ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ວ່າ COVID-19 ອາດຜັກດັນໃຫ້ 34 ລ້ານຄົນ ຕົກຢູ່ໃນຄວາມທຸກຍາກຢ່າງໜັກ


ຄົນງານຂອງໂຮງງານຜະລິດລົດຂອງ Volkswagen ກຳລັງຍາງໄປຈາກໂຮງງານທີ່ຖືກປິດໄວ້ຊົ່ວຄາວ ໃນປະເທດເມັກຊິໂກ ທ່າມກາງຄວາມເປັນຫ່ວງທີ່ເພີ້ມຂຶ້ນ ຍ້ອນການແຜ່ລະບາດຂອງພະຍາດໄວຣັສໂຄໂຣນາ, ໃນເມືອງພູບລາ ຂອງເມັກຊິໂກ, ວັນທີ 29 ມີນາ 2020.
ຄົນງານຂອງໂຮງງານຜະລິດລົດຂອງ Volkswagen ກຳລັງຍາງໄປຈາກໂຮງງານທີ່ຖືກປິດໄວ້ຊົ່ວຄາວ ໃນປະເທດເມັກຊິໂກ ທ່າມກາງຄວາມເປັນຫ່ວງທີ່ເພີ້ມຂຶ້ນ ຍ້ອນການແຜ່ລະບາດຂອງພະຍາດໄວຣັສໂຄໂຣນາ, ໃນເມືອງພູບລາ ຂອງເມັກຊິໂກ, ວັນທີ 29 ມີນາ 2020.

ອົງການສະຫະປະຊາຊາດ ໄດ້ເຕືອນໃນພຸດວານນີ້ ວ່າ ຜົນກະທົບດ້ານການເງິນທົ່ວໂລກຈາກໂຣກລະບາດໄວຣັສໂຄໂຣນາອາດຈະເຫັນໄດ້ວ່າ ຜົນຜະລິດທາງເສດຖະກິດຈະຕົກຮວບລົງຫຼາຍເຖິງ 8 ພັນ 5 ຮ້ອຍຕື້ໂດລາ ໃນໄລຍະສອງປີຂ້າງໜ້ານີ້ ແລະຈະຜັກດັນໃຫ້ມີຄົນຕົກທຸກໄດ້ຍາກໜັກທີ່ສຸດຫຼາຍກວ່າ 34 ລ້ານຄົນ.

“ພວກເຮົາດຽວນີ້ກໍາລັງປະເຊີນກັບຄວາມເປັນຈິງ ທີ່ໜ້າເສົ້າໃຈ ຂອງພາວະເສດຖະກິດຕົກຕ່ຳຢ່າງຮ້າຍແຮງ ຊຶ່ງເປັນນຶ່ງໃນລະດັບທີ່ບໍ່ເຄີຍເຫັນມາກ່ອນ ນັບຕັ້ງແຕ່ ເຫດການເສດຖະກິດຕົກຕ່ຳຂະໜາດໃຫຍ່ ຫຼື Great Depression” ທ່ານແອລລີອັອຕ ແຮຣິສ ຫົວໜ້ານັກເສດຖະສາດ ຂອງອົງ ການສະຫະປະຊາຊາດໄດ້ກ່າວໄປນັ້ນ ຊຶ່ງທ່ານອ້າງອີງເຖິງພາວະເສດຖະກິດຕົກຕ່ຳໃນທົ່ວໂລກທີ່ໄດ້ເລີ້ມຕົ້ນຢູ່ທີ່ສະຫະລັດໃນປີ 1929 ແລະແຜ່ຂະຫຍາຍອອກໄປໃນທົ່ວໂລກ ເປັນເວລາຫຼາຍປີ.

ໃນບົດລາຍງານກາງປີຂອງອົງການດັ່ງກ່າວທີ່ເອີ້ນວ່າ “ສະພາບການດ້ານເສດ ຖະກິດໂລກ ແລະຄວາມຄາດໝາຍ” ນັ້ນ ອົງການສະຫະປະຊາຊາດ ຄາດຄະເນວ່າ ເສດຖະກິດຂອງໂລກ ຈະຫົດຕົວລົງເຖິງ 3.2 ເປີເຊັນ ໃນປີ 2020 ແລະຈະຟື້ນຕົວພຽງເລັກນ້ອຍໃນປີໜ້າ. ການຄ້າລະຫວ່າງໂລກຄາດກັນວ່າ ຈະຕົກລົງເຖິງ 15 ເປີເຊັນ. ການສູນເສຍລວມທັງໝົດ ມີມູນຄ່າ 8 ພັນ 5 ຮ້ອຍຕື້ໂດລາ ໃນປີ 2020 ຫາ 2021 ໝາຍຄວາມວ່າ ຜົນກຳໄລທີ່ໄດ້ມາເກືອບທັງໝົດຕະຫຼອດໄລຍະສີ່ປີຜ່ານມານັ້ນ ກໍຈະຖືກລົບໄປ.

ທ່ານແຮຣິສໄດ້ກ່າວໄປວ່າ “ວິກິດການຄວບຄູ່ກັນໃນດ້ານສາທາລະນະສຸກ ແລະເສດຖະກິດ ທີ່ມີຢູ່ນີ້ເຮັດໃຫ້ເກີດມີນະໂຍບາຍທີ່ສັບສົນຫຍຸ້ງຍາກແບບວ່າໄດ້ຢ່າງນຶ່ງ ກໍຕ້ອງເສຍຢ່າງນຶ່ງ.” ທ່ານໄດ້ເນັ້ນໜັກ ວ່າ ບັນດາລັດຖະບານທັງຫຼາຍຕ້ອງຄວບຄຸມການແຜ່ລະບາດໄປໃນທົ່ວໂລກຂອງໄວຣັສດັ່ງກ່າວ ໃນຂະນະດຽວກັນນັ້ນ ຢັບຢັ້ງຜົນກະທົບຂອງມັນຕໍ່ເສດຖະກິດໃຫ້ໜ້ອຍທີ່ສຸດ.

ທ່ານເວົ້າຕື່ມວ່າ “ການດຸ່ນດ່ຽງລະຫວ່າງ ການຊ່ອຍຊີວິດຄົນ ແລະຊ່ອຍຮັກສາວຽກງານນັ້ນ ເປັນເລື້ອງທີ່ຍາກລຳບາກຢູ່ແລ້ວ ແຕ່ກໍເປັນສິ່ງຈຳເປັນທີ່ຈະຕ້ອງເຮັດໃຫ້ຖືກເປົ້າໝາຍ.”

ຫຼາຍກວ່າ 4 ລ້ານ 3 ແສນຄົນໃນທົ່ວໂລກ ໄດ້ຖືກກວດພົບວ່າຕິດໄວຣັສໂຄວິດ-19 ຊຶ່ງເປັນພະຍາດທີ່ເກີດມາຈາກເຊື້ອໄວຣັສໂຄໂຣນາ ແລະເກືອບ 3 ແສນຄົນໄດ້ເສຍຊີວິດໄປແລ້ວ.

ໃນຂະນະທີ່ໂຣກລະບາດດັ່ງກ່າວ ໄດ້ເຮັດໃຫ້ການເຄື່ອນໄຫວໃນຫຼາຍໆປະເທດທີ່ພັດທະນາແລ້ວ ຢຸດສະຫງັກລົງຢູ່ນັ້ນ ທ່ານແຮຣິສ ໄດ້ກ່າວວ່າ ພວກປະເທດ ທີ່ທຸກຍາກກວ່າ ແມ່ນຍັງບໍ່ທັນຮູ້ສຶກເຖິງຜົນກະທົບຢ່າງເຕັມສ່ວນຂອງໄວຣັສດັ່ງກ່າວເທື່ອ ແຕ່ກໍທົນທຸກທໍລະມານໃນດ້ານເສດຖະກິດຢູ່ແລ້ວ ຍ້ອນການເຊື່ອມໂຍງຂອງພວກເຂົາເຈົ້າ ກັບພວກປະເທດທີ່ພັດທະນາທັງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

The United Nations warned Wednesday that the global financial fallout from the coronavirus pandemic could see economic output plummet by $8.5 trillion over the next two years and push more than 34 million people into extreme poverty.

“We are now facing the grim reality of a severe recession — one of a magnitude not seen since the Great Depression,” said the U.N.’s top economist, Elliott Harris, referencing the global economic depression that began in the United States in 1929 and spread across the globe for several years.

In its “World Economic Situation and Prospects” midyear report, the United Nations forecast that the global economy would shrink by 3.2% in 2020 and make only a modest rebound next year. World trade is expected to fall by 15%. Total losses of $8.5 trillion in 2020-21 means nearly all the gains of the past four years will be erased.

“The twin health and economic crises present very difficult policy trade-offs,” Harris said. He emphasized that governments needed to contain the spread of the pandemic while simultaneously minimizing its economic impacts.

“The balance between saving lives and saving jobs is as difficult as it is necessary to strike,” he added.

XS
SM
MD
LG