ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມສະມັດຊາໃຫຍ່ ສປຊ ລົງຄະແນນສຽງ ປະນາມ ການບຸກລຸກຢູເຄຣນ ຂອງຣັດເຊຍ ຢ່າງຖ້ວມລົ້ນ


ບັນດາສະມາຊິກຂອງອົງການສະຫະປະຊາຊາດ ລົງຄະແນນສຽງ ຕໍ່ຍັດຕິ ທີ່ກ່ຽວຂ້ອງກັບຢູເຄຣນ ໃນລະຫວ່າງກອງປະຊຸມສຸກເສີນ ສະມັດຊາໃຫຍ່ ຢູ່ທີ່ສຳນັກງານໃຫຍ່ ຂອງອົງການສະຫະປະຊາຊາດ, ເມື່ອວັນທີ 2 ມີນາ 2022.
ບັນດາສະມາຊິກຂອງອົງການສະຫະປະຊາຊາດ ລົງຄະແນນສຽງ ຕໍ່ຍັດຕິ ທີ່ກ່ຽວຂ້ອງກັບຢູເຄຣນ ໃນລະຫວ່າງກອງປະຊຸມສຸກເສີນ ສະມັດຊາໃຫຍ່ ຢູ່ທີ່ສຳນັກງານໃຫຍ່ ຂອງອົງການສະຫະປະຊາຊາດ, ເມື່ອວັນທີ 2 ມີນາ 2022.

ກອງປະຊຸມ​ສະ​ມັດ​ຊາໃຫຍ່ອົງການສະຫະປະຊາຊາດໄດ້ປະນາມການບຸກລຸກຢູເຄຣນຂອງຣັດເຊຍ ​ດ້ວຍ​ຄະ​ແນນ​ສຽງຢ່າງຖ້ວມລົ້ນ ໃນວັນພຸດວານນີ້ ແລະຮຽກຮ້ອງໃຫ້ຖອນກຳລັງທະຫານຂອງຕົນອອກໄປຢ່າງຄົບຖ້ວນ ແລະໃນທັນທີ ໃນຂະນະທີ່ກອງທັບຂອງມົສກູກຳລັງໂຈມຕີທາງອາກາດແລະກຳລັງທະຫານຕໍ່ເມືອງຕ່າງໆຂອງຢູເຄຣນ.

ຈາກ​ຈຳ​ນວນ 193 ປະເທດສະມາຊິກຂອງອົງການສະຫະປະຊາຊາດ 181 ປະເທດ ​ໄດ້ເຂົ້າຮ່ວມໃນການລົງຄະແນນສຽງ. ໃນຈຳນວນດັ່ງກ່າວ ມີ 141 ປະເທດໃຫ້​ການສະໜັບສະໜຸນຍັດຕິການປະນາມມົສກູ ແລະມີພຽງ 5 ປະເທດທີ່ໄດ້ຄັດຄ້ານ ຊຶ່ງປະກອບດ້ວຍ ຣັດເຊຍ ແລະກຸ່ມພັນທະມິດນ້ອຍໆຂອງຕົນ ຄື ເບລາຣຸສ ຊີເຣຍ ເກົາຫຼີເໜືອ ແລະເອຣິເທຣຍ. ສາມສິບຫ້າປະເທດ ໄດ້ງົດອອກສຽງ ແຕ່ຄະແນນສຽງຂອງພວກເຂົາເຈົ້ານັ້ນ ບໍ່ໄດ້ສົ່ງຜົນກະທົບໃດໆ ຕໍ່ ຄະ​ແນນສອງສ່ວນສາມ ທີ່ຈຳ​ເປັນ ສຳລັບການຮັບຮອງເອົາຍັດຕິນັ້ນ.

ເອກອັກຄະລັດຖະທູດຢູເຄຣນປະຈຳສະຫະປະຊາຊາດ ທ່ານເຊີກີ ຄິສລີຊີຢາ (Sergiy Kyslytsya) ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ການລົງຄະແນນສຽງແມ່ນເປັນຂໍ້ຄວາມ ທີ່ມີພະລັງ ເຖິງສະຫະພັນຣັດເຊຍ.”

ເກືອບ 100 ປະເທດທີ່ໄດ້ຮ່ວມກັນສະໜັບສະໜຸນສະເໜີຍັດຕິດັ່ງກ່າວ ເຊິ່ງເປັນແບບດຽວກັນກັບທີ່ຣັດເຊຍ ໄດ້ລົງຄະແນນສຽງຄັດຄ້ານໃນສະພາຄວາມໝັ້ນຄົງສະຫະປະຊາຊາດ ເມື່ອວັນສຸກທີ່ຜ່ານມາ ຈຶ່ງສົ່ງຜົນໃຫ້ມີການນຳເອົາຍັດຕິນີ້ຂຶ້ນ​ມາ​ສົນ​ທະ​ນາ​ກັນ​ໃນ​ກອງປະຊຸມ​ສະ​ມັດ​ຊາໃຫຍ່.

“ຂໍ້ຄວາມຂອງກອງປະຊຸມ​ສະ​ມັດ​ຊາໃຫຍ່ສະຫະປະຊາຊາດ ແມ່ນດັງກ້ອງແລະຈະແຈ້ງ” ທ່ານແອນໂທນີໂອ ກູເຕເຣສ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ໄດ້ກ່າວຕໍ່ບັນດານັກຂ່າວ. ທ່ານກ່າວອີກວ່າ “ຍຸຕິການໂຈມຕີໃນຢູເຄຣນ-ດຽວນີ້. ໃຫ້ສຽງປືນທັງຫຼາຍມິດຫງຽບ-ດຽວນີ້. ເປີດປະຕູເພື່ອການເຈລະ ຈາ ແລະ ການທູດ-ດຽວນີ້.”

ສ່ວນສະຫະພາບຢູໂຣບໄດ້ທຳງານຢ່າງໜັກເພື່ອປຸ້ມລຸມ 27 ປະເທດ ສະມາ ຊິກຂອງຕົນ ແລະປະຊາຄົມນາໆຊາດທີ່ຍັງເຫຼືອ ເພື່ອຕໍ່ຕ້ານການຮຸກຮານຂອງປະທານາທິບໍດີ ວລາດີເມຍ ປູຕິນ.

ເອກອັກຄະລັດຖະທູດຂອງສະຫະພາບຢູໂຣບປະຈຳສະຫະປະຊາຊາດ ທ່ານໂອລາຟ ສກຸກ (Olaf Skoog) ໄດ້ກ່າວຫຼັງຈາກການລົງຄະແນນສຽງວ່າ “ລັດຖະ ບານຣັດເຊຍ ຢືນຢູ່ໂດດດ່ຽວຫຼາຍຂຶ້ນ. ໂລກໄດ້ປະກາດວ່າ ຕົນຕ້ອງຢຸດເຊົາການຮຸກຮານໃນທັນທີ ຖອນທະຫານຂອງຕົນ ແລະປະຕິບັດຕາມລະບຽບຂອງກົດບັດອົງການສະຫະປະຊາຊາດ.” ທ່ານກ່າວຕໍ່ໄປວ່າ “ຣັດເຊຍໄດ້ເລືອກເອົາການຮຸກຮານ. ໂລກໄດ້ເລືອກເອົາສັນຕິພາບ.”

ເອກອັກຄະລັດຖະທູດສະຫະລັດປະຈຳສະຫະປະຊາຊາດ ທ່ານນາງລິນດາ ກຣີນຟີລ ໄດ້ຮຽກຮ້ອງຕໍ່ປະເທດທັງຫຼາຍກ່ອນໜ້າຂອງການລົງຄະແນນສຽງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG