ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເສດຖະສາດຂອງ ສປຊ ພະຍາກອນການຂະຫຍາຍຕົວຂອງເສດຖະກິດ ໃນທົ່ວໂລກ ປີ 2024 ວ່າ ຈະຊ້າລົງ


ແວ່ນແຍງສະທ້ອນໃຫ້ເຫັນແມ່ຍິງ ຂະນະທີ່ພວກເຂົາເຈົ້າກຳລັງເບິ່ງເຄື່ອງນຸ່ງ ຢູ່ທີ່ຕະຫຼາດຂາຍເຄືື່ອງນຸ່ງປີໃໝ່ ໃນນະຄອນຫຼວງປັກກິ່ງ ເມື່ອວັນທີ 1 ມັງກອນ, 2024.
ແວ່ນແຍງສະທ້ອນໃຫ້ເຫັນແມ່ຍິງ ຂະນະທີ່ພວກເຂົາເຈົ້າກຳລັງເບິ່ງເຄື່ອງນຸ່ງ ຢູ່ທີ່ຕະຫຼາດຂາຍເຄືື່ອງນຸ່ງປີໃໝ່ ໃນນະຄອນຫຼວງປັກກິ່ງ ເມື່ອວັນທີ 1 ມັງກອນ, 2024.

ບັນດານັກເສດຖະສາດຂອງອົງການສະຫະປະຊາຊາດ ພະຍາກອນວ່າ ການຂະຫຍາຍຕົວຂອງເສດຖະກິດ ໃນທົ່ວໂລກຕ່ຳລົງໃນປີນີ້ ຂະນະທີ່ຟື້ນຕົວຄືນຈາກການລະບາດຂອງພະຍາດໂຄວິດ-19 ຍັງຄົງບໍ່ດຸ່ນດ່ຽງໃນແຕ່ລະປະເທດ ແລະປັດໄຈສຳຄັນກໍຄື ດິນຟ້າອາກາດ ແລະຄວາມເຄັ່ງຕຶງດ້ານພູມສາດການ ເມືອງ ອາດບ່ອນທຳລາຍຕໍ່ຄວາມກ້າວໜ້າ.

ບົດລາຍງານທີ່ສຳຄັນ ກ່ຽວກັບສະຖານະການແລະຄວາມຄາດໝາຍດ້ານເສດຖະກິດໂລກ ປີ 2024 ຂອງອົງການສະຫະປະຊາຊາດ ທີ່ໄດ້ຖືກເປີດຕົວ ໃນວັນພະຫັດວານນີ້ ຄາດຄະເນການຂະຫຍາຍຕົວຂອງເສດຖະກິດທົ່ວໂລກ ຈະຊ້າລົງຈາກຊ່ວງປີ 2023 ກະປະມານຢູ່ທີ່ 2.7 ເປີເຊັນ ມາເປັນ 2.4 ເປີເຊັນໃນປີນີ້ ເຊິ່ງຕ່ຳກວ່າອັດຕາການຂະຫຍາຍຕົວໃນຊ່ວງກ່ອນໂຣກລະບາດຢູ່ທີ່ 3 ເປີເຊັນນັ້ນ.

“ຜົນງານເກີນຄວາມຄາດໝາຍ ສຳລັບປີ 2023 ສືບເນື່ອງຈາກການຂັບເຄື່ອນໂດຍເສດຖະກິດໃຫຍ່ຈຳນວນນຶ່ງ - ໂດຍສະເພາະແມ່ນ ສະຫະລັດ ແຕ່ກໍຍັງມີ ບຣາຊີລ ອິນເດຍ ແລະ ເມັກຊິໂກ” ທ່ານ ຊານຕານູ ມູເຄີ​ຣຈີ (Shantanu Mukherjee) ຜູ້ອຳນວຍການຂອງພະແນກດ້ານການວິເຄາະ ແລະນະໂຍບາຍເສດຖະກິດ ປະຈຳກົມຮັບຜິດຊອບດ້ານເສດຖະກິດ ແລະ ສັງຄົມຂອງອົງການສະຫະປະຊາຊາດ ໄດ້ກ່າວ.

ແຕ່ ທ່ານໄດ້ກ່າວວ່າ ການຂະຫຍາຍຕົວ ອາດຊ້າລົງໃນປີນີ້ ໂດຍສະເພາະຢູ່ໃນສະຫະລັດ ຍ້ອນອັດຕາດອກເບ້ຍທີ່ສູງ, ການຫລຸດຜ່ອນໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ຕະຫຼາດແຮງງານທີ່ອ່່ອນແອລົງກວ່າເກົ່າ.

ທ່ານມູເກີຈີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາແມ່ນຍັງບໍ່ລອດພົ້ນເຂດອັນຕະລາຍເທື່ອ ໃນດ້ານຂອງສະພາບແວດລ້ອມໂດຍທົ່ວໄປແລ້ວ ຄ້ອນຂ້າງຈະບໍ່ທຸ່ນທ່ຽງ.”

United Nations economists are forecasting low growth globally this year, as recovery from the COVID-19 pandemic remains uneven internationally and wild cards such as climate shocks and geopolitical tensions could undermine progress.

The U.N.'s flagship World Economic Situation and Prospects 2024 report launched on Thursday projects global economic growth will slow from 2023's estimated 2.7% to 2.4% this year, below the pre-pandemic growth rate of 3%.

"The better-than-expected performance for 2023 is chiefly driven by several large economies — notably the United States, but also Brazil, India and Mexico," said Shantanu Mukherjee, director of the Economic Analysis and Policy Division at the U.N. Department of Economic and Social Affairs.

But, he said, that growth could slow this year, especially in the United States, because of high interest rates, reduced consumer spending and weaker labor markets.

"We are not out of the danger zone in terms of the general environment being fairly unsettled," Mukherjee told reporters.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG