ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ປ​ຊ: ເງິນ​ເຟີ້ ທີ່​ເກີດ​ຈາກ​ສົງ​ຄາມ ​ໃນ​ຢູ​ເຄ​ຣນ ເຮັດ​ໃຫ້ 71 ລ້ານ​ຄົນ ຕົກ​ຢູ່​ໃນ​ຄວາມ​ທຸກ​ຍາກ


ແຟ້ມ - ລໍ້​ຍູ້​ເຂົ້າ​ແຖວ​ເພື່ອ​ຊື້ນ້ຳ​ມັນ ຍ້ອນ​ມີ​ການ​ຂາດ​ແຄນ ທ່າມ​ກາງ​ທີ່​ເກີດ​ວິ​ກິດ​ການ​ດ້ານ​ເສດ​ຖະ​ກິດ ຢູ່ນະ​ຄອນ​ຫຼວງ​ໂຄ​ລົມ​ໂບ ປະ​ເທດ​ສ​ຣີ​ລັງ​ກາ ເມື່ອ​ວັນ​ທີ 5 ກໍ​ລະ​ກົດ
2022.
ແຟ້ມ - ລໍ້​ຍູ້​ເຂົ້າ​ແຖວ​ເພື່ອ​ຊື້ນ້ຳ​ມັນ ຍ້ອນ​ມີ​ການ​ຂາດ​ແຄນ ທ່າມ​ກາງ​ທີ່​ເກີດ​ວິ​ກິດ​ການ​ດ້ານ​ເສດ​ຖະ​ກິດ ຢູ່ນະ​ຄອນ​ຫຼວງ​ໂຄ​ລົມ​ໂບ ປະ​ເທດ​ສ​ຣີ​ລັງ​ກາ ເມື່ອ​ວັນ​ທີ 5 ກໍ​ລະ​ກົດ 2022.

ການ​ສຶກ​ສາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພະ​ຫັດ​ວານນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ສາມ​ເດືອນ​ທຳ​ອິດ​ຂອງ​ສົງ​ຄາມ​ໃນ​ຢູ​ເຄ​ຣນ​ໄດ້​ເຮັດ​ໃຫ້​ລາ​ຄາ​ເຊື້ອ​ໄຟ​ແລະ​ອາ​ຫານ​ຢູ່​ໃນ​ທົ່ວ​ໂລກ​ແພງ​ຂຶ້ນ ຊຶ່ງພາໃຫ້ເກີດ​ອັດ​ຕາ​ເງິນ​ເຟີ້​ສູງ​ເປັນ​ປະ​ຫວັດ​ການ ທີ່​ຜັກ​ດັນ​ໃຫ້ 71 ລ້ານ​ຄົນ​ຕົກ​ຢູ່​ໃນ​ສະ​ພາບ​ທຸກ​ຍາກ.

ໃນ​ການ​ຖະ​ແຫຼງ​ຂ່າວ​ຜ່ານ​ທາງ​ອອນ​ລາຍ​ນ໌ ທີ່​ນະ​ຄອນ​ເຈ​ນີ​ວາ ຫົວ​ໜ້າອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ ຫຼື UNDP ທ່ານ​ອາ​ກິມ ສ​ໄຕ​ເນີ (Achim Steiner) ກ່າວ​ວ່າ ການ​ວິ​ເຄາະເບິ່ງ 159 ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຖີບ​ໂຕ​ສູງ​ຂຶ້ນ​ຂອງ​ລາ​ຄາ​ສິ​ນ​ຄ້າ​ທີ່​ສຳ​ຄັນໆແມ່ນ​ມີ “ຜົນ​ກະ​ທົບ​ໃນ​ທັນ​ທີ​ແລະ​ກໍ​ຮ້າຍ​ແຮງ​ຕໍ່​ບັນ​ດາ​ຄອບ​ຄົວ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ໂລກ.”

ການ​ສຶກ​ສາ​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຕື່ນ​ຕົກ​ໃຈ​ຂອງ​ເສດ​ຖະ​ກິດ​ ຈາກ​ການ​ຮຸກ​ຮານ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ ມີ​ຂຶ້ນ​ຫຼັງ​ຈາກ​ການ​ລັອກ​ດາວ​ເປັນ​ເວ​ລາ​ນຶ່ງ​ປີ​ເຄິ່ງ​ຂອງ​ໂຣກ​ລະ​ບາດ​ໂຄວິດ-19 ຊຶ່ງ​ມີ​ຂຶ້ນ​ຢ່າງ​ຊ້າໆ​ແຕ່​ກໍ​ສະ​ສົມ​ກັນ​ຂຶ້ນ​ ແລະ​ມີ​ຜົນ​ໃນ​ທາງ​ລົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ. ທ່ານ​ກ່າ​ວ​ວ່າ ​ໂຣກ​ລະ​ບາດແມ່ນ​ໄດ້​ຜັກ​ດັນ​ໃຫ້​ປະ​ມານ 125 ລ້ານ​ຄົນ​ຕົກ​ຢູ່​ໃນ​ຄວາມ​ທຸກ​ຍາກ​ໄປ​ແລ້ວ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ດຽວ​ກັນ​ນີ້ ນັກ​ເສດ​ຖະ​ສາດ​ອະ​ວຸ​ໂສ​ຂອງ UNDP ​ທ່ານ​ຈອດ ເກ​ຣ ໂມ​ລີ​ນາ (George Gray Molina) ກ່າວ​ວ່າ ດ້ວຍ​ເຫດ​ຜົນ​ດັ່ງ​ກ່າວ ຫຼາຍໆ​ປະ​ເທດ​ແມ່ນ​ໄດ້​ປະ​ເຊີນ​ໜ້າ​ ກັບ “ຄວາມ​ຕື່ນ​ຕົກ​ໃຈ ຫຼັງ​ຈາກ​ຄວາມ​ຕື່ນ​ຕົກ​ໃຈ ຫຼັງ​ຈາ​ກ​ຄວາມ​ຕື່ນ​ຕົກ​ໃຈ” ເປັນ​ເວ​ລາ 36 ເດືອນ. ທ່ານ​ໂມ​ລີນາ​ກ່າວ​ວ່າ ຜົນ​ກະ​ທົບຂອງ​ສົງ​ຄາມ​ແມ່ນ​ມີ​ຜົນ​ກະ​ທົບ “ຮ້າຍ​ແຮງ​ຢ່າງ​ໄວວາ​” ຕໍ່​ການ​ສະ​ໜອງ​ອາ​ຫານ​ແລະ​ພະ​ລັງ​ງານ​ຂອງ​ໂລກ​ແລະ​ກໍ່​ໃຫ້​ເກີດ​ອັດ​ຕາ​ເງິນ​ເຟີ້​ທີ່​ສູງ​ຂຶ້ນ.

ທ່ານ​ສ​ໄຕ​ເນີ ກ່າວ​ວ່າ ຄວາມ​ລົ້ມ​ແຫຼວ​ຂ​ອງ​ລັດ​ຖະ​ບານ​ປະ​ເທດ​ຕ່າງໆ ເພື່ອ​ເອົາ​ມາດ​ຕະ​ການ​ແບບ​ເດັດ​ຂາດ ແລະ​ “ແປກ​ໃໝ່” ແມ່ນ​ມີ​ຄວາມ​ສ່ຽງ​ໃນ​ການ​ກໍ່​ໃຫ້​ເກີດ​ຄວາ​ມ​ວຸ້ນ​ວາຍ​ຢ່າງກວ້າງ​ຂວາງ ໃນ​ຂະ​ນະ​ທີ່​ຄວາມ​ອົ​ດ​ທົນ​ແລະ​ຄວາມ​ສາ​ມາດ​ຂອງ​ຜູ້​ຄົນ​ເພື່ອ​ຮັບ​ມື​ກັບ​ສະ​ຖາ​ນະ​ການ​ໝົດ​ລົງ.

ທ່ານ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ສະ​ຖາ​ນະ​ການ​ຢູ່​ສ​ຣີ​ລັງ​ກາ ບ່ອນ​ທີ່​ລັດ​ຖະ​ບານ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ທີ່​ສັບ​ສົນ ແລະ​ປະ​ເທດ​ດັ່ງ​ກ່າວໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຂາດ​ແຄນ​ອາ​ຫານ​ແລະ​ເຊື້ອ​ໄຟ​ ແລະຜິດ​ນັດ​ໃນ​ການ​ຈ່າຍ​ຄືນ​ໜີ້​ເປັນ​ເທື່ອ​ທຳ​ອິດ​ໃນ​ປະ​ຫວັດ​ສາດ.

ການ​ສຶກ​ສາ​ກ່ຽວ​ກັບ​ໂຄງ​ການ​ພັດ​ທະ​ນາ​ໄດ້​ໃຫ້​ຄຳ​ແນະ​ນຳ​ບາງ​ຢ່າງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ເງິນ​ເພື່ອ​ແກ້​ໄຂວິ​ກິດ​ການ. ທ່ານ​ສ​ໄຕ​ເນີ​ແນະ​ນຳ​ ຕົວ​ຢ່າງວ່າ​ມັນ​ອາດ​ເປັນ​ໄປ​ໄດ້​ສຳ​ລັບ​ບາງ​ປະ​ເທດ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ເງິນ​ເຟີ້​ໂດ​ຍ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້ “ເຄື່ອງ​ມື​ແບບ​ເດັດ​ຂາດ” ດ້ວຍ​ການ​ຂຶ້ນ​ອັດ​ຕາ​ດອກ​ເບ້ຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG