ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ກ່າວວ່າ ພົນລະເຮືອນຫຼາຍຮອຍຄົນ ຖືກຄຸມຂັງແບບຮວບຮັດຕັດຕອນ ຢູ່ໃນຢູເຄຣນ ສ່ວນຫຼາຍໂດຍ ຣັດເຊຍ


ແຟ້ມພາບ - ຮູບນີ້ຖ່າຍເມື່ອວັນທີ 15 ພະຈິກ 2022, ສະແດງໃຫ້ເຫັນ ທ່ານ ອານາໂທລີ ສໂຕດສກີ (Anatoliy Stotskiy) ກຳລັງຕັ້ງທ່າໃຫ້ຖ່າຍຮູບ ໃນລະຫວ່າງການສຳພາດຢູ່ໃນເມືອງເຄີສັນ ຂອງຢູເຄຣນ.
ແຟ້ມພາບ - ຮູບນີ້ຖ່າຍເມື່ອວັນທີ 15 ພະຈິກ 2022, ສະແດງໃຫ້ເຫັນ ທ່ານ ອານາໂທລີ ສໂຕດສກີ (Anatoliy Stotskiy) ກຳລັງຕັ້ງທ່າໃຫ້ຖ່າຍຮູບ ໃນລະຫວ່າງການສຳພາດຢູ່ໃນເມືອງເຄີສັນ ຂອງຢູເຄຣນ.

ມີລາຍງານສະບັບໃໝ່ທີ່ຮ້ອນແຮງ ໂດຍຫ້ອງການສິດທິມະນຸດຂອງອົງການສະຫະປະຊາຊາດ ທີ່ສະແດງໃຫ້ເຫັນວ່າ ບໍ່ມີຜູ້ໃດຢູ່ໃນສົງຄາມຮຸກຮານໃນຢູເຄຣນຂອງຣັດເຊຍນັ້ນ ແມ່ນປາສະຈາກຄວາມຜິດພາດໃດໆເລີຍ ແລະວ່າ ພົນລະເຮືອນຊາວຢູເຄຣນທັງຫຼາຍ ໄດ້ຖືກຄວບຄຸມຕົວຢ່າງຮວບຮັດຕັດຕອນໂດຍທັງສອງຝ່າຍທີ່ສູ້ລົບກັນຢູ່ນັ້ນ ແຕ່ຫາກວ່າ ສະຫະພັນຣັດເຊຍ ແມ່ນມີຄວາມຜິດໂດຍສ່ວນໃຫຍ່ຂອງອາຊະຍາກຳທັງຫຼາຍ ແລະກໍລະນີຕ່າງໆຂອງການລະເມີດ.

ລາຍງານດັ່ງກ່າວ ຊຶ່ງໄດ້ພິມອອກເຜີຍແຜ່ ໃນວັນອັງຄານວານນີ້ ໄດ້ລາຍງານກວມເອົາຊ່ວງໄລຍະ 15 ເດືອນ ຈາກການບຸກລຸກຂະໜາດໃຫຍ່ ຢ່າງເຕັມສ່ວນຂອງຣັດເຊຍ ໃນວັນທີ 24 ກຸມພາ ປີ 2022 ຫາ ເດືອນພຶດສະພາ ປີ 2023. ການເກັບກຳຂໍ້ມູນຕ່າງໆ ແມ່ນອີງຕາມການສຳພາດກັບພວກຜູ້ເຄາະຮ້າຍ ຜູ້ເຫັນເຫດການ ແລະຄົນອື່ນໆ ຈຳນວນ 1,136 ຄົນ, ການໄປຢ້ຽມຢາມສະຖານທີ່ແຫ່ງຕ່າງໆ 274 ແຫ່ງ ແລະ ການໄປຢ້ຽມຢາມສະຖານທີ່ທີ່ເປັນທາງການຂອງການຄຸມຂັງ ຊຶ່ງດຳເນີນງານໂດຍທາງການຂອງຢູເຄຣນ 70 ແຫ່ງ.

ບັນດາຜູ້ຂຽນລາຍງານ ໃຫ້ຂໍ້ສັງເກດວ່າ ຢູເຄຣນ ອະນຸຍາດໃຫ້ແກ່ພວກເຂົາ ເຈົ້າ “ເຂົ້າເຖິງເລື້ອງທີ່ເປັນຄວາມລັບໂດຍບໍ່ມີການກີດກັນໃດໆ” ຕໍ່ສະຖານທີ່ ທີ່ເປັນທາງການຂອງການຄຸມຂັງແລະພວກຜູ້ຖືກກັກຂັງ ໂດຍມີຂໍ້ຍົກເວັ້ນພຽງອັນດຽວ. ພວກເຂົາເຈົ້າ ກ່າວວ່າ “ສະຫະພັນຣັດເຊຍ ບໍ່ໄດ້ອະນຸຍາດໃຫ້ແກ່ພວກເຂົາ ເຂົ້າເຖິງໄດ້ແບບນັ້ນ ເຖິງແມ່ນວ່າ ພວກເຮົາໄດ້ຂໍຮ້ອງຫຼາຍຄັ້ງກໍຕາມ.”

ບົດລາຍງານ ຂອງການເກັບກຳຂໍ້ມູນ ຫຼາຍກວ່າ 900 ກໍລະນີຂອງການຄຸມຂັງແບບຮວບຮັດຕັດຕອນພົນລະເຮືອນ ທີ່ລວມທັງ ພວກເດັກນ້ອຍ ແລະຜູ້ເຖົ້າ. ບົດລາຍງານກ່າວວ່າ ໂດຍສ່ວນໃຫຍ່ ໃນກໍລະນີທັງຫຼາຍເຫຼົ່ານັ້ນ 864 ກໍລະນີ ແມ່ນໄດ້ເປັນການກະທຳໂດຍສະຫະພັນຣັດເຊຍ “ຊຶ່ງໃນຫຼາຍຄັ້ງ ເທົ່າກັບເປັນການບັງຄັບໃຫ້ຫາຍສາບສູນ.”

A blistering new report by the U.N. human rights office shows that nobody in Russia’s war of aggression in Ukraine is without fault and that Ukrainian civilians have been arbitrarily detained by both warring parties, but that the Russian Federation is guilty of most of the crimes and cases of abuse.

The report, which was issued Tuesday, covers a 15-month period from Russia’s full-scale invasion of Ukraine on February 24, 2022, to May 2023. The documented material is based on 1,136 interviews with victims, witnesses and others, 274 site visits and 70 visits to official places of detention run by Ukrainian authorities.

Authors of the report note that Ukraine gave them “unimpeded confidential access” to official places of detention and detainees, with one exception. They say “the Russian Federation did not grant us such access, despite our requests.”

The report documents more than 900 cases of arbitrary detention of civilians, including children, and elderly people. It says the majority of these — 864 cases — were perpetrated by the Russian Federation, “many of which amounted to enforced disappearances.”

XS
SM
MD
LG