ອົງການສະຫະປະຊາຊາດກໍາລັງເລີ້ມດໍາເນີນການຂໍເງິນຊ່ວຍເຫລືອດ້ານມະນຸດສະທຳ ໃນຈໍານວນ 21 ຕື້ 9 ຮ້ອຍລ້ານໂດລາ ສຳລັບປີ 2019 ເພື່ອຊ່ອຍຜູ້ຄົນເກືອບ 94 ລ້ານຄົນ
ຢູ່ໃນ 42 ປະເທດ ໃຫ້ເອົາຊີວິດລອດຈາກຄວາມບໍ່ສະຫງົບ, ຄວາມອຶດຫິວ, ການແຕກໜີ
ຈາກບ້ານເຮືອນ, ຄວາມເດືອດຮ້ອນ ແລະຜົນກະທົບຈາກການປ່ຽນແປງຂອງດິນຟ້າ
ອາກາດ ໄດ້. ລີຊາ ສແລນ ສົ່ງລາຍງານກ່ຽວກັບການຂໍຮ້ອງ ດັ່ງກ່າວໃນນະຄອນ
ຈີນີວາ ມາຫາວີໂອເອ, ຊຶ່ງວັນນະສອນ ຈະນຳລາຍລະອຽດມາສະເໜີທ່ານໃນ
ອັນດັບຕໍ່ໄປ.
ອົງການສະຫະປະຊາຊາດ ກ່າວວ່າ ຕົນຄາດຫວັງວ່າ ການຂໍເງິນຊ່ວຍເຫລືອໃນປີ 2019 ຈະມີຈໍານວນເພີ້ມຂຶ້ນເຖິງ 25 ພັນລ້ານໂດລາຢ່າງເປັນປະຫວັດການ ພາຍຫຼັງທີ່ມີ
ການປະເມີນຄວາມຕ້ອງທາງດ້ານມະນຸດສະທຳຂອງຊີເຣຍ ໄດ້ຮັບການປະເມີນຢ່າງ
ເຕັມສ່ວນ ໃນຕົ້ນປີໜ້າ.
ພວກທີ່ຈະໄດ້ຮັບຜົນປະໂຫຍດຈາກການຂໍຮ້ອງການຊ່ວຍເຫລືອນີ້ ແມ່ນພວກທີ່ໄດ້
ຮັບຜົນກະທົບຈາກໄພຕ່າງໆ ໄດ້ງ່າຍທີ່ມີເກືອບຮອດ 132 ລ້ານຄົນ ໃນທົ່ວໂລກ.
ຫຼາຍກວ່າ 20 ເປີເຊັນຂອງກອງທຶນ ຫຼື 4 ພັນລ້ານໂດລາທີ່ຮ້ອງຂໍໄປນັ້ນຈະເອົາໄປ
ຊ່ອຍເຢເມນ, ຊຶ່ງອົງການສະຫະປະຊາຊາດຖືວ່າ ເປັນປະເທດທີ່ມີສະພາບການ
ດ້ານມະນຸດສະທໍາທີ່ຂີ້ຮ້າຍທີ່ສຸດ ໃນໂລກ.
ຜູ້ປະສານງານດ້ານບັນເທົາທຸກຈາກເຫດສຸກເສີນຂອງອົງການສະຫະປະຊາຊາດ,
ທ່ານມາຄ ໂລຄອກ ກ່າວວ່າ ສະຖານະການໃນເຢເມນ ແມ່ນຊຸດໂຊມລົງນັບມື້.
ທ່ານກ່າວວ່າມີ 24 ລ້ານຄົນ ຫຼື 75 ເປີເຊັນຂອງປະຊາກອນຈະມີຄວາມຕ້ອງການ
ການຊ່ອຍເຫຼືອດ້ານມະນຸດສະທຳໃນປີໜ້ານີ້
“ອົງການສະຫະປະຊາຊາດ ແມ່ນກຳລັງວາງແຜນທີ່ຈະຕອບສະໜອງຄວາມຕ້ອງ
ການຂອງ 15 ລ້ານ ຄົນໃນຈໍານວນນັ້ນ …ແລະໃນນັ້ນແມ່ນຮວມທັງການໃຫ້ຄວາມ
ຊ່ອຍເຫຼືອດ້ານອາຫານການກິນໃຫ້ແກ່ຜູ້ຄົນ 12 ລ້ານຄົນ…ສ່ວນປະເທດອື່ນໆ
ທີ່ມີສະຖານະການຊຸດໂຊມລົງ, ຮວມມີ ອັຟການິສຖານ ຍ້ອນ ສະພາບທີ່ມີການ
ສົມທົມກັນລະຫວ່າງໄພແຫ້ງແລ້ງ, ການຂາດສະຖຽນພາບ, ຂາດຄວາມໝັ້ນຄົງ, ຄວາມຫຍຸ້ງຍາກທາງເສດຖະກິດ ແລະບັນຫາອື່ນໆອີກຢ່າງມາກມາຍ…ແລະປະເທດ
ກາເມຣູນ ແລະສາທາລະນະລັດອາຟຣິກາກາງທີ່ພວກເຮົາເຫັນວ່າ ກໍາລັງມີຄວາມ
ຂັດແຍ້ງ ແລະການກໍ່ຄວາມຮຸນແຮງ ເພີ້ມຂຶ້ນ.”
ອົງການສະຫະປະຊາຊາດລາຍງານວ່າ ພວກອົງການຊ່ວຍເຫລືອຕ່າງໆ ໄດ້ໃຫ້ເງິນ
ຊ່ອຍເຫຼືອດ້ານມະນຸດສະທຳ 13 ຕື້ 9 ຮ້ອຍລ້ານໂດລາ ໃນປີກາຍນີ້. ເຖິງແມ່ນວ່າ
ຈະມີຄວາມຍິນດີຕໍ່ຄວາມເອື້ອເຟື້ອອອບອ້ອມອາລີດັ່ງກ່າວ, ເຈົ້າໜ້າທີ່ອົງການສະຫະ
ປະຊາຊາດກ່າວວ່າ ຈໍານວນເງິນກ້ອນນັ້ນຍັງສະແດງໃຫ້ເຫັນເຖິງການຫລຸດຈາກ
ຄາດໝາຍ 20 ຕື້ໂດລາທີ່ໄດ້ຮ້ອງຂໍໄປໃນປີ 2018 ນັ້ນ ຢ່າງຫລວງຫລາຍ.
ທ່ານໂລຄອກ ໃຫ້ຄໍາເຫັນອີກວ່າ ສ່ວນແບ່ງກ້ອນໃຫຍ່ຂອງເງິນທີ່ຮ້ອງຂໍຢູ່ໃນປັດຈະ
ບັນນີ້ ຈະເອົາໄປຊ່ອຍເຫຼືອເພື່ອກອບກູ້ຊີວິດຂອງຜູ້ຄົນທີ່ຕົກຢູ່ໃນສະຖານະພາບທີ່
ມີການຂັດແຍ້ງກັນນັ້ນ. ແຕ່ທ່ານກໍໄດ້ກ່າວເພີ້ມວ່າ ພວກທີ່ຈະໄດ້ຮັບການຊ່ອຍເຫຼືອ
ຈາກເງິນນີ້ ຈະແມ່ນພວກທີ່ໄດ້ຮັບເຄາະຈາກໄພພິບັດທຳມະຊາດ ທີ່ມີຈໍານວນນັບມື້ ນັບເພີ້ມຂຶ້ນນັ້ນ.
ທ່ານກ່າວມ້ວນທ້າຍວ່າ ພວກນັກວິທະຍາສາດຄາດຄະເນວ່າ ສະພາບ El Nino
ໃນປີໜ້ານີ້ມີໂອກາດທີ່ເກີດຂຶ້ນຢູ່ 80 ເປີເຊັນ. ເຫດການທີ່ວ່ານີ້ ທ່ານກ່າວວ່າ
ມັນອາດຈະເຮັດໃຫ້ເກີດໄພແຫ້ງແລ້ງ, ໄພນ້ຳຖ້ວມ, ແລະພາຍຸໄຊ ໂຄລນເຂດຮ້ອນ
ຢູ່ໃນ 25 ປະເທດ ໄວຂຶ້ນ ຫລືບໍ່ດັ່ງນັ້ນກໍຮ້າຍແຮງຂຶ້ນກວ່າ ເກົ່າ.