ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ​ອາ​ຊະ​ຍາ​ກຳ​ ສປຊ ຕ່າວ​ປີ້ນ ການຕັດສິນ ໃຫ້ພົ້ນໂທດ ​ຕໍ່ຜູ້ນຳຂັ້ນສູງ ​ຂອງຊີເບຍ


ທ່ານ ​ໂວ​ຈີ​ສລາບ​ ​ເຊ​ແຊລຈ໌ (Vojislav Seselj) ກ່າວໃນ
ກອງປະຊຸມຖະແຫຼງຂ່າວ ໃນນະຄອນຫຼວງເບລເກຣດ ປະເທດເຊີເບຍ, ວັນທີ 7 ທັນວາ 2017.
ທ່ານ ​ໂວ​ຈີ​ສລາບ​ ​ເຊ​ແຊລຈ໌ (Vojislav Seselj) ກ່າວໃນ ກອງປະຊຸມຖະແຫຼງຂ່າວ ໃນນະຄອນຫຼວງເບລເກຣດ ປະເທດເຊີເບຍ, ວັນທີ 7 ທັນວາ 2017.

ສານ​ອາ​ຊະ​ຍາ​ກຳ​ສະຫະ​ປະຊາ​ຊາດ ​ໃນ​ວັນ​ພຸດ​ວານ​ນີ້ ​ໄດ້​ຕ່າວ​ປີ້ນການຕັດສິນໃຫ້
ພົ້ນໂທດ ໃນປີ 2016 ​ຕໍ່ອະດີດ ຮອງ​ນາຍົກລັດຖະມົນຕີ​ເຊີ​ເບຍ ທ່ານ ​ໂວ​ຈີ​ສລາບ​
​ເຊ​ແຊລຈ໌ ແລະໄດ້ຕັດສິນໃຫ້ຜູ້ກ່ຽວ ຈຳ​ຄຸກ​ເປັນ​ເວລາ 10 ປີ.

ຜູ້​ພິພາກສາ ​ສານ​ອຸທອນ ​ໃນ​ນະຄອນ​ເຮກ ​ໃຊ້​ຄຳປາໄສ ໃນ​ປີ 1992 ທີ່ກ່າວ​ໂຈມ​ຕີ ພວກໂຄຣເອເຊຍ ທີ່​ທ່ານເຊ​ແຊລຈ໌ “ໄດ້ຍຸຍົງສົ່ມເສີມໃຫ້ມີການ​ເນລະ​ເທດ​ແລະ​ດຳ​
ເນີນ​ຄະດີ .​ໂດຍຖືວ່າເປັນອາ​ຊະ​ຍາ​ກຳ​ຕ້ານ​ມະນຸ​ດຊາດ” ທີ່ໃຊ້​ເປັນພື້ນຖານ​ສຳ​ລັບ
ຍົກເລີກການຕັດສິນໃຫ້​ພົ້ນ​ໂທດ ກ່ອນ​ນັ້ນ​ ຍ້ອນ​ວ່າ​ບໍ່​ມີ​ຫຼັກ​ຖານ​ພຽງພໍ.

​ແຕ່​ທ່ານເຊ​ແຊລຈ໌ ​ແມ່ນ​ເບິ່ງ​ຄື​ວ່າ ຍັງຈະໄດ້ຮັບການປ່ອຍໃຫ້ເປັນ​ອິດສະຫຼະຕໍ່ໄປ
​ເພາະວ່າ​ທ່ານ​ໄດ້ຮັບ​ໃຊ້​ໂທດໃນຄຸກມາແລ້ວ 12 ​ປີ ນັບ​ຕັ້ງ​ແຕ່ ທ່ານ​ໄດ້ເຂົ້າ​ມອບ​
ຕົວ​ຕໍ່​ທາງ​ການ​ໃນ​ປີ 2003 ນັ້ນ.

ທ່ານ​ໄດ້ຖືກ​ປ່ອຍ ​ໃນ​ປີ 2014 ​ເພື່ອ​ໄປ​ຮັກສາ​ໂຣ​ກມະ​ເຮັງ ​ແຕ່​ວ່າ ຍັງ​ສືບ​ຕໍ່​ເຮັດວຽກ
ຢູ່ໃນສະພາເຊີເບຍ.

ທ່ານເຊ​ແຊລຈ໌ ​ໄດ້​ກ່າວ​ວ່າ ການຕັດສິນຂອງ​ຜູ້​ພິພາກສາ​ສານ ​ເປັນການກະທຳທີ່
​ຜິດ​ກົດໝາຍ ​ແຕ່ທ່ານ​ຍັງບໍ່ສຳນຶກຜິດ ຕໍ່​ອາ​ຊະ​ຍາ​ກຳ​ທີ່​ທ່ານ​ໄດ້​ກໍ່ຂຶ້ນ​ນັ້ນ.

“ຂ້າພະ​ເຈົ້າ​ແມ່ນ​ພູມ​ໃຈ​ໃນອາ​ຊະ​ຍາ​ກຳສົງ​ຄາມທີ່​ຂ້າພະ​ເຈົ້າ​ກໍ່ ​ແລະອາ​ຊະ​ຍາ​ກຳ
​ຕ້ານ​ມະ ນຸດຊາດ ​ແລະ​ຂ້າພະ​ເຈົ້າ ກໍ​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ມັນ​ຄືນ​ອີກ,
” ນັ້ນຄືຄຳເວົ້າ
ຂອງ​ທ່ານ​ທີ່ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​.

ທ່ານເຊ​ແຊລຈ໌ ​ແມ່ນເປັນຜູ້ລິ​ເລີ່​ມພັກເຊີ​ເບຍ​ຊາດນິຍົມ​ຈັດ​ ​ແລະ​ເປັນ​ຮອງ​ນາຍົກ
ລັດຖະ ມົນຕີ ພາຍ​ໃຕ້ ທ່ານ ສ​ໂລ​ໂບດານ ມີ​ໂລ​ເຊ​ວິກ ​ໃນ​ຕອນ​ສົງຄາມ​ແຫຼມ
ບາ​ລຄານ ​ໃນ​ຕົ້ນ​ຊຸມ​ປີ 1990 ພຸ້ນ ​ແລະ​ນຳ​ໄປ​ສູ່ການພັງທະລາຍລົງ​ຂອງ​ຢູ​ໂກສລາ
​ເວ​ຍ ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG