ຄະນະຊ່ຽວຊານຂອງສະຫະປະຊາຊາດ ຄາດວ່າ ລາວ ຈະຫລຸດພົ້ນອອກຈາກບັນຊີ
ປະເທດດ້ອຍພັດທະນາໄດ້ ໃນປີ 2024 ໂດຍຈະຕ້ອງປະຕິບັດຕາມເກນມາດຕະຖານ
ດັດຊະນີຄວາມອ່ອນໄຫວ ທາງເສດຖະກິດໃຫ້ໄດ້.
ຄະນະກຳມະການ ວ່າດ້ວຍນະໂຍບາຍ ເພື່ອການພັດທະນາ ຊຶ່ງເປັນໜ່ວຍງານ
ສະເພາະກິດ ໃນສະພາເສດຖະກິດ ແລະສັງຄົມ ຂອງອົງການສະຫະປະຊາຊາດ
ຖະແຫລງການວ່າ ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວ 2 ໃນ 3
ເງື່ອນໄຂ ທີ່ເປັນເກນມາດຕະຖານ ຂອງສະຫະປະຊາຊາດ ໃນການຫລຸດພົ້ນອອກ
ຈາກສະຖານະພາບຂອງການເປັນປະເທດດ້ອຍພັດທະນາ ຊຶ່ງເມື່ອປະເມີນຈາກ
ການຈັດຕັ້ງປະຕິບັດ ຂອງລັດຖະບານລາວ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ
ກໍເຮັດໃຫ້ສາມາດຄາດໝາຍໄດ້ວ່າ ສປປ ລາວ ຈະຫລຸດພົ້ນອອກຈາກການເປັນ
ປະເທດດ້ອຍພັດທະນາໄດ້ ໃນປີ 2024 ເປັນຢ່າງຊ້າ.
ໂດຍທັງ 2 ເງື່ອນໄຂທີ່ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວນັ້ນ ກໍຄືເກນ ມາດຕະຖານຂັ້ນຕ່ຳ ຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ທີ່ເກນມາດຕະຖານ
ຂັ້ນຕ່ຳ ຂອງສະຫະປະຊາຊາດກຳນົດໄວ້ ທີ່ລະດັບ 1,242 ໂດລາຕໍ່ຄົນ ແຕ່ລັດຖະບານ
ລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວ ທີ່ລະດັບ 1,996 ໂດລາຕໍ່ຄົນ ໃນປີ 2015
ແລະດັດຊະນີຊັບສິນມະນຸດ (HAI) ຊຶ່ງເກນມາດຕະຖານຂອງສະຫະປະຊາຊາດ ໄດ້
ກຳນົດໄວ້ ທີ່ອັດຕາສະເລ່ຍ 66 ເປີເຊັນ ລັດຖະບານລາວ ກໍສາມາດຈັດຕັ້ງປະຕິບັດ
ໄດ້ແລ້ວ ທີ່ອັດຕາສະເລ່ຍ 72.8 ເປີເຊັນ ໃນປີ 2015 ຈຶ່ງເຫຼືອພຽງດັດຊະນີຄວາມ
ອ່ອນໄຫວທາງເສດຖະກິດ (EVI) ເທົ່ານັ້ນ ທີ່ມາດຕະຖານຂອງສະຫະປະຊາຊາດ
ກຳນົດໄວ້ ທີ່ລະດັບ 36.2 ເປີເຊັນ ຫາກແຕ່ລັດຖະບານລາວ ຍັງສາມາດຈັດຕັ້ງ
ປະຕິບັດໄດ້ພຽງ 33.7 ເປີເຊັນ ເທົ່ານັ້ນ.
ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ຢືນຢັນວ່າ ເປົ້າໝາຍຂອງ
ລັດຖະບານລາວ ທີ່ຈະລົບລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ເພື່ອທີ່ຈະເຮັດໃຫ້
ລາວ ຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ ຢ່າງແທ້ຈິງ ໃນປີ 2020 ນັ້ນ ບໍ່ໄດ້
ໝາຍຄວາມວ່າ ຈະບໍ່ມີຄົນຍາກຈົນເຫຼືອຢູ່ໃນລາວເລີຍ ແຕ່ຢ່າງໃດ ຫາກແຕ່ແນໃສ່
ເຮັດໃຫ້ປະຊາຊົນມີຢູ່ມີກິນ ໄດ້ຮັບການຮັກສາປິ່ນປົວເມື່ອເຈັບປ່ວຍ ລູກຫລານໄດ້
ເຂົ້າໂຮງຮຽນ ແລະສ້າງເງື່ອນໄຂໃຫ້ມີການຜະລິດສິນຄ້າ ແລະສະບຽງອາຫານທີ່ກຸ້ມ
ຕົນເອງ ໄດ້ຢ່າງແທ້ຈິງ ດ້ວຍການຈັດຕັ້ງປະຕິບັດຕາມແຜນການ ແລະເປົ້າໝາຍ
ການພັດທະນາ ຢ່າງຍືນຍົງ ດັ່ງທີ່ທ່ານໄດ້ຢືນຢັນວ່າ:
“ລັດຖະບານ ສປປ ລາວ ຖືວ່າ ການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບ
ຍືນຍົງ ແມ່ນພັນທະສາກົນຂອງຕົນ ສະນັ້ນ ເພື່ອຈຸດປະສົງດັ່ງກ່າວ ລັດຖະບານ
ພວກຂ້າພະເຈົ້າ ຈະຕ້ອງສຸມໃສ່ການບັນລຸເປົ້າໝາຍຕ່າງໆ ຂອງແຜນພັດທະນາ
ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ແຜນຍຸດທະສາດພັດທະນາ 2025 ແລະ
ວິໄສທັດ 2030 ການພັດທະນາຕາມທິດສີຂຽວແລະຍືນຍົງ ຮັກສາການຂະຫຍາຍ
ຕົວທາງດ້ານເສດຖະກິດ ແລະຫລຸດຜ່ອນອັດຕາຄວາມທຸກຍາກຂອງປະຊາຊົນ ໃຫ້
ໄດ້ຢ່າງຕໍ່ເນື່ອງ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະອື່ນໆ.”
ທາງດ້ານ ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການ
ລົງທຶນ ກໍຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການຫລຸດຜ່ອນ ບັນຫາຄວາມຍາກຈົນ
ຂອງປະຊາຊົນລາວ ໃນປີ 2017 ເຖິງແມ່ນວ່າ ຈະປະຕິບັດໄດ້ເກີນຄາດໝາຍທີ່ວາງໄວ້
ກໍຕາມ ແຕ່ກໍປາກົດວ່າ ສະພາບຊີວິດ ການເປັນຢູ່ຂອງປະຊາຊົນລາວ ຢູ່ໃນຕົວເມືອງ
ກັບເຂດຊົນນະບົດ ມີການແຕກໂຕນກັນຫຼາຍຂຶ້ນນັບມື້ ໂດຍຈະເຫັນໄດ້ຢ່າງຊັດເຈນ
ຈາກອັດຕາຄວາມຍາກຈົນຂອງປະຊາຊົນໃນເຂດນະຄອນວຽງຈັນຍັງເຫຼືອພຽງ 1
ເປີເຊັນ ເທົ່ານັ້ນ ໃນຂະນະທີ່ຄວາມທຸກຈົນຢູ່ທີ່ແຂວງສາລະວັນ ຍັງສູງເຖິງ 49.8
ເປີເຊັນ ບໍ່ແກ້ວ 44 ເປີເຊັນ ເຊກອງ 42.7 ເປີເຊັນ ຫົວພັນ 39.2 ເປີເຊັນ ຊຽງຂວາງ
31.9 ເປີເຊັນ ແລະແຂວງອຸດົມໄຊ 30.1 ເປີເຊັນ ຕາມລຳດັບ.
ສ່ວນທ່ານບຸນປອນ ສີສຸລາດ ປະທານກຳມາທິການເສດຖະກກິດ ເທັກໂນໂລຈີ ແລະ
ສິ່ງແວດລ້ອມ ຂອງສະພາແຫ່ງຊາດລາວ ຖະແຫລງວ່າ ການຈັດຕັ້ງປະຕິບັດແຜນ
ການພັດທະນາເສດຖະກິດ ແລະສັງຄົມຂອງລັດຖະບານລາວ ໃນປີ 2017 ບໍ່ສາມາດ
ບົນລຸຄາດໝາຍທີ່ວາງໄວ້ ໃນເກືອບທຸກດ້ານ ເຊັ່ນການສະໜອງແຮງງານໄດ້ພຽງ
47.4 ເປີເຊັນ ຂອງແຜນການ ສ່ວນການເຂົ້າເຖິງຫລັກປະກັນດ້ານສຸຂະພາບຂອງ
ປະຊາຊົນ ກໍສາມາດປະຕິບັດໄດ້ພຽງ 34.7 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງ
ເອົາໄວ້ເຖິງ 51 ເປີເຊັນ ຂອງປະຊາກອນລາວ ທັງປະເທດ.
ສຳລັບໃນຊ່ວງປີ 2016-2017 ທີ່ຜ່ານມານັ້ນ ລັດຖະບານລາວ ກໍໄດ້ວາງເປົ້າໝາຍ
ລົບລ້າງ ບັນຫາຄວາມທຸກຍາກຂອງປະຊາຊົນລາວ ໃຫ້ໄດ້ໃນ 179 ບ້ານ ຄິດເປັນ
0.48 ເປີເຊັນ ຂອງບ້ານທຸກຍາກທັງໝົດໃນທົ່ວປະເທດ ຫາກແຕ່ຈາກການຈັດຕັ້ງ
ປະຕິບັດ ຕົວຈິງ ສາມາດບັນລຸໄດ້ພຽງແຕ່ 50 ບ້ານ ຄິດເປັນ 0.03 ເປີເຊັນເທົ່ານັ້ນ.