ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສະຫະປະຊາຊາດ ຮຽກຮ້ອງໃຫ້ເປີດ​ ການເຈລະຈາ ໃນທັນທີ ເພື່ອຍຸຕິການສູ້ລົບ ໃນລີເບຍ


ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູແຕເຣສ (ຊ້າຍ) ກ່າວຕໍ່ບັນດານັກຂ່າວ ກ່ອນຈະເດີນທາງອອກໄປຈາກ ສະໜາມບິນສາກົນ ເບີນີນາ ຢູ່ໃນເມືອງເບັນກາຊີ ຕັ້ງຢູ່ທິດຕາເວັນອອກຂອງລີເບຍ, ວັນທີ 5 ເມສາ 2019.
ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູແຕເຣສ (ຊ້າຍ) ກ່າວຕໍ່ບັນດານັກຂ່າວ ກ່ອນຈະເດີນທາງອອກໄປຈາກ ສະໜາມບິນສາກົນ ເບີນີນາ ຢູ່ໃນເມືອງເບັນກາຊີ ຕັ້ງຢູ່ທິດຕາເວັນອອກຂອງລີເບຍ, ວັນທີ 5 ເມສາ 2019.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູແຕເຣສ ກຳລັງ
ຮຽກຮ້ອງຕໍ່ທຸກພັກຝ່າຍ ໃນລີເບຍ ໃຫ້​ເປີດ​ການເຈລະຈາກັນ ໃນທັນທີ ເພື່ອ​ບັນ​ລຸ​
ການ​ຕົກ​ລົງທາງດ້ານການເມືອງ ໃນບັນຫາຂັດແຍ້ງ ຢູ່ທີ່ນັ້ນ ໂດຍ ປະກາດວ່າ “ຈະບໍ່ມີການແກ້ໄຂບັນຫາ ທາງດ້ານທະຫານ.”

ໃນຖະແຫລງການເມື່ອຕອນແລງວັນຈັນວານນີ້ ທ່ານກູແຕເຣສ ໄດ້ສະເໜີແນະໃຫ້
ອົງການສະຫະປະຊາຊາດ ຊ່ອຍຫາ​ທາງ​ເປີດການເຈລະຈາ​ກັນ.

ຄຳເຫັນຂອງທ່ານ ໄດ້ມີຂຶ້ນ ຫຼັງຈາກກອງກຳລັງ ທີ່ຈົງຮັກພັກດີຕໍ່ ຜູ້ບັນຊາການ
ກອງທັບ ທ່ານ ຄາລີຟາ ຮັຟຕາ ໄດ້ຮັບ​ເອົາຄວາມຮັບຜິດຊອບ ​ໃນການໂຈມຕີທາງ
ອາກາດ ທີ່ໄດ້ຖະລົ່ມ ສະໜາມບິນ ທີ່ປະຕິບັດການໄດ້ພຽງແຫ່ງດຽວ ໃນນະຄອນ
ຕຣີໂປລີ ຂອງລີເບຍ.

ບໍ່ມີລາຍງານ ຂອງການໄດ້ຮັບບາດເຈັບແຕ່ຢ່າງໃດ ຈາກການໂຈມຕີທາງອາກາດ
ຢູ່ສະໜາມບິນ ມີຕີກາ ແຕ່ການໂຈມຕີ ໄດ້ກົດດັນໃຫ້ສະໜາມບິນຕ້ອງ ປິດລົງ ຫຼາຍໆ
ຊົ່ວໂມງ.

ການສູ້ລົບກັນເພື່ອຄວບຄຸມນະຄອນຕຣີໂປລີ ລະຫວ່າງ ກອງກຳລັງຂອງທ່ານ ຮັຟຕາ
ແລະລັດຖະບານ ທີ່ໜຸນຫຼັງໂດຍອົງການສະຫະປະຊາຊາດໃນລະຫວ່າງ ນຶ່ງສັບປະດາ
ຜ່ານມາ ໄດ້ເຮັດໃຫ້ ປະຊາຊົນຫຼາຍກວ່າ 20 ຄົນ ເສຍຊີວິດ.

ນາຍົກລັດຖະມົນຕີ ຂອງລີເບຍ ທ່ານ ຟາແຢສ ຊາຣຣາຈ ທີ່ສະໜັບສະໜຸນ ໂດຍ
ສະ​ຫະ ປະ​ຊາ​ຊາດ ໄດ້ເອີ້ນການບຸກໂຈມຕີ ຂອງທ່ານຮິຟເຕີ ນັ້ນ ວ່າ ເປັນການພະ
ຍາຍາມ ກໍ່ລັດຖະປະຫານ.

ອົງການສະຫະປະຊາຊາດ ໄດ້ອອກ “ການຮຽກຮ້ອງຢ່າງຮີບດ່ວນ” ໃຫ້ສະຫງົບເສິກ
ສອງຊົ່ວໂມງ ຢູ່ໃນເຂດຊານເມືອງຕ່າງໆ ຂອງນະຄອນ​ຕຣີໂປລີ ເພື່ອທີ່ຈະຍົກຍ້າຍ
ພວກພົນລະເຮືອນອອກໄປ.

ໂຄສົກອົງການສະຫະປະຊາຊາດ ທ່ານສແຕັບຟານ ດູຈາຣິກ ໄດ້ກ່າວວ່າ ການສະຫງົບ
ເສິກຈະອຳນວຍໃຫ້ “ການກະກຽມຂອງໜ່ວຍສຸກເສີນຕ່າງໆ ແລະພວກພົນລະເຮືອນ
ທີ່ສະໝັກໃຈ ລວມທັງພວກທີ່ໄດ້ຮັບບາດເຈັບນັ້ນຜ່ານອອກມາຈາກພື້ນທີ່ ທີ່ຂັດ
ແຍ້ງກັນ.”
ທ່ານໄດ້ກ່າວວ່າ ການປະທະກັນແມ່ນສົ່ງຜົນກະທົບຕໍ່ພົນ ລະເມືອງຢູ່ໃນ
ພື້ນທີ່ ແລະ “ບໍ່ຮູ້ຈັກຕົວເລກ ຂອງຈຳນວນ ພວກພົນລະເຮືອນ ທີ່ບໍ່ສາມາດຫລົບໜີ
ອອກຈາກສະຖານທີ່ເຫຼົ່ານັ້ນໄດ້.”

ທ່ານດູຈາຣິກ ໄດ້ກ່າວວ່າ ປະຊາຊົນ 3,400 ຄົນ ໄດ້ຖືກຍົກຍ້າຍອອກຈາກຖິ່ນຖານ
ຍ້ອນຄວາມຮຸນແຮງຄັ້ງຫຼ້າສຸດ ຊຶ່ງໄດ້ເລີ້ມຕົ້ນຂຶ້ນ ໃນວັນພະຫັດ ອາທິດແລ້ວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG