ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ກ່າວວ່າ ຂໍ້ຕົກ ລົງນິວເຄລຍ ອີຣ່ານ ກຳລັງ ມາຮອດ ທາງແຍກ


ຮອງ​ເລຂາ​ທິການ​ໃຫຍ່ ຮັບຜິດຊອບດ້ານ​ການ​ເມືອງ ຂອງ ອົງການສະຫະປະຊາຊາດ ທ່ານ​ນາງ​ໂຣສ​ແມຣີ ດີຄາລ​ໂລ
ກ່າວ​ຕໍ່​​ສະພາ​ຄວາມ​ໝັ້ນຄົງ.
ຮອງ​ເລຂາ​ທິການ​ໃຫຍ່ ຮັບຜິດຊອບດ້ານ​ການ​ເມືອງ ຂອງ ອົງການສະຫະປະຊາຊາດ ທ່ານ​ນາງ​ໂຣສ​ແມຣີ ດີຄາລ​ໂລ ກ່າວ​ຕໍ່​​ສະພາ​ຄວາມ​ໝັ້ນຄົງ.

ຫົວໜ້າ​ດ້ານ​ການ​ເມືອງ ຂອງ​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຂໍ້​ຕົກລົງ​ນິວ​ເຄລຍຂອງອີຣ່ານ ກຳລັງມາຮອດ​ “ທາງ​ແຍກ” ຫຼັງ​ຈາກ​ສະຫະລັດ​ໄດ້ຖອນໂຕອອກຈາກ
​ຂໍ້​ຕົກ​ລົງ​ສາກົນດັ່ງກ່າວ ​ໃນ​ເດືອນ​ແລ້ວ​ນີ້.

ຮອງ​ເລຂາ​ທິການ​ໃຫຍ່ ຮັບຜິດຊອບດ້ານ​ການ​ເມືອງ ຂອງອົງການສະຫະປະຊາຊາດ
ທ່ານ​ນາງ​ໂຣສ​ແມຣີ ດີຄາລ​ໂລ ກ່າວ​ຕໍ່ສະພາ​ຄວາມ​ໝັ້ນຄົງ ​ໃນລະ ຫວ່າງ​ການ​ພົບ​ປະ​
ເທື່ອ​ທຳ​ອິດ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ຂໍ້ຕົກລົງ ນັບ​ແຕ່​ສະຫະລັດ​ໄດ້​ປະກາດ​ຖອນ
ໂຕ​ເມື່ອ​ວັນ​ທີ 8 ​ເດືອນພຶດ ໂດຍກ່າວວ່າ “​ເລຂາ ທິການ​ໃຫຍ່ ​ມີ​ຄວາມ​ເສຍ​ໃຈ ​ຕໍ່ຄວາມ
ລົ້ມແຫຼງ​ຂອງ JCPOA ​ແລະ​ເຊື່ອ​ວ່າ​ບັນຫາ​ບໍ່​ໄດ້​ພົວພັນ​ໂດຍ​ກົງ​ຕໍ່ແຜນທີ່ຄວນ​ແກ້ໄຂ
ໂດຍ​ປາ​ດສະ​ຈາກ​ການລຳອຽງ​ເພື່ອ​ຮັກສາ​ຂໍ້ຕົກລົງໄວ້ ​ແລະ​ການບັນລຸ​ຜົນ​ຕ່າງໆ​.”

JCPOA ​ແ​ມ່ນ​ຊື່ຫຍໍ້​ຂອງ​ຂໍ້​ຕົກລົງ​ນິວ​ເຄລຍ ປີ 2015 ທີ່​ຮູ້ກັນຢ່າງ​ເປັນ​ທາງ​ການ​ວ່າ ​ແຜນການຮ່ວມ​ປະຕິບັດງານໃນຂອບເຂດທີ່ກວ້າງຂວາງ.

ທ່ານ​ນາງ​ດີ​ຄາລ​ໂລ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ອົງການ​ພະລັງງານປະລະມານູສາກົນ ຫລື
IAEA ​ໄດ້​ກວດກາ 11 ເທື່ອ ກ່ຽວກັບການ​ປະຕິບັດ​ຕາມ​ຂໍ້ຕົກລົງຂອງ​ອີ ຣ່ານ. ​ແຕ່​ທ່ານ
​ນາງ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ອີຣ່່ານ “ພິຈາລະນາ​ຢ່າງ​ລະມັດລະວັງ” ໃນ​ຄວາມ​ເປັນ​ຫ່ວງ​ຂອງ
ສາກົນກ່ຽວ​ກັບ​ກິດຈະການ​ຕ່າງໆ​ຂອງ​ຕົນທີ່ກົງກັນຂ້າມ ​ຂໍ້​ຕົກ​ລົງ ​ໂດຍ​ສະເພາະ​ກ່ຽວ​ກັບ
​ເທັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ແລະ​ການ​ສົ່ງ​ອາວຸດໃຫ້​ແກ່​ພວກ​ກະບົດ​ຮູ​ທີ ໃນ​
ເຢ​ເມນ ​ແລະກຸ່ມຫົວ​ຮຸນ​ແຮງ​ຢູ່​ໃນ​ເລບາ​ນອນ ​ແລະ​ແຫຼມ​ກາ​ຊາ.

ທ່ານຝຣັ່ງຊົວ ເດີລາຕເຕຣີ ເອກອັກຄະລັດຖະທູດຝຣັ່ງ ປະຈຳສະຫະປະຊາຊາດ ກ່າວຢູ່ກອງປະຊຸມສະຫະປະຊາຊາດ ທີ 27 ມິຖຸນາ 2018.
ທ່ານຝຣັ່ງຊົວ ເດີລາຕເຕຣີ ເອກອັກຄະລັດຖະທູດຝຣັ່ງ ປະຈຳສະຫະປະຊາຊາດ ກ່າວຢູ່ກອງປະຊຸມສະຫະປະຊາຊາດ ທີ 27 ມິຖຸນາ 2018.

​ເລຂາທິການໃຫຍ່​ສະຫະ​ປະຊາ​ຊາດ​ຂຽນ​ຢູ່ໃນລາຍ​ງານ​ເທື່ອ​ຫລ້າ​ສຸດ​ຂອງ​ທ່ານ ກ່ຽວ​
ກັບ​ຂໍ້​ຕົກລົງນິວ​ເຄລຍວ່າ ຊາ​ອຸ​ດີ ອາຣາ​ເບຍ ​ໄດ້ສົ່ງຂໍ້​ກ່າວ​ຫາ​ ເກົ້າ​ເທື່ອ​ກ່ຽວ​ກັບ​ການ​
ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຈາກ​ເຢ​ເມນ​ເຂົ້າ​ໄປໃນ​ດິນ​ແດນຂອງ​ເຂົາ​ເຈົ້າ ທີ່​ມີ​ຊິ້ນ​ສ່ວນ​
ເຮັດ​ຢູ່​ໃນ​ອີຣ່ານ. ​ເລຂາທິການ​ໃຫຍ່​ໄດ້​ລົງ​ຄວາມ​ເຫັນ​ວ່າ “ບາງສ່ວນຂອງ​ອົງປະກອບ
ແມ່ນ​ໄດ້​ຜະລິດ​ຢູ່" ​ໃນ​ອີຣ່ານ ​ແຕ່​ວ່າ​ສະຫະ​ປະຊາ​ຊາດ “ຍັງ​ບໍ່​ທັນບໍ່​ສາມາດ​ລົງຄວາມ
ເຫັນໄດ້” ວ່າ​ລູກ​ສອນ​ໄ ຫຼື​ຊິ້ນສ່ວນ​ໄດ້ຖືກ​ສົ່ງ​ໄປ​ຈາ​ກອີຣ່ານ ຫຼັງ​ຈາກ​ຂໍ້​ຕົກລົງ​ນິວ​ເຄລຍ​ເລີ້ມມີຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ 16 ເດືອນມັງກອນ ປີ 2016 ຫລືບໍ່.

ຮອງ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ສະຫະ​ປະຊາ​ຊາດ ທ່ານ​ໂຈ​ເນ​ທັນ ​ໂຄ​ເຮັນ
ກ່າວ​ຕໍ່​ສະພາຄວາມໝັ້ນຄົງ​ວ່າ “ລາຍ​ງານໃນມື້ນີ້ ​ສະ​ແດງ​ໃຫ້​ເຫັນ​ວ່າ ອີຣ່ານຍັງສືບຕໍ່ ທີ່​
ຈະ​ເຮັດຂົງ​ເຂດ ບໍ່​ມີ​ຄວາມ​ທຸ່ນ​ທ່ຽງ ​ໂດຍໃຫ້​ການ​ສະໜັບສະ ໜູນ​ແກ່​ກຸ່່ມ​ກໍ່​ການ​ຮ້າຍ
ຕ່າງໆແລະ​ກຳລັງໂຕ​ແທນ. ທ່ານ​ກ່າວ​ເພີ້​ມອີກ​ວ່າ "ດ້ວຍ​ການ​ທຳການ​ລົງ​ໂທດ​ຄືນອີກ
ຂອງພວກ​ເຮົານັ້ນສະຫະລັດ​ກຳລັງ​ເອົາທ່າທີ. ພວກ​ເຮົາ​ໄດ້​ປະກາດ​ວ່າ ​ການ​ເຄື່ອນໄຫວ​ຂອງອີຣ່ານ ຈະ​ບໍ່ສາມາດດຳເນີນໄປ​ໂດຍ​ບໍ່​ມີ​ການ​ທ້າ​ທາຍ ​ແລະ​ພວກ​ເຮົາ​ໄດ້​ສະ​ແດງ
​ໃຫ້​ເຫັນ​ວ່າພວກ​ເຮົາ​ຈະປະຕິບັດຕາມ ກ່ຽວກັບເລື້ອງນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG