ຫົວໜ້າອົບພະຍົບອົງການສະຫະປະຊາຊາດ ທ່ານຟີລິບໂປ ແກຣນດີ ກ່າວໃນວັນພະຫັດວານນີ້ວ່າ ຫຼາຍກວ່າ 70 ລ້ານຄົນທີ່ໄດ້ຖືກບັງຄັບໃຫ້ອົບພະຍົບຫຼົບໄພຢູ່ໃນທົ່ວໂລກນັ້ນ ແມ່ນເປັນ “ຄວາມລົ້ມແຫຼວຮ່ວມກັນ” ຂອງປະຊາຄົມສາກົນແລະຮຽກຮ້ອງໃຫ້ມີຄວາມເປັນນ້ຳນຶ່ງໃຈດຽວກັນຫຼາຍຂຶ້ນເພື່ອແກ້ໄຂບັນຫາດັ່ງກ່າວ.
ທ່ານແກຣນດີ ກ່າວຕໍ່ວີໂອເອ ໃນການໃຫ້ສຳພາດທີ່ນະຄອນຫຼວງອຳມານຂອງ ປະເທດຈໍແດັນ ບ່ອນທີ່ທ່ານເຂົ້າຮ່ວມພິທີ ລະນຶກເຖິງວັນອົບພະຍົບຂອງໂລກ ໂດຍເວົ້າວ່າ “ປະຊາຊົນສ່ວນໃຫຍ່ທີ່ພວກເຮົາກ່າວເຖິງນັ້ນ ແມ່ນ 70 ລ້ານຄົນ ທີ່ພາກັນຫຼົບໜີຈາກສົງຄາມ ຄວາມຮຸນແຮງ ແລະວິກິດການ. ປະຊາຄົມສາກົນເບິ່ງຄືວ່າ ໝົດຄວາມສາມາດໄປແລ້ວ ໃນການຮັບມື ແລະແກ້ໄຂສົງຄາມແລະວິກິດການເຫຼົ່ານີ້.”
ອົງການອົບພະຍົບຂອງສະຫະປະຊາຊາດ ຫຼື (UNHCR) ກ່າວໃນອາທິດນີ້ວ່າ ມີ 70 ລ້ານ 8 ແສນຄົນ ໄດ້ຖືກບັງຄັບໃຫ້ຫຼົບໜີໄປຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າໃນປີກາຍນີ້ ຫຼືບໍ່ກໍເປັນຜູ້ຫຼົບໄພຢູ່ພາຍໃນປະເທດ ຍ້ອນເກີດບັນຫາຂັດແຍ້ງ ຄວາມຮຸນແຮງ ການລະເມີດສິດທິມະນຸດ ຫຼືບໍ່ກໍຍ້ອນການປະຫັດປະຫານ. ໃນນັ້ນແມ່ນ 2 ລ້ານ 3 ແສນຄົນ ຫຼາຍກວ່າປີ 2017.
ປະມານ 25 ລ້ານຄົນໃນຈຳນວນນີ້ ຖືກຈັດວ່າເປັນອົບພະຍົບ ພາຍໃຕ້ສິດອຳນາດທີ່ໄດ້ຮັບມອບໝາຍຈາກອົງການອົບພະຍົບສະຫະປະຊາຊາດ ສ່ວນທີ່ເຫຼືອແມ່ນເປັນພວກຫຼົບໄພພາຍໃນປະເທດ ຫຼືບໍ່ກໍເປັນພວກຂໍລີ້ໄພ.
ສ່ວນໃຫຍ່ຂອງພວກອົບພະຍົບ ແມ່ນມາຈາກ ຫ້າປະເທດ ຄືຊີເຣຍ ອັຟການິສຖານ ຊູດານໃຕ້ ມຽນມາ ແລະໂຊມາເລຍ.
ແຕ່ທ່ານແກຣນດີ ບໍ່ຍອມຮັບເອົາຄວາມຄິດທີ່ວ່າ ບັນຫານີ້ແມ່ນໃຫຍ່ກວ່າທີ່ຈະແກ້ໄຂໄດ້.
ທ່ານກ່າວວ່າ “ນີ້ແມ່ນເປັນອັນຕະລາຍ. ພວກເຮົາແມ່ນຢູ່ໃນໂລກ ຊຶ່ງພວກເຮົາມີນັກການເມືອງເປັນຈຳນວນຫຼວງຫຼາຍທີ່ບໍ່ຢ້ານໃນການເຮັດບາບ ທີ່ບອກພວກເຮົາວ່າ ນີ້ແມ່ນເປັນໄປບໍ່ໄດ້ທີ່ຈະຢຸດເຊົາວິກິດການນີ້ ໃນການບັງຄັບໃຫ້ມີການຍົກຍ້າຍຖິ່ນຖານ ແລະດັ່ງທີ່ທ່ານຮູ້ ການແກ້ໄຂຂອງພວກເຂົາເຈົ້າ ແມ່ນຫຍັງ?ສົ່ງກັບຄືນ ອັດລົງ ອອກກົດໝາຍຈຳກັດ ສ້າງກຳແພງ. ນີ້ແມ່ນຄຳເວົ້າທີ່ຂ້າພະເຈົ້າບໍ່ຍອມຮັບເອົາ.”
ທ່ານໄດ້ຊີ້ໃຫ້ເຫັນສັນຍາຂອງສະຫະປະຊາຊາດກ່ຽວກັບອົບພະຍົບໃນໂລກທີ່ໄດ້ມີການຕົກລົງກັນໃນເດືອນທັນວາປີກາຍນັ້ນວ່າ ເປັນແຜນທີ່ ກ່ຽວກັບຂໍ້ກຳນົດທີ່ໄດ້ວາງອອກ ກ່ຽວກັບການແບ່ງກັນຮັບມືແລະການຮ່ວມມືຂອງນາໆຊາດ. ທ່ານສັນຍາດັ່ງກ່າວ ພວມເຮັດໃຫ້ການຮັບມືກັບພວກອົບພະຍົບຢູ່ໃນ 15 ປະເທດດີຂຶ້ນ.