ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ​ຄວາມ​ໝັ້ນຄົງ​ ອາດລົງ ມະຕິກັນ​ ໃນມື້ນີ້ ກ່ຽວກັບ ຖ້ຽວບິນມາເລເຊຍ ທີ່ຕົກ (ສະໄລດ໌/ວີດີໂອ)


ສະພາ​ຄວາມ​ໝັ້ນຄົງ​ຂອງ​ສະຫະ​ປະຊາ​ຊາດ ອາດສາມາດ
​ລົງມະຕິກັນ​ກໍ​ໄດ້​ ໃນ​ຕອນ​ບ່າຍວັນ​ຈັນ​ມື້​ນີ້ ​ກ່ຽວ​ກັບ​ຮ່າງ​ຍັດຕິ
ຮຽກຮ້ອງ​ໃຫ້​ນາໆ​ຊາດ ​ໄດ້​ເຂົ້າເຖິງສະຖານ​ທີ່ບ່ອນເຮືອ​ບິນ​
ມາ​ເລ​ເຊຍຕົກ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ທີ່​ໄດ້​ມີ
ການ​ຖິ້ມ​ໂທດ​ຢ່າງ​ກ້ວາງ​ຂວາງ ໃສ່​ພວກ​ແບ່ງ​ແຍກ​ດິນ​ແດນ
​ນິຍົມຣັດ​ເຊຍນັ້ນ.

ວໍ​ຊິງ​ຕັນຮອດ​ໄດ້ຖະ​ແຫລ​ງອອກ​ມາວ່າ ມີ “ຫຼັກຖານ​ຢ່າງ
ຫຼົ້ນ​ເຫຼືອ”
ທີ່​ສະ​ແດງ​ວ່າ ຣັດ​ເຊຍມີ​ສ່ວນ​ສົມຮູ້ຮ່ວມ​ຄິດ ​ກັບ
​ໂສກ​ນາດຕະກຳ​ນີ້.

ສະພາ​ຄວາມ​ໝັ້ນ​ຄົງສະຫະ​ປະຊາ​ຊາດ​ໄດ້​ປະຊຸມ​ກັນ ​ໃນ​ຕອນ​ແລງ ວັນ​ອາທິດ​ມື້ວານ​ນີ້​
ຢູ່​ສຳນັກງານ​ໃຫຍ່ ​ໃນນະຄອນ New York ​ເພື່ອພິຈາລະນາ ຮ່າງ​ຍັດຕິດັ່ງກ່າວ​.

ນາຍົກລັດຖະມົນຕີ ອອສ​ເຕຣ​ເລຍ ທ່ານ Tony Abbott ​ໄດ້​ສົ່ງ ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ທ່ານນາງ Julie Bishop ມາ​ຍັງ ສະຫະລັດ ​ເພື່ອ​ນຳພາ​ຄວາມ​ພະຍາຍາມ
ລົນ​ນະ​ລົງ ເອົາ​ການສະໜັບ ສະໜຸນຕໍ່​ຮ່າງ​ຍັດຕິ​ດັ່ງ​ກ່າວ. ອອສ​ເຕຣ​ເລຍສູນ​ເສຍ ພົນລະ​ເຮືອນ ​ແລະພວກ​ອາ​ໄສ​ຢູ່​ໃນ​ປະ​ເທດ​ໄປ ຢ່າງ​ນ້ອຍ ​37 ຄົນ​ ນຳ​ເຮືອ​ບິນ​ທີ່​ຕົກຄັ້ງນີ້.

UKRAINE PLANE CNPK
please wait
Embed

No media source currently available

0:00 0:02:52 0:00

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ອີກເທື່ອ​ນຶ່ງ ​ໄດ້​ກ່າວ​ໃນ​ວັນ​ຈັນ​ມື້​ນີ້ ວ່າ​
ການ​ຖືກ​ຍິງ​ຕົກຂອງ​ເຮືອບິນ​ລຳ​ນັ້ນ ບໍ່​ອາດ​ເກີດ​ຂຶ້ນ​ໄດ້ ຖ້າຫາກ​ຢູ​ເຄຣນບໍ່​ຮື້​ຟື້ນ ຄືນມາ​
ອີກໃນເດືອນ​ແລ້ວນີ້ ການ​ຕໍ່ສູ້ຢູ່​ໃນເຂດນັ້ນ ກັບ​ພວກ​ແບ່ງ​ແຍກ​ດິນ​ແດນ ທີ່ຄຸ້ມຄອງ​ຈຸດ ​
ເກີດ​ເຫດ​ໃນ​ຂະນະ​ນີ້.

ທ່ານ​ກ່າວ​ຕື່ມໃນ​ວັນ​ຈັນ​ມື້​ນີ້ ວ່າ ຣັດ​ເຊຍ​ແມ່ນ​ກຳລັງເຮັດທຸກ​ຢ່າງ​ທີ່ເຮັດ​ໄດ້ ​ເພື່ອ​ອະນຸ
ຍາດ​ໃຫ້​ທີ​ມ​ຊ່ຽວຊານ​ຈາກ​ອົງການ​ການ​ບິນ​ພົນລະ​ເຮືອນ​ຂອງສະຫະ​ປະຊາ​ຊາດ ​ເຂົ້າ​ໄປ​ສືບສວນ ຢູ່​ຈຸດ​ເກີດ​ເຫດ.

​ເອກ​ອັກຄະລັດຖະທູດຣັດ​ເຊຍ​ປະຈຳ​ສະຫະ​ປະຊາ​ຊາດ ທ່ານ Vitaly Churkin ກ່າວ​ວ່າ
ຣັດ​ເຊຍບໍ່​ສາມາດ​ສະໜັບສະໜຸນຮ່າງ​ຍັດຕິດັ່ງກ່າວ ຂອງ​ສະຫະ​ປະຊາ​ຊາດ ​ໃນ​ຮູບ​ແບບ
ປັດຈຸບັນ​ນີ້​ໄດ້ ​ເພາະວ່າ​ມັນ​ບໍ່​ຈະແຈ້ງວ່າ ອົງການ​ການ​ບິນ​ພົນລະ​ເຮືອນ​ຂອງສະຫະ​ປະຊາ
​ຊາດ ຈະເປັນ ຜູ້ນຳ​ພາການ​ສືບສວນ​ສອບ​ສວນນີ້.

MALAYSIA UKRAINE PLANE CNPK
please wait

No media source currently available

0:00 0:02:06 0:00

ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ກ່າວຕິຕຽນ
ຣັດ​ເຊຍ ​ໃນ​ວັນ​ອາທິດວານ​ນີ້ ສຳ​ຫລັບ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ຫຼັກຖານ​ອັນຫຼົ້ນ​ເຫຼືອ”
ທີ່​ສະ​ແດງ​ວ່າ ຣັດ​ເຊຍມີ​ສ່ວນ​ສົມຮູ້ຮ່ວມ​ຄິດ ​ກັບ​ການ​ຍິງຖ້ຽວ​ບິນ​ມາ​ເລ​ເຊຍ​ຕົກ​ ຢູ່​ພາກ
​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ເມື່ອ​ວັນ​ພະຫັດ​ທີ່​ຜ່ານ​ມາ​ນັ້ນ.

​ໃນ​ການປາກົດ​ໂຕ​ຫຼາຍໆ​ຄັ້ງ​ ໃນລາຍການຂ່າວ​ຕ່າງໆທາງ​ໂທລະພາບ ​ໃນ​ວັນ​ອາທິດ​
ວານ​ນີ້ ທ່ານ Kerry ກ່າວ​ວ່າ ຫຼັກຖານ​ຊີ້​ໄປໃສ່ຣັດ​ເຊຍ ວ່າ​ເປັນ​ຜູ້​ຈັດ​ສົ່ງ ລະບົບລູກ​ສອນ​
ໄຟ​ຕໍ່​ຕ້າ​ນ​ເຮືອບິນ ລຸ້ນ SA-11 ທີ່ ທັນ​ສະ​ໄໝ ​ໃຫ້​ແກ່​ພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມ
ຣັດ​ເຊຍ ​ແລະ ສະໜອງ​ການ​ອົບຮົມແກ່​ພວກ​ເຂົາ​ເຈົ້າ ​ໃນ​ການ​ນຳ​ໃຊ້ມັນ.

Kerry Blasts Hamas, Pro-Russia Rebels in Ukraine
please wait

No media source currently available

0:00 0:02:36 0:00

XS
SM
MD
LG