ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ້າຫຼວງໃຫຍ່ ດ້ານອົບພະຍົບ ຂອງສະຫະປະຊາຊາດ ກັງວົນວ່າ ສົງຄາມຢູ່ໃນຢູເຄຣນ ກໍາລັງຈະຖືກລືມ


ປະຊາຊົນ ພາກັນລົບໄພຢູ່ໃນສະຖານີລົດໄຟໃຕ້ດິນ ໃນລະຫວ່າງການໂຈມຕີທາງອາກາດຂອງຣັດເຊຍໃສ່ນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 23 ມັງກອນ 2024. ຂ້າຫຼວງໃຫຍ່ດ້ານອົບພະຍົບຂອງສະຫະປະຊາຊາດກ່າວໃນວັນພຸດວານນີ້ວ່າ ສົງຄາມຢູເຄຣນກໍາລັງຖືກລືມ ທ່າມກາງວິກິດການຕ່າງໆທີ່ເກີດຂຶ້ນຢູ່ໃນໂລກ.
ປະຊາຊົນ ພາກັນລົບໄພຢູ່ໃນສະຖານີລົດໄຟໃຕ້ດິນ ໃນລະຫວ່າງການໂຈມຕີທາງອາກາດຂອງຣັດເຊຍໃສ່ນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 23 ມັງກອນ 2024. ຂ້າຫຼວງໃຫຍ່ດ້ານອົບພະຍົບຂອງສະຫະປະຊາຊາດກ່າວໃນວັນພຸດວານນີ້ວ່າ ສົງຄາມຢູເຄຣນກໍາລັງຖືກລືມ ທ່າມກາງວິກິດການຕ່າງໆທີ່ເກີດຂຶ້ນຢູ່ໃນໂລກ.

ຂ້າ​ຫຼວງ​ໃຫຍ່ດ້ານອົບ​ພະ​ຍົບ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຫຼື UNHCR ​ກ່າວ​ວ່າ ​ທ່ານ​ມີ​ຄວາມ​ກັງ​ວົນ​ວ່າ ​ສົງ​ຄາມ​ໃນຢູເຄຣນໄດ້​ຖືກ​ລືມ ​ໃນ​ຂະ​ນະ​ທີ່​ປະ​ເທດດັ່ງກ່າວ​ນີ້ ​ກໍາລັງກ້າວ​ເຂົ້າສູ່ປີທີ​ 2 ​ຂອງສົງຄາມນັບ​ຕັ້ງ​ແຕ່​ການ​ບຸກ​ໂຈມ​ຕີ​ ຢູເຄຣນ ຢ່າງ​ເຕັມ​ອັດຕາ​ຂອງ ​ຣັດ​ເຊຍ​, ອີງຕາມລາຍງານຂອງອົງການຂ່າວ AP.

ຫົວໜ້າອົງການ UNHCR ທ່ານຟີລິບໂປ ແກຣນດີ (Filippo Grandi) ຍັງໄດ້ກ່າວຕໍ່ອົງການຂ່າວ AP ໃນລະຫວ່າງການໃຫ້ສໍາພາດວັນພຸດວານນີ້ວ່າ ມັນເປັນສິ່ງສໍາຄັນ ທີ່ຈະເຕືອນປະຊາຄົມນາໆຊາດວ່າ ຊາວຢູເຄຣນຍັງມີຊີວິດຜ່ານຊ່ວງເວລາແຫ່ງສົງຄາມທີ່ໂຫດຮ້າຍຢູ່ ເຖິງແມ່ນວິກິດການອື່ນໆຂອງໂລກ ຈະກາຍມາເປັນຈຸດເດັ່ນກໍຕາມ.

ທ່ານແກຣນດີ ໄດ້ໄປຢ້ຽມຢາມຢູເຄຣນເປັນເວລານຶ່ງອາທິດ. ທ່ານ​ກ່າວ​ວ່າ, ການ​ໂຈມ​ຕີດັ່ງກ່າວ ​ຍັງສືບ​ຕໍ່ນໍາເອົາການທໍາລາຍລ້າງ ມາ​ໃຫ້​ພົນລະ​ເຮືອນ ດ້ວຍການທໍາລາຍເຮືອນຊານຈຳ​ນວນ​ນຶ່ງ​, ສູນສຸຂະພາບຫຼາຍແຫ່ງໄດ້ຮັບຜົນກະທົບ ​ແລະ​ສະຖານທີ່​ອຳນວຍ​ຄວາມ​ສະດວກຕ່າງໆ​ບໍ່​ສາມາດດໍາເນີນການໄດ້.

KYIV, Ukraine (AP) — The U.N. High Commissioner for Refugees says that he's worried that the war in Ukraine has been forgotten as the country prepares to mark two years since Russia's full-scale invasion. UNHCR chief Filippo Grandi also told The Associated Press in an interview on Wednesday that it was important to remind the international community that Ukrainians were still living through a brutal war despite other global crises taking the spotlight. Grandi has been visiting Ukraine for a week. He said that the invasion continues to bring devastation to civilians with houses destroyed, health centers hit and many facilities not functioning.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG