ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າ ອົງການ IAEA ກ່າວໂຈມຕີໃນເລື້ອງຂອງ ໂຮງໄຟຟ້າພະລັງ​ງານນິວເຄລຍ ຊາໂປຣີສເຊຍ ວ່າ 'ພວມຫຼິ້ນກັບໄຟ'


ແຟ້ມພາບ - ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມະນູສາກົນ (IAEA) ທ. ຣາຟາແອລ ກຣອສຊີ ກ່າວຕໍ່ບັນດານັກຂ່າວ ຫຼັງຈາກໄດ້ກັບຄືນມາຈາກຢູເຄຣນ ບ່ອນທີ່ທ່ານແລະທີມງານຂອງທ່ານ ໄດ້ໄປຢ້ຽມຢາມ ໂຮງໄຟຟ້າພະລັງນິວເຄລຍ ຊາໂປຣີສເຊຍ, ຢູ່ທີ່ສະໜາມບິນວຽນນາ, ໃນເຂດສວີແຊັຕ, ອອສເຕຣຍ, ວັນທີ 2 ກັນຍາ 2022. REUTERS
ແຟ້ມພາບ - ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມະນູສາກົນ (IAEA) ທ. ຣາຟາແອລ ກຣອສຊີ ກ່າວຕໍ່ບັນດານັກຂ່າວ ຫຼັງຈາກໄດ້ກັບຄືນມາຈາກຢູເຄຣນ ບ່ອນທີ່ທ່ານແລະທີມງານຂອງທ່ານ ໄດ້ໄປຢ້ຽມຢາມ ໂຮງໄຟຟ້າພະລັງນິວເຄລຍ ຊາໂປຣີສເຊຍ, ຢູ່ທີ່ສະໜາມບິນວຽນນາ, ໃນເຂດສວີແຊັຕ, ອອສເຕຣຍ, ວັນທີ 2 ກັນຍາ 2022. REUTERS

ຫົວໜ້າຂອງອົງການພະລັງງານປະລະມະນູສາກົນ ຫຼື IAEA ໄດ້ກ່າວໃນວັນອັງຄານວານນີ້ ວ່າ ການໂຈມຕີຕໍ່ໂຮງໄຟຟ້າພະລັງນິວເຄລຍ ຊາໂປຣີສເຊຍຂອງຢູເຄຣນ ທີ່ມີຢູ່ຕໍ່ເນື່ອງນັ້ນ ແມ່ນ “ຮັບບໍ່ໄດ້” ແລະ ທ່ານໄດ້ຮຽກຮ້ອງໃຫ້ກຳນົດຂົງ​ເຂດ​ດັ່ງ​ກ່າວ ແລະ​ບໍ​ລິ​ເວນອ້ອມຮອບ ເປັນເຂດປອດທະຫານ.

ທ່ານຣາຟາແອລ ມາຣີອາໂນ ກຣອສຊີ ໄດ້ກ່າວເຕືອນ ຜ່ານທາງວີດີໂອ ໃນລະຫວ່າງການລາຍງານໂດຍຫຍໍ້ຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ວ່າ “ພວກເຮົາກຳລັງຫຼິ້ນກັບໄຟ ແລະສິ່ງໃດສິ່ງນຶ່ງແທ້ໆ ໄພຫາຍະນະແທ້ໆ ທີ່ອາດຈະເກີດຂຶ້ນ, ອັນນີ້ແຫຼະເປັນເຫດຜົນ ຢູ່ໃນບົດລາຍງານຂອງພວກເຮົາ ພວກເຮົາສະເໜີໃຫ້ຈັດຕັ້ງເຂດປ້ອງກັນຄວາມປອດໄພ ແລະຄວາມໝັ້ນຄົງ ດ້ານນິວເຄລຍ ທີ່ຈຳກັດໃນຂອບເຂດບໍລິເວນ ແລະໂຕຕຶກຂອງໂຮງໄຟຟ້າເອງ.”

ທ່ານໄດ້ກ່າວອີກວ່າ ອົງການ IAEA ແມ່ນພ້ອມແລ້ວທີ່ຈະເລີ້ມໃຫ້ຄຳປຶກສາໃນທັນທີກັບທຸກຝ່າຍ ດ້ວຍບາດກ້າວຕ່າງໆທີ່ເປັນຮູບປະທຳ ສຳລັບການຈັດຕັ້ງເຂດດັ່ງກ່າວແບບນັ້ນ.

ຫົວໜ້າອົງການ IAEA ໄດ້ອອກບົດລາຍງານ ໃນຕອນເຊົ້າວັນອັງຄານວານນີ້ ພາຍຫຼັງຈາກສຳເລັດພາລະກິດການກວດກາທີ່ທ່ານໄດ້ນຳພາ ໄປຍັງໂຮງໄຟຟ້າດັ່ງກ່າວ ເມື່ອອາທິດແລ້ວນີ້. ໃນບົດລາຍງານ ທ່ານ ແລະທີມງານຂອງທ່ານ ໄດ້ບັນລະຍາຍເຖິງຄວາມເສຍຫາຍຢ່າງກວ້າງຂວາງຢູ່ທີ່ໂຮງໄຟຟ້າ ແຕ່ພວກເຂົາເຈົ້າ ບໍ່ໄດ້ຖິ້ມໂທດໃສ່ຝ່າຍໃດ. ຣັດເຊຍ ຊຶ່ງກອງກຳລັງຂອງພວກເຂົາໄດ້ເຂົ້າຄວບຄຸມສະຖານທີ່ດັ່ງກ່າວ ນັບຕັ້ງແຕ່ຕົ້ນເດືອນມີນາ ແລະຢູເຄຣນ ຊຶ່ງພວກພະນັກງານວິສະວະກອນຂອງພວກເຂົາ ທີ່ດຳເນີນການໂຮງໄຟຟ້າຢູ່ນັ້ນ ຕ່າງກໍກ່າວຫາຊຶ່ງກັນແລະກັນ ໃນການຍິງປືນໃຫຍ່ໂຈມຕີໃກ້ບໍລິເວນສະຖານທີ່ແຫ່ງນີ້.

ແຟ້ມພາບ - ມຸມມອງນຶ່ງຂອງໂຮງໄຟຟ້າພະລັງນິວເຄລຍ ຊາໂປຣີສເຊຍ ທ່າມກາງການບຸກລຸກຢູເຄຣນຂອງຣັດເຊຍ, ຢູ່ນອກເມືອງ ອີເນີໂຮດາຣ (Enerhodar) ໃນພາກພື້ນຂອງຊາໂປຣີສເຊຍ, ວັນທີ 4 ສິງຫາ 2022. REUTERS/Alexander Ermochenko
ແຟ້ມພາບ - ມຸມມອງນຶ່ງຂອງໂຮງໄຟຟ້າພະລັງນິວເຄລຍ ຊາໂປຣີສເຊຍ ທ່າມກາງການບຸກລຸກຢູເຄຣນຂອງຣັດເຊຍ, ຢູ່ນອກເມືອງ ອີເນີໂຮດາຣ (Enerhodar) ໃນພາກພື້ນຂອງຊາໂປຣີສເຊຍ, ວັນທີ 4 ສິງຫາ 2022. REUTERS/Alexander Ermochenko

ບັນດາຜູ້ກວດກາຂອງ IAEA ໄດ້ພົບເຫັນວ່າ ມີພວກທະຫານຣັດເຊຍ ແລະອຸປະກອນຢູ່ພາຍໃນ ທີ່ລວມທັງ ຍານພາຫະນະດ້ານການທະຫານຈອດຢູ່ໃກ້ກັງຫັນຜະລິດໄຟຟ້າ. ພວກເຂົາເຈົ້າ ຍັງໄດ້ພົບເຫັນສະຖານະການ ທີ່ໜ້າເປັນຫ່ວງຂອງພວກພະນັກງານປະຈຳ ໃນຂະນະທີ່ພວກເຂົາເຈົ້າປະຕິບັດງານ “ພາຍໃຕ້ຄວາມຕຶງຄຽດແລະຄວາມກົດດັນສູງ ຕະຫຼອດເວລາ” ທີ່ພວກກວດກາ ໄດ້ກ່າວວ່າ ອາດນຳໄປສູ່ຄວາມຜິດພາດຂອງມະນຸດ.

ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ໄດ້ກ່າວວ່າ “ທຸກບາດກ້າວຕ້ອງໄດ້ຮັບເອົາເພື່ອຫຼີກເວັ້ນ” ຄວາມເສຍຫາຍຕໍ່ໂຮງໄຟຟ້າໂດຍ ກ່າວຕໍ່ສະພາຄວາມໝັ້ນຄົງວ່າ ມັນ “ອາດເຮັດໃຫ້ເກີດໄພຫາຍະນະ” ສຳລັບຂົງເຂດ ແລະແຫ່ງອື່ນໆ.

ທ່ານກູເຕເຣັສ ເວົ້າວ່າ “ຄວາມພະຍາຍາມໃດໆທັງໝົດ ທີ່ຈະຈັດຕັ້ງໂຮງໄຟຟ້າຂຶ້ນໃໝ່ ໃຫ້ເປັນພື້ນຖານໂຄງສ້າງຂອງພົນລະເຮືອນ ແມ່ນມີຄວາມສຳຄັນຍິ່ງ.”

ທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງຕໍ່ ກອງກຳລັງຂອງຢູເຄຣນ ແລະຣັດເຊຍ ຈົ່ງໃຫ້ຄຳໝັ້ນໝາຍທີ່ຈະບໍ່ເຂົ້າຮ່ວມໃນການເຄື່ອນໄຫວດ້ານການທະຫານໃດໆຢູ່ໃນ ຫຼື ຢູ່ອ້ອມຮ້ອມໂຮງໄຟຟ້າ ແລະຕໍ່ຈາກນັ້ນ ຮັບປະກັນໃຫ້ເປັນເຂດປອດທະຫານ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG