ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ສປຊ ວ່າ ຕະຫຼາດເອກກະຊົນ ຂອງ ເກົາຫຼີເໜືອ ຕົກເປັນເປົ້າໝາຍ ການຄໍຣັບຊັນ ແລະການລະເມີດ ສິດທິມະນຸດ


ຜູ້​ຂຽນ​ລາຍ​ງານພິເສດ ຂອງສະຫະປະຊາຊາດ ທ່ານ ໂຕມັສ ໂອເເຈອາ ກວິນຕານາ ໃນເລື້ອງຂອງສະຖານະການ ສິດທິມະນຸດ ຢູ່ໃນເກົາຫຼີເໜືອ ສະແດງທ່າທາງ ໃນຂະນະເຂົ້າຮ່ວມໃນ ກອງປະຊຸມຖະແຫລງຂ່າວ, ວັນທີ 7 ມິຖຸນາ 2018 ໃນນະຄອນ ເຈນີວາ.
ຜູ້​ຂຽນ​ລາຍ​ງານພິເສດ ຂອງສະຫະປະຊາຊາດ ທ່ານ ໂຕມັສ ໂອເເຈອາ ກວິນຕານາ ໃນເລື້ອງຂອງສະຖານະການ ສິດທິມະນຸດ ຢູ່ໃນເກົາຫຼີເໜືອ ສະແດງທ່າທາງ ໃນຂະນະເຂົ້າຮ່ວມໃນ ກອງປະຊຸມຖະແຫລງຂ່າວ, ວັນທີ 7 ມິຖຸນາ 2018 ໃນນະຄອນ ເຈນີວາ.

ພວກຊາວເກົາຫຼີເໜືອ ທີ່ຫາລ້ຽງຊີບໃນປະເທດ ກຳລັງຂະຫຍາຍຕົວ ຊຶ່ງພວກຜູ້ປະ
ກອບການເອກກະຊົນ ແບບເສດຖະກິດຕະຫຼາດ ທີ່ບໍ່ເປັນທາງການນັ້ນ ໂດຍທົ່ວໄປ
ແລ້ວ ຈະປະເຊີນກັບການສໍ້ລາດບັງຫຼວງ ແລະການລະເມີດສິດທິມະນຸດ ໃນຫຼາຍຮູບ
ແບບທີ່ແຕກຕ່າງກັນໄປ ອີງຕາມລາຍງານສະບັບໃໝ່ ຂອງອົງການ ສະຫະປະຊາຊາດ.

ລະບົບການປັນສ່ວນ ທີ່ດຳເນີນການໂດຍທາງການຂອງເກົາຫຼີເໜືອນັ້ນ ໄດ້ພັງ​ທະ
ລາຍລົງ ເມື່ອຊ່ວງກາງປີ 1990 ທ່າມກາງໄພອຶດຢາກແລະວິກິດການດ້ານເສດຖະກິດ
ທີ່ຮ້າຍແຮງ ຈຶ່ງນຳໄປສູ່ການສ້າງຕັ້ງ ການຄ້າແບບເສດຖະກິດຕະ ຫຼາດຢ່າງບໍ່ເປັນ
ທາງການ ໃນລະບອບການປົກຄອງ ຂອງລະບົບສັງຄົມນິຍົມ.

ບົດລາຍງານໂດຍອົງ​ການສິດທິມະນຸດຂອງສະຫະປະຊາຊາດນີ້ ກ່າວວ່າ ການບໍ່ຍອມ
ເຮັດໃຫ້ ການປະກອບທຸລະກິດຖືກຕ້ອງຕາມກົດໝາຍ ໄດ້ສົ່ງຜົນໃຫ້ປະຊາຊົນເກົາຫຼີ
ເໜືອ ທົ່ວໄປ ປະເຊີນກັບການເປັນໄປໄດ້ສູງ ທີ່ຈະຖືກຈັບກຸມ ຖືກດຳເນີນຄະດີ ແລະ
ຖືກກັກຂັງ. ຈຶ່ງເກີດມີການສໍ້ລາດບັງຫຼວງ ພວກເຈົ້າໜ້າທີ່ ທີ່ມີເງິນເດືອນຕ່ຳ ໃຊ້ການ
ຂົ່ມຂູ່ໃນການຈັບກຸມ ເພື່ອບັງຄັບເອົາເງິນສິນບົນ ຈາກພວກຄົນທີ່ມີຄວາມສາມາດ
ແລະຍິນຍອມທີ່ຈະຈ່າຍເງິນດັ່ງກ່າວໃຫ້.

ລາຍງານ ຂອງອົງການສະຫະປະຊາຊາດ ໄດ້ອ້າງເຖິງຫຼັກຖານຂອງການສຳພາດ
ຊາວເກົາຫຼີເໜືອ 214 ຄົນ ຜູ້ທີ່ໄດ້ໂຕນໜີ ຈາກລະບອບການປົກຄອງດັ່ງກ່າວ ແລະ
ໄດ້ມາຕັ້ງຖິ່ນຖານໃໝ່ ຢູ່ໃນເກົາຫຼີໃຕ້.

ລາຍງານນີ້ ຖິ້ມໂທດສະຖານະການທີ່ເກີດຂຶ້ນນີ້ ໃສ່ການທີ່ລະບອບການປົກຄອງຂອງ
ເກົາຫຼີເໜືອ ໄດ້ໃຫ້ບູລິມະສິດ ຕໍ່ການສະໜັບສະໜຸນກອງທັບ ແລະການພັດທະນາ
ໂຄງການອາວຸດນິວເຄລຍຂອງຕົນ ຫຼາຍກວ່າການດູແລເບິ່ງ ແຍງປະຊາຊົນຂອງຕົນ
ຢ່າງພຽງພໍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG