ​ເອົາ​ແຜນ​ດຳ​ເນີນ​ການ, ໄດ້​ພົບ​ວ່າ​ຈາກ​ປະ​ເທດ​ທີ່​ເຂົ້າ​ຮ່ວມ 193 ປະ​ເທດ, ມີ​ພຽງ 24 ປະ​ເທດ​ທີ່​ໄດ້​ເອົາ​ບາດ​ກ້າວ​ເພື່ອ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ໃນ​ການຫຼຸດ​ຜ່ອນ​ອາຍ​ແກັ​ສ​ພິດ.

ທ່ານ ໄຊ​ມອນ ສ​ຕີ​ແອ​ລ, ເລ​ຂາ​ທິ​ການ​ໃຫຍ່​ຂອງ​ຫ້ອງ​ການ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ສະ​ຫະ​ປະ​ຊາ​ຊາດ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ທີ່​ຖືກ​ເປີດ​ເຜີຍ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ຢູ່ກອງ​ປ​ະ​ຊຸມ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນຫຼວງ ກ​ລາ​ສ​ໂກ ປະ​ເທດ ສ​ກັອດ​ແລນ ໃນ​ປີ​ກາຍນີ້, ທຸກ​ປະ​ເທດ​ໄດ້​ຕົກ​ລົງ​ທີ່​ຈະ​ທົບ​ທວນ​ຄືນ ແລະ ເສີມ​ຂະ​ຫຍາຍ​ແຜນ​ການ​ສະ​ພາບ​ອາ​ກາດ​ຂອງ​ເຂົາ​ເຈົ້າ. ຂໍ້​ເທັດ​ຈິງ​ກໍ​ແມ່ນ​ວ່າ​ມີ​ພຽງ 24 ແຜນ​ການ​ໃໝ່ ຫຼື ປັບ​ປຸງ​ໃໝ່​ຖືກມອບ​ໃຫ້​ນັບ​ຕັ້ງ​ແຕ່ COP26 ແມ່ນ​ໜ້າ​ຜິດ​ຫວັງ. ການ​ຕັດ​ສິນ​ໃຈ ແລະ ການ​ດຳ​ເນີນ​ການ​ຂອງ​ລັດ​ຖະ​ບານ​ຕ້ອງ​ສະ​ທ້ອນ​ເຖິງ​ລະ​ດັບ​ຂອງ​ຄວາມ​ຮີບ​ດ່ວນ, ຄວາມ​ຮ້າຍ​ແຮງ​ຂອ​ງ​ໄພ​ຂົ່ມ​ຂູ່​ທີ່​ພວກ​ເຮົາ​ກຳ​ລັງ​ປະ​ເຊີນ​ຢູ່, ແລະ ຄວາມ​ສັ້ນ​ຂອງ​ເວ​ລາ​ທີ່​ພວກ​ເຮົາ​ມີ​ຢູ່​ເພື່ອຫຼີກ​ລ່ຽງ​ຜົນ​ຕາ​ມາ​ທີ່​ຫາ​ຍະ​ນະ​ຂອງ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ທີ່​ຄວບ​ຄຸມບໍ່​ຢູ່.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG