ອົງການສະຫະປະຊາຊາດ ເຕືອນວ່າ ກົດໝາຍໃໝ່ຂອງປະເທດ ໂປແລນ, ເຊິ່ງເຮັດໃຫ້ງ່າຍຂຶ້ນທີ່ຈະປົດຜູ້ພິພາກສາອອກຈາກຕຳແໜ່ງນັ້ນ, ມີຄວາມສ່ຽງທີ່ຈະທຳລາຍຄວາມເປັນອິດສະຫຼະພາບຂອງອຳນາດຕຸລາການໃນປະເທດນັ້ນ. ກົດໝາຍທີ່ຖືກສະເໜີຂຶ້ນໂດຍພັກກົດໝາຍ ແລະ ຍຸຕິທຳທີ່ກຳລັງປົກຄອງປະເທດ ໂປແລນ ນັ້ນໄດ້ຖືກຮັບຜ່ານໃນວັນສຸກແລ້ວນີ້ ໂດຍສະພາຕ່ຳຂອງສະພາແຫ່ງຊາດຂອງປະເທດດັ່ງກ່າວ.
ບັນດາເຈົ້າໜ້າທີ່ອົງການສະຫະປະຊາຊາດເວົ້າວ່າ ກົດໝາຍໄດ້ເຮັດໃຫ້ມີຂໍ້ຈຳກັດເພີ່ມຂຶ້ນຕໍ່ຄວາມເປັນອິດສະຫຼະຂອງ ບັນດາຜູ້ພິພາກສາ ດ້ວຍການຫ້າມສິດທິໂດຍພື້ນຖານຂອງເຂົາເຈົ້າ ຕໍ່ເສລີພາບໃນການຄົບຫາສະມາຄົມ ແລະ ເສລີພາບໃນການປາກເວົ້າ.
ໂຄສົກອົງການສະຫະປະຊາຊາດ ທ່ານ ຣູເຜີດ ຄອລວິລ ໄດ້ກ່າວວ່າ ບັນດາຜູ້ພິພາກສາບໍ່ຄວນຖືກເຮັດໃຫ້ເປັນເລື່ອງການເມືອງ ແລະ ບໍ່ຄວນນຳເອົາການເມືອງເຂົ້າມາໃນສານ. ແນວໃດກໍຕາມ, ທ່ານໄດ້ກ່າວຕໍ່ວີໂອເອວ່າ, ຄືກັບຄົນອື່ນໆ, ບັນດາຜູ້ພິພາກສາມີສິດທີ່ຈະໃຫ້ຄວາມຄິດເຫັນຂອງເຂົາເຈົ້າເອງ ແລະ ຫາສະມາຊິກຕາມທີ່ເຂົາເຈົ້າເລືອກ ທ່ານໄດ້ກ່າວຢ້ຳວ່າ ກົດໝາຍໃໝ່ຈະຫ້າມການກະທຳທີ່ວ່ານີ້ຢ່າງຮ້າຍແຮງ.
ທ່ານ ຄອລວິລ ເວົ້າວ່າ “ແນ່ນອນ, ຜົນກະທົບໂດຍລວມຂອງມັນແມ່ນຜົນກະທົບທີ່ເປັນຕາຢ້ານຫຼາຍຕໍ່ອຳນາດຕຸລາການ. ມັນຈຳກັດຫຼາຍທີ່ມັນອາດສົ່ງຜົນກະທົບຕໍ່ຄວາມສະໝັກໃຈຂອງເຂົາເຈົ້າ ທີ່ຈະມີສ່ວນຮ່ວມໃນການໂຕ້ຖຽງ ແລະ ການປຶກສາຫາລືທາງກົດໝາຍທີ່ສຳຄັນ.
ທ່ານ ຄອລວິລ ກ່າວວ່າ ກົດໝາຍດັ່ງກ່າວອາດປ້ອງກັນຜູ້ພິພາກສາບໍ່ໃຫ້ປະຕິບັດໜ້າທີ່ທາງກົດໝາຍຂອງເຂົາເຈົ້າພາຍໃຕ້ກົດໝາຍ ສະຫະພາບ ຢູໂຣບ ແລະ ແມ່ນກະທັ້ງໃຊ້ກົດໝາຍ ສະຫະພາບ ຢູໂຣບ ຢ່າງເໝາສົມ. ທ່ານເວົ້າ ຕື່ມວ່າ ມັນຍັງຈະຍັງຈະເປັນການໃຊ້ກົດໝາຍສິດທິມະນຸດສາກົນໃນທາງທີ່ຜິດດ້ວຍ.
ທ່ານ ຄອລວິລ ກ່າວວ່າ “ອີງຕາມຄະນະກຳມະການສິດທິມະນຸດ, ຕົວຢ່າງ, ຂໍ້ກຳນົດຂອງຄວາມເປັນເອກະລາດໃນມາດຕາທີ 14 ຂອງສົນທິສັນຍາສາກົນ ກ່ຽວກັບ ສິດທິພົນລະເມືອງ ແລະ ການເມືອງ ໄດ້ອ້າງເຖິງລະບຽບການ ແລະ ຄຸນສົມບັດສຳລັບການແຕ່ງຕັ້ງຜູ້ພິພາກສາຕ່າງໆ, ການຮັບປະກັນ ກ່ຽວກັບ ຄວາມປອດໄພໃນອາຊີບຂອງເຂົາເຈົ້າ ຈົນກວ່າອາຍຸອອກບຳນານທີ່ເປັນຂໍ້ບັງຄັບ ຈະເຮັດໃຫ້ການດຳລົງຕຳແໜ່ງຂອງເຂົາເຈົ້າໝົດອາຍຸ.
ປະເທດ ໂປແລນ ໄດ້ຖືກເລືອກເປັນສະມາຊິກ 47 ປະເທດຂອງສະພາສິດທິມະນຸດ ອົງການສະຫະປະຊາຊາດ ສຳລັບສະໄໝນຶ່ງສອງປີ ເລີ່ມຕົ້ນໃນປີ 2020. ໃນຖານະເປັນສະມາຊິກໃໝ່ນັ້ນ, ທ່ານ ຄອລວິລ ເວົ້າວ່າ ໂປແລນ ຄາດວ່າຈະຕັ້ງມາດຕະຖານລະດັບສູງ ກ່ຽວກັບ ການປະຕິບັດຕາມກົດໝາຍສິດທິມະນຸດສາກົນ. ທ່ານເວົ້າວ່າ ເຂົາເຈົ້າຄາດວ່າຈະສະໜັບສະໜູນສິດທິມະນຸດ ແລະ ເສລີພາບພື້ນຖານໃນທົ່ວໂລກ.