ທູດພິເສດຂອງອົງການສະຫະປະຊາຊາດຮັບຜິດຊອບກ່ຽວກັບ
ປະເທດລີເບຍໄດ້ປະກາດກ່ຽວກັບຂໍ້ສະເໜີເພື່ອສ້າງຕັ້ງລັດຖະ
ບານສາມັກຄີຊາດຊຸດໃໝ່ສຳລັບປະເທດທີ່ມີຄວາມແຕກແຍກ ໃນອັນທີ່ຈະເປັນບາດກ້າວສຳຄັນ ໄປສູ່ການຍຸດຕິ ຂອງຄວາມ
ໂກລາຫົນວຸ້ນວາຍແລະຄວາມສັບສົນທາງດ້ານການເມືອງທີ່ດຳ
ເນີນມາເປັນເວລາສີ່ປີແລ້ວ.
ທ່ານ Bernadino Leon ກ່າວໃນວັນສຸກມື້ນີ້ ທີ່ປະເທດໂມຣົກ
ໂກ ຂະນະທີ່ທ່ານປະກາດ ກ່ຽວກັບຂໍ້ສະເໜີດັ່ງກ່າວວ່າ “ພວກ
ເຮົາເຊື່ອວ່າລັດຖະບານຊຸດນີ້ສາມາດປະສົບຄວາມສຳເລັດໄດ້.
ຊາວລີເບຍຕ້ອງຍາດເອົາໂອກາດທາງປະຫວັດສາດອັນນີ້ເພື່ອ
ຮັກສາໄວ້ຊຶ່ງປະເທດລີເບຍ.”
ພາຍໃຕ້ແຜນການດັ່ງກ່າວ ທ່ານ Fayez Sarraj ສະມາຊິກສະພາແຫ່ງຊາດທີ່ມີສຳນັກ
ງານຢູ່ທຣີໂປລີ ໄດ້ຖືກແຕ່ງຕັ້ງ ໃຫ້ເປັນນາຍົກລັດຖະມົນຕີ. ທ່ານຈະມີຜູ້ຮອງຢູ່ສາມຄົນ. ລັດຖະມົນຕີ 6 ທ່ານຈະປະກອບເປັນສະພາປະທານາທິບໍດີ.
ຂໍ້ສະເໜີເພື່ອສ້າງຕັ້ງລັດຖະບານສາມັກຄີຊາດຍັງຈະປະເຊີນໜ້າກັບອຸບປະສັກທີ່ສຳຄັນ
ຢູ່. ສະພາແຫ່ງຊາດທີ່ເປັນຄູ່ແຂ່ງຢູ່ທີ່ນະຄອນທຣີໂປລີແລະຢູ່ໃນພາກຕາເວັນອອກຂອງ
ປະເທດ ຕ້ອງໄດ້ໃຫ້ການອະນຸມັດຕໍ່ລັດຖະບານສາມັກຄີຊາດ. ກຸ່ມທະຫານບ້ານຂອງທັງ
ສອງຝ່າຍຕ້ອງໃຫ້ການເຫັນພ້ອມຄືກັນ.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ສະແດງຄວາມຍິນ
ດີ ນຳການປະກາດນີ້ ແລະຮຽກຮ້ອງໃຫ້ທຸກພັກການເມືອງຂອງລີເບຍ ໃຫ້ການສະໜັບສະ
ໜຸນຕໍ່ລັດຖະບານດັ່ງກ່າວ.
ທ່ານ Ban ກ່າວວ່າ “ຫຼັງຈາກໄດ້ເກີດຄວາມວຸ້ນວາຍແລະຄວາມບໍ່ແນ່ນອນມາ ໄດ້ຫລາຍ
ເດືອນແລ້ວ ເລຂາທິການໃຫຍ່ຂໍຮຽກຮ້ອງໃຫ້ພວກຜູ້ນຳຂອງລີເບຍ ຢ່າປ່ອຍໃຫ້ໂອກາດ
ນີ້ ເສຍໄປໂດຍໄຮ້ປະໂຫຍດ ເພື່ອນຳເອົາປະເທດຊາດກັບຄືນສູ່ເສັ້ນທາງໄປສູ່ການບູລະ
ສ້າງສາ ທີ່ສະທ້ອນໃຫ້ເຫັນເຖິງ ຊີວິດຈິດໃຈ ແລະຄວາມໄຝ່ຝັນ ຂອງການປະຕິວັດ ໃນປີ 2011.”
ລີເບຍໄດ້ມີການແບ່ງແຍກອອກຈາກກັນລະຫວ່າງລັດຖະບານອິສລາມທີ່ເຂົ້າຍຶດເອົານະ
ຄອນຫຼວງທຣີໂປລີແລະສ້າງຕັ້ງອຳນາດການປົກຄອງຂອງຕົນຂຶ້ນແລະລັດຖະບານທີ່ສາ
ກົນຮັບຮູ້ຊຶ່ງໄດ້ຫລົບໜີໄປທາງທິດຕາເວັນອອກຂອງປະເທດ.
ຄວາມວຸ້ນວາຍໄດ້ພາໃຫ້ເກີດຄວາມຮຸນແຮງ ການກໍ່ການຮ້າຍ ແລະອຸດສາຫະກຳນ້ຳມັນ
ພັງທະລາຍລົງ.