ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້​ຊ່ຽວ​ຊານ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ ບັງ​ກ​ລາ​ແດັ​ສ ໂຈະໄວ້ ການ​ສົ່ງ​ຊາວ ໂຣ​ຮິງ​ຢາ​ ກັບ​ບ້ານ


ອົບ​ພະ​ຍົບ ໂຣ​ຮິງ​ຢາ ຍ່າງ​ຢູ່​ແຄມ​ຝັ່ງທະ​ເລ ຫຼັງ​ຈາກ ໄດ້​ຂ້າມ​ເຂດ​ຊາຍ​ແດນ​ເຂົ້າ​ໄປ ບັງ​ກ​ລາ​ແດັ​ສ. 11 ກັນ​ຍາ 2017.
ອົບ​ພະ​ຍົບ ໂຣ​ຮິງ​ຢາ ຍ່າງ​ຢູ່​ແຄມ​ຝັ່ງທະ​ເລ ຫຼັງ​ຈາກ ໄດ້​ຂ້າມ​ເຂດ​ຊາຍ​ແດນ​ເຂົ້າ​ໄປ ບັງ​ກ​ລາ​ແດັ​ສ. 11 ກັນ​ຍາ 2017.

ຜູ້​ຊ່ຽວ​ຊານ​ຄົນ​ນຶ່ງ​ຂອ​ງ​ອົງ​ການສະ​ຫະ​ປະ​ຊາ​ຊາດ ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ມຽນ​ມາ
ໄດ້ຮຽກຮ້ອງ ບັງກລາແດັສ ໃນວັນອັງຄານວານນີ້ ໃຫ້ “ຈັດແຜນການ” ເພື່ອເລີ່ມການ
ສົ່ງຄືນ ອົບພະຍົບໂຣຮິງຢາ ໄປລັດ ຣາໄຄນ໌ ປະເທດ ມຽນມາ ໃນເດືອນນີ້ ເພື່ອຫຼີກ
ລ່ຽງການປະຫັດປະຫານ.

ຊາວ ໂຣ​ຮິງ​ຢາ​ ຂອງ ມຽນ​ມາ ເກືອບ 750,000 ຄົນ​ ໄດ້ຫຼົບ​ໜີ​ອອກ​ຈາກ​ລັດ ຣາ​ໄຄ​ນ໌
ໃນເດືອນສິງຫາປີ 2017 ຫຼັງຈາກການປາບປາມ ຂອງກອງທັບ. ທ່າມກາງການກ່າວ
ຫາ ຂອງພວກອົບພະຍົບ ແລະ ນັກຂ່າວ ກ່ຽວກັບ ການຂ້າຄົນ ຢ່າງຫຼວງຫຼາຍ, ການ
ຂົ່ມຂືນ ແລະ ການຈູດໄຟເຜົາໝູ່ບ້ານຖິ້ມນັ້ນ, ຊາວ ໂຣຮິງຢາ ໄດ້ພາກັນໄປອາໄສຢູ່
ໃນສູນອົບພະຍົບທີ່ແອອັດໃນປະເທດ ບັງກລາແດັສ ທີ່ຕັ້ງຢູ່ໃກ້ຄຽງ.

ສອງ​ປະ​ເທດ​ດັ່ງ​ກ່າວ​ ໄດ້​ຕົກ​ລົງ​ກັນ ໃນ​ວັນ​ທີ 30 ຕຸ​ລາ​ທີ່​ຜ່ານ​ມາ ເພື່ອ​ເລີ່ມ​ສົ່ງ​ຄືນ​ ອົບ​
ພະຍົບ ໂຣຮິງຢາ ໄປລັດ ຣາໄຄນ໌ ໃນກາງເດືອນພະຈິກ, ແຕ່ຜູ້ຂຽນລາຍງານ ກ່ຽວກັບ
ບັນຫາສິດທິມະນຸດໃນ ມຽນມາ ຂອງອົງການສະຫະປະຊາຊາດ ທ່ານນາງ ຢາງຮີ ອີ,
ກ່າວວ່າ ເວລານີ້ ແມ່ນບໍ່ເໝາະສົມ ສຳລັບການສົ່ງເຂົາເຈົ້າກັບຄືນເທື່ອ.

ທ່ານ​ນາງ ອີ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການສະ​ບັບ​ນຶ່ງວ່າ “ລັດ​ຖະ​ບານ ມຽນ​ມາ ບໍ່​ສາ​ມາດ​
ທີ່ຈະໃຫ້ການຮັບປະກັນວ່າ ເຂົາເຈົ້າຈະບໍ່ປະສົບກັບການປະຫັດປະຫານ ແລະ
ຄວາມຮຸນແຮງ ທີ່ໂຫດຮ້າຍແບບດຽວກັນຢ່າງຊ້ຳແລ້ວຊ້ຳອີກ.” ທ່ານນາງ ອີ ໄດ້ກ່າວ
ເພີ່ມເຕີມວ່າ ສາເຫດພື້ນຖານຂອງວິກິດການດັ່ງກ່າວນີ້ ຕ້ອງຖືກແກ້ໄຂກ່ອນອື່ນໝົດ,
ລວມທັງ ສິດທິໃນການໄດ້ຮັບສັນຊາດ.

ການ​ເຕືອນ​ຂອງ​ທ່ານ​ນາງ ອີ ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ຍອມ​ຮັບ​ໃນ ເຟ​ສ​ບຸກ ວ່າ​ເຄືອ​ຂ່າຍ​
ສື່ສັງຄົມ ໄດ້ຫຼິ້ນບົດບາດທີ່ສຳຄັນ ໃນການຂ້າລ້າງເຊື້ອຊາດຂອງປະຊາຊົນ ໂຣຮິງຢາ.

ໃນ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ, ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ ສະ​ຫະ​ປະ​ຊາ​ຊາດ ໄດ້ກ່າວ​
ຫາ ເຟສບຸກ ວ່າ “ຊ້າ ແລະ ບໍ່ມີປະສິດທິຜົນ” ໃນການປາບປາມວິທີທີ່ເຂົາເຈົ້າໄດ້ຖືກ
ໃຊ້ເພື່ອ ແຜ່ລາມຄວາມຄຽດຊັງໃນບັນດາປະຊາຊົນ ທີ່ນັບຖືສາສະໜາພຸດ ຂອງປະ
ເທດດັ່ງກ່າວຕໍ່ຊົນກຸ່ມນ້ອຍມຸສລິມ ໂຣຮິງຢາ. ໃນການເຮັດແນວນັ້ນ, ເຂົາເຈົ້າ “ຈຶ່ງໄດ້
ເຂົ້າຮ່ວມມືກັບຄະນະກຳມາທິການ ອາຊະຍາກອນທີ່ຊົ່ວຮ້າຍ,” ອີງຕາມການກ່າວ
ຂອງບັນດານັກສືບສວນສອບສວນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG