ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະ​ພາ​ ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈະ​ຮັບ​ຟັງ​ ການ​ຄົ້ນ​ພົບ ກ່ຽວ​ກັບ ການ​ປາບ​ປາມ ຊາວ ໂຣ​ຮິງ​ຢາ ຢູ່ ມຽນ​ມາ


ທະ​ຫານ​ຄົນ​ນຶ່ງ ຢືນ​ຢູ່​ໃກ້​ສູນ​ອົບ​ພະ​ຍົບ ຄັອກ​ສ໌ ບາ​ຊາ ໃນ​ປະ​ເທດ ບັງ​ກ​ລາ​ແດັ​ສ, ໃກ້​ກັບ​ລັດ ຣາ​ໄຄ​ນ໌ ປະ​ເທດ ມຽນ​ມາ, ໃນ​ລະ​ຫວ່າງ ການ​ເດີນ​ທາງ​ຢ້ຽມ​ຢາມ​ຂອງ ທູດ​ພິ​ເສດ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. 29 ເມ​ສາ​ 2018.
ທະ​ຫານ​ຄົນ​ນຶ່ງ ຢືນ​ຢູ່​ໃກ້​ສູນ​ອົບ​ພະ​ຍົບ ຄັອກ​ສ໌ ບາ​ຊາ ໃນ​ປະ​ເທດ ບັງ​ກ​ລາ​ແດັ​ສ, ໃກ້​ກັບ​ລັດ ຣາ​ໄຄ​ນ໌ ປະ​ເທດ ມຽນ​ມາ, ໃນ​ລະ​ຫວ່າງ ການ​ເດີນ​ທາງ​ຢ້ຽມ​ຢາມ​ຂອງ ທູດ​ພິ​ເສດ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. 29 ເມ​ສາ​ 2018.

ຄະ​ນະ​ກຳ​ມະ​ການ​ພິ​ເສດ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກຸ່ມ​ນຶ່ງ ​ທີ່​ກ່າວ​ຫາ​ກອງ​ທັບ ມຽນ​
ມາ ກ່ຽວກັບ ການກະທຳທີ່ປ່າເຖື່ອນຕໍ່ຊາວມຸສລິມ ໂຣຮິງຢາ ປີກາຍນີ້ ຈະສະເໜີລາຍ
ງານສັ້ນ ຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບ ການຄົ້ນພົບຂອງເຂົາເຈົ້າ.

ສະ​ມາ​ຊິກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ 9 ປະ​ເທດຈາກ 15 ປະ​ເທດ
ໄດ້ແກ່ ອັງກິດ, ຝຣັ່ງ, ໄອວໍຣີ ໂຄສທ໌, ຄູເວດ, ໂຮນລັງ, ເປຣູ, ໂປແລນ, ສວີເດັນ ແລະ
ສະຫະລັດ ໄດ້ຂໍຈັດການປະຊຸມໃນທ້າຍເດືອນນີ້ ກັບຫົວໜ້າຄະນະກຳມະການດັ່ງກ່າວ
ໃນການຮ້ອງຂໍຢ່າງເປັນທາງການທີ່ຖືກສະເໜີໃນວັນອັງຄານວານນີ້.

ທ່ານ ຮາວ ໂດ ຊວນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ມຽນ​ມາ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,
ໄດ້ຄັດຄ້ານການປະຊຸມດັ່ງກ່າວໃນຈົດໝາຍທີ່ຂຽນຕ່າງຫາກໃນວັນອັງຄານວານນີ້,
ໂດຍເຕືອນວ່າ ມັນຈະ “ເປັນການພະຍາຍາມທີ່ອັນຕະລາຍ ທີ່ຈະຈົບລົງດ້ວຍຄວາມລົ້ມ
ແຫຼວໃນທີ່ສຸດ.” ຖ້າເຂົາເຈົ້າຈະຊອກຫາຄວາມຮັບຜິດຊອບ” ໂດຍບໍ່ຄຳນຶງເຖິງຄວາມ
ກ້າວໜ້າທີ່ເປັນແງ່ບວກອື່ນໆ.”

ໃນ​ລາຍ​ງານ​ທີ່​ຮຸນ​ແຮງ ເຊິ່ງ​ຖືກ​ເປີດ​ເຜີຍ​ຢ້ອນ​ຄືນ​ໄປ​ໃນ​ເດືອນ​ສິງ​ຫາ​ນັ້ນ, ຄະ​ນະກຳ​ມາ
ທິການຊອກຫາຂໍ້ເທັດຈິງໄດ້ກ່າວວ່າ ກອງທັບ ມຽນມາ ໄດ້ດຳເນີນການ “ດ້ວຍຈຸດປະ
ສົງຂ້າລ້າງເຜົ່າພັນ” ຕໍ່ຊາວ ໂຣຮິງຢາ ໃນເວລາທີ່ເຂົາເຈົ້າໄດ້ເປີດການໂຈມຕີດ້ວຍກຳ
ລັງທະຫານໃນລັດ ຣາໄຄນ໌ ທີ່ຕັ້ງຢູ່ພາກເໜືອຂອງປະເທດ ເພື່ອຕອບໂຕ້ຕໍ່ການໂຈມຕີ
ຫຼາຍຄັ້ງ ໃສ່ຄ້າຍກຳລັງຮັກສາຄວາມປອດໄພ ໂດຍພວກຫົວຮຸນແຮງ ໂຣຮິງຢາ. ການ
ສຳພາດທີ່ໄດ້ມີຂຶ້ນກັບຊາວ ໂຣຮິງຢາຫຼາຍຮ້ອຍຄົນ ຈາກທັງໝົດ 700,000 ຄົນ ທີ່ຖືກ
ບັງຄັບໃຫ້ຫຼົບໜີຂ້າມເຂດຊາຍແດນເຂົ້າໄປປະເທດ ບັງກລາແດັສ ນັ້ນ ໄດ້ເປີດເຜີຍໃຫ້
ຮູ້ເຖິງຄວາມໂຫດຮ້າຍຫຼາຍຢ່າງ, ລວມມີການລວມກຸ່ມຂົ່ມຂືນ, ຈູດໄຟເຜົາໝູ່ບ້ານທັງ
ໝົດ ແລະ ການເຂັ່ນຂ້າຢ່າງຜິດກົດໝາຍ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ໄດ້​ຮຽກ​ຮ້ອງໃຫ້​ດຳ​ເນີນ​ຄະ​ດີ​ຕໍ່​ນາຍ​ພົນ ມິນ ອອງ ແລງ, ຜູ້​
ບັນຊາການກອງທັບ ມຽນມາ, ແລະນາຍພົນຄົນອື່ນໆອີກຫ້າຄົນ ໃນການຂ້າລ້າງເຜົ່າ
ພັນ, ກໍ່ອາຊະຍາກຳຕໍ່ມວນມະນຸດ ແລະອາຊະຍາກຳສົງຄາມ. ເຂົາເຈົ້າຍັງໄດ້ຮຽກຮ້ອງ
ໃຫ້ສະພາຄວາມໝັ້ນຄົງ ສົ່ງບັນຫາດັ່ງກ່າວໃຫ້ສານອາຍາສາກົນ ຫຼືບໍ່ກໍຕັ້ງສານຍຸຕິທຳ
ພິເສດຂຶ້ນມາ ເພື່ອທຳການສືບສວນສອບສວນຕໍ່ໄປ.

ຈີນ, ເຊິ່ງ​ແມ່ນ​ພັນ​ທະ​ມິດ​ທີ່​ສຳ​ຄັນ​ຂອງ ມຽນ​ມາ, ເບິ່ງ​ຄື​ວ່າ​ຈະ​ໃຊ້​ອຳ​ນາດວີ​ໂຕ້​ຂອງ​ເຂົາ​
ເຈົ້າ ເພື່ອປ້ອງກັນບໍ່ໃຫ້ສະພາຄວາມໝັ້ນຄົງວາງມາດຕະການລົງໂທດໃສ່ ມຽນມາ. ແຕ່
ເຂົາເຈົ້າບໍ່ສາມາດປ້ອງກັນກອງປະຊຸມລາຍງານໄດ້, ເພາະວ່າ 9 ປະເທດຜູ້ທີ່ໄດ້ທຳ
ການຮຽກຮ້ອງນັ້ນໄດ້ບັນລຸຂໍ້ກຳນົດຕ່ຳສຸດເພື່ອຮັບຮອງເອົາ ລາຍການກອງປະຊຸມນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG