ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງ​ການ ​ສປ​ຊ ​ຍົກ​ຍ້າຍ​ອົບ​ພະ​ຍົບ​ ​ອອກ​ໄປ​ຈາກ​ສູນ​ກັກ​ຂັງ​ທີ່​ຄວ​ບຄຸມໂດຍ​ລັດ​ຖະ​ບານ ໃນລີ​ເບຍ

​ຊາວ​ອົບ​ພະ​ຍົບຊູ​ດານ​ທີ່ພາ​ກັນ​ຫລົບ​ໜີ​ຈາກ ການ​ປະກັນ​ລະ​ຫວ່າງກຳ​ລັງ​ທະ​ຫານທີ່​ຈົງ​ຮັກ​ພັກ​ດີຕໍ່​ກອງ​ທັບ National Accord ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜ​ຸນ​ຈາກສາ​ກົນກັບ​ກຳ​ລັງ Khalifa Haftar ນັ້ນນັ່ງ​ຢູ່​ໃນ​ໂຮງ​ຮຽນ​ແຫ່ງ​ນຶ່ງຢູ່​ນະ​ຄອນ​ຫລວງ ທ​ຣີ​ໂປ​ລີ​ຂອງ​ລີ​ເບຍ, ວັນ​ທີ 24 ເມ​ສາ, 2019

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຍົກ​ຍ້າຍ​ຊາວ​ອົບ​ພະ​ຍົບ​ລີ​ເບຍ​ປະ​ມານ 325 ຄົນ​ອອກ​ໄປ​ຈາກ​ສູນ​ກັກ​ຂັງ​ທີ່​ຄວ​ບຄຸມໂດຍ​ລັດ​ຖະ​ບານ ໃນ​ນະ​ຄອນ​ທ​ຣີ​ໂປ​ລີ ພາຍ​ຫລັງ​ທີ່​ບາງ​ຄົນ​ຢູ່ໃນ​ນັ້ນ​ຖືກ​ໂຈມ​ຕີ ​ຍ້ອນປະ​ທ້ວງ​ຕໍ່​ສະ​ພາບ​ການ​ເປັນ​ຢູ່ທີ່ບໍ່​ດີ.

ການ​ສູ້​ລົບ​ກັນ​ລະ​ຫວ່າງລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ ທີ່​ເປັນ​ສັດ​ຕູ​ກັນຢູ່​ໃນ​ລີ​ເບຍ ໄດ້ເຮັດ​ໃຫ້​ການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ ແລະ​ຢູ່​ໃກ້​ນະ​ຄອນ​ຫລວງດັ່ງ​ກ່າວ​ເປັນ​ໄພ​ອັນ​ຕະ​ລາຍ​ຫລາຍ​ທີ່​ສຸດ ​ສຳ​ລັບ​ພົນ​ລະ​ເຮືອນ​ທັງ​ຫລາຍ.

ທ່ານ ແມັດ​ທີວ ບ​ຣຸກ (Matthew Brook), ຮອງຫົວ​ໜ້າ​ຫ້ອງ​ການ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ "ໄພ​ອັນ​ຕະ​ລາຍ​ສຳ​ລັບ​ພວກ​ອົບ​ພະ​ຍົບ ແລະ​ພວກ​ຍ້າຍ​ຖິ່ນ​ຖານຢູ່​ໃນ​ນະ​ຄອນ​ຫລວງ​ທ​ຣີ​ໂປ​ລີ ແມ່ນບໍ່​ເຄີຍ​ມີ​ຫລາຍ​ປານ ນີ້​ຈັກ​ເທື່ອ.” ທ່ານ​ກ່າວ​ເພີ້ມອີກ​ວ່າ "ການ​ປ່ອຍ​ໃຫ້​ພວກ​ອົບ​ພະ​ຍົບທີ່​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍໄປ ແລະເອົາ​ເຂົາ​ເຈົ້າ​ຍ້າຍ​ໄປ​ຢູ່​ບ່ອນ​ປອດ​ໄພ ແມ່ນ​ເປັນ​ເລື້ອງທີ່​ສຳ​ຄັນ​ຫລາຍ."

ຫ້ອງ​ການ​ດ້ານ​ອົບ​ພະ​ຍົບຂອງອົງ​ການສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ຕົນ ທີ່​ຈະ​ຍົກ​ຍ້າຍ​ພວກ​ອົບ​ພະ​ຍົບ​ອອກ​ຈາກ​ສູນ​ກັກ​ຂັງ Qaser Ben Gasheer ຢ່າງ​ຮີບ​ດ່ວນ​ ເປັນ​ຍ້ອນມີ​ລາຍ​ງານທີ່​ເວົ້າວ່າ ພວກອົບ​ພະ​ຍົບບາງ​ຄົນ​ຖືກ​ທຸບ​ຕີ ແລະ​ຖືກ​ນາບ​ຂູ່​ດ້ວຍ​ສຽງ​ປືນ ຍ້ອນເຂົາ​ເຈົ້າ​ໄດ້​ຈົ່ມ​ທຸກ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ແບບ​ແອ​ອັດ ແລະ​ຂາດເຂົ້າ​ປາ​ອາ​ຫານ​ກິນ.

ຊາວ​ອົບ​ພະ​ຍົບຊູ​ດານ​ທີ່ພາ​ກັນ​ຫລົບ​ໜີ​ຈາກ ການ​ປະກັນ​ລະ​ຫວ່າງກຳ​ລັງ​ທະ​ຫານທີ່​ຈົງ​ຮັກ​ພັກ​ດີຕໍ່​ກອງ​ທັບ National Accord ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜ​ຸນ​ຈາກສາ​ກົນ ກັບ​ກຳ​ລັງ Khalifa Haftar ນັ້ນນັ່ງ​ຢູ່​ໃນ​ໂຮງ​ຮຽນ​ແຫ່ງ​ນຶ່ງຢູ່​ນະ​ຄອນ​ຫລວງ ທ​ຣີ​ໂປ​ລີ​ຂອງ​ລີ​ເບຍ, ວັນ​ທີ 24 ເມ​ສາ, 2019

12 ຄົນ​ຖືກ​ສົ່ງ​ໄປ​ໂຮງ​ໝໍ.

ພວກເຈົ້າ​ໜ້າ​ທີ່ອົງ​ການສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ ພວກ​ເພິ່ນ​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ທີ່​ສຸດ ຕໍ່​ຄວາມ​ປອດ​ໄພ​ຂອງ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ປະ​ມານ 3,000 ຄົນ​ທີ່​ຢູ່​ໃນ​ສູນ​ກັກ​ຂັງ​ຫລາຍ​ແຫ່ງ​ ໃນ​ນະ​ຄອນ​ທ​ຣີ​ໂ​ປ​ລີ. ພວກ​ເພິ່ນ​ເວົ້າ​ວ່າ ການ​ສູ້​ລົບ​ກັນ​ເຮັດ​ໃຫ້​ການ​ຊ່ວຍ​ເຫລືອ​ກອບ​ກູ້​ຊີ​ວິດ​ຂອງ​ພວກຍົກ​ຍ້າຍ​ຖິ່ນ​ຖານ ພົບ ຄວາມ​ຫຍຸ້ງ​ຍາກ ແລະ​ເວົ້າ​ວ່າ ການ​ປ່ອຍ​ໃຫ້​ພົນ​ລະ​ເມືອງ​ອອກ​ໄປ​ຈາກ​ສູນ​ຄຸມ​ຂັງ​ຕ່າງໆ ແລະ​ໃຫ້​ເຂົາ​ເຈົ້າ​ມີ​ໂອ​ກາດ​ໜີ​ໄປ​ຈາກ​ບ່ອນ​ມີ​ການ​ສູ້​ລົບ​ກັນ ແມ່ນ​ເປັນ​ເລື້ອງ​ທີ່​ສຳ​ຄັນ​ທີ່​ສຸດ.

ມີ​ຄົນ​ຍົກ​ຍ້າຍ​ຖິ່ນ​ຖານຈາກ​ລີ​ເບຍ ແລະ​ຈາກ​ບ່ອນ​ອື່ນໆ ຫລາຍ​ພັນ​ຄົນ​ທີ່ໄດ້​ພະ​ຍາ​ຍາມ​ພາ​ກັນເດີນ​ທາງ​ແບບ​ກັນ​ດານ​ໄປ​ຍັງ​ຢູ​ໂຣບໂດຍ​ຜ່ານ​ທະ​ເລ​ເມ​ດີ​ແຕ​ຣາ​ເນ ຈາກ​ຝັ່ງ​ຂອງ​ລີ​ເບຍ ໃນ​ແຕ່​ລະ​ປີ.

ພວກເຈົ້າ​ໜ້າ​ທີ່ອົງ​ການສະ​ຫະ​ປະ​ຊາ​ຊາດກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ລີ​ເບຍ "ເປັນ​ບ່ອນ​ທີ່​ມີ​ອັນ​ຕະ​ລາຍ ແລະ​ບໍ່​ເໝາະ​ສົມ” ສຳ​ລັບ​ພວກ​ອົບ​ພະ​ຍົບ ແລະ​ພວກ​ຍ້າຍ​ຖິ່ນ​ຖານ ແລະເວົ້າ​ວ່າ "ບໍ່​ຄວນ​ລົດ​ລະ​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ທີ່​ຖືກ​ຊ່ວຍ​ຊີ​ວິດ​ໄວ້​ນັ້ນ ກັບ​ຄືນ​ໄປ​ຍັງ​ລີ​ເບຍ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG