ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ສ​ປ​ຊ ໃຫ້ກຽດ ພວກເຄາະຮ້າຍ ທີ່ ເສຍຊີວິດ ໃນອຸບັດເຫດ ເຮືອບິນ ເອທິໂອເປຍ ຕົກ


ພະນັກງານອົງການສະຫະປະຊາຊາດພາກັນຈັບຂອບຮູບ ເວລາເຂົາເຈົ້າໄວ້ອາໄລ ຫາເພື່ອນຮ່ວມງານ ຢູ່ໃນພິທີລະ
ລຶກຫາ ພວກເຄາະຮ້າຍ ໃນສະຖານທີ່ອຸບັດເຫດ ເຮືອບິນ
ສາຍການບິນ ເອທິໂອເປຍ ET 302 ຕົກ ໃກ້ໆກັບເມືອງ Bishoftu ໃກ້ກັບ Addis Ababa, Ethiopia, ວັນທີ 15 ມີນາ 2019.
ພະນັກງານອົງການສະຫະປະຊາຊາດພາກັນຈັບຂອບຮູບ ເວລາເຂົາເຈົ້າໄວ້ອາໄລ ຫາເພື່ອນຮ່ວມງານ ຢູ່ໃນພິທີລະ ລຶກຫາ ພວກເຄາະຮ້າຍ ໃນສະຖານທີ່ອຸບັດເຫດ ເຮືອບິນ ສາຍການບິນ ເອທິໂອເປຍ ET 302 ຕົກ ໃກ້ໆກັບເມືອງ Bishoftu ໃກ້ກັບ Addis Ababa, Ethiopia, ວັນທີ 15 ມີນາ 2019.

ອົງການສະຫະປະຊາຊາດ ໄດ້ຈັດພິທີລະລຶກເຖິງຊີວິດຜູ້ຄົນ ວຽກງານ ແລະການເສຍ
ລະຫລະ ທີ່ພວກສະມາຊິກ 21 ຄົນ ຂອງອົງການສະຫະປະຊາຊາດທີ່ໄດ້ສູນເສຍຊີ
ວິດຂອງພວກເຂົາເຈົ້າໄປ ເວລາເຮືອບິນຂອງສາຍການບິນອິທິໂອເປຍເກີດອຸບັດເຫດ ໃນເວລາບໍ່ດົນ ຫລັງຈາກບິນຂຶ້ນໄປຈາກ ອາດິສ ອາບາບາ ມຸ້ງໜ້າໄປສູ່ ໄນໂຣບີ ໃນ
ວັນອາທິດ. ເຈົ້າໜ້າທີ່ສະຫະປະຊາຊາດ ທີ່ຢູ່ໃນເຮືອບິນລຳດັ່ງກ່າວ ກຳລັງເດີນທາງ
ໄປຮ່ວມກອງປະຊຸມຄັ້ງໃຫຍ່ ເລື້ອງສະພາບແວດລ້ອມທີ່ ໄນໂຣບີ. Lisa Schlein
ລາຍງານມາໃຫ້ວີໂອເອຊາບ ຈາກພິມີດັ່ງກ່າວ ໃນນະຄອນເຈນິວາ ດັ່ງ ສາລີ ຈະສະ
ເໜີລາຍລະອຽດ ໃນອັນດັບຕໍ່ໄປ.

ຂ່າວກ່ຽວກັບການໂຈມຕີ ຂອງພວກກໍ່ການຮ້າຍຕໍ່ວັດມຸສລິມສອງແຫ່ງໃນ ນິວ ຊີແລນ ໄດ້ມີຂຶ້ນບໍ່ດົົນທໍ່ໃດ ກ່ອນພິທີຈະເລີ້ມຂຶ້ນ. ໃນການສັນລະເສີນ ຕໍ່ສະມາຊິກຂອງສະ
ຫະປະຊາຊາດຂອງທ່ານນັ້ນ ທ່ານ ໄມເກິລ ມອລເລີ ຜູ້ອຳນວຍການໃຫຍ່ ທີ່ສຳນັກ
ງານສະຫະປະຊາຊາດໃນເຈນິວາ ໄດ້ສະແດງຄວາມເສົ້າສະຫລົດໃຈ ຕໍ່ການສູນເສຍ
ພວກເຄາະຮ້າຍ ໃນການໂຈມຕີດັ່ງກ່າວ ພ້ອມທັງຄົນທັງໝົດ 157 ຄົນ ທີ່ໄດ້ເສຍຊີ
ວິດຢູ່ເຮືອບິນເອທິໂອເປຍນັ້ນ.

ລຸນຫລັງຄວາມມິດງຽບນຶ່ງນາທີແລ້ວ ທ່ານ ມອລເລີ ກໍໄດ້ກ່າວຂຶ້ນດ້ວຍຄວາມເສົ້າ
ໂສກ ແຕ່ກໍມີຄວາມພູມໃຈ ກ່ຽວກັບຄວາມເຫັນອົກເຫັນໃຈ ຄວາມເສຍສະຫລະ ແລະ
ຄວາມຊ່ຽວຊານຂອງພວກນັກວິຊາຊີບຊາວໜຸ່ມ ທີ່ໄດ້ສູນເສຍຊີວິດຂອງພວກເຂົາ
ເຈົ້າໄປ ໃນການຮັບໃຊ້ຄົນອື່ນ. ທ່ານ ມອລເລີກ່າວວ່າ: “ພວກເຂົາເຈົ້າແມ່ນຄົນເຊັ່ນ
ໄມເກິລ ໄຣອັນ ຈາກໂຄງການອາຫານໂລກ ທີ່ໄດ້ຕໍ່ສູ້ກັບການລະບາດຂອງ ໂຣກອິ
ໂບລາ ຊ່ອຍເຫຼືອພວກອົບພະຍົບ ໂຣຮິງຢາ ໄດ້ຊ່ອຍເຫຼືອຢູ່ໃນແຫ່ງຕ່າງໆຈົນນັບບໍ່
ຖ້ວນ. ຂ້າພະເຈົ້າຮູ້ສຶກປະທັບໃຈກັບຄຳເວົ້າຂອງແມ່ຂອງລາວ ໃນໂທລະພາບ ໄອ
ຣິສກ່ຽວກັບລາວວ່າ ລາວພະຍາຍາມເຮັດຈົນສຸດຄວາມສາມາດຂອງລາວ ໃຫ້ຄົນອື່ນ ແມ່ລາວເວົ້າວ່າ ລາວເຮັດແທ້ ລາວເປັນວິລະບຸບຸດຂອງພວກເຮົາ. ແລະນັ້ນ ຂ້າພະເຈົ້າ
ເຊື່ອວ່າມັນເປັນຄວາມຈິງ ສຳລັບທຸກໆຄົນ ໃນມວນໝູ່ຮ່ວມງານຂອງພວກເຮົາ. ພວກ
ເຂົາເຈົ້າທຸກຄົນເປັນວິລະບຸລຸດຂອງພວກເຮົາ.”

ປຣິຊຊາ ຈາອຸຍ ທີ່ເວົ້າຕາງໜ້າພະນັກງານຂອງສະຫະປະຊາດໄດ້ເອີ້ນໂສກນາດຕະ
ກຳດັ່ງກ່າວວ່າເປັນອັນທີ່ຮ້າຍແຮງທີ່ສຸດ ທີ່ຕົກຖືກອົງການສະຫະປະຊາຊາດ. ທ່ານ
ນາງໄດ້ເວົ້າໂດຍຜ່ານນາຍພາສາວ່າ: “ພວກພະນັກງານ 21 ຄົນ ທີ່ຖືກນຳເອົາໄປຈາກ
ພວກເຮົາໂດຍບໍ່ໄດ້ໃຫ້ເວລາສັ່ງລາຄົນຮັກຄົນແພງ ຫຼືໝູ່ຄູ່ຂອງພວກເຂົາເຈົ້າ ປະຈຳຢູ່
ໃນ 12 ອົງການພິເສດ ແລະຢູ່ໃນໜ່ວຍຮັກສາຄວາມສະຫງົບໜ່ວຍນຶ່ງ.ແຕ່ລະມື້ແຕ່ລະ
ວັນພວກເຮົາໄດ້ຮຽນຮູ້ເທື່ອລະເລັກລະນ້ອຍ ກ່ຽວກັບພວກເຂົາເຈົ້າ ແລະພົບເຫັນວ່າ
ພວກເຂົາເຈົ້າເປັນແມ່ນແມ່ຍິງແລະຜູ້ຊາຍພິເສດແບບໃດ.

ໂສກນາຕະກຳ ໄດ້ປະທະຄອບຄົວຂອງສະຫະປະຊາຊາດໃນຫຼາຍໂອກາດ. ໃນປີ
2003 ພວກກໍ່ການຮ້າຍ ໄດ້ໂຈມຕີຫ້ອງການຂອງສະຫະປະຊາຊາດທີ່ບັງກລາແດສ ໄດ້
ເອົາຊິວິດພະນັກງານໄປ 22 ຄົນ. ອີກເທື່ອນຶ່ງ ໃນອາລເຈຍ ໃນປີ 2007 ການໂຈມຕີດັ່ງ
ກ່າວ ໄດ້ສັງຫານຜູ້ຄົນ 17 ຄົນ. ອຸບັດເຫດເຮືອບິນຕົກໃນສາທາລະນະລັດປະຊາທິປະ
ໄຕຄອງໂກໃນປີ 2011 ໄດ້ເອົາຊີວິດຜູ້ຄົນໄປ 33 ຄົນ ຊຶ່ງສ່ວນຫຼາຍແມ່ນພະນັກງານ
ສະຫະປະຊາຊາດ.

ທ່ານນາງຈາອຸຍກ່າວວ່າ ມັນມີຄວາມສຳຄັນທີ່ຈະສະຫລອງຊີວິດຂອງພວກພະນັກງານ
ເຫລົ່ານີ້ ແລະເພື່ອຮັບຮູ້ຄຸນຄ່າອັນສູງສົ່ງຂອງບາງຄົນ ທີ່ໄດ້ຮັບໃຊ້ສະຫະປະຊາຊາດ
ແລະອຸດົມການຂອງສະຖາບັນດັ່ງກ່າວມາ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG