ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ສປຊ ແລະ ອີຢູ ຮຽກຮ້ອງໃຫ້ ລີເບຍ ຮອງຮັບເອົາ ຂໍ້ຕົກລົງ ການຄອງອຳນາດຮ່ວມກັນ


ຕົວແທນຈາກ ລີເບຍ ແລະ UN ເຕົ້າໂຮມກັນ ທີ່ກອງປະຊຸມໃນ ນະຄອນຫຼວງ ເບີລິນ, 10 ມິຖຸນາ 2015

ສະຫະ​ປະຊາ​ຊາດ ​ແລະ ບັນດາ​ປະ​ເທ​ດ​ມະຫາ​ອຳ​ນາດໂລກທີ່ສຳ
ຄັນ ​ໄດ້​ຮຽກຮ້ອງ​ໃຫ້​ພັກຝ່າຍທີ່ເປັນປໍລະປັກໃນ​ປະ​ເທດ Libya ຮັບ​ເອົາໃນ​ການ​ຕົກລົງ​ຄອງອຳນາດຮ່ວມ​ກັນ ​ແລະ ​ໃຫ້ການ​ຕໍ່​ສູ້​ທີ່​ດຳ​ເນີນ​ມາ​ເກືອບ 4 ປີ​, ການ​ກໍ່​ກາ​ນຮ້າຍ ​ແລະ ຄວາມ​ບໍ່​ສະຫງົບ ທາງ​ດ້ານ​ການ​ເມືອງ ຈົ່ງ​ຢຸດ​ຕິລົງ.

ນັກ​ການ​ທູ​ດສະຫະປະຊາຊາດ ​ແລະ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອື່ນໆ ທີ່​ປະຊຸມ​ກັນ​ໃນ​ນະຄອນຫຼວງ​ເບີລິນ ວັນ​ພຸດ​ວານ​ນີ້ ​ໄດ້​ອອກ​ຖະ​ແຫຼ​ງ ການ​ຮ່ວມ​ກ່າວ​ວ່າ ການ​ຕົກ​ລົງທາງ​ດ້ານ​ການ​ເມືອງ ​ທີ່ມີທຸກພັກ ຝ່າຍເຂົ້າຮ່ວມ ​ແ​ມ່ນການ​ແກ້ໄຂ​ບັນຫາແບບຍື​ນຍົງ​ວິທີ​ດຽວເທົ່ານັ້ນ ສຳລັບລີ​ເບຍ. ພວກ​ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້ຊາວລີ​ເບຍທຸກ​ຄົນ​ຈົ່ງ ກຳຈັດ​ບັນຫາຕ່າງໆ​ທີ່​ຍັງມີ​ຢູ່ຕໍ່ການຕົກລົງນີ້.

ມີ​ຜູ້​ຕາງໜ້າ​ຊາວ​ ລີ​ເບ​ຍ ຫຼາຍ​ກວ່າ 20 ຄົນ​ໄດ້ເ​ຂົ້າຮ່ວ​ມກອງ​ປະຊຸ​ມຢູ່ ​ເບີລິ​ນ ​ເພື່ອການ
ເ​ຈລະ​ຈາ​ເຊິ່ງລວມມີທັງ​ນັກ​ການ​ທູດ​ຈາກ 5 ປະ​ເທດ​ສະມາຊິກ​ຖາວອນ​ຂອງ ສະພາ​ຄວາມ​
ໝັ້ນ​ຄົງ ສະຫະປະຊາຊາດ ທີ່ປະ ກອບດ້ວຍອັງກິດ, ຈີນ, ຝຣັ່ງ, ຣັດ​ເຊຍ ​ແລະສະຫະລັດ ພ້ອມທັງສະ ຫະພາບ ​ຢູ​ໂຣບ, ອິຕາ​ລີ, ສະ​ເປ​ນ ​ແລະ ຫຼາຍ​ປະ​ເທດ​ເພື່ອນ​ບ້ານ​ຂອງ ລີ​ເບຍ ​ໃນ​ພາກ​ເໜືອ​ຂອງ ອາຟຣິກາ.

ປະ​ເທດ ລີ​ເບຍ ​ໄດ້​ຕົກ​ຢູ່​ໃນ​ສະພາບ​ຄວາມ​ສັບສົນວຸ້ນວາຍ​ມາ​ຕັ້ງ​ແຕ່ ຜູ້ນຳຜະເດັດ​ການ Moammar Gadhafi ​ໄດ້​ຖືກ​ໂຄ່ນ​ລົ້ມ ​ແລະ ​ຖືກ​ຂ້າ​ຕາຍ​ໃນ​ປີ 2011. ພວກ​ຫົວ​ຮຸນແຮງ​ອິສລາມ ​ໄດ້ເຂົ້າ​ຢຶດ​ເອົາ​ນະຄອນຫຼວງ Tripoli ​ປີ​ກາຍ​ນີ້ ​ແລະ ​ໄດ້​ສ້າງ​ຕັ້ງ​ລັດຖະບານ​ຄູ່ແຂ່ງ ບັງຄັບ​ໃຫ້​ລັດຖະບານ​ທີ່​ສາກົນ​ຮັບ​ຮູ້ ຕ້ອງ​ໄດ້​ພາກັນຫລົບ​ໜີ ໄປ​ທາງ​ພາກ​ຕາ​ເວັນ​ອອກຂອງປະເທດ.

ພວກ​ຫົວ​ຮຸນແຮງ ລັດອິສລາມ ​ໄດ້​ສວຍໂອກາດໃຊ້​ການ​ລຸກ​ຮື້​ຂຶ້ນແລະ ​ກໍໄດ້​ຍຶດ​ເອົາ​ດິນແດນ. ພວກອົບ​ພະຍົບຊາວ ລີ​ເບຍ ຫຼາຍ​ພັນ​ຄົນທີ່​ພາກັນຊອກ​ຫາ​ທາງ​ຫຼົບໜີ​ຄວາມ​ຮຸນ​ແຮງ ​ໄດ້​ຫັນຫາ​ພວກ​ຄ້າ​ມະນຸດ ​ເພື່​ອສ່ຽງ​ອັນຕະລາຍ​ຂ້າມ​ທະ​ເລ ​ເມ​ດີ​ເທເຣນຽນ ​ໄປ​ທະວີບຢູ​ໂຣບ.

ທູດ​ພິເສດດສະຫະປະຊາຊາດ ທ່ານ Bernardino Leon ​ໄດ້​ພະ​ຍາ​ຍາມ​ແລ້ວ ​ແຕ່ມາຮອດ ປັດຈຸບັນ ຍັງບໍ່ທັນສາມາດ ​ຊອກຫາ​ວິ​ທີແກ້ໄຂ ຢ່າງສັນ​ຕິຕໍ່ບັນຫານີ້ ຍ້ອນວ່າພັກຝ່າຍຕ່າງໆ ໄດ້ປະຕິ​ເສດຕໍ່​ຂໍ້​ສະ​ເໜີ​ຫຼາຍ​ຢ່າງຂອງທ່ານ.

Libya
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG