ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຕິບັດງານ ຮັກສາສັນຕິພາບ ສປຊ ຖືກຕັດ ງົບປະມານ 600 ລ້ານໂດລາ


ຮູບພາບໝວກສີຟ້າ ຂອງໜ່ວຍປະຕິບັດງານຮັກສາສັນຕິພາບ ທີ່ເຫັນຢູ່ນະຄອນ Port-au-Prince ປະເທດ Haiti.
ຮູບພາບໝວກສີຟ້າ ຂອງໜ່ວຍປະຕິບັດງານຮັກສາສັນຕິພາບ ທີ່ເຫັນຢູ່ນະຄອນ Port-au-Prince ປະເທດ Haiti.

ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ​ໄດ້​ລົງ​ຄະ​ແນນ​ສຽງ ​ໃນ​ວັນສຸກ ວານ​ນີ້
ທີ່​ຈະ​ຕັດ​ 600 ລ້ານ​ໂດ​ລາ ​ຈາກ​ງົບປະມານປະຈຳ​ປີໃນ​ການປະຕິບັດ​ງານ​ຮັກສາ​ສັນ
ຕິພາບຂອງ​ສະຫະ​ປະຊາ​ຊາດ​ເກືອບ 8 ພັນ​ລ້ານ​ໂດ​ລາ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ມີຂຶ້ນ​ທ່າມ​ກາງ​ຄວາມ​ກົດ​ດັນ​ຂອງ​ລັດຖະບານປະທາ ນາທິ
ບໍດີ​ທຣໍາ ທີ່ໄດ້​ປະກອບ​ທຶນຫລາຍ​ກວ່ານຶ່ງ​ສ່ວນ​ສີ່​ ​ຂອງງົບ​ປະມານ​ປະຈຳ​ປີ. ​ແຕ່​ວ່າ​
ເລຂາ​ທິການ​ໃຫຍ່​ສະຫະປະຊາ​ຊາດ ທ່ານ Antonio Guterres ຜູ້​ທີ່​ໄດ້​ເຂົ້າກຳ​ຕຳ​
ແໜ່​ງ​ໃນ​ວັນ​ທີ 1 ມັງກອນ​ຜ່ານ​ມານີ້ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູ​ບທີ່ສຳຄັນ ຮວມທັງການປະຕິບັດ​ງານຮັກສາ​ສັນຕິພາບ.

ການປະຕິບັດ​ງານ​ຮັກສາ​ສັນຕິ​ພາບ​ສະຫະ​ປະຊາ​ຊາດ ທີ່ໃຫ້ການ​ສະໜັບສະໜູ​ນ​ ​ແກ່ກຳລັງທາງ​ທະຫານ ຕຳຫລວດ ​ແລະ​ ພົນລ​ະ​ເຮືອນ ຫລາຍ​ກວ່າ 110,000 ຄົນ
​ຢູ່ໃນ 16 ປະ​ເທດ ​ໄດ້​ຖືກ​ຕິຕຽນ​ຢ່າງ​ໜັກ​ ໃນໄລຍະ​ສອງ​ສາມ​ປີ​ຜ່ານ​ມານີ້ ​ຍ້ອນ​
ຄວາມ​ບໍ່​ມີ​ລະບຽບ​ວິ​ໄນ​ຂອງພວກທະຫານ ຊຶ່ງໃນບາງ​ຄັ້ງບາງ​ຄາວ ​ແມ່ນ​ບໍ່​ສາມາດ
​ໃຫ້ການປົກປ້ອງ​ພົນລະ​ເຮືອນ ​ແລະ​ໄດ້​ທຳ​ການ​ລວນ​ລາມ​ທາງ​ເພດ ​ຕໍ່ເຂົາ​ເຈົ້ານຳ​
ດ້ວຍ. ຢູ່​ໃນHaiti ໜ່ວຍປະຕິບັດ​ງານ​ຮັກສາ​ສັນຕິພາບສະຫະ​ປະ ຊາ​ຊາດ ​ໄດ້​ຖືກ​
ຕິຕຽນ​ວ່າ ​ນຳ​ເອົາ​ການລະບາດຂອງ​ໂຣກອະຫິວາເຂົ້າໄປ​ໃນປະ​ເທດດັ່ງກ່າວທີ່​ໄດ້
​ເຮັດໃຫ້​ມີ​ຜູ້​ລົ້ມປ່ວຍ ​ແລະເສຍ​ຊີວິດຫລາຍ​ພັນ​ຄົນ​. ແລະ​ໃນ​ກໍລະນີ​ ຂອງ​ການ​ປົກ
ປ້ອງພົນລະ​ເຮືອນ.”

ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley ລາຍງານຕໍ່ລັດຖະສະພາ ທີ່ນະຄອນຫລວງວໍຊິງຕັນ.
ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley ລາຍງານຕໍ່ລັດຖະສະພາ ທີ່ນະຄອນຫລວງວໍຊິງຕັນ.

ເຖິງ​ແມ່ນ​ວ່າ​ບໍ່​ມີ​ປະສິດທິພາບ​ພຽງພໍ ​ແລະ​ບັນຫາ​ຕ່າງໆ “ພວກ​ໝວກ​ເຫລັກ​ສີຟ້າ”
ໃນ​ນາມ​ຜູ້​ຮັກສາ​ສັນຕິ​ພາບ ຊຶ່ງ​ເປັນ​ທີ່​ຮູ້​ກັນໃນ​ຄວາມ​ແຕກ​ຕ່າງ​ຂອງ​ໝວກ​ເຂົາ​ເຈົ້າ
ນັ້ນ ​ຍັງມີ​ບົດບາດອັນ​ສຳຄັນ ​ຢູ່​ໃນ​ບັນດາ​ປະ​ເທດ​ທີ່​ຍັງ​ບໍ່​ມີ​ຄວາມໝັ້ນຄົງ​ທັງຫລາຍ
ບ່ອນທີ່​ພົນລະ​ເຮືອນຕ້ອງການໆປົກ​ປ້ອງ​ ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ ​ແລະ​
ສະ​ຖາ​ບັນ​ຕ່າງໆ​ຍັງ​ບໍ່​ໝັ້ນຄົງ.

ຫ້ອງການໃຫຍ່ສະຫະປະຊາຊາດ ທີ່ປະຕິບັດງານຢູ່ປະເທດ Ivory Coast.
ຫ້ອງການໃຫຍ່ສະຫະປະຊາຊາດ ທີ່ປະຕິບັດງານຢູ່ປະເທດ Ivory Coast.

ທ່ານ​ນາງ Jordie Hannum ຜູ້ອຳ​ນວຍ​ການ​ອະ​ວຸ​ໂສ​ຂອງອົງການ Better World Campaign ທີ່​ເຮັດ​ວຽກ​ເພື່ອ​ສົ່ງ​ເສີມ​ຄວາມ​ເຂັ້ມ​ແຂງລະຫວ່າງສະຫະ ລັດ ​ແລະ​
ສະຫະ​ປະຊາ​ຊາດ ກ່າວ​ວ່າ “​ເປັນ​ຄຸນ​ຄ່າ​ອັນ​ຍິ່ງ​ໃຫຍ່.”

ເອກອັກຄະລັດຖະທູດອີຕາລີ ທ່ານ Sebastiano Cardi ກ່າວຢູ່ກອງປະຊຸມຄວາມໝັ້ນຄົງ.
ເອກອັກຄະລັດຖະທູດອີຕາລີ ທ່ານ Sebastiano Cardi ກ່າວຢູ່ກອງປະຊຸມຄວາມໝັ້ນຄົງ.

ທ່ານ​ນາງ Hunnum ກ່າວ​ວ່າ “ມີ​ການຄົ້ນຄວ້າ​ເປັນ​ເວລາຫລາຍ​ທົດ​ສະ​ວັດ​ ທີ່​ສະ
​ແດງ​ໃຫ້ເຫັນວ່າ ​ການ​ຮັກສາ​ສັນຕິພາບ ​ໃນ​ເວລາ​ມີທີ່​ມີ​ຊັບພະຍາກອນ​ ​ແລະ​ອຸບ
ປະກອນ ຢ່າງພຽງພໍ ສາມາດ​ເຮັດ​ໃຫ້​ມີ​ຄວາມ​ແຕກ​ຕ່າງ​ຢ່າງໃຫຍ່ຫລວງ​ໃນ​ກໍລະ
ນີປ້ອງ​ກັນບໍ່​ໃຫ້​ເກີດ​ບັນຫາ​ຂັດ​ແຍ້​ງ​ຂຶ້ນ​ມາ​ໃໝ່

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG