ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການສະຫະປະຊາຊາດ ຕໍ່​ອາ​ຍຸ​ການ​ປະ​ຕິ​ບັດ​ງານ ໃນ​ອັ​ຟ​ກາ​ນິ​ສ​ຖານ ​ພ້ອມດ້ວຍ​ບັນ​ຊີ ‘ຕ້ອງ​ໄດ້ເຮັດ’ ​ອັນ​ຍາວ​ຢຽດ


ແຟ້ມຮູບ-ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນນຶ່ງ ຢືນຍາມຢູ່ເທິງຫຼັງລົດ ຢູ່ດ້ານນອກຫ້ອງການ ພາລະກິດການຊ່ວຍເຫຼືອແຫ່ງອົງການສະປະຊາຊາດ (UNAMA), ໃນຂົງເຂດເມືອງ ກູຊາຣາ (Guzara) ຂອງແຂວງ ເຮຣັດທ໌ (Herat), ເມື່ອວັນທີ 31 ກໍລະກົດ 2021.
ແຟ້ມຮູບ-ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນນຶ່ງ ຢືນຍາມຢູ່ເທິງຫຼັງລົດ ຢູ່ດ້ານນອກຫ້ອງການ ພາລະກິດການຊ່ວຍເຫຼືອແຫ່ງອົງການສະປະຊາຊາດ (UNAMA), ໃນຂົງເຂດເມືອງ ກູຊາຣາ (Guzara) ຂອງແຂວງ ເຮຣັດທ໌ (Herat), ເມື່ອວັນທີ 31 ກໍລະກົດ 2021.

ສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ລົງຄະແນນສຽງ ໃນມື້ວັນພະຫັດວານນີ້ ເພື່ອ​ຕໍ່​ອາ​ຍຸ ແລະເພີ້ມບົດບາດຂອງອົງການສະຫະປະຊາຊາດໃນພາລະກິດຊ່ວຍເຫຼືອປະເທດອັຟການິສຖານ ຫຼື UNAMA ຕໍ່ໄປອີກນຶ່ງປີ, ເນື່ອງຈາກປະເທດດັ່ງກ່າວກໍາລັງປະເຊີນກັບຄວາມທ້າທາຍທາງດ້ານມະນຸດສະທໍາຢ່າງຮຸນແຮງ.

ທ່ານໂມນາ ຈູລ (Mona Juul), ເອກອັກຄະລັດຖະທູດນໍເວ ເຊິ່ງຄະນະຜູ້ແທນ​ຂອງ​ທ່ານ ເປັນ​ຜູ້ຮ່າງເອກ​ກະ​ສານກ່າວວ່າ “ຍັດຕິດັ່ງກ່າວນີ້ ແມ່ນເຮັດ ໃຫ້ໝັ້ນໃຈວ່າ UNAMA ມີຄວາມເຂັ້ມແຂງ ແລະແຂງຂັນ ເພື່ອຊຸກຍູ້ການເຈ ລະຈາທາງການເມືອງ, ກວດກາ ແລະລາຍງານກ່ຽວກັບສິດທິມະນຸດ, ທັງຍັງຄົງອໍານວຍຄວາມສະດວກທາງດ້ານມະນຸດສະທໍາ ແລະຄວາມຕ້ອງການໃນຂັ້ນພື້ນຖານຂອງມະນຸດ, ເພື່ອພົວພັນກັບຜູ້ດໍາເນິນງານຊາວອັຟການິສຖານທັງໝົດ ລວມເຖິງບັນຫາທັງໝົດກ່ຽວກັບກຸ່ມຕາລິບານ.”

ຍັດຕິດັ່ງກ່າວ, ເຊິ່ງໄດ້​ຮັບ​ຮອງ​ເອົ​າ​ດ້ວຍສຽງສະໜັບສະໜຸນ 14 ສຽງ ແລະບໍ່ອອກສຽງ ນຶ່ງສຽງຈາກຣັດເຊຍ, ໂດຍເຮັດໃຫ້​ເລື້ອງສິດທິມະນຸດ ໂດຍສະເພາະ​ຂອງພວກແມ່ຍິງ, ພວກເດັກນ້ອຍຍິງ ແລະພວກ​ຊົນ​ກຸ່ມ​ນ້ອຍເຫຼົ່ານັ້ນ ເປັນ​ບູ​ລິ​ມະ​ສິດສໍາຄັນທີ່ສຸດ.

“ປະເທດອັຟການິສຖານ ບໍ່ສາມາດພົບກັບຄວາມຈະເລີນຮຸ່ງເຮືອງ ຖ້າປະຊາ ກອນຂອງປະເທດເຄິ່ງນຶ່ງຍັງຖືກປະຕິເສດໃຫ້ເຂົ້າເຖິງລະບົບການສຶກສາ ຫຼືບໍ່ອະນຸຍາດໃຫ້ເຮັດວຽກ,” ທູດສະຫະລັດ ທ່ານເຈັຟເຟຣ ເດລາວເຣັນທິ​ສ (Jeffrey DeLaurentis) ກ່າວ. “ສະຫະລັດ ກໍາລັງຕິດຕາມເບິ່ງການດໍາເນີນງານຂອງກຸ່ມຕາລິບານຢ່າງໃກ້ຊິດ ເພື່ອໃຫ້ໝັ້ນໃຈວ່າ ພວກເຂົາສາມາດປະຕິ ບັດຕາມຄໍາໝັ້ນຍາ ທີ່ຈະເຄົາລົບຕໍ່ສິດທິຂອງແມ່ຍິງໃນທົ່ວປະເທດ.”

ເຈົ້າໜ້າທີ່ທາງການຂອງກຸ່ມຕາລິບານ ໄດ້ໃຫ້ຄໍາໝັ້ນທີ່ຈະເປີດໂຮງຮຽນມັດທະ ຍົມ ແລະມະຫາວິທະຍາໄລຫຼາຍແຫ່ງສໍາລັບເດັກນ້ອຍຍິງ ແລະພວກແມ່ຍິງ ເຊິ່ງຈະເລີ້ມຂຶ້ນໃນວັນທີ 22 ມີນາ ທີ່ຈະມາເຖິງນີ້. ສະມາຊິກສະພາຫຼາຍຄົນກ່າວວ່າ ພວກເຂົາເຈົ້າຈະຕິດຕາມເບິ່ງວ່າ ກຸ່ມຕາລິບານຈະເຮັດຕາມຄໍາໝັ້ນທີ່ພວກເຂົາໄດ້ກ່າວໄວ້ຫຼືບໍ່.

ຍັດຕິດັ່ງກ່າວນີ້ ຍັງເນັ້ນເຖິງຄວາມສໍາຄັນໃນການປົກຄອງທີ່​ຮວມ​ເອົາ​ທຸກ​ພັກ
ຝ່າຍ ແລະ “ການມີສ່ວນຮ່ວມຂອງພວກແມ່ຍິງແບບຄົບຖ້ວນ, ເທົ່າທຽມ ແລະມີຄວາມໝາຍສໍາຄັນ.”

ນອກຈາກນີ້, ຍັດຕິດັ່ງກ່າວ ຍັງໄດ້ອະນຸຍາດໃຫ້ UNAMA ສາມາດເຂົ້າເຖິງຊັບສິນຢູ່ໃນທະນາຄານກາງຂອງປະເທດນີ້ໄດ້ສະດວກຂຶ້ນ, ເຊິ່ງໄດ້ຖືກກັກຢູ່ຕ່າງປະເທດ ເພື່ອເກັບຮັກສາຊັບພະຍາກອນດັ່ງກ່າວນີ້ ຈາກກຸ່ມຕາລິບານທີ່ເຂົ້າຢຶດຄອງອໍານາດໃນເດືອນສິງຫາ ຂອງປີທີ່ຜ່ານມາ, ໂດຍເງິນປະມານ 9 ຕື້ 500 ລ້ານໂດລາ ແມ່ນຢູ່ໃນສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG