ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ປະນາມ ການສັງຫານ ກຳລັງຮັກສາ ສັນຕິພາບ ໃນອາຟຣິ​ກາ​ກາງ


ແຜນທີ່ ສາທາລະນະ​ລັດອັຟຣິ​ກາ​ກາງ
ແຜນທີ່ ສາທາລະນະ​ລັດອັຟຣິ​ກາ​ກາງ

ສະພາ​ຄວາມໝັ້ນຄົງ ​ອົງການ​ສະຫະ​ປະຊາ​ຊາດ ໄດ້​ປະນາມ​ດ້ວຍ “​ຄຳ​ເວົ້າທີ່ແຮງສຸດ”​
ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ກ່ຽວ​ກັບ​ການ​ສັງຫານກຳລັງ​ຮັກສາ​ສັນຕິພາບສະຫະ​ປະຊາຊາດ ຊາວ​ໂມຣ໊ອກ​ໂກ 2 ຄົນ ​ໃນ​ສາທາລະນະ​ລັດ ອາ​ຟຣິກາກາງ.

​ກຳລັງ​ຮັກສາ​ສັນຕິພາບສະຫະ​ປະຊາຊາດທັງ​ສອງ ໄດ້​ຖືກ​ສັງຫານ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ ​ຄຸ້ມ​ກັນລົດ​ບັນທຸກເຊື້ອໄຟ ປະມານ 60 ກິໂລ​ແມັດ ​ທາງ​ຕາ​ເວັນ​ຕົກ​ຂອງ​ເມືອງ Obo ຕອນ​ທີ່​ພວກ​ເຂົາ​ເຈົ້າຖືກ​ໂຈມ​ຕີ​ ຈາກ​ພວກ​ກໍ່​ການ​ຮ້າຍ​ທີ່​ບໍ່​ຊາບຝ່າຍ ຊຶ່ງ​ໄດ້​ຫລົບໜີເຂົ້າ​ປ່າໄປ​.

​ໃນ​ລາຍ​ງານ​ທີ່​ນຳ​ອອກ​ມາ​ເຜີຍ​ແຜ່​ໃນ​ວັນ​ພຸດ​ວານ​ນີ້ ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ວ່າ “ການ​ໂຈມ​ຕີ​ທີ່​ແນ​ເປົ້າ​ໝາຍ​ໃສ່ເຈົ້າ ກຳລັງ​ຮັກສາ​ສັນຕິພາບ
ສະຫະ​ປະຊາຊາດ ຊຶ່ງອາດ​ຈະ​ເປັນ​ຄວາ​ຜິດ​ເທົ່າ​ກັບ​ກໍ່​ອາ​ຊະ​ຍາ​ກຳ​ສົງຄາມ”
​ແລະ
“​ກ່າວ​ຢ້ຳວ່າ ພວກ​ທີ່​ຮັບຜິດຊອບຕໍ່​ການ​ໂຈມ​ຕີ​ນີ້ ຕ້ອງ​ຖືກ​ນຳ​ຕົວ​ມາ​ລົງ​ໂທດ.”

ປະທານາທິບໍດີ ສາທາລະນະ​ລັດອັຟຣິ​ກາ​ກາງ ທ່ານ Faustin Archange Touadera (ຊ້າຍ) ແລະ ປ. Ivory Coast ທ່ານ Alassane Ouattara ໃນທຳນຽບປະທານາທິຍໍດີ ຕອນທີ່ທ່ານ Touadera ຢ້ຽມຢາມ ໃນ Abidjan, Ivory Coast, 7 ພະຈິກ, 2016.
ປະທານາທິບໍດີ ສາທາລະນະ​ລັດອັຟຣິ​ກາ​ກາງ ທ່ານ Faustin Archange Touadera (ຊ້າຍ) ແລະ ປ. Ivory Coast ທ່ານ Alassane Ouattara ໃນທຳນຽບປະທານາທິຍໍດີ ຕອນທີ່ທ່ານ Touadera ຢ້ຽມຢາມ ໃນ Abidjan, Ivory Coast, 7 ພະຈິກ, 2016.

ສາທາລະນະ​ລັດອັຟຣິ​ກາ​ກາງ ​ໄດ້ເກີດ​ຄວາມ​ວຸ້ນວາຍ ນັບ​ຕັ້ງ​ແຕ່​ປີ 2013 ​ເປັນຕົ້ນມາ ​ເວລາ​ພວກ​ກະບົດ​ຊາວ​ມຸສລິ​ມ​ໄດ້​ເຂົ້າ​ຍຶດ​ເອົາ​ປະ​ເທດ​ທີ່​ຜູ້​ຄົນ​ສ່ວນ​ໃຫຍ່​ນັບຖື​ສາສະໜາ​ຄຣິສ ​ແລະ​ໂຄ່ນ​ລົ້ມ ປະທານາທິບໍດີ ທ່ານ Francois Boziie ​ໃນ​ຕອນ​ນັ້ນ.

​ເດືອນ​ທັນວາ​ຂອງປີ​ນັ້ນ ອົງການ​ສະຫະ​ປະຊາ​ຊາດ ​ໄດ້ສົ່ງກຳລັງ​ຮັກສາ​ສັນຕິພາບສະຫະ​ປະຊາຊາດ ຈຳນວນ 13 ພັນ ຄົນ ​ໄປຍັງ​ປະ​ເທດ​ດັ່ງກ່າວ ​ໂດຍ​ມີ​ຄວາມ​ຮັບຜິດ​ຊອບ​ທີ່​ເປັນ​ບຸລິມມະ​ສິດ​ເພື່ອ​ປົກ​ປ້ອງ​ປະຊາຊົນ​ພົນລະ​ເຮືອນ.

ຄະນະ​ສັງ​ເກດ​ການອົງການ​ສະຫະ​ປະຊາ​ຊາດໄດ້​ກ່າວໃນ​ເດືອນ​ທີ່​ແລ້ວ​ນີ້ວ່າ ຄວາມ​ຮຸນ ​ແຮງ​ໄດ້​ແຜ່​ລາມ​ອອກ​ໄປ ​ເຖິງ​ແມ່ນ​ວ່​າ​ໄດ້​ມີ​ການ​ເລືອກ​ຕັ້ງ​ແບບ​ປະຊາທິປະ​ໄຕ​ ​ທີ່​ໄດ້​ປະສົບ​ຜົນສຳ​ເລັດ ​ໃນ​ເດືອນ​ກຸມພາປີ​ກາຍ​ນີ້. ມີ​ຫຼາ​ຍໆ​ຂົງ​ເຂດທີ່​ສອກ​ຫລີກໃນປະ​ເທດ ຍັງ​ຄົງ​ຢູ່​ນອກ​ການ​ຄວມຄຸມຂອງ​ລັດຖະບານຢູ່.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG