ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ໃຫ້ການຊ່ວຍເຫຼືອລາວ ໃນການສຳຫຼວດ ດ້ານສິດທິ ແລະ ສະພາບຊີວິດການເປັນຢູ່ ຂອງແມ່ຍິງ ແລະ ເດັກນ້ອຍ


​ພາບ​ແມ່​ແລະ​ເດັກ​ນ້ອຍ​ໃນ​ເຂດ​ຊົນ​ນະ​ບົດ​ແຫ່ງ​ນຶ່ງ​ທີ່​ໄປ​ຮັບ​ການ​ສັກ​ຢາ​ກັນ​ພະ​ຍາດ​ຢູ່​ສຸກ​ສາ​ລາ​ປະ​ຈຳ​ບ້ານ
​ພາບ​ແມ່​ແລະ​ເດັກ​ນ້ອຍ​ໃນ​ເຂດ​ຊົນ​ນະ​ບົດ​ແຫ່ງ​ນຶ່ງ​ທີ່​ໄປ​ຮັບ​ການ​ສັກ​ຢາ​ກັນ​ພະ​ຍາດ​ຢູ່​ສຸກ​ສາ​ລາ​ປະ​ຈຳ​ບ້ານ

ອົງການສະຫະປະຊາຊາດ ໃຫ້ການຊ່ວຍເຫຼືອລາວ ໃນການສຳຫຼວດ-ເກັບກໍາຂໍ້ມູນ ກ່ຽວກັບສິດທິ ແລະ ສະພາບຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍໃນທົ່ວປະເທດ ໃນປີ 2023 ນີ້, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ຜູ້ປະສານງານຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃນລຸ່ມນໍ້າ ຂອງເປີດເຜີຍວ່າ UNDP ຕົກລົງໃຫ້ການຊ່ວຍ ເຫຼືອແກ່ສະຫະພັນແມ່ຍິງລາວ ເພື່ອດຳເນີນການສຳຫຼວດ ແລະ ເກັບກໍາຂໍ້ມູນຢ່າງລະອຽດ ກ່ຽວກັບສະຖານະການໃນ ດ້ານສິດທິ ແລະ ສະພາບຊີວິດການເປັນຢູ່່ຂອງແມ່ນຍິງ ແລະ ເດັກນ້ອຍໃນທົ່ວ ປະເທດລາວ ເມື່ອບໍ່ດົນມານີ້ ໂດຍການສຳຫຼວດພາກສະໜາມ ຈະເລີ້ມດຳເນີນການ ພາຍໃນເດືອນເມສາ 2023 ແລະ ມີກຳນົດການດຳເນີນງານໃຫ້ສຳເລັດ ທີ່ລວມເຖິງ ສະຫລຸບຜົນການວິເຄາະຂໍ້ມູນຢ່າງຄົບຖ້ວນ ເພື່ອນຳສະເໜີສູ່ການພິຈາລະນາຂອງລັດ ຖະບານລາວໃຫ້ໄດ້ພາຍໃນທ້າຍປີ 2023 ນີ້.

ໂດຍການສຳຫຼວດດັ່ງກ່າວນີ້ ຖືໄດ້ວ່າມີຄວາມສຳຄັນຫຼາຍຕໍ່ ການກຳນົດແຜນປະຕິບັດການ ເພື່ອການປົກປ້ອງສິດ ແລະ ການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍໃນລາວໃຫ້ໄດ້ລະດັບມາດຕະຖານສາກົນ ເພາະການລະບາດໄວຣັສ ໂຄວິດ-19 ໃນຕະຫຼອດ 3 ປີ ທີ່ຜ່ານມາໄດ້ສົ່ງຜົນກະທົບຕໍ່ແມ່ນຍິງ ແລະ ເກັນ້ອຍໃນລາວຢ່າງ ຮຸນແຮງເຊັ່ນກັນ ໂດຍສະເພາະກໍແມ່ນຜົນກະທົບດ້ານໂພຊະນາການ, ດ້ານການສຶກສາ, ດ້ານສາທາລະນະສຸກ, ການປົກປ້ອງສິດຂອງແມ່ຍິງ ແລະເດັກນ້ອຍ ແລະ ການເຂົ້າເຖິງ ບໍລິການສາທາລະນະຕ່າງໆ ໃນລາວນັ້ນ ກໍລ້ວນແຕ່ມີຄວາມສຳຄັນຕໍ່ການພັດທະນາ ລະດັບຊາດຂອງລາວທັ້ງນັ້ນ, ດັ່ງທີ່ເຈົ້າໜ້າທີ່ໃນສະຫະພັນແມ່ຍິງລາວໄດ້ໃຫ້ການຢືິນຢັນວ່າ:

ການສຳຫຼວດດັ່ງກ່າວມີຄວາມໝາຍ ຄວາມສຳຄັນ ເນື່ອງຈາກວ່າເປັນແຜນງານ ລະດັບ ຊາດ ແລະ ເປັນແຫຼ່ງຂໍ້ມູນທີ່ສຳຄັນຫຼາາຍທາງດ້ານຕົວຊີ້ບອກ ໂດຍສະເພາະແມ່ນ ຕົວຊີ້ບອກກ່ຽວກັບແມ່ນຍິງ ແລະ ເດັກນ້ອຍ ເລື້ອງໂພຊະນາການ ເລື້ອງການປົກປ້ອງ ສິດຂອງແມ່ຍິງ ແລະເດັກນ້ອຍ. ນອກຈາກນັ້ນກໍຍັງເປັນຂໍ້ມູນທີ່ຕອບສະໜອງໃຫ້ ແກ່ທາງດ້ານການເຂົ້າເຖິງການສຶກສາ, ການເຂົ້າເຖິງທາງດ້ານສາທາລະນະສຸກ ກໍຄືການເຂົ້າເຖິງການບໍລິການສາທາລະນະຕ່າງໆ ຢູ່ໃນສັງຄົມຂອງພວກເຮົາ ຊຶ່ງ ເປັນອົງປະກອບທີ່ສຳຄັນ ເຮັດໃຫ້ການສຳຫຼວດພວກເຮົານີ້ມີມາດຕະຖານສາກົນ.

ອີງຕາມລາຍງານຂອງກອງທຶນຫຼຸດຜ່ອນຄວາມທຸກຈົນໃນລາວ ລະບຸວ່າ ເຂດທີ່ມີບັນຫາຂາດແຄນດ້ານໂພຊະນາການສຳລັບແມ່ ແລະ ເດັກ ຢ່າງຮຸນແຮງ ທີ່ສຸດຢູ່ໃນລາວ ໃນປັດຈຸບັນນີ້ ກໍຄືເຂດ 4 ແຂວງພາກເໜືອທີ່ປະກອບດ້ວຍ ແຂວງຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະຊຽງຂວາງຊຶ່ຈາກການສຳຫຼວດພົບວ່າ ການຂາດ ແຄນດ້ານໂພຊະນາການຂອງແມ່ ແລະ ເດັກໃນ 4 ແຂວງດັ່ງກ່າວ ກວມເອົາເຖິງ 465 ບ້ານໃນເຂດ 12 ເມືອງຂອງ 4 ແຂວງດັ່ງກ່າວ ຊຶ່ງເມື່ອສົມທົບກັບ ການຂາດແຄນ ທາງດ້ານງົບປະມານຂອງລັດຖະບານລາວ ໃນຊ່ວງທີ່ມີການລະບາດ ໄວຣັສໂຄວິດ-19 ຢ່າງກວ້າງຂວາງນັບແຕ່ປີ 2020 ເຖິງປີ 2022 ຈຶ່ງເຮັດໃຫ້ກອງທຶນ ຫຼຸດຜ່ອນຄວາມທຸກ ຍາກແຫ່ງຊາດ ຕ້ອງປະ​ເຊີນກັບບັນຫາຂາດແຄນດ້ານງົບປະມານ ອີກດ້ວຍເຊັ່ນກັນ ຈຶ່ງເຮັດໃຫ້ຕ້ອງເພິ່ງພາການກູ້ຍືມ ແລະ ຂໍ​ການ​ຊ່ວ​ຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ​ເປັນ​ດ້ານຫຼັກ​ໃນ​ນີ້​ລວມ​ເຖິງ​ການ​ກູ້​ຢືມເງິນ 22 ລ້ານໂດ​ລາ ຈາກທະນາຄານ ໂລກ ເພື່ອນຳໃຊ້ໃນການ ແກ້ບັນຫາຂາດແຄນດ້ານໂພຊະນາການສຳລັບແມ່ຍິງ ແລະ ເດັກນ້ອຍລາວ ໃນເຂດ 465 ບ້ານດັ່ງກ່າວ ຈຶ່ງຍັງຈະຕ້ອງຂໍການຊ່ວຍເຫຼືອຈາກນາໆຊາດເພີ່ມຂຶ້ນຕື່ມອີກ. ດັ່ງທີ່ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ຫົວໜ້າກອງທຶນຫຼຸດຜ່ອນ ຄວາມທຸກຈົນຢືນຢັນວ່າ:
ປັດຈຸບັນນີ້ ກອງທຶນຫຼຸດຜ່ອນຄວາມທຸກຍາກໄດ້ຮັບການສະໜັບສະໜຸນທຶນຮອນ ຈາກ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນທະນາຄານໂລກ ໄດ້ ໃຫ້ທຶນເພີ່ມຕື່ມ ການຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອຂອງ ສປປ ລາວ ທີ່ປະກອບມີ ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫົວພັນ ແລະ ແຂວງຊຽງຂວາງ ຊຶ່ງໄດ້ສຸມໃສ່ ວຽກງານປັບປຸງຊີວິດການເປັນຢູ່ ແລະແກ້ບັນຫາໂພຊະນາການຂອງແມ່ຍິງ-ເດັກນ້ອຍ ທີ່ນອນຢູ່ໃນແຜນງານນຶ່ງດຽວ ທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ.

​ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເພື່ອ​ການ​ພັດ​ທະ​ນາ (UNDP) ລາຍ​ງານ​ວ່າການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 5 ປີຜ່ານມາ ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍໃນ 6 ດ້ານຄື ເດັກທີ່ອາຍຸຕ່ຳກວ່າ 5 ປີ ຍັງມີ ສ່ວນສູງຕ່ຳກວ່າເກນມາດຕະຖານເຖິງ 38 ເປີເຊັນ ສ່ວນເດັກທີ່ນ້ຳໜັກຕ່ຳກວ່າເກນ ​ກໍ​ມີ ເຖິງ 27 ເປີເຊັນ ຂະນະທີ່ອັດຕາການເສຍຊີວິດຂອງເດັກອາຍຸຕ່ຳກວ່າ 1 ປີກໍຍັງສູງ ເຖິງ 45 ຄົນຕໍ່ 1,000 ຄົນ ແລະການເສຍຊີວິດຂອງແມ່ຂະນະຖືພາກໍສູງເຖິງ 197 ຄົນ ຕໍ່ 1 ແສນຄົນ ສ່ວນແມ່ຍິງທີ່ເກີດລູກໂດຍໄດ້ຮັບການຊ່ອຍເຫຼືອຈາກແພດ-ພະຍາບານ ກໍມີພຽງ ແຕ່ 54 ເປີເຊັນເທົ່າ​ນັ້ນ.

XS
SM
MD
LG