ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງບັນຊາການ ມຽນມາ ຈະຕ້ອງ ຖືກສືບສວນ ກ່ຽວກັບ ການຂ້າລ້າງ ເຊື້ອຊາດ


ພາບຖ່າຍຈາກເຮືອບິນ ສະແດງໃຫ້ເຫັນໝູ່ບ້ານຕ່າງໆ
ທີ່ຖືກໄຟໃໝ້ ບ່ອນທີ່ຄັ້ງນຶ່ງ ພວກໂຣຮິງຢາເຄີຍຕັ້ງບ້ານ
ເຮືອນຢູ່ ຫຼຽວລົງມາຈາກເຮລີຄອບເຕີທະຫານ ທີ່ນຳພາ
ພວກທູດພິເສດຂອງ ສປຊ ໄປລັດ ຣາຄາຍ ຢູ່ທາງພາກເໜືອ ຂອງມຽນມາ ວັນທີ 1 ປີ 2018.
ພາບຖ່າຍຈາກເຮືອບິນ ສະແດງໃຫ້ເຫັນໝູ່ບ້ານຕ່າງໆ ທີ່ຖືກໄຟໃໝ້ ບ່ອນທີ່ຄັ້ງນຶ່ງ ພວກໂຣຮິງຢາເຄີຍຕັ້ງບ້ານ ເຮືອນຢູ່ ຫຼຽວລົງມາຈາກເຮລີຄອບເຕີທະຫານ ທີ່ນຳພາ ພວກທູດພິເສດຂອງ ສປຊ ໄປລັດ ຣາຄາຍ ຢູ່ທາງພາກເໜືອ ຂອງມຽນມາ ວັນທີ 1 ປີ 2018.

ໜ່ວຍສະເພາະກິດຊອກຫາຂໍ້ມູນຄວາມຈິງທີ່ເປັນອິດສະຫຼະ ກ່ຽວກັບມຽນມາ ຂອງ ສະຫະປະຊາຊາດ ພວມຮຽກຮ້ອງໃຫ້ສືບສວນສອບສວນ ກອງບັນຊາການຂັ້ນສູງ
ທາງທະຫານ ຂອງມຽນມາ ແລະຮ້ອງຟ້ອງເລື້ອງການຂ້າລ້າງເຜົ່າພັນ ຊາວ ໂຣຮິງ
ຢາ ໃນ ຣັດຣາຄາຍ. ນາງ ລີຊາ ສລາຍນ໌(Lisa Schlein) ສົ່ງລາຍງານເລື້ອງນີ້ ມາຈາກນະຄອນ ເຈນິວາ ບ່ອນທີ່ອົງການດັ່ງກ່າວ ໄດ້ຍື່ນລາຍງານຫຼ້າສຸດຂອງ
ເລື້ອງນີ້ ຕໍ່ສະພາສິດທິມະນຸດຂອງສະຫະປະຊາຊາດດັ່ງສາລີຈະນຳລາຍລະອຽດ
ມາສະເໜີທ່ານ.

ລາຍງານຂອງໜ່ວຍສະເພາະກິດ ຊອກຫາຂໍ້ມູນຄວາມຈິງຂອງ ສະຫະປະຊາຊາດ ບັນລະຍາຍຢ່າງລະອຽດ ອັນທີ່ລາຍງານດັ່ງກ່າວເວົ້າວ່າ ເປັນອາຊະຍາກຳ ທີ່ສ້າງຄວາມຕື່ນຕົກໃຈ ໃຫ້ແກ່ມະນຸດຈິດສຳນຶກນັ້ນ. ລາຍງານດັ່ງກ່າວເວົ້າວ່າ ການສືບສວນດົນເຖິງນຶ່ງປີຂອງຕົນ ໄດ້ພົບເຫັນຫຼັກຖານ ທີ່ໜ້າເຊື່ອຖື ວ່າທາງການທະຫານມຽນມາ ໄດ້ກໍ່ອາຊະຍາກຳທີ່ຮ້າຍແຮງທີ່ສຸດ ພາຍໃຕ້ກົດໝາຍ
ສາກົນ.

ທ່ານ ມາຊູກີ ດາຣູຊມັນ(Marzuki Darusman) ຫົວໜ້າໜ່ວຍສະເພາະກິດດັ່ງກ່າວ
ເວົ້າວ່າ ການຂ້າລ້າງຜານ ການກະທຳຊຳເລົາຂອງພວກແກ້ງ ຕໍ່ພວກແມ່ຍິງແລະຍິງ
ສາວ ການຈູດເຜົາແລະລັກຂະໂມຍບ້ານເຮືອນ ແລະການສ້າງຄວາມໂຫດຮ້າຍທາ
ລຸນຕ່າງໆ ຢູ່ໃນຣັດຣາຄາຍ ແມ່ນໄດ້ມີການວາງແຜນເປັນຢ່າງດີ. ທ່ານກ່າວວ່າ ມັນເປັນສ່ວນນຶ່ງຂອງການໂຈມຕີ ທີ່ມີເຈດຕະນາ ຕໍ່ປະຊາຊົນພົນລະເຮືອນສະເພາະ
ຄືພວກ ໂຣຮິງຢານັ້ນ ໂດຍພວກທະຫານມຽນມາ ທີ່ຮູ້ກັນວ່າ ພວກຕັດມາດໍນັ້ນ. ທ່ານ
ກ່າວວ່າ:

Darusman Act. “We have concluded that …. ພວກເຮົາໄດ້ລົງຄວາມເຫັນ
ວ່າ ພວກໂຣຮິງຢາ ໄດ້ເປັນກຸ່ມກ້ອນທີ່ໄດ້ຮັບຄວາມຄຸ້ມຄອງ ແລະວ່າການກະທຳ
ຂອງພວກ ຕັດມາດໍ ແລະກຳລັງຮັກສາຄວາມປອດໄພອື່ນໆ ແມ່ນຕົກຢູ່ໃນສີ່ພວກ ໃນຈຳນວນຫ້າປະເພດ ຂອງການກະທະທຳທີ່ເປັນການຂ້າລ້າງຜານ ແລະສະພາບ
ການທັງໝົດ ແມ່ນຕົກຢູ່ໃນການຂ້າລ້າງຜານ ທີ່ມີເຈດຕະນາ.”

ຄວາມຮຸນແຮງໄດ້ເພີ້ມທະວີຂຶ້ນ ໃນເດືອນສິງຫາປີກາຍນີ້ ຍ້ອນມີການຫຼົບໜີຢ່າງ
ເປັນຂະບວນ ຂອງຊາວອົບພະຍົບໂຣຮິງຢາ 7 ແສນ 5 ໝື່ນຄົນ ໄປຍັງປະເທດ
ບັງກລາແດສ. ທ່ານ ດາຣູສມັນກ່າວວ່າ ການປະຫັດປະຫານ ທີ່ບັງຄັບໃຫ້ພວກໂຣຮິງຢາຕ້ອງຫຼົບໜີໄປຈາກມຽນມາ ໄດ້ມີມາເລື້ອຍໆ ພາໃຫ້ເກີດສະພາບບໍ່ປອດໄພ ສຳລັບຊາວອົບພະຍົບທີ່ຈະກັບຄືນໄປ.

ນອກຈາກນັ້ນແລ້ວ ລາຍງານນັ້ນຍັງໄດ້ກ່າວຫາວ່າ ພວກຕັດມາດໍ ໄດ້ສ້າງໂທດ
ກຳໄວ້ ຢູ່ໃນລັດກະຈິນ ແລະສານ(Shan)ນຳ ທີ່ອາດນຳໄປສູ່ອາຊະຍາກຳສົງຄາມແລະອາຊະຍາກຳຕ້ານມະນຸດຊາດ. ພວກສະມາຊິກຂອງໜ່ວຍສະເພາະກິດຊອກຄົ້ນຫາຄວາມຈິງ ໄດ້ເຮັດບັນຊີລາຍຊື່ພວກຜູ້ບັນຊາການທາງທະຫານ ຂັ້ນສູງ ຜູ້ທີ່ເຂົາເຈົ້າກ່າວ
ວ່າ ຕ້ອງໄດ້ຖືກສອບສວນແລະຟ້ອງຮ້ອງໃນຖານຂ້າລ້າງຜານ.

ທ່ານ ກຽວ ມໍ ຕຸນ ເອກອັກຄະຣັດຖະທູດມຽນມາ ປະຈຳສະຫະປະຊາຊາດ ທີ່ນະ
ຄອນເຈນິວາ ໄດ້ສະແດງຄວາມບໍ່ພໍໃຈ ກັບພວກນັກສືບສວນ ໂດຍເອີ້ນການສືບສວນຂອງພວກເຂົາເຈົ້າວ່າ ເບິ່ງແຕ່ຂ້າງດຽວ ຂາດຄວາມກໍ້າ
ເກິ່ງ ແລະເປັນໄພແກ່ຄວາມພະຍາຍາມຂອງຣັດຖະບານຂອງທ່ານ ທີ່ຈະຊອກຫາການແກ້ໄຂບັນຫາໄລຍະຍາວ ສຳລັບສະພາບການຢູ່ໃນຣັດ ຣາ
ຄາຍ.

ທ່ານກ່າວວ່າ ຣັດຖະບານຂອງທ່ານ ມີຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ຕໍ່ພວກທີ່ໄດ້ພັດພາກຈາກບ້ານເຮືອນ ໂດຍສະເພາະ ພວກແມ່ຍິງແລະຍິງສາວ
ແລະພ້ອມແລ້ວ ທີ່ຈະຮັບເອົາພວກທີ່ຢາກກັບຄືນໄປ.

"ອ່ານຂ່າວນີ້ຕື່ມເປັນພາສາອັງກິດ"

XS
SM
MD
LG