ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານ ສປຊ ຮຽກຮ້ອງ​​ໃຫ້ ລາວ​ ເພີ້ມການ​ຊ່ອຍເຫຼືອ ແກ່ພວກ​​ເດັກນ້ອຍ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ


ທ່ານນາງ ​ໂມ​ດ ​ເດີ ​ໂບ​ເອີ-​ບູຄິກຊິໂອ ຜູ້ລາຍງານພິເສດຂອງ
ອົງການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ຄ້າ​ ​ແລະ​ການຂູດຮີດ​ ທາງ​ເພດ​​ພວກ​ເດັກນ້ອຍ ຂຶ້ນກ່າວ ໃນກອງປະຊຸມຖະແຫຼງຂ່າວ ທີ່ສະໂມສອນນັກຂ່າວແຫ່ງຊາດຂອງຍີ່ປຸ່ນ ໃນນະຄອນໂຕກຽວ, 26 ຕຸລາ 2015.
ທ່ານນາງ ​ໂມ​ດ ​ເດີ ​ໂບ​ເອີ-​ບູຄິກຊິໂອ ຜູ້ລາຍງານພິເສດຂອງ ອົງການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ຄ້າ​ ​ແລະ​ການຂູດຮີດ​ ທາງ​ເພດ​​ພວກ​ເດັກນ້ອຍ ຂຶ້ນກ່າວ ໃນກອງປະຊຸມຖະແຫຼງຂ່າວ ທີ່ສະໂມສອນນັກຂ່າວແຫ່ງຊາດຂອງຍີ່ປຸ່ນ ໃນນະຄອນໂຕກຽວ, 26 ຕຸລາ 2015.

ນັກຊ່ຽວຊານກ່ຽວການ​ຂູດຮີດແຮງງານ ​ແລະ​ການ​ລັກລອບຄ້າ​ຂາຍເດັກນ້ອຍຂອງ
ອົງການ​ສະຫະ​ປະຊາ​ຊາດ ​ພວມຮຽກຮ້ອງໃຫ້ລັດຖະບານ​ລາວ​ປັບປຸງ​ຊ່ອຍເຫຼືອ
ດ້ານສະຫວັດດີການແກ່ພວກເດັກນ້ອຍ ຜູ້ທີ່ໄດ້ຮັບ​ເຄາະ​ທັງຫຼາຍ​ ​ທັງໃຫ້ເພີ່ມການ
​ຮ່ວມມືຫຼາຍຂຶ້ນ​ໃນ​ຂົງ​ເຂດ​ ເພື່ອ​ຮັບ​ມື​ກັບ​ການ​ຄ້າ​ມະນຸດ. ນັກ​ຂ່າວ​ຂອງ​ວີ​ໂອ​ເອ ຣອນ
ຄໍ​ເບັນ ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງວັນນະ​ສອນ ຈະມີ​ລາຍ​ລະອຽດ​ ມາສະ​ເໜີ​ທ່ານ ​
ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານນາງ ​ໂມ​ດ ​ເດີ ​ໂບ​ເອີ-​ບູຄິກອີ​ໂອ ນັກຂ່າວພິເສດຂອງອົງການ​ສະຫະ​ປະຊາ​ຊາດ
ກ່ຽວ​ກັບ​ການ​ຄ້າ​ຂາຍ​ແລະ​ການຂູດຮີດ​ທາງ​ເພດພວກ​ເດັກນ້ອຍ ​ໄດ້​ຮຽກຮ້ອງ ລຸນຫຼັງ
ການຢ້ຽມຢາມຢ່າງເປັນທາງການ ​ໃນ​ຂະນະ​ທີ່ລັດຖະບານ​ລາວ ເອົາ​ບາດກ້າວ​ທາງ
​ກົດໝາຍ​ແລະ​ທຳການເຜີຍແຜ່ ເພື່ອຮັບມືກັບການປະຕິບັດຜິດຕໍ່ພວກເດັກນ້ອຍແລະ
​ການ​ຄ້າຂາຍ​ມະນຸດ.

ທ່ານນາງ ເດີ ​ໂບ​ເອີ-​ບູຄິກອີ​ໂອ ​ສະໜັບສະໜູນບາດກ້າວຕ່າງໆ​ຂອງກະຊວງ​ແຮງ
ງານ​ແລະ​ປະຊາ​ສົງ​ເຄາະ ດ້ວຍ​ການ​ອູ້ມຊູຂອງ​ກອງ​ທຶນ​ເພື່ອພວກ​ເດັກ​ນ້ອຍຂອງ ສະຫະປະຊາຊາດ ຫຼື ຢູນີເຊບ ​ແລະ​ອົງການທີ່​ບໍ່ຂຶ້ນ​ກັບລັດຖະບານ ຫຼືແອັນຈີໂອ
​ເພື່ອ​ສ້າງ​ຕາໜ່າງປົກ​ປ້ອງ​ຄຸ້ມ​ຄອງ​ພວກ​ເດັກນ້ອຍ​ຢູ່ໃນໝູ່​ບ້ານ​ແລະ​ຫົວເມືອງຕ່າງໆ. ​
ແຕ່​ທ່ານ​ນາງກ່າວ​ວ່າ ທັງນີ້ແມ່ນ​ຍັງ​ມີຢູ່ຢ່າງກະຈັດກະຈາຍ​ ​ທັງ​ເປັນ​ແບບ​ອາສາ​ສະໝັກ​ຢູ່.

ທ່ານ​ນາງໄດ້​ຮຽກຮ້ອງ​ ໃຫ້​ມີ “ຄວາມ​ພະຍາຍາມ​ເພີ່ມ​ຂຶ້ນ​ຕື່ມ” ​ໃນ​ການ​ມອງ​ເຫັນ
​ບັນຫາ​ແລະ​ການ​ປ້ອງ​ກັນບັນຫາລະດັບສູງຂຶ້ນໄປຕື່ມໃນດ້ານ​ການຂູດຮີດ​ທາງ​ເພດ​
ພວກຍິງສາວແລະຂູດຮີດແຮງງານ​ເດັກນ້ອຍ​ຜູ້​ຊາຍ.

ທ່ານນາງ ເດີ ​ໂບ​ເອີ-​ບູຄິກອີ​ໂອ ​ໄດ້​ເວົ້າສູ່​ວີ​ໂອ​ເອຟັງວ່າ “​ອີງ​ຕາມ​ການສຳພາດຂອງ
ຂ້າພະເຈົ້າ ກັບ​ພວກ​ເຄາະ​ຮ້າຍ​ແລະ​ກຸ່ມ​ປົກ​ປ້ອງ​ພວກ​ເດັກນ້ອຍ ​ແລະ​ພວກທີ່ມີ
​ຫຼັກ​ຖານ​ທັງຫຼາຍແລ້ວ ຂ້າພະ​ເຈົ້າ​ສາມາດ​ເວົ້າ​ໄດ້​ວ່າ ມັນ​ຍັງ​ມີ​ບັນຫາ​ຫຼາຍຢູ່ ໃນ
ທຸກໆ​ພາກສ່ວນຂອງ​ການ​ຄ້າ​ມະນຸດ.​”

ສປປ ລາວ ຍັງ​ຖືກ​ຈັດ​ຢູ່​ໃນບັນຊີ​ຂອງ​ກຸ່ມ​ທີ 2 ຂອງ​ການ​ສິ້ງຊອມ​ເບິ່ງ ​ໂດຍ​ສະຫະລັດ
ທີ່​ເຝົ້າກວດກາ ​ແລະ​ຮັບ​ມື​ກັບ​ການ​ຄ້າ​ມະນຸດ ​ໃນທາງສ່ວນຕົວ​ ​ແລະ​ໃນ​ເວລາ​ທີ່ຍັງ​ບໍ່
​ຜ່ານ​ລະບຽບ​ການມາດຕະຖານ​ຂັ້ນ​ຕໍ່າສຸດ​ໃນການ​ກຳຈັດການ​ຄ້າ​ມະນຸດຢູ່ນີ້ ຈຶ່ງຕ້ອງ
ໄດ້ໃຊ້ “ຄວາມ​ພະຍາຍາມ​ຢ່າງ​ແຂງ​ຂັນ” ​ເພື່ອ​ແກ້​ໄຂບັນຫາ​ດັ່ງກ່າວ.

ລັດຖະບານ​ລາວ ​ບໍ່​ໄດ້​ໃຫ້ຄວາມ​ຄິດ​ເຫັນໃດໆ ກ່ຽວ​ກັບ​ເລື່ອງ​ນີ້, ​ແຕ່​ວ່າ ​ຫ້ອງການ​
ການ​ຄ້າ​ມະນຸດ​ທີ່​ກຳກັບ​ດ້ວຍ​ຕົວຂອງສະຫະລັດ ​ປີ 2017 ໄດ້ລາຍ​ງານເນັ້ນໃສ່
“ຄວາມ​ພະຍາຍາມທີ່ພໍສົມຄວນ ຂອງ​ກົດໝາຍ​ຂອງ​ປະເທດ,” ການ​ຮັບ​ຜ່ານ​ຂອງ​
ກົດໝາຍຕໍ່​ຕ້ານ​ການ​ຄ້າ​ມະ​ນຸດ​ໃນ​ປີ 2015 ​ແລະ​ການ​ຈັບ​ກຸມ​ ແລະການຕັດສິນ​ລົງ​
ໂທດ​ພວກຄ້າຂາຍ​ມະນຸດຫຼາຍຄົນ.

ລາຍ​ງານ​ນັ້ນເວົ້າວ່າ ສປປ ລາວ ​ສຸມໃຈ​ໃສ່​ “​ການປ້ອງ​ກັນ” ​ໂດຍ​ສົ່ງເສີມ​ໃຫ້ມີຄວາມຮູ້​
ກ່ຽວ​ກັບ​ໂຄງ​ການ​ຕໍ່ຕ້ານ​ການ​ຄ້າ​ມະນຸດມະນຸດ ຜ່ານ​ທາງ​ສື່​ມວນຊົນຂອງ​ລັດຖະບານ​
ແລະ​ຕິດ​ຕໍ່​ກັບ​ບັນດາ​ຜູ້ນຳ​ໃນ​ລະດັບ​ແຂວງ​ແລະ​ສະມາຊິກປະຊາ​ຄົມ​ເຂ​ດທ້ອງ​ຖິ່ນ​ນຳ
ກ່ຽວ​ກັບ​ໄພອັນຕະລາຍ​ຂອງ​ການຄ້າ​ມະນຸດ.

ທ່ານນາງ ເດີ ​ໂບ​ເອີ-​ບູຄິກອີ​ໂອ ​ກ່າວ​ວ່າ ການ​ເຊື້ອ​ເຊີນ​ໃຫ້​ທ່ານ​ນາງ​ໄປ​ຢ້ຽມຢາມ​ລາວ
​ແລະ​ສືບສວນ​ນີ້ ​ສະແດງໃຫ້ເຫັນ “ສັນຍານ​ຂອງ​ຄວາມ​ຕ້ອງການ​ທີ່​ຈະ​ເປີດ​ກ້ວາງ​ແລະ​ພັດທະນາ​ສາຍ​ພົວພັນ​ກັບ​ປະຊາ​ຄົມນາ​ໆຊາດ. ທ່ານ​ນາງ​ກ່າວ​ວ່າ “ຂ້າພະ​ເຈົ້າ ​
ເຫັນ​ວ່າ ມັນ​ເປັນ​ບາດກ້າວໃນ​ທາງ​ສ້າງສັນຢ່າງໃຫຽ່.”

​ພວກທີ່​ເປັນ​ປາກ​ເປັນສຽງ​ສຳລັບ​ສິດທິ​ຂອງ​ພວກ​ເດັກນ້ອຍ ກ່າວ​ວ່າ ສປປ ລາວ ​
ແມ່ນແຫຼ່ງທີ່​ສຳຄັນຂອງການຄ້າ​ມະນຸດ ໂດຍສະ​ເພາະ ສຳລັບການນຳ​ສົ່ງ​ພວກ​ເດັກນ້ອຍ
​ເຂົ້າ​ໄປ​ຍັງ​ປະ​ເທດ​ເພື່ອນ​ບ້ານ ໃນ​ປະ​ເທດ​ໄທ ​ເພື່ອ​ເຮັດວຽກ​ໃນ​ຮ້ານ​ອາຫານ ຕາມ​ບາຂາຍເຫຼົ້າຕ່າງໆ ​ແລະອຸດສາຫະກຳຂອງ​ການ​ຄ້າ​ປະ​ເວ​ນີ.

​ແຕ່ ທ່ານນາງ ເດີ ​ໂບ​ເອີ-​ບູຄິກອີ​ໂອ ກ່າວ​ວ່າ ການ​ສືບສວນ​ຂອງ​ທ່ານ​ນາງ​ຍັງ​ໄດ້​ເນັ້ນ
ໃສ່ການ​ປະຕິບັດຜິດຕໍ່​ພວກ​ເດັກນ້ອຍ ຜ່ານຂະ​ບວນການຄ້າ​ມະນຸດພາຍ​ໃນ​ສປປ ລາວ,
ການ​ຂູດຮີ​ດທາງ​ເພດ “​ໃນ​ຫົວ​ເມືອງ​ໃຫຍ່​ທັງຫຼາຍ” ​ແລະ​ໃນ​ເຂດ​ເສດຖະກິດ​ພິ​ເສດ ​
ໃນ​ທົ່ວ​ປະ​ເທດ.

ເຂດ​ເສດຖະກິດ​ພິ​ເສດ ດຶງ​ດູ​ງເອົາການ​ລົງທຶນ​ຕ່າງປະ​ເທດເຂົ້າໄປ ​ໂດຍ​ສະ​ເພາະ
ໄປ​ຈາກ​ບັນດາ​ນັກທຸລະກິດ​ຊາວຈີນ ໃນເຂດ​ຊາຍ​ແດນ​ທີ່ຕິດ​ກັບປະ​ເທດ​ຈີນ ທີ່​ຮູ້​ກັນ​ດີ​ວ່າເປັນແຫຼ່ງ​ກາຊີໂນ, ການ​ຟອກ​ເງິນ ກາ​ນຄ້າ​ປະ​ເວ​ນີ ​ແລະ​ການ​ພະນັນ​ອື່ນໆ.

ທ່ານ​ນາງ ​ໄດ້​ກ່າ​ວອີກ​ວ່າ ພວກ​ເດັກນ້ອຍ ຍັງ​ໄດ້ກາຍເປັນ​ແຫຼ່ງທີ່​ມາຂອງຄຳ​ວ່າ ​
ເຈົ້າ​ສາວ​ເດັກນ້ອຍ ສຳລັບ​ພວກນັກທຸລະ​ກິດ​ຊາວ​ຈີນນຳ ຢູ່​ໃນ​ລາວ.

ທ່ານນາງ ເດີ ​ໂບ​ເອີ-​ບູຄິກອີ​ໂອ ​ກ່າວວ່າ “ເມື່ອ​ເວົ້າ​ເຖິງຂະ​ບວນການຄ້າ​ມະນຸດ
ຂ້າມຊາຍ​ແດນແລ້ວ ​ມັນກໍກ່ຽວພັນກັບ​ການບັງຄັບ​ໃຫ້​ແຕ່ງງານ​ຫຼາຍ​ກໍລະນີ​ຂອງ
ຈະດ້ວຍການ​ຮັບ​ຮູ້​ຂອງ​ຄອບຄົວ ຫຼື​ບໍ່ ກໍ​ຕາມ ໂດຍ​ສະ​ເພາະ​ໃນຈຳ​ພວກນັກ​ທຸລະ​ກິດ, ພວກນັກ​ທຸລະ​ກິດ​ຊາວ​ຈີນ ​ໂດຍ​ສະ​ເພາະຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ,”

ສປປ ລາວ ຍັງ​ຖືກ​ຈັດ​ຢູ່​ໃນ​ລາຍ​ຊື່​ຂອງ​ບັນດາ​ປະ​ເທດ​ທີ່​ທຸກ​ຍາກທີ່​ສຸດ ​ໃນ​ເຂດ​ເອ​ເຊຍ​
ອາຄະ​ເນ ໂດຍທີ່ພວກ​ໜຸ່ມ​ນ້ອຍ​ແມ່ນ​ມີ​ພາລະ​ໜ້າ​ທີ່ຕ້ອງໄດ້ລ້ຽງ​ຄອບຄົວ ດ້ວຍ​ການ​
ເຮັດ​ວຽກ ຫຼື​ບໍ່ ​ກໍແຕ່​ງງານ​ໄປ ​ເພື່ອ​ແລກກັບຄ່າດອງ.

ທ່ານນາງ ເດີ ​ໂບ​ເອີ-​ບູຄິກອີ​ໂອ ​ກ່າວ​ວ່າ ​ເດັກນ້ອຍ​ທີ່ຍັງ​ມີ​ອາ​ຍຸ​ຕ່ຳ ​ພຽງແຕ່ 11 ປີ
ກໍ​ຕົກ​ໄປ​ເປັນ​ຜູ້​ເຄາະຮ້າຍ​ ເປັນເຫຽື່ອຂອງພວກ​ຄ້າຂາຍ​ມະນຸດ​ ​ແລະ​ເປັນ​ເຈົ້າ​ສາວ​ເດັກ
ຊຶ່ງ​ເຮັດ​ໃຫ້​ພວກ​ເຄາະ​ຮ້າຍ​ນີ້ ຍິ່ງ​ມີ​ອາຍຸ​ຕ່ຳລົງໄປອີກ ຈາກ​ປີ​ທີ່​ຜ່ານ​ມາ.

ທ່ານ​ນາງ​ກ່າວ​ວ່າ​. “ປັດຈຸບັນ​ນີ້ ​ແມ່ນ​ແຮງມີພວກ​ອາຍຸ​ຕ່ຳກວ່ານັ້ນອີກ​. ​ເຖິງ​ແມ່ນ​ວ່າ
ມັນ​ຈະ​ມີ​ການ​ຄ້າ​ມະນຸດຂ້າມ​ຜ່ານ​ຊາຍ​ແດນໜ້ອຍລົງ ແຕ່ພວກເຄາະ​ຮ້າຍກໍແມ່ນມີ
ອາຍຸ​ຕ່ຳ​ຫຼາຍກວ່າ​ທີ່​ເຄີຍ​ເປັນ​ມາ ຊຶ່ງ ມັນເປັນ​ແນວ​ໂ​ນ້ມທີ່​ໜັກ​ໃຈ​ຫຼາຍ,”

ກະຊວງການ​ຕ່າງປະ​ເທດ​ຂອງ​ສະຫະລັດ ລາຍ​ງານ​ໃນ​ແບບ​ບຸກຄົນ​ ນັ້ນ​ເຕືອນວ່າ
“ການ​ຄ້າ​ປະ​ເວ​ນີກັບ​ພວກ​ນັກ​ທ່ອງ​ທ່ຽວ” ຈາກ​ສະຫະ​ລາດ​ຊະ​ອານາຈັກ​ອັງກິດ,
ອອສ​ເຕຣ​ເລຍ ​ແລະ​ສະຫະລັດ ​ແມ່ນ​ເຂົ້າ​ໄປ​ຍັງ​ສປປ ລາວ ​ເພື່ອ​ແນ່​ໃສ່​ພວກ​ເດັກ
ນ້ອຍເຫຼົ່ານັ້ນ.

​ຂະ​ບວນການ​ຄ້າ​ມະນຸດ ຈາກ​ລາວ ​ແມ່ນ​ສ່ວນໃຫຍ່​ແນ່​ໃສ່​ປ​ະ​ເທດ​ເພື່ອນ​ບ້ານ ຄື​ປະ
​ເທດ​ໄທ ຍ້ອນ​ການ​ມີ​ປະ​ເທນີ​ເຊື່ອມ​ໂຍງ​ກັນ​ລະຫວ່າງ​ສອງ​ປະ​ເທດນີ້.

ປະ​ເທດ​ໄທ ​ແລະ​ ສປປ ລາວ ​ໄດ້​ຊອກຫາຊ່ອງທາງແກ້ໄຂບັນຫາ​ນີ້ ໂດຍຜ່ານການ
​ຕົກລົງ​ສອງ​ຝ່າຍ ​ແລະບົດ​ບັນທຶກ​ຄວາມ​ເຂົ້າ​ໃຈກັນ. ​ແຕ່ ທ່ານນາງ ເດີ ​ໂບ​ເອີ-​ບູຄິກ
ຊິ​ໂອກ່າວ​ວ່າ ມາດຕະການເຫຼົ່າ​ນີ້ ​ຍັງ​ບໍ່ເປັນການ​ພຽງພໍ.

ຄວາມເຫັນຂອງທ່ານນາງ ເດີ ​ໂບ​ເອີ-​ບູຄິກຊິໂອກໍຄື “ກົດໝາຍ​ການ​ຄ້າ​ມະນຸດ ​ໄດ້
ມີການ​ຮັບ​ຜ່ານ​ແລ້ວ. ມັນ​ມີບົດ​ບັນທຶກ​ຄວາມ​ເຂົ້າ​ໃຈກັນ ແຕ່​ການຈັດຕັ້ງປະຕິບັດ​
ກົດໝາຍ ​ແລະການ​ປ້ອງ​ກັນແບບມີປະສິດທິຜົນ ​ແລະ​ ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ
​ໂດຍ​ສະ​ເພາະແມ່ນຍັງ​ບໍ່​ພຽງ​ພໍ.”

ທ່ານ​ນາງ ກ່າວ​ອີກ​ວ່າ ພວກເດັກນ້ອຍທີ່ຄາດວ່າ ຈະ​ເຮັດ​ວຽກ​ໃນ​ຮ້ານ​ອາຫານ ຫຼື​ໃນ
​ບ້ານ​ເຮືອນ ຊຶ່ງ​ສ່ວນ​ໃຫຍ່​ແລ້​ວ ​ແມ່ນ​ບໍ່​ໄດ້​ຄຳນຶງ​ເຖິງ​ບັນຫາ​ທີ່ຈະເກີດຂຶ້ນໃນຕໍ່​ໜ້າ
ເວລາໃດທີ່​ເຂົາເຈົ້າໄດ້ຂ້າມເຂົ້າໄປໃນ​ປະ​ເທດ​ໄທ​ແລ້ວ.

ທ່ານ​ນາງ ກ່າວ​ວ່າ “ພວກ​ຄ້າຂາຍ​ມະນຸດ ຮູ້​ດີ ​ເຖິງ​ຄວາມ​ຫຼໍ່​ແຫຼມ ​ຂອງ​ພວກ​ເດັກ​
ນ້ອຍ ​ໃນ​ທາງ​ທີ່​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ຮູ້​ກົດ​ລະບຽບ​ຕ່າງໆ ໃນການຂ້າມ​ຊາຍ​ແດນ​, ​
ແລະ​ພວກ​ເຂົາ​ເຈົ້າ ກໍ​ບໍ່​ຈຳເປັນຕ້ອງໄດ້​ໄປ​ເຮັດ​ບັດປະຈຳຕົວ ເຖິງຈຸດ​ນີ້​ແລ້ວ ມັນ​
ກໍເປັນ​ການ​ງ່າຍ​ທີ່​ສຸດ​ ທີ່​ວ່າ ພວກ​ເດັກນ້ອຍ​ທັງຫຼາຍຈະ​ຕົກ​ເປັນ​ເຫຍື່ອ​ຂອງພວກ​
ຄ້າຂາຍ​ມະນຸດ ​ເປັນ​ເຫຍື່ອ​ທີ່ງ່າຍໆ ແລະງ່າຍຫຼາຍ.”

​ຢູ່ໃນ​ປະ​ເທດ​ໄທ ບັນດາ​ເຈົ້າ​ໜ້າ​ທີ່ ກັກ​ຂັງ​ພວກເຂົ້າ​ເມືອງ ​ຜິດ​ກົດໝາຍ ຊຶ່ງ​ຮວມທັງ
​ພວກ​ເດັກນ້ອຍນຳໃນລະຫວ່າງ​ການ​ກວດ​ຄົ້ນ​ຕາມ​ຮ້ານ​ອາຫານ ໂຮງ​ໂສເພນີ​ຕ່າງໆ
ໂດຍຈະກັກ​ຂັງ​ພວກ​ເຂົາ​ເຈົ້າ​ໄວ້ ຢູ່ບ່ອນຄຸມຂັງພວກຄົນເຂົ້າເມືອງ ກ່ອນ​ທີ່​ຈະ​ສົ່ງ​ກັບ​
ຄືນໄປລາວ.

ທ່ານນາງ ເດີ ​ໂບ​ເອີ-​ບູຄິກຊີໂອ ໄດ້​ກ່າວວ່າ ​ໂຄງການສົ່ງກັບຄືນປະເທດແມ່ນ​ບໍ່ພຽງ
ພໍ​ໃນ​ການ​ປົກ​ປ້ອງ​ແລະ​ຊ່ອຍ​ເຫຼືອ​ພວກ​ເດັກ​ນ້ອຍ​.

ທ່ານນາງກ່າວວ່າ “ເມື່ອເວົ້າເຖິງ ການສົ່ງກັບຄືນປະເທດ ຊຶ່ງ​ມັນ​ເກີດ​ຂຶ້ນ​ແທ້, ​ແຕ່
​ມັນກໍ​ມີ​ຊ່ອງຫວ່າງ ທີ່ໃຫຍ່​ແທ້ໆ ​ໃນ​ການ​ໃຫ້ການ​ຊ່ອຍ​ເຫຼືອ ເວລາ​ພວກ​ເຂົາ​ເຈົ້າ​
ກັບ​ຄືນໄປ ສປປ ລາວ​ ແລ້ວ ຍ້ອນ​ວ່າ ອີກ​ຄັ້ງ​ນີ້ ພວກ​ເດັກນ້ອຍ​ເຫຼົ່າ​ນີ້ ບໍ່​ຮູ້​ວ່າ ​ຈະ​
ໄປຫາ​ຜູ້​ໃດ ພວກ​ເຂົາ​ເຈົ້າ​ບໍ່​ຮູ້​ເຖິງ​ສິດທິ​ຂອງ​ຕົນ ບາງ​ຄັ້ງ​ ມັນ​ກໍ​ມີ​ການ​ສໍ້​ລາດ​ບັງ
​ຫຼວງ​ຕາມ​ຊາຍແດນ ສະ​ນັ້ນ​ການ​ກັບ​ຄືນ​ໄປ​ຮວມຕົວ​ກັບ​ຄອບຄົວ​ຂອງ​ພວກ​ເຂົາ​
ເຈົ້າ​ ກໍ​ແມ່ນ​ມີບັນຫາ​ໜັກ​ຫຼາຍ.”

ການ​ເຈ​ລະຈາກັ​ນສອງ​ຝ່າຍ ກັບປະ​ເທດ​ໄທ​ ກ່ຽວ​ກັບ​ການ​ຄ້າ​ມະນຸດ ​ໃນ​ເດືອນ​ກໍລະ
ກົດຜ່ານມາ ຫົວໜ້າ​ກົມຈັດຕັ້ງປະຕິບັດ ຂອງ​ກະຊວງ​ແຮງ​ງານ​ແລະ​ສະຫວັດດີການ
ສັງຄົມ​ ທ່ານ ຄຳຂານ ພິນ​ສະຫວັນ ​ໄດ້​ປະຕິຍານ​ວ່າ ​ຈະ​ຕິດຕາມ​ພວກ​ເຄາະ​ຮ້າຍທີ່
​ຖືກ​ສົ່ງ​ກັບ​ຄືນ​ໄປລາວ ​ເພື່ອ​ຊ່ອຍເຫຼືອ​ພວກ​ເຂົາ​ເຈົ້າ​ ກັບ​ໄປ​ໃຊ້​ຊີວິດ ​ແບບ​ປົກກະຕິ
ໃນ​ສັງຄົມແລະ​ກັບ​ຄືນໄປຢູ່ກິນກັບຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG